ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວສົ່ງອອກສິນຄ້າພຽງແຕ່ 327 ລ້ານໂດລາສະຫະລັດ ພາຍໃຕ້ອະນຸຍາດພິເສດ ທີ່ໄດ້ຮັບໃນປີ 2019


ເງິນກີບລາວ ແລະເງິນຢວນຈີນ.
ເງິນກີບລາວ ແລະເງິນຢວນຈີນ.

ການສົ່ງອອກຂອງລາວ ພາຍໃນສິດພິເສດທາງການຄ້າ ທີ່ໄດ້ຮັບຈາກຕ່າງປະ ເທດໃນ
ປີ 2019 ຜ່ານມາມີມູນຄ່າລວມພຽງ 327 ລ້ານ ເພາະວ່າສິນຄ້າທີ່ລາວ ຜະລິດສ່ວນ
ໃຫຍ່ຍັງບໍ່ໄດ້ມາດຕະຖານສາກົນ.

ເຈົ້າໜ້າທີ່ທະນາຄານພັດທະນາເອເຊຍ (ADB) ປະຈຳລາວເປີດເຜີຍວ່າ ການສົ່ງສິນ
ຄ້າຂາອອກພາຍໃຕ້ສິດທິພິເສດທາງການຄ້າທີ່ລາວໄດ້ຮັບຝ່າຍດຽວຈາກ ຕ່າງປະເທດ
ໃນປີ 2019 ທີ່ຜ່າມາ ມີມູນຄ່າລວມພຽງແຕ່ 327 ລ້ານໂດລາ ສະຫະລັດເທົ່ານັ້ນ ໃນຂະ
ນະທີ່ການນຳເຂົ້າສິນຄ້າຈາກຕ່າງປະເທດ ພາຍໃຕ້ ສິດທິພິເສດທາງການຄ້າຕ່າງຕອບ
ແທນກັນນັ້ນ ກັບມີມູນຄາລວມເຖິງ 665,92 ລ້ານໂດລາສະຫະລັດ ຈຶ່ງເຮັດໃຫ້ລາວຍັງ
ຕ້ອງປະເຊີນກັບບັນຫາຂາດດຸນການຄ້າຕ່າງປະເທດຕໍ່ໄປໂດຍເຖິງແມ່ນວ່າລາວຈະໄດ້
ຮັບສິດທິພິເສດທາງການຄ້າ ຝ່າຍດຽວຈາກ 38 ປະເທດກໍຕາມ. ໂດຍສາເຫດສຳຄັນທີ່
ເຮັດໃຫ້ລາວສົ່ງສິນຄ້າອອກໄດ້ໜ້ອຍພາຍໃຕ້ສິດທິພິເສດ ທາງການຄ້າດັ່ງກ່າວກໍເພາະ
ວ່າສິນຄ້າທີ່ລາວຜະລິດໄດ້ສ່ວນໃຫຍ່ນັ້ນຍັງມີຄຸນ ນະພາບບໍ່ໄດ້ມາດຕະຖານສາກົນ
ດ້ວຍເຫດນີ້ຈຶ່ງມີຄວາມຈຳເປັນຢ່າງຮີບດ່ວນ ທີ່ຈະຕ້ອງມີການພັດທະນາ ແລະປັບປຸງ
ຂອດການຜະລິດສິນຄ້າ ທັງລະບົບໃນ ທົ່ວປະເທດທັງນີ້ຄະນະລັດຖະບານລາວໄດ້ມອບ
ໝາຍໃຫ້ ເປັນຄວາມຮັບຜິດ ຊອບຮ່ວມກັນລະຫວ່າງກະຊວງກະຊິກຳປ່າໄມ້ກັບກະຊວງອຸດສາຫະກຳ ແລະ ການຄ້າຊຶ່ງແນໃສ່ການຜະລິດກະສິກຳ ການສ້າງໂຮງງານໂຕແບບ
ແລະການ ພັດທະນາຂະບວນການຜະລິດທີ່ດີ ດັ່ງທີ່ທ່ານນາງເຂັມມະນີພົນເສນາ ລັດຖະ
ມົນຕີວ່າການກະຊວງອຸດສາຫະກຳ ແລະການຄ້າໃຫ້ການຢືນຢັນວ່າ:

ລັດຖະບານກະໄດ້ມີການຈັດຕັ້ງເປັນຄະນະຄັກແນ່ ໃນນີ້ກໍໄດ້ກຳນົດ 13 ນະ ໂຍບາຍເ
ຂົ້າ ແລະ
8 ນະໂຍບາຍລ້ຽງສັດຢູ່ 10 ແຂວງເປົ້າໝາຍ ເລີ້ມແຕ່ ຂອດກຳໜົດຂີດການ
ຜະລິດກະສິກຳ ແລະຊົນລະປະທານຄົ້ນຄວ້າ ສົ່ງເສີມ ແນວພັນ ປູກ ລ້ຽງ ແລະເກັບກ່ຽວ
ຜົນຜະລິດ ຂອດປຸງແຕ່ງຈາລະ
ຈອນຈຳ ໜ່າຍຕະຫລາດພາຍໃນຕ່າງປະເທດ ໃນການ
ກອບຂອງໂຄງ
ການນີ້ ກໍແມ່ນ ໄດ້ສ້າງຂໍ້ຕົກລົງວ່າດ້ວຍມາດຕະການໂຮງສີເຂົ້າ ແລະກະ
ສ້າງໂຮງງານໂຕ
ແບບໃຫ້ໄດ້ຂະບວນການຜະລິດທີ່ດີ.”

