ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ຕ້ອງໄດ້ພັດທະນາ ດ້ານເຕັກນິກ ການລ້ຽງງົວ ຄວາຍ ເພື່ອສົ່ງອອກໄປຈີນ ໃຫ້ໄດ້ 250,000 ໂຕ ໃນ 5 ປີຕໍ່ໜ້າ


ຟາມລ້ຽງງົວແຫ່ງນຶ່ງຢູ່ແຂວງຊຽງຂວາງ
ຟາມລ້ຽງງົວແຫ່ງນຶ່ງຢູ່ແຂວງຊຽງຂວາງ

ຊາວກະສິກອນລາວຕ້ອງການພັດທະນາທາງດ້ານເຕັກນິກການລ້ຽງງົວ - ຄວາຍເພື່ອເພີ່ມການສົ່ງອອກໄປປະເທດຈີນໃຫ້ໄດ້ຕາມເປົ້າໝາຍກໍຄື 250,000 ໂຕ ໃນ 5 ປີແລະໃຫ້ໄດ້ 500,000 ໂຕ ໃນ 10 ປີຕໍ່ໜ້າ. ຊົງລິດ ໂພນເງິນ, ມີລາຍງານມາຈາກບາງກອກ.


ທ່ານສົມສະໝອນ ຜາລີຈັນ, ຮອງຫົວໜ້າພະແນກກະສິກຳ - ປ່າໄມ້ ແຂວງຊຽງຂວາງຖະແຫລງຍອມຮັບວ່າ ການລ້ຽງສັດເປັນສິນຄ້າໃນແຂວງຊຽງຂວາງຍັງຕ້ອງໄດ້ຮັບການພັດທະນາທາງດ້ານເຕັກນິກທີ່ສະໄໝໃໝ່ ຢູ່າງຮີບດ່ວນທີ່ສຸດ. ຫາກບໍ່ດັ່ງນັ້ນ, ກໍຈະບໍ່ສາມາດຕອບສະໜອງຄວາມຕ້ອງການບໍລິໂພກໃນປະເທດໄດ້ຢ່າງພຽງພໍ ທັງຍັງຈະສົ່ງຜົນກະທົບຕໍ່ເປົ້າໝາຍຂອງການສົ່ງອອກງົວ- ຄວາຍໄປຈີນຕາມໂຄຕ້າທີ່ລັດຖະບານຈີນ ໃຫ້ແກ່ລາວ ຈຳນວນເຖິງຫ້າແສນໂຕ ຕໍ່ປີອີກດ້ວຍ.

ເພາະວ່າການລ້ຽງງົວ - ຄວາຍຂອງຊາວກະສິກອນລາວປັດຈະບັນນີ້ຂາດທັງຫຼັກວິຊາການ ແລະເຕັກນິກທີ່ທັນສະໄໝຈຶ່ງເຮັດໃຫ້ບໍ່ສາມາດຂະຫຍາຍ ຫຼືເພີ່ມຈຳນວນງົວ - ຄວາຍທີ່ລ້ຽງໄດ້ຕາມຄວາມຕ້ອງການ ຂອງ ຕະຫຼາດທັງພາຍໃນແລະຕ່າງປະເທດ, ດັ່ງທີ່ທ່ານສົມສະໝອນໃຫ້ການຢືນຢັນວ່າ:
"ສຳລັບວຽກງານລ້ຽງສັດ ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຖືວ່າຍັງພໍເຫດຜົນແມ່ນຍັງບໍ່ພໍ. ສາກເຫດຍັງບໍ່ພໍນີ້ ຍ້ອນວ່າ ພື້ນຖານຈໍານວນຝູງສັດເຮົານີ້ ມັນຍັງໜ້ອຍຢູ່ ຖ້າທຽບຈະລ້ຽງເປັນສິນຄ້າໜິ ເຮົາຕ້ອງໄດ້ຊອກຈໍານວນນີ້ ມາເພີ້ມເຕີມໃຫ້ມັນຫລາຍໃຫ້ເປັນພື້ນຖານເພື່ອເຮົາຈະມີໂຮງງານຂ້າສັດທີ່ທັນສະໄໝ ແລ້ວມັນຕ້ອງໄດ້ຕອບສະໜອງໃຫ້ແຕ່ລະມື້ ແຕ່ລະມື້ ອັນໂຕນີ້ ແມ່ນນີ້ພື້ນຖານທີ່ພວກເຮົາຍັງຈະຕ້ອງໄດ້ເພີ້ມອີກ."

