ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ປະຊາຊົນລາວ ປະເຊີນກັບບັນຫາການແຜ່ລະບາດ ຂອງພະຍາດໄວຣັສ COVID-19 ຫລາຍຂຶ້ນ


ພະນັກງານແພດ ກໍາລັງສັກຢາວັກຊີນ COVID-19 ໃຫ້ປະຊາຊົນ
ພະນັກງານແພດ ກໍາລັງສັກຢາວັກຊີນ COVID-19 ໃຫ້ປະຊາຊົນ

ປະຊາຊົນລາວ ປະເຊີນກັບບັນຫາການແຜ່ລະບາດ ຂອງພະຍາດໄວຣັສ COVID-19 ຫລາຍຂຶ້ນ, ເນື່ອງຈາກວ່າ ການຕິດເຊື້ອໄວຣັັສ໌ ໄດ້ສົ່ງຜ່ານຈາກກຸ່ມທີ 1 ແລະກຸ່ມທີ 2 ໄປຕິດຕໍ່ໃນກຸ່ມທີ 3 ແລ້ວໃນປັດຈຸບັນ.

ທ່ານ ພອນປະເສີດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະລະບາດວິທະຍາຖະແຫລງວ່າ ລັກສະນະການແຜ່ລະບາດຂອງພະຍາດໄວຣັສ COVID-19 ຢູ່ໃນລາວໃນປະຈຸບັນນີ້ ໄດ້ມີການປ່ຽນແປງຢ່າງວ່ອງໄວ ອັນຈະເຮັດໃຫ້ປະຊາຊົນລາວຕ້ອງປະເຊີນກັບຄວາມສ່ຽງທີ່ຈະຕິດເຊື້ອໄວຣັສ COVID-19 ໄດ້ຖືກສົ່ງຜ່ານຈາກຜູ້ຜູ້ຕິດເຊື້ອກຸ່ມທີ 1 ແລະກຸ່ມທີີ່ 2 ໄປຕິດຕໍ່ໃນກຸ່ມທີ 3 ແລ້ວໃນປັດຈຸບັນ. ເຊິ່ງຖືເປັນກຸ່ມສ່ຽງທີ່ສຸດໃນລາວ ດັ່ງທີ່ທ່ານ ພອນປະສິດ ໄດ້ຢັ້ງຢືນວ່າ:

“ຈາກການເຝົ້າລະວັງໃນໄລຍະຜ່ານມານີ້ ເຮົາຊິເຫັນວ່າ ການແຜ່ລະບາດແມ່ນໄດ້ແຜ່ໄປໃນຫລາຍຂົງເຂດ ແລະກໍ່ຕິດຕໍ່ກັນ 2 ຫາ 3 ລຸ້ນແລ້ວ, ຜູ້ຕິດເຊື້ອສ່ວນໃຫຍ່ນີ້ ມາຮອດປັດຈຸບັນໂຕເລກຂອງໃນ ສປປ ລາວ ກຸ່ມຕິດເຊື້ອຫລາຍກ່ວາໝູ່ແມ່ນ 20-39 ປີ ເຊິ່ງເປັນກຸ່ມຄົນທີ່ເຮັດວຽກ. ນອກຈາກນັ້ນ ເຮົາຈະເຫັນວ່າມີເດັກອາຍຸຕໍ່າກ່ວາ 3 ປີ ແລະກໍ່ມີຜູ້ສູງອາຍຸ ເຊິ່ງນອນໃນກຸ່ມສ່ຽງສູງ. ແລ້ວກໍ່ພວກເຮົາຍັງພົບອີກວ່າ ຜູ້ຕິດເຊື້ອທີ່ເປັນຊາວຕ່າງປະເທດ ກໍ່ມີເຂົ້າມາແລ້ວ ເຊິ່ງເປັນຄົນຈີນ ແລະຄົນຫວຽດນາມ”.

