ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະເສດຕະກອນລາວ ໃນ 9 ແຂວງ ບໍ່ມີເງິນ​ໃຊ້ໜີ້ ຄ່າ​ໄຟ​ຟ້າ​ ສູບ​ນ້ຳ ເຂົ້າ​ໃສ່​ນາ


ກະເສດຕະກອນລາວ ກຳລັງພາກັນ ກ່ຽວເຂົ້າ.
ກະເສດຕະກອນລາວ ກຳລັງພາກັນ ກ່ຽວເຂົ້າ.
ກະເສດຕະກອນລາວໃນເຂດ 9 ແຂວງບໍ່ມີເງິນສຳລັບ ຊຳລະໜີ້ ທີ່ເກີດຈາກການຊົມໃຊ້ ໄຟຟ້າເພື່ອສູບນ້ຳເຂົ້າ ທີ່ນາຄິດເປັນມູນ
ຄ່າລວມຫຼາຍກວ່າ 94 ຕື້ກີບ ເພາະໄດ້ຮັບຜົນກະທົບຈາກໄພ
ທຳມະຊາດ.

ເຈົ້າໜ້າທີ່ຂັ້ນສູງໃນລັດວິສາຫະກິດໄຟຟ້າລາວ ເປີດເຜີຍວ່າກະເສດຕະກອນລາວ ໃນ
ພື້ນທີ່ 543 ກຸ່ມບ້ານ ທີ່ຕັ້ງຢູ່ໃນເຂດຄອງຊົນລະປະທານ ຂອງ 9 ແຂວງ ທັງໃນພາກເໜືອ
ພາກກາງ ແລະພາກໃຕ້ ຍັງມີໜີ້ສິນ ທີ່ເກີດຈາກການໃຊ້ພະລັງງານໄຟຟ້າ ເພື່ອສູບນ້ຳ
ຈາກຄອງຊົນລະປະທານ ເຂົ້າທີ່ນາຂອງພວກເຂົາເຈົ້າ ແລະຍັງບໍ່ໄດ້ຊຳລະໃຫ້ແກ່ ລັດວິສາ
ຫະກິດໄຟຟ້າລາວ ນັບເປັນເວລາກວ່າ 1 ປີມາແລ້ວຄິດເປັນມູນຄ່າລວມຫຼາຍກວ່າ 94
ຕື້ກີບ ຫຼື 12 ລ້ານດອນລາ.
ປ້ຳສູບນ້ຳຈາກຄອງຊົນລະປະທານ ເຂົ້າທີ່ນາຂອງບັນດາກະເສດຕະກອນ.
ປ້ຳສູບນ້ຳຈາກຄອງຊົນລະປະທານ ເຂົ້າທີ່ນາຂອງບັນດາກະເສດຕະກອນ.

ໂດຍມີສາເຫດມາຈາກການທີ່ກະເສດຕະກອນເຫຼົ່ານີ້ ຕ້ອງ
ປະສົບກັບໄພທຳມະຊາດ ຢ່າງໜັກໜ່ວງທັງໄພນ້ຳຖ້ວມ ແລະ
ໄພແຫ້ງແລ້ງ ໃນຕະຫຼອດລະຍະ 2 ປີມານີ້ ຊຶ່ງນອກຈາກ ຈະ
ເຮັດໃຫ້ ເກີດການເສຍຫາຍ ຈົນຕ້ອງຕົກຢູ່ໃນສະພາບທີ່ສູນ
ເສຍ ຊັບສິນສ່ວນໃຫຍ່ໄປກັບໄພທຳມະຊາດດັ່ງກ່າວແລ້ວ ຍັງເຮັດໃຫ້ກະເສດຕະກອນລາວ ຈຳນວນບໍ່ນ້ອຍ ໄດ້ພາກັນ
ຢຸດເຊົາ ຈາກການເຮັດນາປູກເຂົ້າ ຢ່າງສິ້ນເຊີງອີກດ້ວຍ ດັ່ງທີ່
ກະເສດຕະກອນລາວ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ
ໃນແຂວງໄຊຍະບູລີ ໄດ້ໃຫ້ການຢືນຢັນວ່າ:

“ໃນເມື່ອກ່ອນຖືວ່າ ພວກເຮົາປູກຝັງຕົວຢ່າງປູກເຂົ້າ
ປູກໝາກງາ ໝາກແຕງຈັ່ງຊີ້ ເຮົາກະໄດ້ໃຊ້ແຮງງານຫຼາຍ
ໃຊ້ແຮງງານຫຼາຍມັນກໍບໍ່ໄດ້ຕາມຄວາມຕ້ອງການແຫລ່ງລາຍຮັບເຂົ້າສູ່ຄອບຄົວ
ຖືວ່າມີນ້ອຍ ຈັ່ງຊັ້ນຂ້າພະເຈົ້າ ຕັດສິນໃຈວ່າ ການປູກເຂົ້າກະວ່າຈະບໍ່ເຮັດແລ້ວ
ປີນີ້.”

ບັນດາກະເສດຕະກອນ ມີໜີ້ສິນ ທີ່ເກີດຈາກການໃຊ້ພະລັງ ງານໄຟຟ້າ ເພື່ອສູບນ້ຳ ຈາກຄອງຊົນລະປະທານ ເຂົ້າທີ່ນາ.
ບັນດາກະເສດຕະກອນ ມີໜີ້ສິນ ທີ່ເກີດຈາກການໃຊ້ພະລັງ ງານໄຟຟ້າ ເພື່ອສູບນ້ຳ ຈາກຄອງຊົນລະປະທານ ເຂົ້າທີ່ນາ.

