ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າເມືອງ ເມືອງຫົງສາວ່າ ໂຮງໄຟຟ້າຖ່ານ ລິກໄນ ສ້າງວຽກເຮັດງານທໍາ ຫລາຍຢ່າງ ໃຫ້ແກ່ປະຊາຊົນ


ໂຮງງານຜະລິດໄຟຟ້າຈາກຖ່ານຫີນລິກໄນ ຢູ່ເມືອງຫົງສາ
ໂຮງງານຜະລິດໄຟຟ້າຈາກຖ່ານຫີນລິກໄນ ຢູ່ເມືອງຫົງສາ

ເຈົ້າເມືອງຫົງສາຢືນຢັນວ່າ ປະຊາຊົນລາວໄດ້ຮັບຜົນປະໂຫຍດຈາກໂຮງໄຟຟ້າຖ່ານ
ລິກໄນ ຫລາຍກວ່າ 2 ລ້ານ 8 ແສນ ໂດລາຕໍ່ປີ. ສ່ວນກຸ່ມລົງທຶນໃນໂຄງການກໍຂາຍ
ໄຟຟ້າໃຫ້ໄທ ເກີນກວ່າ 1,400 ເມກາວັດຕໍ່ປີ.

ທ່ານຄໍາສິງ ສອນສຸກ ເຈົ້າເມືອງເມືອງຫົງສາ ແຂວງໄຊຍະບູລີ ຢືນຢັນວ່າ ນັບແຕ່ປີ
2017 ເປັນຕົ້ນມາບໍລິສັດຫົງສາພາວເວີ ຈໍາກັດຜູ້ລົງທຶນໃນໂຄງການຜະລິດໄຟຟ້າ
ຈາກຖ່ານຫີນລິກໄນ ຢູ່ເມືອງຫົງສາໄດ້ສົມທົບທຶນເຂົ້າໃນການພັດທະນາ ເສດຖະ
ກິດ-ສັງຄົມ ໃນເຂດເມືອງຫົງສາ ຄິດເປັນມູນຄ່າ ສະເລ່ຍຫລາຍກວ່າ 2.8 ລ້ານໂດ
ລາຕໍ່ປີ ຊຶ່ງເປັນທຶນທີ່ໄດ້ຈາກຄ່າສໍາປະທານ ການຂຸດຄົ້ນຖ່ານຫີນລິກໄນ ທີ່ບໍລິສັດ
ນໍາໃຊ້ເຂົ້າໃນການຜະລິດກະແສໄຟຟ້າ ໃນແຕ່ລະປີ.

ສ່ວນຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກົງນັ້ນກໍຄື ປະຊາຊົນທີ່ຖືກຍົກຍ້າຍໄປຈາກເຂດ
ທີ່ຕັ້ງຂອງໂຄງການ ດັ່ງທີ່ທ່ານຄໍາສິງ ຢືນຢັນວ່າ:
“ການສ້າງໂຮງງານໄຟຟ້ານີ້ ໄດ້ຍົກຍ້າຍປະຊາຊົນຈໍານວນ 5 ບ້ານ 450 ຄອບ
ຄົວໄປຢູ່ທີ່ຈັດສັນໃໝ່ ແລະກໍໄດ້ຟື້ນຟູອາຊີບໃຫ້ເຂົາເຈົ້າໃຫ້ມີວຽກເຮັດງານທໍາ ແລ້ວກໍມີອາຊີບທີ່ໝັ້ນທ່ຽງ ສາມາດກຸ້ມຕົນເອງໄດ້ ແລະກໍບໍ່ໃຫ້ເປັນຄອບຄົວທີ່
ທຸກຍາກ. ດັ່ງນັ້ນ ຢູ່ໃນສັນຍາສໍາປະທານ ກໍໄດ້ກໍາໜົດໄວ້ວ່າ ຜູ້ສໍາປະທານ ຈະ
ຕ້ອງໄດ້ຈ່າຍລາຍໄດ້ຈາກຄ່າພາກຫລວງ ຫລືຄ່າແຮ່ທາດ 20 ເປີເຊັນ ເພື່ອເປັນ
ທຶນ ພັດທະນາສະພາບແວດລ້ອມ ແລະສັງຄົມ ຊຶ່ງສະເລ່ຍແລ້ວ ພວກເຮົາຈະໄດ້
ປະມານ 2.8 ລ້ານໂດລາ ຕໍ່ປີ ຕະຫລອດໄລຍະສໍາປະທານ.”

