ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິສະວະກອນ ໄຟຟ້າລາວ ທີ່ບໍລິສັດເພັບໂກ ໃນຂົງເຂດ ນະຄອນຫຼວງວໍຊິງຕັນ


ທ່ານ ແກ້ວຄຳຕັນ ຫຼື ທອງ ວິສະວະກອນໄຟຟ້າລາວ-ອາເມຣິັກັນ
ປະຈຳບໍລິສັດ ເພັບໂກ ເຂດນະຄອນຫຼວງ ວໍຊິງຕັນ ດີຊີ
ທ່ານ ແກ້ວຄຳຕັນ ຫຼື ທອງ ວິສະວະກອນໄຟຟ້າລາວ-ອາເມຣິັກັນ ປະຈຳບໍລິສັດ ເພັບໂກ ເຂດນະຄອນຫຼວງ ວໍຊິງຕັນ ດີຊີ

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອມື້ນີ້ ເຮົາ ຈະສະເໜີ
ເລື້ອງ ວິສະວະກອນໄຟຟ້າ ແລະຄວາມຮູ້ຄວາມຫຼັກ ກ່ຽວກັບສິ່ງສຳ ຄັນດັ່ງກ່າວ.
ຄໍາວ່າ ໄຟຟ້າ ສຳລັບບາງຄົນ ມັນອາດຈະໝາຍເຖິງ ແຕ່ສິ່ງ ທີ່ ໃຫ້ແສງສະຫວ່າງ
ຊື່ໆເວລາສະພາບແວດລ້ອມປົກຄຸມໄປດ້ວຍດວາມມືດ ໂດຍ ສະເພາະຍາມກາງຄືນ ແຕ່ວ່າຄວາມສຳຄັນຂອງສິ່ງດັ່ງກ່າວສຳລັບຊີວິດປະຈໍາ ວັນຂອງມະນຸດເຮົາ ແມ່ນມີ
ຫຼາຍໄປກວ່ານັ້ນຕັ້ງຫຼາຍເທົ້າ ດັ່ງສາລີກັບວິສະວະ ກອນລາວຜູ້ນຶ່ງຂອງເຮົາ ຈະມາ
ລົມສູ່ທ່ານຟັງໃນອັນດັບຕໍ່ໄປ.

ແມ່ນຄືຄວາມເວົ້າຂອງວັນນະສອນແທ້ ເວລາມັນມືດ ບໍ່ເຫັນຮຸ່ງ ເຮົາ ມັກຈະໄດ້ຍິນ
ຄຳຖາມວ່າ “ເປັນຫຍັງຄືມາມືດແທ້ ບໍ່ມີໄຟຟ້າຫວະ” ດັ່ງນີ້ ເປັນຕົ້ນ.

