ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ລາວ​ປະ​ເຊີນກັບ​ຄວາມ​ບໍ່​ໝັ້ນຄົງ ​ດ້ານສະບຽງ​ອາຫານ​ຫລາຍ​ຂື້ນ


ອາຄານບ່ອນຢູ່ຂອງຊາວເກົາຫລີ ໃນນະຄອນຫລວງວຽງຈັນ
ອາຄານບ່ອນຢູ່ຂອງຊາວເກົາຫລີ ໃນນະຄອນຫລວງວຽງຈັນ

ປະຊາຊົນ​ລາວ​ກຳລັງ​ປະ​ເຊີນກັບ​ຄວາມ​ບໍ່​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຫລາຍ​ຂື້ນ​ເນຶ່ອງຈາກ​ປາກົດ​ວ່າ​ໄດ້​ມີ​ການ​ປ່ຽນ​ແປງ​ສະພາບ​ດິນ​ທົ່ງ​ນາ​ແລະ​ພື້ນ​ທີ່​ການ​ກະ​ເສດ​ໄປ​ເປັນ​ເຂດທີ່​ຢູ່ອາ​ໄສ​ເພີ່ມ​ຫລາຍຂື້ນ​ນັບ​ມື້ ສ່ວນ​ການ​ກະ​ເສດ​ຕະກອນ​ລາວກໍ​ໄດ້​ພາກັນປະລະ​ຈາກ​ການ​ເຮັດ​ນາ​ເພີ່ມ​ຫລາຍ​ຂື້ນ​ອີກ ດ້ວຍ.

ທ່າ​ງນາງ​ມົນ​ທາ​ທິບ ຈັນ​ເພັງ​ໄຊ ຫົວໜ້າ​ກົມ​ກະສິກຳ ກະຊວງ​ກະສິກຳ​ປ່າ​ໄມ້​ລາວ​ຖະແຫລ​ງຢືນຢັນ​ວ່າຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຂອງປະ​ຊາ​ຊົນ​ລາວ​ກຳລັງ​ປະ​ເຊີນ​ກັບ​ບັນຫາ​ທ້າ​ທາຍ​ທີ່​ສຳຄັນ​ປະການ​ນຶ່ງ ຊື່​ງຈະ​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້​ເກີດ​ບັນຫາ​ຄວາມ​ບໍ່​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຂອງ​ປະຊາ​ຊົນ​ລາວໄດ້​ໃນ​ອະນາຄົດ ​ໂດຍ​ບັນຫາ​ທ້າ​ທາຍ​ດັ່ງກ່າວ​ນີ້ ກໍ​ຄື​ການ​ປ່ຽນ​ແປງ​ສະພາບ​ດິນ ນາ​ປູກ​ເຂົ້າ​ແລະ​ພື້ນ​ທີ່​ການ​ກະ​ເສດ​ໄປ​ເປັນ​ເຂດທີ່ຢູ່​ອາ​ໃສ ຫລື​ເຂດ​ຊຸມ​ຊົນ​ຫລາຍ​ຂື້ນ​ນັບ​ມື້. ທັງ​ນີ້ ​ໂດຍ​ສະ​ເພາະ​ແມ່ນ​ທີ່​ນາ​ແລະ​ພື້ນ​ທີ່​ການ​ກະ​ເສດ​ທີ່​ຢູ່​ໄກ້​ກັບ​ເຂດ​ຕົວ​ເມືອງ​ໃຫຍ່​ແລະ​ທີ່​ຢູ່​ແຄມ​ທາງ ນັ້ນ ນັບ​ເປັນ​ພື້ນ​ທີ່​ການ​ກະ​ເສດ​ທີ່​ຖືກ​ແປງ​ສະພາບ​ໄປ​ເປັນ​ເຂດ​ທີ່ຢູ່​ອາ​ໃສ​ເພີ່ມ​ຂື້ນ​ຢ່າງ​ວ່ອງ​ໄວ ຈຶ່ງ​ເຮັດ​ໃຫ້​ມີ​ການ​ອົບ​ພະ​ຍົບຂອງ​ປະຊາກອນ​ທີ່ຢູ່​ໃນ​ເຂດຊົນນະບົດ​ເຂົ້າ​ໄປ​ຢູ່​ໃນ​ເຂດ​ເມືອງ​ຫລາຍ​ຂື້ນ ​ເລື້ອຍໆ ​ແລະເມື່ອ​ເຂດ​ຕົວ​ເມືອງ​ມີ​ປະຊາກອນ​ຫລາຍ​ຂື້ນ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ມີ​ການ​ກໍ່ສ້າງ​ທີ່​ຢູ່​ອາ​ໃສ ​ເພີ່ມ​ຂື້ນ​ດ້ວຍ​ນັ້ນ​ເອງ. ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ​ນາງ​ມົນ​ທາ​ທິບ ຍັງ​ໄດ້​ໃຫ້ການ​ຍອມຮັບ​ດ້ວຍ​ວ່າ​ສາ ​ເຫດ​ທີ່​ສຳຄັນ​ອີກ​ປະການ​ນຶ່ງ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ໃນ​ລາວ​ລົດ​ລົງ​ນັບ​ມື້ ກໍ​ຄື​ການ​ທີ່​ຍັງ​ຄົງ​ບໍ່​ມີ​ການ​ກຳໜົດ​ພື້ນ​ທີ່​ການ​ກະ​ເສດ​ແລະ​ເຂດ​ທີ່ຢູ່​ອາ​ໃສ​ໃນ​ລາວ​ຢ່າ​ງຊັດ​ເຈນ​ໃນຂະ ນະ​ທີ່​ການ​ກໍ່ສ້າງ​ທີ່ຢູ່​ອາ​ໃສ​ຊອງ​ປະຊາ​ຊົນ​ສ່ວນ​ໃຫຍ່​ກໍ​ບໍ່​ໄດ້​ມີ​ການ​ຂໍອະນຸ​ຍາດ​ຢ່າງ​ຖືກຕ້ອງ ​ແລະ ພະນັກງານ​ຂອງ​ລັດຖະບານ​ກໍ​ບໍ່​ໄດ້​ບັງຄັບ​ໃຊ້​ກົດໝາຍ​ຢ່າງ​ເຂັ້ມ​ງວດ​ອີກ​ດ້ວຍ.

