ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ວາງແຜນ ປູກເຂົ້ານາແຊງ ໃຫ້ໄດ້ໃນເນື້ອທີ່ 90,000 ເຮັກຕາ


ຊາວນາ ລາວ ຄົນນຶ່ງກຳລັງຫຼົກກ້າຢູ່ໃນແຂວງ ຄຳມ່ວນ, 29 ມິຖຸນາ 2007.
ຊາວນາ ລາວ ຄົນນຶ່ງກຳລັງຫຼົກກ້າຢູ່ໃນແຂວງ ຄຳມ່ວນ, 29 ມິຖຸນາ 2007.

ລັດຖະບານ ລາວ ວາງແຜນຊຸກຍູ້ໃຫ້ກະເສດຕະກອນປູກເຂົ້ານາແຊງໃນລະດູການປະ
ຈຳປີ 2017-2018 ໃຫ້ໄດ້ໃນເນື້ອທີ່ລວມ 90,400 ເຮັກຕາ ຊຶ່ງໃນນີ້ 33 ເປີເຊັນຈະ
ເປັນຜົນຜະລິດເຂົ້າໃນແຂວງສະຫວັນນະເຂດ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ຖະແຫຼງວ່າຄະ
ນະລັດຖະບານ ລາວ ໄດ້ວາງແຜນການຊຸກຍູ້ການຜະລິດເຂົ້ານາແຊງໃນລະດູການ
ປະຈຳປີ 2017-2018 ໃຫ້ໄດ້ໃນເນື້ອທີ່ລວມ 90,400 ເຮັກຕາ ແລະ ເຮັດໃຫ້ໄດ້ຜົນ
ຜະລິດລວມ 475,600 ໂຕນໃນທົ່ວປະເທດ ທີ່ຄິດເປັນສະມັດຕະພາບຜົນຜະລິດໃນ
ອັດຕາສະເລ່ຍ 5.26 ໂຕນຕໍ່ເຮັກຕາ ຊຶ່ງຖ້າຫາກເປັນໄປຕາມຄາດໝາຍດັ່ງກ່າວກໍຈະ
ເປັນປັດໃຈສຳຄັນທີ່ຈະເຮັດໃຫ້ການສົ່ງເຂົ້າໄປຕ່າງປະເທດຂອງ ລາວ ສາມາດບັນລຸ
ເປົ້າໝາຍທີ່ວາງໄວ້ໃນປະລິມານລວມ 4 ແສນໂຕນຕະຫຼອດປີ 2018 ນີ້.

ໂດຍສະເພາະເປົ້າໝາຍການປູກເຂົ້ານາແຊງດັ່ງກ່າວ ທາງການ ລາວ ໄດ້ເພັ່ງເລັງໃສ່
ແຂວງໃນພາກກາງ ແລະ ພາກໃຕ້ເປັນສຳຄັນ ກໍຄືແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ,
ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ ໂດຍສະເພາະ
ແມ່ນແຂວງສະຫວັນນະເຂດ ນັ້ນໄດ້ຮັບມອບໝາຍໃຫ້ປູກເຂົ້ານາແຊງໃຫ້ໄດ້ເນື້ອທີ່
30,000 ເຮັກຕາ ຄິດເປັນ 33 ເປີເຊັນຂອງແຜນການທັງໝົດ ດັ່ງທີ່ທ່ານ ຄຳລຸຍ ຍາດ
ຕິວົງ ຫົວໜ້າແຜນກະສິກຳ-ປາໄມ້ ແຂວງສະຫວັນນະເຂດ ໃຫ້ການຢືນຢັນວ່າ.

"ແຂວງສະຫວັນນະເຂດ ພວກເຮົາ ກະແມ່ນແຂວງນຶ່ງຫັ້ນແລ້ວທີ່ວ່າທາງລັດຖະບານ
ເພິ່ນໄດ້ມອບໝາຍໃຫ້ການຜະລິດເຂົ້າເປັນສິນຄ້າ ສຳລັບປີນີ້ພວກເຮົາກະຄາດວ່າຈະ
ສູ້ຊົນໄດ້ 30,000 ເຮັກຕາ ປັດຈຸບັນນີ້ກໍຢູ່ໃນລະດັບ 50 ກວ່າເປີເຊັນແລ້ວ ພວກເຮົາ
ກະຄາດໝາຍສະໜອງນໍ້າໃຫ້ໄດ້ທັງ 30,000 ລະບົບຊົນລະປະທານ ໄດ້ຮັບຜົນເສຍ
ຫາຍຈຳນວນນຶ່ງໄດ້ຖືກຟື້ນຟູ ສ້ອມແປງດ້ວຍທຶນຂອງແຂວງແລ້ວ."