ໂດຍນອກຈາກແຂວງໄຊຍະບູລີ ທີ່ກະເສດຕະກອນ ບໍ່ສາມາດ
ຊຳລະໜີ້ ຄ່າຊົມໃຊ້ພະລັງງານໄຟຟ້າ ໄດ້ດັ່ງກ່າວແລ້ວ ກໍຍັງມີ
ກະເສດຕະກອນ ໃນແຂວງວຽງຈັນ ບໍລິຄຳໄຊ ຄຳມ່ວນ
ສະຫວັນນະເຂດ ສາລະວັນ ຈຳປາສັກ ອັດຕະປື ແລະເຊກອງ ທີ່ຕ້ອງຕົກຢູ່ໃນສະພາບການດຽວກັນ ເພາະໄດ້ຮັບຜົນກະທົບ
ຢ່າງໜັກໜ່ວງ ຈາກໄພນ້ຳຖ້ວມ ທີ່ເຮັດໃຫ້ທີ່ນາເສຍຫາຍໄປ
ກວ່າ 4 ແສນເຮັກຕາ ເມື່ອປີກາຍ.ກ່ອນໜ້ານີ້ ທ່ານສົມດີ ດວງດີ
ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ ໄດ້
ຖະແຫລງຍອມຮັບວ່າ ການຜະລິດເຂົ້າປະຈຳລະດູການ 2012
-2013 ບໍ່ສາມາດຈັດຕັ້ງ ປະຕິບັດໃຫ້ບັນລຸຕາມແຜນການ ແລະເປົ້າໝາຍທີ່ວາງໄວ້ ໃນປະລິມານລວມ ບໍ່ນ້ອຍກວ່າ 3 ລ້ານ
8 ແສນໂຕນ ໂດຍມີສາເຫດ ມາຈາກການທີ່ກະເສດຕະກອນລາວ ໄດ້ພາກັນລົດການປູກ
ເຂົ້າ ແລະ ຫັນໄປປູກພືດເສດຖະກິດຊະນິດອື່ນໆ ຫຼາຍຂຶ້ນ.

ສ່ວນສາເຫດທີ່ເຮັດໃຫ້ກະເສດຕະກອນລາວ ໄດ້ພາກັນຫັນໄປປູກພືດຊະນິດອື່ນໆ ແທນ
ເຂົ້າຫຼາຍຂຶ້ນນັ້ນ ກໍຍ້ອນວ່າ ຕົ້ນທຶນໃນການປູກເຂົ້າ ໄດ້ປັບຕົວສູງຂຶ້ນ ໂດຍສະເພາະ
ແມ່ນ ລາຄາປຸຍ ລາຄານ້ຳມັນ ແລະຄ່າແຮງງານທີ່ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ແຕ່ລາຄາເຂົ້າ
ກັບບໍ່ໄດ້ເພີ້ມຂຶ້ນເລີຍ ຈຶ່ງເຮັດໃຫ້ຊາວໄຮ່ຊາວນາໃນລາວ ໄດ້ພາກັນຫັນໄປປູກພືດຊະ
ນິດອື່ນໆ ທີ່ເຫັນວ່າ ມີລາຍຮັບດີກວ່າປູກເຂົ້ານັ້ນເອງ.

ໂດຍໃນລະດູການປີ 2012-2013 ທີ່ຜ່ານມາ ກະເສດຕະກອນລາວ ສາມາດຜະລິດເຂົ້າ
ໄດ້ໃນປະລິມານລວມ 3 ລ້ານ 5 ແສນ 4 ໝື່ນໂຕນ ທີ່ຄິດເປັນ 93 ເປີເຊັນ ຂອງແຜນການປີ
ໂດຍໃນນີ້ ກໍເປັນຜົນຜະລິດເຂົ້ານາປີໃນປະລິມານ 2 ລ້ານ 8 ແສນ 5 ໝື່ນໂຕນ ຜົນຜະລິດ
ເຂົ້າຈາກເຂດເນີນສູງ 195,000 ໂຕນ ແລະຜົນຜະລິດເຂົ້ານາແຊງ 5 ແສນໂຕນທີ່ທຽບ
ໄດ້ກັບ 66 ເປີເຊັນ ຂອງແຜນການເທົ່ານັ້ນ.

ນອກຈາກນີ້ ໄພທຳມະຊາດ ກໍເປັນອີກປັດໄຈໜຶ່ງ ທີ່ກະທົບຕໍ່ແຜນການເພີ້ມຜົນຜະລິດເຂົ້າ
ໃນລາວນັບແຕ່ປີ 2008 ເປັນຕົ້ນມາ ໂດຍສະເພາະແມ່ນ ໄພນ້ຳຖ້ວມຄັ້ງໃຫຍ່ ໃນແຂວງ
ພາກໃຕ້ທີ່ເກີດຈາກພາຍຸໂຊນຮ້ອນເກດສະໜາໃນປີ 2010.

ຊຶ່ງກໍຕິດຕາມດ້ວຍພາຍຸໂຊນຮ້ອນໄຫ້ໝ້າ ແລະພາຍຸນົກເຕັນໃນປີ 2011 ຮວມເຖິງປະລິມານ
ນ້ຳຝົນທີ່ຕົກລົງມາຢ່າງຫລວງຫຼາຍໃນປີ 2012 ແລະພາຍຸໃນປີ 2013 ນັ້ນ ກໍໄດ້ສົ່ງຜົນ
ກະທົບເຮັດໃຫ້ພື້ນທີ່ປູກເຂົ້າຂອງກະເສດຕະກອນລາວເສຍຫາຍໄປຫຼາຍແສນເຮັກຕາ
ດ້ວຍເຊັ່ນກັນ.
XS
SM
MD
LG