ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຄາດວ່າ ຈຳນວນ ປະຊາກອນ ຈະເພີ່ມຂຶ້ນ ເປັນ 10 ລ້ານກວ່າຄົນ ໃນປີ 2050


ໃນທົ່ວປະເທດ ລາວ ມີປະຊາກອນທັງໝົດ 6,472,400 ຄົນໂດຍໃນນີ້ ກໍແບ່ງເປັນປະຊາກອນເພດຍິງ 3,237,600 ຄົນ ແລະ ເພດຊາຍ 3,234,800 ຄົນ.
ໃນທົ່ວປະເທດ ລາວ ມີປະຊາກອນທັງໝົດ 6,472,400 ຄົນໂດຍໃນນີ້ ກໍແບ່ງເປັນປະຊາກອນເພດຍິງ 3,237,600 ຄົນ ແລະ ເພດຊາຍ 3,234,800 ຄົນ.

ທາງການ ລາວ ຄາດໝາຍວ່າຈຳນວນປະຊາກອນ ລາວ ຈະເພີ່ມຂຶ້ນເປັນ 10 ລ້ານກວ່າ ຄົນໃນປີ 2050 ໂດຍນະຄອນຫຼວງວຽງຈັນ ເປັນເຂດທີ່ມີປະຊາກອນ ລາວ ອາໄສຢູ່ຢ່າງ ໜາແໜ້ນທີ່ສຸດ.

ທ່ານ ຄຳລຽນ ພົນເສນາ ລັດຖະມົນຕີຊ່ວຍ ວ່າການກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫຼງວ່າ ຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 4 ເຮັດ ໃຫ້ຄາດໝາຍໄດ້ວ່າປະຊາກອນ ລາວ ຈະເພີ່ມຂຶ້ນເປັນເກີນກວ່າ 10 ລ້ານຄົນໃນປີ 2050 ເພາະ ວ່າປະຊາກອນໃນ ລາວ ໄດ້ເພີ່ມຈຳນວນຫຼາຍຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 30 ປີມານີ້ ກໍຄື ເພີ່ມຈາກ 3.5 ລ້ານກວ່າຄົນໃນປີ 1985 ເປັນ 4.5 ລ້ານຄົນໃນປີ 1995 ແລະ 5.6 ລ້ານ ຄົນໃນປີ 2005 ຕາມລຳດັບ ແລະ ເຖິງທ້າຍປີ 2015 ຈຳນວນປະຊາກອນ ລາວ ຍັງເພີ່ມ ຂຶ້ນອີກ ໂດຍຄິດເປັນອັດຕາການເພີ່ມປະຊາກອນເຖິງ 25 ເປີເຊັນ ໃນທຸກ 10 ປີນັ້ນເອງ.

ທາງດ້ານທ່ານ ບຸນປອນ ບຸດຕະນະວົງ ໃນຖານະຫົວໜ້າຄະນະຊີ້ນຳລະດັບຊາດ ການສຳ ຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 4 ໄດ້ຖະແຫຼງຢືນຢັນວ່າ ການດຳ ເນີນການສຳຫຼວດໃນຊ່ວງຕົ້ນເດືອນມີນາ 2015 ທີ່ຜ່ານມາ ພົບວ່າໃນທົ່ວປະເທດ ລາວ ມີປະຊາກອນທັງໝົດ 6,472,400 ຄົນໂດຍໃນນີ້ກໍແບ່ງເປັນປະຊາກອນເພດຍິງ 3,237,600 ຄົນ ແລະ ເພດຊາຍ 3,234,800 ຄົນ.

ໂດຍຈາກສະຖິຕິດັ່ງກ່າວນີ້ຖືເປັນຈຳນວນປະຊາກອນທີ່ເພີ່ມຂຶ້ນໃນອັດຕາສະເລ່ຍ 1.45 ເປີເຊັນຕໍ່ປີ ແລະ ຖືວ່າຫຼຸດລົງຈາກການສຳຫຼວດໃນປີ 2005 ທີ່ການເພີ່ມຈຳນວນປະຊາ ກອນ ລາວ ຢູ່ທີ່ລະດັບ 2.08 ເປີເຊັນຕໍ່ປິີ ຊຶ່ງເຮັດໃຫ້ໃນທົ່ວປະເທດມີຈຳນວນປະຊາກອນ ເພີ່ມຂຶ້ນເປັນ 6.8 ລ້ານຄົນໃນປີ 2015 ໂດຍນະຄອນຫຼວງວຽງຈັນ ຖືເປັນເຂດທີ່ມີປະຊາ ກອນອາໄສຢູ່ຢ່າງໜາແໜ້ນທີ່ສຸດ ຄື 209 ຄົນກໍ່ກິໂລແມັດມົນທົນ ທັງກໍຍັງຈະເພີ່ມຂຶ້ນ ຢ່າງຕໍ່ເນື່ອງອີກດ້ວຍ ດັ່ງທີ່ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງເຂດນະຄອນຫຼວງ ວຽງຈັນ ໄດ້ໃຫ້ການຢືນຢັນວ່າ.