ໝູ່ບ້ານຈັດສັນຂອງປະຊາຊົນທີ່ຖືກຍົກຍ້າຍຈາກ ເນື້ອທີ່ ທີ່ໃຊ້ເຂົ້າໃນການສ້າງໂຄງການຜະລິດໄຟຟ້າ ຖ່ານຫີນລິກໄນ ຢູ່ເມືອງຫົງສາ
ໝູ່ບ້ານຈັດສັນຂອງປະຊາຊົນທີ່ຖືກຍົກຍ້າຍຈາກ ເນື້ອທີ່ ທີ່ໃຊ້ເຂົ້າໃນການສ້າງໂຄງການຜະລິດໄຟຟ້າ ຖ່ານຫີນລິກໄນ ຢູ່ເມືອງຫົງສາ

ໂຮງໄຟຟ້າຫົງສາລິກ​ໄນ​ທ໌ ມີ​ອາຍຸສໍາປະທານ 25 ປີ ນັບ​ແຕ່ 2016-2041 ​ໂດຍ​ເປັນ​ໂຄງການຮ່ວມທຶນກັນ​ລະຫວ່າງ 3 ພາກສ່ວນ ກໍຄືກຸ່ມບໍລິສັດບ້ານປູ ພາວ​ເວີ້ ກັບກຸ່ມ
ບໍລິສັດລາດບູລີຈໍາກັດ (ມະຫາຊົນ) ຈາກປະເທດໄທ ​ແລະລັດວິສາຫະກິດຖືຫຸ້ນ​ຂອງ ​ລັດຖະບານລາວ, ​ໃນສັດສ່ວນການຮ່ວມທຶນ 40 ເປີເຊັນ ຕໍ່ 40 ເປີເຊັນ ​ແລະ 20 ເປີ
ເຊັນ ຕາມລຳດັບ ຂອງເງິນລົງທຶນລວມ​ 3,710 ລ້ານໂດລາ ໂດຍມີສາມາດ​ຜະລິດ​ໄຟ
ຟ້າ ​ໄດ​້​ເຖິງ 1,878 ເມກາວັດ ເຊິ່ງໃນນີ້ົກໍສົ່ງຂາຍ​ໃຫ້​ໄທ 1,473 ເມກາວັດຕໍ່ປີ ແລະ
ຕອບ​ສະໜອງການ​ຊົມ​ໃຊ້​ໄຟຟ້າ​ໃນ​ລາວ ​ໃນສ່ວນທີ່ເຫຼືອ ​ໂດຍ​ຈະ​ນໍາ​ໃຊ້​ຖ່ານ​ລິກໄນ
​ເຖິງ 14.3 ລ້ານ​ຕັນ ​ເພື່ອ​ຜະລິດໄຟຟ້າ​ໃນ​ແຕ່ລະ​ປີ.

ສູນເຕັກນິກແລະປ່າໄມ້ ສໍາລັບໂຄງການຜະລິດໄຟຟ້າ ຖ່ານຫີນລິກໄນ ຢູ່ເມືອງຫົງສາ
ສູນເຕັກນິກແລະປ່າໄມ້ ສໍາລັບໂຄງການຜະລິດໄຟຟ້າ ຖ່ານຫີນລິກໄນ ຢູ່ເມືອງຫົງສາ

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າຄວາມສາມາດໃນການຜະລິດພະລັງງານໄຟຟ້າທີ່ເພີ່ມຂຶ້ນ ໄດ້ເປັນຜົນ
ເຮັດໃຫ້ການສົ່ງອອກກະແສໄຟຟ້າລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນກັນ ໂດຍເຫັນ
ໄດ້ຈາກການຜະລິດກະແສໄຟຟ້າໄດ້ເຖິງ 15,260.5 ລ້ານກິໂລວັດ/ໂມງໃນປີ
2015 ນັ້ນກໍເຮັດໃຫ້ລາວສົ່ງອອກກະແສໄຟຟ້າໄດ້ເຖິງ 11,793.68 ລ້ານກິໂລວັດ
/ໂມງ ທີ່ຄິດເປັນມູນຄ່າລວມເຖິງ 527 ລ້ານໂດລາ ແລະຍັງເພີ່ມຂຶ້ນເປັນຫຼາຍກວ່າ
535 ລ້ານໂດລາໃນປີ 2016.