ຟາມລ້ຽງສັດແຫ່ງນຶ່ງຢູ່ແຂວງຊຽງຂວາງ
ຟາມລ້ຽງສັດແຫ່ງນຶ່ງຢູ່ແຂວງຊຽງຂວາງ

ທ່ານ ລຽນ ທິແກ້ວ, ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ຖະແຫລງວ່າ ລະບົບການລ້ຽງສັດໃນລາວ ໃນປັດຈຸບັນນີ້ ຍັງບໍ່ໄດ້ມາດຕະຖານສາກົນ ຈຶ່ງຍັງບໍ່ສາມາດສົ່ງເປັນສິນຄ້າອອກໄປຕະຫຼາດໃນຕ່າງປະເທດໄດ້ຢ່າງແທ້ຈິງ ໂດຍສະເພາະແມ່ນການສົ່ງໄປຈີນ ທີ່ໄດ້ຕົກລົງຈະຮັບຊື້ງົວຈາກລາວ ເຖິງ 5 ແສນໂຕ ຕໍ່ປີນັ້ນ ກໍຈະຕ້ອງໃຊ້ເວລາລະຫວ່າງ 5-10 ປີ ຈຶ່ງຈະສາມາດພັດທະນາປັບປຸງລະບົບການລ້ຽງສັດໃນລາວ ໃຫ້ໄດ້ມາດຕະຖານສາກົນ ຊຶ່ງກໍເຮັດໃຫ້ຕ້ອງມີການສົ່ງເສີມນັກທຸລະກິດຈີນ ໃຫ້ເຂົ້າມາລົງທຶນພັດທະນາຟາມລ້ຽງສັດຂະໜາດໃຫຍ່ໃນລາວເພີ່ມຂຶ້ນ ໂດຍມີເປົ້າໝາຍທີ່ຈະສົ່ງງົວ-ຄວາຍໄປຈີນ ໃຫ້ໄດ້ 250,000 ໂຕ ໃນ 5 ປີ ແລະ ເພີ່ມຂຶ້ນເປັນ 5 ແສນໂຕ ໃຫ້ໄດ້ໃນ 10 ປີຕໍ່ໜ້າ.

ທັງນີ້ ການສຶກສາວິໄຈພົບວ່າ ການລ້ຽງສັດໃນລາວຕ້ອງໄດ້ຮັບການພັດທະນາໃນ 7 ດ້ານດ້ວຍກັນ ຄືການຍົກລະດັບການຜະລິດເພື່ອໃຫ້ການລ້ຽງສັດກາຍເປັນອາຊີບຄົງທີ່, ການພັດທະນາຮູບແບບເທັກນິກ ໃຫ້ເປັນໂຕແບບທີ່ດີ. ການຜະລິດງົວ-ຄວາຍເປັນສິນຄ້າທີ່ມີຄົນລາວ ເປັນຜູ້ປະກອບການ, ການພັດທະນາພໍ່-ແມ່ພັນ, ການຕອບສະໜອງອາຫານໃຫ້ພຽງພໍ, ການພັດທະນາຄວາມສາມາດໃນດ້ານການຮັກສາສຸຂະພາບສັດ, ການສ້າງນັກວິໄຈ ແລະການລ້ຽງສັດທີ່ເປັນມິດຕໍ່ສິ່ງແວດລ້ອມທຳມະຊາດ.

ກະຊວງການຄ້າຂອງຈີນ ໄດ້ສະແດງຄວາມຕ້ອງການທີ່ຈະຮັບຊື້ງົວຈາກ ລາວ 5 ແສນໂຕຕໍ່ປີ ເມື່ອປີ 2019 ທີ່ຜ່ານມາ ແຕ່ວ່າການລ້ຽງງົວໃນ ລາວ ຈະຕ້ອງໄດ້ມາດຕະຖານຕາມຄວາມຕ້ອງ ການຂອງຕະຫຼາດໃນຈີນ ໂດຍທາງການຈີນ ໄດ້ຕັ້ງດ່ານກວດ ແລະ ຈັດສົ່ງຄະນະຜູ້ຊ່ຽວຊານມາກວດຟາມລ້ຽງງົວໃນລາວ ທີ່ຈະສົ່ງງົວໄປຈີນ ເພາະການສົ່ງງົວຈາກ ລາວ ໄປຈີນ ໃນໄລຍະຜ່ານມານັ້ນເປັນການລັກລອບຢ່າງຜິດກົດໝາຍ ຊຶ່ງທາງການຈີນ ຢ້ານວ່າຈະເຮັດໃຫ້ເກີດພະຍາດໃນສັດ ຈຶ່ງຕ້ອງຕັ້ງດ່ານກວດສັດດັ່ງກ່າວ.

ນອກຈາກນັ້ນ ງົວທີ່ຈະສາມາດສົ່ງໄປຈີນ ໄດ້ກໍຍັງຈະຕ້ອງມີນໍ້າໜັກຕັ້ງແຕ່ 350 ກິໂລກຣາມຂຶ້ນໄປ ແລະ ມີອາຍຸບໍ່ເກີນ 4 ປີ ໂດຍໃນປີ 2019 ລາວ ໄດ້ສົ່ງງົວ ແລະ ຄວາຍໄປ ຈີນ 8 ໝື່ນໂຕ ແລະ 2 ໝື່ນໂຕຕາມລຳດັບ ໂດຍໃນປັດຈຸບັນ ລາວມີຟາມລ້ຽງງົວທີ່ໄດ້ມາດຕະຖານ 284 ແຫ່ງ,​ ມີງົວ 45,000 ໂຕ ແລະ ມີຟາມລ້ຽງຄວາຍພຽງ 6 ແຫ່ງ, ມີຄວາຍ 7,000 ໂຕເທົ່ານັ້ນ. ສ່ວນຟາມທີ່ມີມາດຕະຖານສູງສຸດກໍຄື ຟາມຂອງບໍລິສັດພັດທະນາກະສິກຳຈາກຍີ່ປຸ່ນ ຢູ່ເຂດເມືອງແປກ, ແຂວງຊຽງຂວາງ ໂດຍນຳພໍ່-ແມ່ພັນຄຸນນະພາບດີຈາກອອສເຕຣເລຍ ດ້ວຍເປົ້າໝາຍທີ່ຈະເພີ່ມງົວພັນດີໃຫ້ເຖິງ 1 ແສນໂຕໃນປີ 2025.

XS
SM
MD
LG