"ປະຊາກອນພວກເຮົາປະຈຸບັນກໍມີຢູ່ໃນລະດັບ 840,000 ກວ່າຄົນ ແລະ ບວກໃສ່ປະ ຊາກອນທີ່ເໜັງຕີງຈາກແຕ່ລະແຂວງ ແຕ່ລະພາກສ່ວນເຂົ້າມາເຮັດທຸລະກິດ, ການຄ້າ ການຂາຍ, ມາທ່ອງມາທ່ຽວນີ້ ກໍປະມານ 9 ແສນກວ່າ ຫຼື ສູງສຸດໃນບາງໄລຍະມັນຂຶ້ນ ຮອດລ້ານ."

ເດັກຍິງນັກຮຽນກຳລັງອ່ານໜັງສືໃຫ້ກັບໝູ່ເພື່ອນໃນຫ້ອງຟັງ ທີ່ເຂດຊົນນະບົດແຫ່ງໜຶ່ງໃນປະເທດ ລາວ.
ເດັກຍິງນັກຮຽນກຳລັງອ່ານໜັງສືໃຫ້ກັບໝູ່ເພື່ອນໃນຫ້ອງຟັງ ທີ່ເຂດຊົນນະບົດແຫ່ງໜຶ່ງໃນປະເທດ ລາວ.

ສ່ວນແຂວງໄຊສົມບູນນັ້ນມີປະຊາກອນອາໄສຢູ່ ຄິດເປັນອັດຕາຄວາມໜາແໜ້ນພຽງແຕ່ 10 ຄົນຕໍ່ກິໂລແມັດມົນທົນເທົ່ານັ້ນ ຊຶ່ງກໍເຊັ່ນດຽວກັນກັບແຂວງຜົ້ງສາລີ ແຕ່ແຂວງທີ່ມີຈຳ ນວນປະຊາກອນຫຼາຍທີ່ສຸດຄືສະຫວັນນະເຂດ, ນະຄອນຫຼວງວຽງຈັນ, ຈຳປາສັກ ແລະ ຫຼວງພະບາງ ຕາມລຳດັບ.

ກ່ອນໜ້ານີ້ ຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດຄັ້ງທີ 4 ລາຍງານວ່າໄດ້ຈັດແບ່ງພື້ນທີ່ໃນການສຳຫຼວດອອກເປັນທັງໝົດ 20,992 ພື້ນທີ່ໃນເຂດ 8,506 ບ້ານທີ່ຕັ້ງຢູ່ໃນ 148 ເມືອງໃນທົ່ວປະເທດ ໂດຍປະມານການວ່າ ມີປະຊາກອນ ລາວ ໃນ 1,283,000 ກວ່າຄອບຄົວທີ່ເປັນເປົ້າໝາຍຂອງການສຳຫຼວດດັ່ງກ່າວ.

ໂດຍເນື້ອໃນສຳຄັນທີ່ເປັນຜົນທີ່ໄດ້ຮັບຈາກການສຳຫຼວດຄືດັດຊະນີໝາຍຕົ້ນຕໍ ກ່ຽວກັບ ປະຊາກອນດັດຊະນີໝາຍ ກ່ຽວກັບ ການສຶກສາ ແລະ ສຸຂະພາບ ດັດຊະນີໝາຍທີ່ ກ່ຽວ ກັບ ອັດຕາການເກີດ, ການຕາຍ ດັດຊະນີໝາຍ ກ່ຽວກັບ ແຮງງານ, ຊົນເຜົ່າ, ສາສະໜາ ແລະ ສະພາບທີ່ຢູ່ອາໄສຂອງພົນລະເມືອງ ລາວ ລວມເຖິງສະພາບຊີວິດຄວາມເປັນຢູ່ ທາງເສດຖະກິດ ແລະ ສຸຂະອະນາໄມຂອງແຕ່ລະຄອບຄົວດ້ວຍ.

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນທົ່ວປະເທດ ລາວ ໄດ້ດຳເນີນການໃນຊ່ວງ ວັນທີ 1 ຫາ 7 ມີນາ 2015 ຊຶ່ງຖືເປັນຄັ້ງທີ 4 ນັບຈາກການສຳຫຼວດຄັ້ງທຳອິດໃນປີ 1985 ທີ່ຕິດຕາມດ້ວຍຄັ້ງທີ 2 ໃນປີ 1995 ແລະ ຄັ້ງທີ 3 ໃນປີ 2005 ຫາກແຕ່ສຳລັບຄັ້ງທີ 4 ຖື ໄດ້ວ່າມີຄວາມສຳຄັນຢ່າງຍິ່ງຕໍ່ການວາງແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ ຄັ້ງທີ 8 ຊຶ່ງລັດຖະບານ ລາວ ໄດ້ວາງເປົ້າໝາຍຈະເຮັດໃຫ້ ລາວ ຫຼຸດພົ້ນຈາກສະພາບ ດ້ອຍພັດທະນາໃຫ້ໄດ້ພາຍໃນປີ 2020 ຕໍ່ໄປ.

XS
SM
MD
LG