ທັງນີ້ ເພື່ອເຮັດໃຫ້ການສົ່ງເຂົ້າໄປຕ່າງປະເທດໃຫ້ໄດ້ 4 ແສນໂຕນດັ່ງກ່າວ ລັດຖະບານ
ລາວ ຈະຂະຫຍາຍເນື້ອທີ່ປູກເຂົ້າໃຫ້ໄດ້ກວ້າງກວ່າ 1 ລ້ານເຮັກຕາ ດ້ວຍສະມັດຕະ
ພາບສະເລ່ຍ 4.2 ໂຕນຕໍ່ເຮັກຕາ ຊຶ່ງກໍຈະເຮັດໃຫ້ໄດ້ຜົນຜະລິດເຂົ້າລວມບໍ່ໜ້ອຍກວ່າ
4.22 ລ້ານໂຕນ ຊຶ່ງໃນນີ້ກໍແບ່ງເປັນຜົນຜະລິດເຂົ້ານາແຊງ 475,600 ໂຕນ, ເຂົ້ານາ
ປີ 3,553,000 ໂຕນ ແລະ ເຂົ້າໄຮ່ 2 ແສນໂຕນຕາລຳດັບ.

ທັງນີ້ ຄາດວ່າໃນປີ 2018 ປະຊາຊົນ ລາວ ຈະຕ້ອງການບໍລິໂພກເຂົ້າໃນປະລິມານ
ລວມ 2 ລ້ານ 7 ແສນໂຕນ ແລະ ເກັບໄວ້ໃນຄັງແຮ່ສຸກເສີນ 4 ແສນໂຕນ ນອກນັ້ນ ຈະ
ຕອບສະໜອງໃຫ້ກັບອຸດສາຫະກຳການແປຮູບຕ່າງໆ 5 ຫາ 6 ແສນໂຕນ ແລະ ສົ່ງໄປ
ຕ່າງປະເທດທັງທີ່ເປັນທາງການ ແລະ ບໍ່ເປັນທາງການໃນປະລິມານລວມ 4 ແສນ
ໂຕນດັ່ງກ່າວ ຫາກແຕ່ວ່າການບັນລຸເປົ້າໝາຍໃນຕົວຈິງນັ້ນກໍບໍ່ແມ່ນເລື່ອງງ່າຍ ເພາະ
ຜົນຜະລິດເຂົ້າສ່ວນໃຫຍ່ໃນ ລາວ ຍັງມີຄຸນນະພາບບໍ່ໄດ້ມາດຕະຖານ.

ນອກຈາກນັ້ນ ການປູກເຂົ້າຢູ່ນອກເຂດຊົນລະປະທານຍັງມີຄວາມສ່ຽງສູງຕໍ່ການປ່ຽນ
ແປງຂອງສະພາບດິນຟ້າອາກາດ ທັງໄພແລ້ງ ແລະ ນໍ້າຖ້ວມອີກດ້ວຍ ດັ່ງຈະເຫັນໄດ້
ຈາກລະດູແລ້ງຂອງປີ 2017 ທີ່ກະເສດຕະກອນ ລາວ ໃນທົ່ວປະເທດປູກເຂົ້ານາແຊງ
ໄດ້ໃນເນື້ອທີ່ລວມພຽງ 94,700 ກວ່າເຮັກຕາ ຄິດເປັນ 75 ເປີເຊັນຂອງແຜນການ ແລະ
ໃນຫຼາຍເຂດກໍສາມາດປະຕິບັດໄດ້ພຽງ 35 ເປີເຊັນຂອງແຜນການເທົ່ານັ້ນໂດຍມີສາ
ເຫດມາຈາກໄພທຳມະຊາດທີ່ສົມທົບດ້ວຍການມີລະບົບຄອງຊົນລະປະທານຢ່າງຈຳ
ກັດ ແລະ ເປ່ເພ ຈຶ່ງເຮັດໃຫ້ກະເສດຕະກອນ ລາວ ພາກັນຫັນປ່ຽນຈາກການປູກເຂົ້າ
ໄປປູກພືດເສດຖະກິດອື່ນໆທີ່ມີລາຄາດີກວ່າລາຄາເຂົ້າ.

ທັງນີ້ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ລະບຸວ່າ ພາຍຸ
ເຊິ່ນກາ ເຮັດໃຫ້ທີ່ນາຂອງກະເສດຕະກອນ ລາວ ເສຍຫາຍໄປຫຼາຍກວ່າ 37,800 ເຮັກ
ຕາ, ສັດລ້ຽງປະເພດງົວ, ຄວາຍ, ໝູ, ແບ້ ແລະ ສັດປີກອີກຫຼາຍກວ່າ 23,500 ຕົວສູນ
ຫາຍໄປກັບກະແສນໍ້າ ແລະ ອື່ນໆທີ່ຄິດເປັນຄວາມເສຍຫາຍຫຼາຍກວ່າ 55. 5 ຕື້ກີບ ຊຶ່ງ
ກໍໄດ້ສົ່ງຜົນກະທົບຕໍ່ເປົ້າໝາຍການສົ່ງຜົນຜະລິດໄປຕ່າງປະເທດດ້ວຍ ດັ່ງຈະເຫັນໄດ້
ຈາກການສົ່ງເຂົ້າໄປຕ່າງປະເທດໄດ້ພຽງ 20,000 ໂຕນໃນປີ 2017 ຜ່ານມາ.

XS
SM
MD
LG