ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄອບຄົວລາວ ໃນເວີຈີເນຍ ລົງທຶນໃນທຸລະກິດຮ້ານອາຫານ ທ່າມກາງການລະບາດຂອງໂຄວິດ-19


ຮ້ານອາຫານ ໄທ ນະຄອນ ຢູ່ໃນເມືອງອາແລັກແຊນເດຣຍ ທີ່ຄອບຄົວຂອງທ່ານສຸກສະຫວັນ ເດວິດ ຈັນທະວົງ ໄດ້ເຂົ້າໄປບໍລິຫານ ໃນເດືອນສິງຫານ 2021ໃ
ຮ້ານອາຫານ ໄທ ນະຄອນ ຢູ່ໃນເມືອງອາແລັກແຊນເດຣຍ ທີ່ຄອບຄົວຂອງທ່ານສຸກສະຫວັນ ເດວິດ ຈັນທະວົງ ໄດ້ເຂົ້າໄປບໍລິຫານ ໃນເດືອນສິງຫານ 2021ໃ

ຮ້ານອາຫານ ໄທນະຄອນ ຢູ່ໃນເມືອງອາເລັກແຊນເດຣຍ ລັດເວີຈີເນຍ ໄດ້ເປີດທຸລະກິດມາຕັ້ງແຕ່ປີ 2014 ແລະເຈົ້າຂອງເປັນຄົນໄທພ້ອມທັງແມ່ຄົວ ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຈົ້າຂອງຮ້ານໄດ້ຕັດສິນໃຈປິດຮ້ານມາໄລຍະນຶ່ງ ຕົກມາໃນເດືອນສິງຫາ ປີ 2021 ທ່າມກາງການລະບາດຂອງໄວຣັສໂຄໂຣນາ ກໍບໍ່ໄດ້ເຮັດໃຫ້ຄອບຄົວຂອງທ່ານສຸກສະຫວັນ ເດວິດ ຈັນທະວົງ ຫວັ່ນໄຫວແຕ່ຢ່າງໃດ ຈຶ່ງໄດ້ພົວພັນຊື້ເອົາກິດຈະການນີ້ ຈາກເຈົ້າຂອງເກົ່າ ແລ້ວຈ້າງແມ່ຄົວເກົ່າມາເຮັດວຽກ. ໃນເບື້ອງຕົ້ນຮ້ານນີ້ ບໍ່ມີລະບົບການໂຄສະນາທາງສື່ສັງຄົມແຕ່ຢ່າງໃດເລີຍ ທ່ານເດວິດ ກ່າວວ່າ ເປີດຮ້ານອາຫານຂາຍແຕ່ອາຫານສັ່ງໄປກິນຢູ່ບ້ານ ຫຼື ນຳໄປສົ່ງໃຫ້ເຖິງບ້ານເທົ່ານັ້ນ ດັ່ງທີ່ທ່ານກ່າວວ່າ:

ພາຍໃນຮ້ານອາຫານ ໄທ ນະຄອນ ຕັ້ງຢູ່ໃນເມືອງອາແລັກແຊນເດຣຍ ລັດເວີຈີເນຍ
ພາຍໃນຮ້ານອາຫານ ໄທ ນະຄອນ ຕັ້ງຢູ່ໃນເມືອງອາແລັກແຊນເດຣຍ ລັດເວີຈີເນຍ

ທຸລະກິດຮ້ານອາຫານຂາຍແຕ່ອາຫານສັ່ງໄປກິນຢູ່ບ້ານນີ້ ກໍພໍປະຄອງຕົວໄປໄດ້ຢູ່ ແຕ່ກໍບໍ່ມີກຳໄລຫຼາຍ ສະນັ້ນ ທ່ານເດວິດ ຈຶ່ງຕ້ອງໄດ້ຫາວິທີທາງດຶງລູກຄ້າເຂົ້າມາຮ້ານໃຫ້ຫຼາຍຂຶ້ນ ຊຶ່ງທ່ານບອກວ່າ:

ທ່ານເດວິດ ກ່າວອີກວ່າ “ດຽວນີ້ມີແຜນການທີ່ຈະເປີດຮ້ານໃຫ້ຄົນເຂົ້າມານັ່ງກິນໃນຮ້ານຢູ່” ແຕ່ຍ້ອນບັນຫາຊອກແຮງງານຜູ້ເສີບອາຫານແລະຜູ້ຕ້ອນຮັບແຂກຢູ່ໜ້າຮ້ານນັ້ນ ຍັງຫາໄດ້ຍາກ ຈຶ່ງຍັງບໍ່ສາມາດເປີດໄດ້ເທື່ອ.

XS
SM
MD
LG