ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປປ ລາວ ຄາດວ່າຈະຕ້ອນຮັບ ນັກທ່ອງທ່ຽວຈີນ ຫຼາຍກວ່າ 1 ລ້ານຄົນ ທີ່ເດີນທາງເຂົ້າມາລາວ ໂດຍທາງລົດໄຟ ໃນປີ 2022


ບັນດານັກທ່ອງທ່ຽງຈີນ ທີ່ເຂົ້າມາຢ້ຽມຢາມ ສປປ ລາວ
ບັນດານັກທ່ອງທ່ຽງຈີນ ທີ່ເຂົ້າມາຢ້ຽມຢາມ ສປປ ລາວ

ທາງການລາວຄາດວ່າຈະມີນັກທ່ອງທ່ຽວຈີນຫຼາຍກວ່າ 1 ລ້ານຄົນ ເດີນທາງ ມາໃນລາວໂດຍລົດໄຟ ທີ່ເຊື່ອມຕໍ່ລະຫວ່າງຈີນລາວ ໃນປີ 2022 ທັງຍັງຄາດ ວ່າຈະເພີ້ມຂຶ້ນເກີນກວ່າ 25 ເປີເຊັນຕໍ່ປີອີກດ້ວຍ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼງຂ່າວ ວັດທະນາທຳແລະທ່ອງທ່ຽວ ຢືນຢັນວ່າ ລັດຖະບານລາວຈະເລັ່ງດຳເນີນການພັດທະນາທຸລະກິດບໍລິການ ແລະ ທ່ອງທ່ຽວໃຫ້ໄດ້ລະດັບມາດຕະຖານສາກົນ ໃຫ້ໄວທີ່ສຸດເພາະຄາດຫວັງວ່າ ນັກທ່ອງທ່ຽວຊາວຕ່າງຊາດຈະເດີນທາງມາລາວຫຼາຍຂຶ້ນ ໂດຍສະເພາະແມ່ນຫຼັງຈາກ ທສາມາດຄວບຄຸມການລະບາດຂອງໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວ ຊຶ່ງເມື່ອສົມທົບດ້ວຍການເປີດການເດີນລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ຈາກເມືອງຄຸນໝິງ ແຂວງຢູນານ ມານະຄອນວຽງຈັນ ໃນທ້າຍປີ 2021 ນີ້ ຈຶ່ງຄາດວ່າຈະມີນັກທ່ອງທ່ຽວຈີນເດີນທາງມາລາວເກີນກວ່າ 1 ລ້ານຄົນ ໃນປີທຳອິດຂອງການເດີນລົດໄຟ ລາວ-ຈີນ ທັງຍັງຄາດໝາຍວ່າ ນັກທ່ອງທ່ຽວຈີນຈະເດີນທາງມາລາວໂດຍ ທາງລົດໄຟເພີ້ມຂຶ້ນໃນອັດຕາ ສະເລ່ຍທີ່ເກີນກວ່າ 25 ເປີເຊັນຕໍ່ປີອີກດ້ວຍ.

ທັງນີ້ທາງການລາວໄດ້ວາງແຜນການພັດທະນາພາກທຸລະກິດການທ່ອງທ່ຽວ ແລະບໍລິການໃນຕະຫຼອດເສັ້ນທາງລົດໄຟ ລາວ-ຈີນ ຢູ່ໃນລາວທີ່ມີໄລຍະທາງ ເຖິງ 414 ກິໂລແມັດ ຈາກດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ຜ່ານແຂວງອຸດົມໄຊ

ຫຼວງພະບາງ ແລະແຂວງວຽງຈັນ ມາທີ່ນະຄອນຫຼວງວຽງຈັນນັ້ນ ກໍຄືພື້ນທີ່ເປົ້າ ໝາຍທີ່ທາງການລາວ ຈະສົ່ງເສີມການລົງທຶຶນທາງພາຍໃນ ແລະຈາກຕ່າງປະ ເທດ ເພາະໝັ້ນໃຈວ່າ ການເປີດການເດີນລົດໄຟ ລາວ-ຈີນ ທີ່ກຳນົດຈະມີຂຶ້ນໃນວັນທີ 2 ທັນວາ ປີ 2021 ນີ້ຍ່ອມຈະເຮັດໃຫ້ນັກທ່ອງທ່ຽວຕ່າງຊາດເດີນ ທາງມາລາວ ເພີ້ມຂຶ້ນນັ້ນເອງ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງລາວຢືນຢັນວ່າ:

“ພາຍຫຼັງທີ່ສຳເລັດເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້ ແນ່ນອນແຫລະຂະແໜງ ການທ່ອງທ່ຽວພວກເຮົາຈະໄດ້ຮັບການພັດທະນາຂຶ້ນອີກກ້າວນຶ່ງ ອັນນີ້ມັນເປັນ ທາງເລືອກນຶ່ງ ແລະເປັນຮູບແບບນຶ່ງຂອງການເດີນທາງ ຊຶ່ງຈະເຮັດໃຫ້ນັກ ທ່ອງທ່ຽວໄດ້ໃຊ້ເວລາທີ່ສັ້ນລົງ ແລະໃຊ້ເວລາທີ່ມັນຖືກເວລາຂອງນັກທ່ອງທ່ຽວ ແລະຈະບໍ່ໄດ້ເສຍເວລາໃນການເດີນທາງ ນັກທ່ອງທ່ຽວຈະຜ່ານຕາມບັນດາເສັ້ນ ທາງທີ່ທາງລົດໄຟຜ່ານຫັ້ນ ກໍຈະໄດ້ສໍາຜັດແລ້ວກໍໄດ້ທ່ຽວຊົມຕາມສະຖານທີ່ ທ່ອງທ່ຽວຕ່າງໆໃນຂອບເຂດ ຫຼືວ່າຕາມແຖວເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້ ສະນັ້ນພວກເຮົາກະກຳລັງສ້າງແຜນຍຸດທະສາດພັດທະນາການທ່ອງທ່ຽວຕາມແລວເສັ້ນທາງລົດໄຟ ລາວ-ຈີນ ເຮົານີ້.”