ທັງນີ້ ການຕິດເຊື້ອ COVID-19 ໃນລາວໄດ້ເພີ້ມຂຶ້ນຢ່າງໄວວາ ນັບຕັ້ງແຕ່ວັນທີ່ 11 ເມສາ 2021 ເປັນຕົ້ນມາ, ໂດຍຈໍານວນຜູ້ຕິດໄວລັສ໌ໄດ້ເພີ້ມຂຶ້ນຈາກ 49 ຄົນ ມາເປັນ 1,800 ກ່ວາຄົນ ໃນວັນທີ່ 23 ພຶດສະພາຫລືເພີ້ມຂຶ້ນຫລາຍກ່ວາ 1,750 ຄົນໃນ 5 ອາທິດທີ່ຜ່ານມາ ແລະພາຍໃຕ້ສະພາບດັ່ງກ່າວນີ້ ກໍ່ຍັງຖືເປັນການລະບາດຂອງເຊື້ອໄວຣັສ COVID-19 ທີ່ໄດ້ແຜ່ລາມເຂົ້າໄປໃນຂັ້ນຊຸມຊົນລາວ ອັນຈະເຮັດໃຫ້ເຊື້ອໄວຣັສ COVID-19 ສາມາດຈະຕິດຕໍ່ກັນພາຍໃນຄົວເຮືອນໄດ້ຢ່າງວ່ອງໄວອີກດ້ວຍ. ຈຶ່ງນັບເປັນສະພາບການທີ່ໜ້າເປັນຫ່ວງຢ່າງຍິ່ງ ໂດຍສະເພາະຢູ່ໃນເຂດນະຄອນຫລວງວຽງຈັນ ທີ່ມີຜູ້ຕິດໄວຣັສ COVID-19 ຫລາຍທີ່ສຸດຢູ່ໃນລາວນັ້ນ, ດັ່ງທີ່ທ່ານນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກຂອງເຂດນະຄອນຫລວງວຽງຈັນ ໄດ້ໃຫ້ການຢັ້ງຢືນວ່າ:

“ສະຖານະການໃນປະຈຸບັນນີ້ ຢູ່ນະຄອນຫລວງວຽງຈັນ ການແຜ່ລະບາດຂອງພະຍາດ COVID-19 ຫັ້ນ ແມ່ນຢູ່ໃນຊຸມຊົນເນາະ ກະຖືວ່າ ມັນເປັນການລະ ບາດຢູ່ໃນຂັ້ນຊຸມຊົນແລ້ວ, ປະຈຸບັນນີ້ ນະຄອນຫລວງວຽງຈັນພວກເຮົາກະໄດ້ຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ການເພີ້ມທະວີມາດຕະການ ໃນການສະກັດກັ້ນ, ຄວບຄຸມ ແລະຕຽມຄວາມພ້ອມຮອບດ້ານ ເພື່ອຕ້ານການລະບາດຮ້າຍແຮງຂຶ້ນຂອງພະຍາດ COVID-19”.

