ເຈົ້າໜ້າທີ່ຂັ້ນສູງໃນກົມປູກຝັງ ກະຊວງກະສິກໍາປ່າໄມ້ລາວ ເປີດເຜີຍໃຫ້ຮູ້ໃນຕະຫລອດ
ລະດູຝົນປີນີ້ວ່າ ລັດຖະບານລາວໄດ້ວາງແຜນການ ທີ່ຈະສົ່ງເສີມໃຫ້ຊາວກະສິກອນໃນ
ທົ່ວປະເທດປູກເຂົ້າ ແລະພືດຕ່າງໆ ໃຫ້ໄດ້ໃນເນື້ອທີ່ລວມ 1,143,900 ເຮັກຕາ ຊຶ່ງໃນ
ນີ້ກໍແບ່ງເປັນພື້ນທີ່ປູກເຂົ້ານາປີ 710,000 ເຮັກຕາ ພື້ນທີ່ປູກພືດຕ່າງໆອີກ 3 ແສນ
ກວ່າເຮັກຕາ.
ຖ້າຫາກວ່າການດໍາເນີນງານເປັນໄປໄດ້ຕາມແຜນການທີ່ວາງໄວ້ດັ່ງກ່າວ ກໍຈະເຮັດໃຫ້
ຜົນຜະລິດເຂົ້ານາປີ ບໍ່ໜ້ອຍກວ່າ 2.71 ລ້ານໂຕນ ແລະເຂົ້າໄຮ່ 176,000 ໂຕນ. ສ່ວນ
ຜົນຜະລິດພືດຊະນິດຕ່າງໆ ນັ້ນກໍຈະໄດ້ຜົນຜະລິດລວມກັນບໍ່ລຸດ 2,684,000 ໂຕນ
ຊຶ່ງສ່ວນໃຫຍ່ຈະເປັນຜົນຜະລິດທີ່ໄດ້ຈາກການປູກສາລີແຂງ ບົນເນື້ອທີ່ 180,000 ເຮັກ
ຕາ, ກາເຟ 75,000 ເຮັກຕາ, ອ້ອຍ 31,000 ເຮັກຕາ. ສ່ວນນອກນັ້ນກໍແມ່ນໝາກເດືອຍ,
ໝາກງາ, ຝ້າຍ, ຢາສູບ ແລະຖົ່ວຊະນິດຕ່າງໆ.
ແຕ່ຢ່າງໃດກໍຕາມ ປັດໄຈ
ທີ່ຈະເຮັດໃຫ້ບໍ່ສາມາດ
ບັນລຸເປົ້າໝາຍດັ່ງກ່າວນີ້
ໄດ້ກໍມີຢູ່ຫລາຍປັດໄຈດ້ວຍ
ກັນ ໂດຍສະເພາະເມ່ນ ປັດ
ໄຈດ້ານພູມີພາກ ແລະໄພ
ທໍາມະຊາດຊຶ່ງກ່ອນໜ້ານີ້
ທາງດ້ານທ່ານສິງທອງ ປະ
ທຸມມະດີ ຮອງຫົວໜ້າກົມ
ອຸຕຸນິຍົມວິທະຍາ ແລະອຸ
ທົກກະສາດຖະແຫຼງວ່າ ປະລິມານນໍ້າຝົນທີ່ຈະຕົກລົງມາໃນລາວໃນຊ່ວງລະດູຝົນປີ
2012 ນີ້ ຈະມີລະດັບສະເລ່ຍຕັ້ງແຕ່ 900 ມິລິແມັດຂຶ້ນໄປຈົນເຖິງ 3,800 ມິລິແມັດ ໂດຍຊ່ວງທີ່ຈະມີປະລິມານນໍ້າ ຝົນຕົກລົງມາຢ່າງໜັກໜ່ວງທີ່ສຸດ ກໍແມ່ນຈາກເດືອນ ມິຖຸນາຫາເດືອນກັນຍາ ແລະເຂດທີ່ມີ ຄວາມສ່ຽງສູງທີ່ຈະຕ້ອງປະເຊີນກັບໄພນໍ້າຖ້ວມ
ຢ່າງກະທັນຫັນນັ້ນ ກໍ່ແມ່ນບັນດາແຂວງໃນເຂດພາກໃຕ້ຂອງລາວ.
