ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວກະສິກອນ ປະເຊີນກັບຄວາມຫຍຸ້ງຍາກຫຼາຍ ໃນການດຳລົງຊີວິດ ເນື່ອງຈາກໄພເງິນເຟີ້


ຊາວນາຄົນນຶ່ງ ກຳລັງໄຖນາດ້ວຍລົດໄຖນາເດີນຕາມ
ຊາວນາຄົນນຶ່ງ ກຳລັງໄຖນາດ້ວຍລົດໄຖນາເດີນຕາມ

ໃນຂະນະທີ່ເສດຖະກິດຂອງລາວ ກຳລັງຟື້ນໂຕມາໄດ້ຫຼາຍເດືອນ ພາຍຫຼັງຈາກວິກິດການລະບາດຂອງພະຍາດໂຄວິດ-19 ແຕ່ກໍຍັງມາປະສົບກັບບັນຫາໄພເງິນເຟີ້ທີ່ໜັກໜ່ວງຂຶ້ນ ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງນັບມື້ ແລະຜົນທີ່ຕິດຕາມມາ ເຮັດໃຫ້ບັນດາຮ້ານຄ້າທັງນ້ອຍແລະໃຫຍ່ ຢູ່ໃນຕົວເມືອງຕ່າງໆ ພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເນື່ອງຈາກວ່າ ວັດຖຸດິບສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດເພື່ອນບ້ານ ສະນັ້ນລາຄາເຄື່ອງຂອງຈຶ່ງແພງຂຶ້ນໄປຕາມໆກັນ ພ້ອມກັນນັ້ນບັນດາລູກຄ້າ ກໍຫລຸດລົງນັບມື້ເຊັ່ນກັນ.

ສະຖານະການທີ່ກ່າວມານີ້ ສົ່ງຜົນກະທົບຕໍ່ປະຊາຊົນຊາວກະສິກອນຫຼາຍກວ່າໝູ່ຜູ້ທີ່ເປັນຊາວໄຮ່ຊາວນາ ຢູ່ເຂດຊົນນະບົດ ເນື່ອງຈາກວ່າ ລາຄານ້ຳມັນແພງຂຶ້ນ ພ້ອມທັງປຸຍສຳລັບສິ່ງປູກຝັງກໍແພງຂຶ້ນເຊັ່ນກັນ ດັ່ງທີ່ປະຊາຊົນເມືອງພູກູດ ແຂວງຊຽງຂວາງ ທ່ານນຶ່ງກ່າວຕໍ່ວີໂອເອ ລາວ ວ່າ:

“ຂ້າພະເຈົ້າກໍແມ່ນຜູ້ນຶ່ງທີ່ເປັນຊາວກະສິກອນຢູ່ແຂວງຊຽງຂວາງ ຜົນກະທົບຫຼາຍເນາະປີນີ້ເນາະ ການເຮັດໄຮ່ເຮັດນາ ເຮັດຫຍັງກໍລຳບາກຫຼາຍ ເພາະຕົ້ນທຶນກະໜ້ອຍ ເປັນຕົ້ນຄ່ານ້ຳມັນບໍ່ ຫຼືວ່າ ຄ່າປຸຍເນາະ ແມ່ນຫຍັງກໍແພງ ຢູ່ໃນຕະຫຼາດຕະເລ ກໍເຄື່ອງອີ່ຫຍັງເຂົ້າຢາກໝາກແພງຫຼາຍ ລາຄາຊີ້ນກໍຂຶ້ນ ລາຄາສິນຄ້າທຸກຢ່າງຂຶ້ນໝົດ ເຮັດແນວໃດມັນສິລອດບໍ່ເນາະຢູ່ໃນແຂວງຊຽງຂວາງຂອງພວກເຮົານີ້ນະ ຫຍຸ້ງຍາກລຳບາກຫຼາຍ ເຮັດແນວໃດກະຫຍຸ້ງຍາກລຳບາກຫຼາຍ.”

ເຖິງຢ່າງນັ້ນກໍຕາມ ປະຊາຊົນຊາວກະສິກອນກໍຕ້ອງຫາທາງແກ້ໄຂບັນຫານີ້ດ້ວຍຕົນເອງ ເພາະບໍ່ມີທາງເລືອກອື່ນໃດ ຍ້ອນຂາດແຄນທຶນຮອນ.

XS
SM
MD
LG