ທັ້ງນີ້ ລັດຖະບານລາວໄດ້ປັບປ່ຽນເປົ້າໝາຍການສັກຢາວັກຊີນກັນໄວັຣັສ COVID-19 ໃຫ້ປະຊາຊົນລາວ ຈາກທີ່ວາງໄວ້ເດີມ 22 ເປີເຊັນ ເພີ້ມຂຶ້ນເປັນ 50 ເປີເຊັນ ຂອງປະຊາກອນທັງໝົດພາຍໃນປີ 2021 ນີ້, ຫາກແຕ່ວ່າລັດຖະບານລາວກໍ່ສາມາດຕອບສະໜອງງົບປະມານສໍາຫລັບການຈັດຫາວັກຊີນໄດ້ພຽງ 20 ເປີເຊັນ ຂອງຄວາມຕ້ອງການທັງໝົດດັ່ງກ່າວ ຈຶ່ງຈະຕ້ອງເພິ່ງພາການຊ່ວຍເຫລືອຈາກຕ່າງປະເທດເປັນດ້ານຫລັກ ເຊິ່ງຜ່ານມາລັດຖະບານຈີນໄດ້ໃຫ້ການຊ່ວຍເຫລືອລັດຖະບານລາວ 4 ຄັ້ງ ມີຈໍານວນຢາວັກຊີນລວມ 1,402,000 ໂດສ. ສ່ວນອົງການອະນາໄມໂລກ (WHO) ແລະລັດຖະບານຣັດເຊຍ ກໍ່ໄດ້ໃຫ້ການຊ່ວຍເຫລືອ 132,000 ໂດສ ແລະ 2,000 ໂດສ໌ ຕາມລໍາດັບ, ທັງຍັງຄາດວ່າ WHO ຈະໃຫ້ການຊ່ວຍເຫລືອເພີ້ມອີກ 480,000 ໂດສ ໃນປີນີ້ ແລະຫລ້າສຸດ ລັດຖະບານອອສເຕເລຍ ກໍ່ໄດ້ໃຫ້ການຊ່ວຍເຫລືອ 1 ລ້ານໂດສ໌ ຈຶ່ງຍັງອີກ 4,184,000 ໂດສ ທີ່ລັດຖະບານລາວຕ້ອງຈັດຫາເພີ້ມ ເພື່ອຈະໄດ້ສັກໃຫ້ປະຊາຊົນໄດ້ຕາມເປົ້າໝາຍຍ 50 ເປີເຊັນ ຂອງປະຊາກອນດັ່ງກ່າວ.

ໂດຍທາງການລາວ ໄດ້ສັກຢາວັກຊີນຕ້ານໄວຣັສ COVID-19 ໃຫ້ກັບພະນັກງານລັດ ແລະປະຊາຊົນລາວໄດ້ແລ້ວ 855,160 ກ່ວາຄົນ, ໃນນີ້ ແບ່ງເປັນຜູ້ທີ່ໄດ້ຮັບການສັກຢາວັກຊີນເຂັມທີ່ 1 ຈໍານວນ 602,660 ກ່ວາຄົນ ແລະຜູ້ທີ່ໄດ້ຮັບການສັກຢາວັກຊີນເຂັມທີ່ 2 ຈໍານວນ 126,240 ກ່ວາຄົນ, ຫາກແຕ່ວ່າການສັກຢາວັກຊີນເຂັມທີ່ 1 ກໍ່ຕ້ອງໄດ້ໂຈະໄວ້ກ່ອນ ເນື່ອງຈາກວ່າມີຈໍານວນຢາວັກຊີນບໍ່ພຽງພໍກັບຄວາມຕ້ອງການໂຕຈິງ ຈຶ່ງເຮັດໃຫ້ຕ້ອງກັນຢາວັກຊີນໄວ້ສໍາຫລັບຜູ້ທີ່ຈະໄດ້ຮັບການສັກຢາວັກຊີນເຂັມທີ່ 2 ໃຫ້ຄົບຖ້ວນເສຍກ່ອນ.

ທັງນີ້ ໂດຍນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ນານາຊາດໄດ້ໃຫ້ການຊ່ວຍເຫລືອລັດຖະບານລາວແລ້ວ ເກີນກ່ວາ 30 ລ້ານໂດລາ ແລະລັດຖະບານລາວກໍ່ໄດ້ກູ້ຢືມເງິນສຸກເສີນ 18 ລ້ານໂດລາ ຈາກທະນາຄານໂລກ ເພື່ອໄຊ້ໃນການສະກັດການລະບາດຂອງ COVID-19, ສ່ວນລັດຖະບານ ອອສ໌ເຕເລຍກໍ່ໄດ້ປະກາດໃຫ້ການຊ່ວຍເຫລືອລັດຖະບານລາວຫລາຍກ່ວາ 15 ລ້ານໂດລາ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງໄວຣັສ COVID-19 ໃນປີ 2021 ນີ້.

XS
SM
MD
LG