ທັງນີ້ ຄາດໝາຍວ່າ ຈະມີພາຍຸໂຊນຮ້ອນ 3 ໜ່ວຍເປັນຢ່າງໜ້ອຍ ທີ່ຈະພັດເຂົ້າມາໃນ
ແຂວງພາກໃຕ້ໃນເຂດດັ່ງກ່າວນີ້ ຈະຕ້ອງພາກັນຕິດຕາມ ການລາຍງານທີ່ກ່ຽວກັບ
ສະພາບອາກາດ ຈາກກົມອຸຕຸນິຍົມວິທະຍາ ແລະອຸທົກກະໄພຢ່າງໃກ້ຊິດ ເພື່ອທີ່ວ່າຈະ
ໄດ້ກຽມພ້ອມສໍາລັບການຮັບມືກັນກັບໄພທໍາມະຊາດໄດ້ຢ່າງເທົ່າທັນ ກັບສະພາບກັນ
ດັ່ງທີ່ ທ່ານສິງທອງ ໄດ້ກ່າວຢໍ້າວ່າ:
“ສະພາບການປ່ຽນແປງ
ດິນຟ້າ ອາກາດໃນຊຸມປີ
ຫຼັງໆ ມາຈົນເຖິງປັນຈຸບັນ
ນີ້ ເຫັນວ່າສະພາບບ້ານ
ເຮົາ ກໍຄືເຊັ່ນດຽວກັບປະ
ເທດໃກ້ຄຽງນີ້ ສະພາບ
ຝົນກໍ່ເກີດໃຫ້ມີນໍ້າຖ້ວມ
ກະທັນຫັນ ຫຼືທີ່ເຮົາເອີ້ນ
ວ່າ ນໍ້າຖ້ວມຊຸໜີ້ ເກີດຂື້ນ
ຢ່າງໄວວາເລື້ອຍໆເນາະ
ສະນັ້ນ ບາງໂອກາດການ
ແຈ້ງເຕືອນ ແລະມັນໄລຍະຈໍ້ ມີເວລາຕຽມການສັ້ນ ສະນັ້ນ ຫາກວ່າເຮົາມີສະຕິສູງ ກໍຈະຊ່ວຍໄດ້ໃນລະດັບພໍສົມຄວນ.”
ປະຊາຊົນລາວໄດ້ຮັບຜົນກະທົບບຢ່າງໜັກໜ່ວງ ຈາກໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນ
ຈາກພາຍຸໂຊນຮ້ອນໄຫ່ໝາ ແລະພາຍຸນົກເຕັນໃນທ້າຍປີກາຍນີ້ ຊຶ່ງເຮັດໃຫ້ພື້ນທີ່ປູກ
ເຂົ້ານາປີ ແລະພືດຊະນິດຕ່າງໆຂອງຊາວກະສິກອນລາວ ເສຍຫາຍ ຄິດເປັນເນື້ອທີ່
ລວມທີ່ກວ້າງເຖິງ 132,737 ເຮັກຕາ ຫລືຖ້າຫາກຄິດໄລ່ຕາມລະດັບ ປະສິດທິພາບ
ໃນການຜະລິດ ໂດຍສະເລ່ຍຂອງຊາວກະສິກອນລາວ ກໍໄດ້ວ່າຜົນຜະລິດເຂົ້າທີ່ເສຍ
ຫາຍໄປນັ້ນ ມີປະລິມານລວມຫລາຍກວ່າ 3 ແສນໂຕນແລະພືດຜົນອື່ນໆອີກຫລາຍ
ກວ່າ 3 ແສນໂຕນເຊ່ນກັນ.
ຍິ່ງໄປກວ່ານັ້ນ ເມື່ອປະກອບກັບໄພນໍ້າຖ້ວມຄັ້ງໃຫຍ່ກໍຍັງເຮັດໃຫ້ຄອງຊົນລະປະທານ
ໃນພື້ນທີ່ 12 ແຂວງຈາກທັງໝົດ 17 ແຂວງຂອງລາວ ຕ້ອງເສຍຫາຍໄປຫລາຍກວ່າ
500 ໂຄງການ ແລະການສ້ອມແປງໃຫ້ກັບຄືນມາໃຊ້ໄດ້ຕາມປົກກະຕິ ກໍໄດ້ສົ່ງຜົນກະ ທົບໄປເຖິງການປູກເຂົ້ານາແຊງອີກດ້ວຍເຊັ່ນກັນ.
ທັງນີ້ ທາງການລາວໄດ້ປະເມີນວ່າ ໄພນໍ້າຖ້ວມຄັ້ງໃຫຍ່ ທີ່ເກີດຈາກພາຍຸໂຊນຮ້ອນໄຮ່
ໝ່າ ແລະພະຍຸນົກເຕັນດັ່ງກ່າວນັ້ນ ໄດ້ເຮັດໃຫ້ເກີດຄວາມເສຍຫາຍໃນລາວຄິດເປັນ
ມູນຄ່າເກີນກວ່າ 1,800 ຕື້ກີບ. ເມື່ອປະກອບກັບລະບົບພື້ນຖານໂຄງລ່າງ ກໍເສຍຫາຍ
ຢ່າງຫລວງຫລາຍນໍາແລ້ວ ກໍຍັງເຮັດໃຫ້ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ຢ່າງໜັກ
ໜ່ວງ ຫຼາຍກວ່າ 429,900 ຄົນອີກດ້ວຍ.