ໂດຍ​ເມື່ອ​ປະກອບກັບ​ການ​ຂະຫຍາຍຕົວ​ຫລາຍ​ຂື້ນ​ຂອງ​ພາກ​ທຸລະ​ກິດ​ອະສັງຫາລິມະ​ຊັບ​ໃນ​ລາວ​ທີ່ ​ເຮັດ​ໃຫ້​ທີ່​ດິນ​ມີ​ລາຄາ​ແພງ​ຂື້ນ​ດ້ວຍ​ແລ້ວ ກໍ​ຍິ່ງ​ເຮັດໃຫ້​ກະ​ເສດ​ຕະກອນ​ລາວ​ພາກັນ​ຂາຍ​ດິນ​ນາ ​ແລະ​ພື້ນ​ທີ່​ການ​ກະ​ເສດ​ຂອງ​ພວກ​ຕົນ​ເພີ່ມ​ຫລາຍ​ຂື້ນ​ນັບ​ມື້​ດ້ວຍ​ເຊັ່ນ​ກັນ. ການ​ທີ່​ປາກົດ​ວ່າກະ​ເສດ ຕະກອນ​ລາວ​ຈຳນວນ​ບໍ່​ໜ້ອຍ​ກໍ​ໄດ້​ພາກັນ​ປະລະ​ຈາກ​ການ​ປູກ​ເຂົ້າ​ໄປ​ປູກ​ພືດ​ເສ​ດຖກິ​ດຊະນິດ​ອື່ນໆ ​ເພື່ອ​ຕອບ​ສະໜອງ​ຕະຫລາດ​ໃນ​ຕ່າງປະ​ເທດ​ເປັນ​ດ້ານ​ຫລັກ​ດ້ວຍແລ້ວກໍ​ຍັງ​ເຮັດ​ໃຫ້​ຄົນ​ລາວ​ຕ້ອງ ຂາດ​ແຄນ​ເຂົ້າກິນ​ໃນ​ໄລຍະ​ຕໍ່​ໄປ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້​. ​ໂດຍສາ​ເຫດ​ທີ່​ສຳຄັນ​ທີ່​ເຮັດ​ໃຫ້​ກະ​ເສດ​ຕະ ກອນ​ລາວ​ພາກັນ​ປະລະ​ຈາກ​ການ​ເຮັດ​ນາ​ປູກ​ເຂົ້າຫລາຍ​ຂື້ນ​ນັບ​ມື້​ນັ້ນກໍ​ໄດ້​ຮັບ​ການ​ອະທິບາຍ​ຈາກ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ກະສິກຳ​ປ່າ​ໄມ້​ລາວ​ທ່ານ​ນຶ່ງ​ວ່າ

ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ຍັງ​ສົ່ງ​ຜົນ​ກະທົບ​ຕໍ່​ແຜນການ​ຂອງ​ລັດຖະບານ​ລາວ​ທີ່​ຈະ​ຂະຫຍາຍພື້ນ​ທີ່​ປູກ​ເຂົ້າຈາກ 8​ແສນ​ກວ່າ​ເຮັກ​ຕ້າ​ໃນ​ປັດຈຸບັນ​ນີ້ ​ໃຫ້​ເພີ່ມ​ຂື້ນ​ເປັນ​ບໍ່​ໜ້ອຍ​ກວ່າ 2 ລ້ານ​ເຮັກ​ຕ້າ​ໃນ​ປີ 2020 ອີກ​ດ້ວຍ ​ແລະ​ຖ້າ​ຫາກ​ວ່າ​ທາງ​ການ​ລາ​ວບໍ່​ສາມາດ​ທີ່​ຈະ​ຂະຫຍາຍ​ພື້ນ​ທີ່ ປູກ​ເຂົ້າ​ໄດ້​ຕາມ​ເປົ້າໝາຍທີ່​ວາງເອົາ​ໄວ້​ດັ່ງກ່າວ ກໍ​ຍ່ອມ​ໝາຍ​ເຖິງ​ການ​ທີ່​ປະຊາຊົນ​ລາວ​ຈະ​ຕ້ອງ​ປະ ​ເຊີນ​ກັບ​ບັນຫາ​ຂາດ​ແຄນເຂົ້າກິນ​ທີ່​ໜັກໜ່ວງ​ຫລາຍ​ຂື້ນ ​ເນຶ່ອງຈາກ​ທາງ​ການ​ລາວ​ຄາດ​ການ​ວ່າ​ໃນ​ປີ 2020 ດັ່ງກ່າວ ປະ​ເທດ​ລາວ​ຈະ​ມີ​ຈຳນວນ​ປະຊາກອນ​ເພີ່ມ​ຂື້ນ​ເປັນ​ຫລາຍ​ກວ່າ 8ລ້ານ​ຄົນ ຊຶ່ງ ຈະ​ຕ້ອງມີ​ຜົນ​ຜະລິດ​ເຂົ້າກິນ​ຫລາຍ​ກວ່າ 4 ລ້ານ​ຕັນ ຈຶ່ງ​ຈະ​ພໍ​ພຽງ​ກັບ​ຄວາມ​ຕ້ອງການ​ບໍລິ​ໂພ​ກ ພາຍ​ໃນ​ປະ​ເທດ. ທັງ​ນີ້​ໂດຍ​ໃນ​ປີ 2009 ທີ່​ຜ່ານ​ມາ ກ​ະ​ເສດ​ຕະກອນ​ລາວ​ໃນ​ທົ່ວ​ປະ​ເທດ​ມີ​ຜົນ ຜະລິດ​ເຂົ້າລວມກັນ​ທັງ​ໝົດ 3 ລ້ານ​ຕັນ ຊຶ່ງ​ຖື​ວ່າ​ຕ່ຳ​ກວ່າ​ເປົ້າໝາຍ​ທີ່​ວາງ​ໄວ້​ເຖິງ 2 ​ແສນ​ກວ່າ ຕັນ ​ເນຶ່ອງຈາກ​ວ່າ​ເຂດພາກ​ກາງ​ແລະ​ພາກ​ໃຕ້​ຂອງ​ລາວ​ໄດ້​ປະ​ເຊີນ​ກັບໄພ​ນ້ຳຖ້ວມ​ຢ່າງ​ໜັກໜ່ວງ ​ໂດຍ​ສະ​ເພ​າະພັຍ​ທຳ​ມະ​ຊາດ​ຈາກ​ພາຍຸ​ເກດສະໜາ ທີ່​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກ​ຕໍ່​ປະຊາຊົນ​ໃນ​ເຂດ​ແຂວງ​ຈຳປາ​ສັກ ​ເຊ​ກອງ ​ແລະ​ອັດ​ຕະປືນັ້ນ​ເອງ.

XS
SM
MD
LG