ສໍາລັບ​ປີ 2017 ນີ້ກໍ​ຄາດ​ວ່າ ຈະ​ເພີ້ມຂຶ້ນ​ເປັນ​ເກີນ​ກວ່າ 1,000 ລ້ານ​ໂດ​ລາ ​ເພາະໃນ
ໄລຍະ 6 ​ເດືອນ​ຕົ້ນປີນີ້ ກໍ​ປາກົດ​ວ່າ ການ​ສົ່ງ​ອອກ​ໄຟຟ້າ​ຂອງ​ລາວ ມີ​ມູນ​ລຄ່າ​ສູງ​ເຖິງ
596 ລ້ານ​ໂດ​ລານັ້ນ​ເອງ.

​ໃນປັດຈຸ​ບັນນີ້ ລາວ​ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ເພີ້ມຂຶ້ນ ເປັນ 35,608 ລ້ານກິໂລ
ວັດ/ໂມງ ທີ່ເປັນການຜະລິດຈາກ 43 ເຂື່ອນໄຟຟ້າ ກັບ 1 ໂຮງໄຟຟ້າຖານລິກໄນ ​
ແລະ 2 ​ໂຮງ​ທີ່​ຜະລິດ​ໄຟຟ້າ​ຈາກ​ກາກ​ອ້ອຍຊຶ່ງມີກຳລັງຕິດຕັ້ງລວມເຖິງ 6,757 ເມກາ
ວັດ, ໃນຂະນະທີ່ການຊົມໃຊ້ພະລັງງານໄຟຟ້າ ພາຍໃນປະເທດຈະຢູ່ລະດັບ 1,579 ເມກາວັດໃນປີ 2017 ນີ້ ຈຶ່ງຍັງມີພະລັງງານໄຟຟ້າສຳລັບການສົ່ງອອກໄປຕ່າງປະເທດ
ເຖິງ 5,178 ເມກາວັດ.

ທ່ານ ຄຳມະນີ ຢືນຢັນອີກດ້ວຍວ່າໃນປີ 2021 ລາວ ຈະມີແຫຼງຜະລິດພະລັງງານໄຟ
ຟ້າເຖິງ 100 ໂຄງການ ທີ່ມີກຳລັງຕິດຕັ້ງລວມຫຼາຍກວ່າ 13,000 ເມກາວັດ ທີ່ສາມາດ
ຜະລິດກະແສໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງ ໂດຍໃນນີ້ແບ່ງເປັນແຫຼ່ງຜະ
ລິດພະລັງງານໄຟຟ້າທີ່ມີຢູ່ແລ້ວ 46 ໂຄງການ ແລະ ທີ່ກຳລັງດຳເນີນການກໍ່ສ້າງຢູ່ໃນ
ເວລານີ້ 54 ໂຄງການ ຊຶ່ງສ່ວນໃຫຍ່ມີກຳນົດການກໍ່ສ້າງແລ້ວສຳເລັດໃນປີ 2021 ເປັນ
ຢ່າງຊ້າ ອັນຈະເຮັດໃຫ້ລາວ ສາມາດສົ່ງອອກກະແສໄຟຟ້າໄດ້ຫຼາຍຂຶ້ນດ້ວຍ.

ທັງນີ້ ໃນປັດຈຸບັນ ລັດຖະບານ ໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ 9,000 ເມ
ກາວັດ ເປັນເວລາ 25 ປີຕິດຕໍ່ກັນ ຈາກປີ 2019 ເປັນຕົ້ນໄປ. ນອກຈາກນັ້ນ ລາວ ຍັງ
ຈະເພີ່ມການສົ່ງອອກກະແສໄຟຟ້າໄປຍັງຫວຽດນາມ, ກຳປູເຈຍ ແລະສະຫະພາບມຽນ
ມາທັງຍັງຈະຂະຫຍາຍການສົ່ງອອກໄປ ມາເລເຊຍ ອີກດ້ວຍ.

XS
SM
MD
LG