ທັງນີ້ອົງການທ່ອງທ່ຽວໂລກ ປະເມີນວ່າ ນັກທ່ອງທ່ຽວສາກົນທີ່ເດີນທາງໃນຕະ ຫຼອດປີ 2020 ໄດ້ຫລຸດລົງເຖິງ 80 ເປີເຊັນ ຊຶ່ງກະທົບຕໍ່ການຈ້າງງານໃນຂະ ແໜງການທ່ອງທ່ຽວຫຼາຍກວ່າ 120 ລ້ານຄົນໃນທົ່ວໂລກ ແລະເຮັດໃຫ້ລາຍຮັບ ໃນພາກບໍລິການ ແລະທ່ອງທ່ຽວຫລຸດລົງເຖິງ 1,200 ຕື້ໂດລາສະຫະລັດໃນນີ້ ກໍຮວມເຖິງການສູນເສຍລາຍຮັບໃນພາກທຸລະກິດບໍລິການ ແລະທ່ອງທ່ຽວໃນ ລາວທີ່ຄິດເປັນມູນຄ່າກວ່າ 700 ລ້ານໂດລາສະຫະລັດດ້ວຍ ໂດຍຫຼວງນໍ້າທາ ກໍຄື ແຂວງນຶ່ງ ທີ່ພາກບໍລິການ

ແລະທ່ອງທ່ຽວໄດ້ຮັບຜົນກະທົບຢ່າງໜັກໜ່ວງ ເພາະວ່າພາກບໍລິການແລະທ່ອງທ່ຽວມີລາຍຮັບພຽງ 5 ລ້ານໂດລາຄົນເທົ່ານັ້ນໃນປີ 2020 ລົດລົງ ເກີນກວ່າ 80 ເປີເຊັນ ທຽບກັບປີ 2019 ແລະໃນປັດຈຸບັນສະພາບການກໍຍັງບໍ່ດີຂຶ້ນ ດັ່ງທີີ່ທ່ານໂຫລ່ຍ ໄຊເມືອງນາມ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນາທຳ ແລະທ່ອງທ່ຽວ ແຂວງຫຼວງນໍ້າທາ ຢືນຢັນວ່າ:

“ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການທ່ອງທ່ຽວແຂວງຫຼວງນໍ້າ ທາ ໄດ້ຮັບຜົນກະທົບ ເຮັດໃຫ້ນັກທ່ອງທ່ຽວທີ່ມາຜ່ານ ແລະເຂົ້າມາທ່ຽວແຂວງຫຼວງນໍ້າທານີ້ ກະຖືວ່າຫລຸດລົງເປັນຈຳນວນຫຼວງຫຼາຍ ແລະກະມີຫົວໜ່ວຍ ທຸລະກິດ ຂອງການທ່ອງທ່ຽວ ເຊັ່ນວ່າໂຮງແຮມ ເຮືອນພັກ ຮ້ານອາຫານຕ່າງໆ ແລະສະຖານທີ່ທ່ອງທ່ຽວຫັ້ນ ກະຖືວ່າໄດ້ຮັບຜົນກະທົບ ແລະມີໜ່ວຍບໍລິການທ່ອງທ່ຽວ ເປັນຕົ້ນແມ່ນພະນັກງານນຳທ່ຽວຖືວ່າ ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ມາເຖິງປັດຈຸບັນ ກະຖືວ່າຍັງອັດຫ້ອງການ ຢູ່ເນາະ.”

ໂດຍການລະບາດໂຄວິດ-19 ຍັງໄດ້ເຮັດໃຫ້ຫົວໜ່ວຍທຸລະກິດບໍລິການ ແລະ ທ່ອງທ່ຽວຈຳນວນຫຼາຍພາກັນຂໍເລື່ອນການຊໍາລະໜີ້ທະນາຄານອີກດ້ວຍ ໃນນີ້ກໍ ຮວມເຖິງໂຮງແຮມ ບ້ານພັກ 2,920 ແຫ່ງ ບໍລິສັດທ່ອງທ່ຽວ 575 ແຫ່ງ ແລະສະຖານທີ່ທ່ອງທ່ຽວເອກກະຊົນ 809 ແຫ່ງໃນທົ່ວປະເທດ ໂດຍສະເພາະ ແມ່ນເຂດນະຄອນຫຼວງວຽງຈັນ ທີີ່ມີມູນຄ່າທາງເສດຖະກີດສູງທີ່ສຸດໃນລາວນັ້ນ ຍ່ອມໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍເຊັ່ນກັນ ຊຶ່ງຈາກການສຳຫຼວດ ພົບວ່າ ບັນຫາດ້ານຫົວໜ່ວຍທຸລະກິດໃນການບໍລິການ ທີ່ຖືກກະທົບຈາກການ

ລະບາດຂອງໄວຣັສ ໂຄວິດ-19 ຄິດເປັນ 62 ເປີເຊັນ ຂອງຫົວໜ່ວຍທຸລະກິດ ໃນພາກບໍລິການທັງໝົດ ສ່ວນພາກອຸດສາຫະກຳ ແລະພາກກະສິກຳກໍໄດ້ຮັບ ຜົນກະທົບຄິດເປັນ 32 ເປັນເຊັນ ແລະ 6 ເປີເຊັນ ຕາມລໍາດັບ.

XS
SM
MD
LG