ໂດຍໃນປີ 2019 ການຄ້າຕ່າງປະເທດຂອງລາວມີມູນຄ່າລວມ 11,450 ກວ່າ ລ້ານໂດ
ລາສະຫະລັດ ໃນນີ້ແບ່ງເປັນການສົ່ງອອກອອກ 5,545 ລ້ານໂດລາ ສະຫະລັດ ແລະ
ການນຳເຂົ້າສິນຄ້າຈາກຕ່າງປະເທດເກີນກວ່າ 5,905 ລ້ານ ໂດລາສະຫະລັດ ຈຶ່ງເຮັດ
ໃຫ້ລາວຂາດດຸນການຄ້າຫຼາຍກວ່າ 360 ລ້ານໂດ ລາສະຫະລັດ ຊຶ່ງເກີນແຜນການທີ່ວາງ
ໄວ້ກວ່າ 38 ເປີເຊັນ ເຖິງແມ່ນວ່າ ມູນຄ່າການຄ້າໃນປີ 2019 ຈະເພີ້ມຂຶ້ນຈາກປີ 2018
ພຽງໃນອັດຕາສະເລ່ຍ 1.7 ເປີເຊັນ ເທົ່ານັ້ນກໍຕາມ ຫາກແຕ່ດ້ວຍການສົ່ງອອກທີ່ເພີ້ມຂຶ້ນພຽງ 138 ລ້ານໂດລາສະຫະລັດ ຂະນະທີ່ການນຳເຂົ້າ ເກີນແຜນການຫຼາຍກວ່າ 100
ລ້ານໂດລາສະຫະລັດ ຈຶ່ງຖືເປັນປັດໄຈສຳຄັນທີ່ເຮັດໃຫ້ທຶນສຳລອງເງິນຕາຕ່າງປະເທດ
ຂອງລັດຖະບານລາວລົດລົງອີກດ້ວຍ.

ທັງນີ້ຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກປະຈຳລາວ ຢືນຢັນວ່າທຶນສຳລອງ
ເງິນຕາຕ່າງປະເທດ ຂອງລັດຖະບານລາວ ມີມູນຄ່າ ຕໍ່າກວ່າ 1,000 ລ້ານໂດລາສະຫະ
ລັດ ຊຶ່ງທຽບໄດ້ກັບການນຳເຂົ້າສິນຄ້າຈາກຕ່າງປະເທດບໍ່ເຖິງ 2 ເດືອນ ເພາະວ່າລາວ
ນໍາເຂົ້າສິນຄ້າໃນມູນຄ່າສະເລ່ຍເຖິງ 492 ລ້ານໂດລາ ສະຫະລັດຕໍ່ເດືອນ ພາຍໃຕ້ສະ
ພາບການດັ່ງກ່າວກໍຍັງເຮັດໃຫ້ລັດຖະບານລາວ ປະເຊີນກັບການເປັນໜີ້ເພີ້ມຂຶ້ນອີກດ້ວຍ
ເພາະຕ້ອງກູ້ຢືມເງິນຈາກຕ່າປະເທດ ເພື່ອດຸນດ່ຽງລາຍລາຍຈ່າຍທີ່ສູງກວ່າລາຍຮັບໂດຍ
ປີ 2018 ໜີ້ສິນຂອງລັດຖະ ບານລາວ ມີມູນຄ່າລວມເຖິງ 12,104 ລ້ານໂດລາສະຫະລັດ
ຄິດເປັນ 65.3 ເປີເຊັນ ຂອງຍອດຜະລິດຕະພັນລວພາຍໃນ (GDP) ແລະເພີ້ມຂຶ້ນເປັນ 13,491 ລ້ານໂດລາສະຫະລັດ ຄິດເປັນ 68 ເປີເຊັນຂອງ (GDP) ໃນປີ 2019
ທັງຍັງມີທ່່າອ່ຽງທີ່ເພີ້ມຂຶ້ນເປັນຫຼາຍກວ່າ 70 ເປີເຊັນ ຂອງ (GDP) ໃນປີ 2020 ອີກດ້ວຍ.

ທັງນີ້ເພາະວ່າ ລັດຖະບານລາວໄດ້ວາງຄາດໝາຍການຄ້າໄວ້ ທີ່ມູນຄ່າລວມ 13,000
ລ້ານໂດລາສະຫະລັດ ໃນປີ 2020 ຊຶ່ງຖ້າຫາກວ່າ ການສົ່ງອອກ ຍັງປະຕິບັດໄດ້ຕໍ່າກວ່າເປົ້າໝາຍ ຫຼືໃນລະດັບດຽວກັນກັບໃນປີ 2019 ທີ່ຜ່ານ ມານັ້ນ ໃນຂະນະທີ່ການນຳເຂົ້າ
ສິນຄ້າ ກໍຍັງບໍ່ສາມາດຄວບຄຸມໄດ້ຕາມແຜນ ການດ້ວຍແລ້ວກໍຍອມຈະເຮັດໃຫ້ລາວ ຕ້ອງ
ປະເຊີນກັບບັນຫາຂາດຸນ ການ ຄ້າເພີ້ມຂຶ້ນອີກຢ່າງຫລີກລ່ຽງບໍ່ໄດ້ ຊຶ່ງກໍມີທ່າອ່ຽງທີ່ຈະ
ຂາດດຸນການຄ້າເກີນກວ່າ 1,000 ລ້ານໂດລາສະຫະລັດ ກໍຄືເກີນກວ່າທຶນສໍາລອງເງິນຕາ
ຕ່າງປະ ເທດຂອງລັດຖະບານລາວ ທີມີບໍ່ເຖິງ 1,000 ລ້ານໃນປັດຈຸບັນນີ້.

XS
SM
MD
LG