ຍ້ອນການຫຼິ້ນວ່າວແລ່ນວ່າວແລະການຄົ້ນຄວ້າຄົ້ນຄິດຂອງທ່ານ ເບັນຈາມິນ ແຟຣັງ
ແກລນ (Benjamin Franklin) ຊາວອາເມຣິກັນ ໃນປີ 1831 ມະ ນຸດໂລກຂອງເຮົາ ຈຶ່ງໄດ້ເລີ້ມຊົມໃຊ້ຜົນງານຂອງເພິ່ນ ໄດ້ຢູ່ດີກິນດີມີຄວາມສຸກໃນຊີວິດ ມີແສງສະຫວ່າງ
ໃຊ້ແທນແສງພະອາທິດໃນຍາມກາງຄືນ ມີອາຍອຸ່ນໃນຍາມໜາວ ບໍ່ວ່າຄວາມໜາວ
ຫຼືອຸນນະພູມຈະລົງຕໍ່າສູ່ຈຸດນໍ້າກ້ອນ ຫຼືຕໍ່າກວ່າກໍຕາມ ຢູ່ໃນເຮືອນ ເຮົາກໍບໍ່ຈຳເປັນ
ຕ້ອງໄດ້ຫົ່ມຜ້າຕູ້ມຜ້າ ຍູທ່າງອາບນໍ້າຮ້ອນນໍ້າອຸ່ນ ທັ້ງໆທີ່ທາງນອກ ສະໂນຫຼືຫິມະຈະ
ຂາວຈ່ານເຕັມເດີ່ນຫຍ້າໜ້າບ້ານຫຼັງບ້ານແລະເຕັມຫຼັງຄາເຮືອນທຸກຫຼັງກໍຕາມ. ສ່ວນ
ໃນດ້ານກົງກັນຂ້າມ ເມື່ອຕົກເຖິງຍາມຮ້ອນມາ ເຖິງແມ່ນຄວາມຮ້ອນຈະສູງປານໃດກໍ
ຢ່າ ຈະກາຍ 70 ອົງສາ ຟາແຣນໄຮຕ໌ກໍຕາມ ເຮົາກໍບໍ່ໄດ້ກັງວົນ ເຮົາກໍຈະຢູ່ສະບາຍ ຖ້າ
ເຮືອນເຮົາມີໄຟຟ້າແລະອາຍເຢັນ. ຍິ່ງໄປກວ່ານັ້ນ ໃນໂລກປັດຈຸບັນຂອງເຮົາທຸກມື້ນີ້
ຊຶ່ງແມ່ນຍຸກຮາຍເທັກ ຍຸກຈະເລີນດ້ານອຸດສາຫະກຳ ຊຶ່ງບາງຄົນກໍເວົ້າຫຼິ້ນໆວ່າຍຸກຈະ
ຫຼວດ ທີ່ໄດ້ກ້າວມາຈາກສະໄໝຫີນ ຫຼືສະໄໝດຶກດຳບັນຕັ້ງຫຼາຍໂຍດແລ້ວນີ້ ເຮົາພາ
ກັນໃຊ້ຄອມພິວເຕີເປັນພາຫະນະຂອງການດຳລົງຊີວິດເພື່ອ ໃຫ້ເດີນແມ່ນແລ່ນສະ
ດວກ ນັບຕັ້ງແຕ່ວຽກບໍລິການ ເກັບຂີ້ເຫຍື້ອ ໄປຫາສື່ມວນ ຊົນ ສື່ສັງຄົມ ການບັນເທີງ ໄປຈົນຮອດການບໍລິຫານ ການປົກຄອງປະເທດ ຊາດບ້ານເມືອງ ເຊັ່ນວຽກງານຂອງ
ປະທານາທິບໍດີຫຼືນາຍົກລັດຖະມົນຕີເປັນ ຕົ້ນ. ແຕ່ເຄື່ອງຄອມພິວເຕີແລະວຽກງານທັງ
ຫຼາຍເຫຼົ່ານັ້ນ​ ກໍລ້ວນແລ້ວແຕ່ໄດ້ ອາໄສພະລັງໄຟຟ້າທັງນັ້ນ ເພື່ອຊຸຸຸກຍູ້ໃຫ້ເດີນໄປ ດັ່ງ
ນັ້ນ ໄຟຟ້າ ຈຶ່ງປຽບສະ ເໝືອນວ່າ ເປັນເສັ້ນເລືອດຂອງຊິວິດ ໂລກປັດຈຸບັນ ຂອງມະນຸດ
ເຮົາ. ຍ້ອນ ຄວາມສຳຄັນ ແລະຄວາມຈຳເປັນທີ່ວ່ານີ້ ທາງວີໂອເອ ຈຶ່ງຢາກຮຽນຮູ້ຂຶ້ນຕື່ມ
ກ່ຽວກັບເລື້ອງດັ່ງກ່າວ ຈຶ່ງຖືວ່າ ເປັນຈັ່ງໂຊກ​ ທີ່ປະຊາຄົມລາວຂອງເຮົາ ກໍ່ບໍ່ ນ້ອຍໜ້າ
ຄົນເຊື້ອຊາດອື່ນທີ່ໄດ້ມີນັກຊ່ຽວຊານດ້ານນີ້. ທ່ານຜູ້ນີ້ໄດ້ຈົບປະລິນ ຍາໂທ ຫຼືປະລິນ
ຍາມະຫາບັນດິດ ທັງໄດ້ມີປະສົບການ ໃນການເຮັດວຽກເຮັດ ການກັບບໍລິສັດໄຟຟ້າມາ
ເປັນເວລາຫຼາຍປີ. ທ່ານຜູ້ນີ້ກໍຄືທ່ານທອງ ພູມິນ ມາ ຕັ້ງຖິ່ນຖານຢູ່ ເມືອງ ສປຣິງຟຽລ
ເຂດຊານເມືອງ ນະຄອນຫຼວງ ວໍຊິງຕັນດີຊີເຮົານີ້ເອງ. ທ່ານທອງໄດ້ເລົ່າເລື້ອງການມາ
ເລີ້ມຕົ້ນຊີວິດໃໝ່ຢູ່ອາເມຣິກາເຊັ່ນ ວ່າເວລາມາຮອດມີອາຍຸທໍ່ໃດ ທຳອິດມາຕົກຢູ່ໃສ
ເລີ້ມຕົ້ນການສຶກສາແບບໃດ ດັ່ງນີ້ເປັນຕົ້ນ.

ທອງ - ເຈົ້າຂ້ານ້ອຍເອງເໜາະ ຊື່ແກ້ວຄຳຕັນ ພູມິນ ຫາກແຕ່ວ່າຊື່ຫຼິ້ນແມ່ນຊື່ທອງ ເກີດ
ຢູ່ສະຫັວນນະເຂດ ເກີດປີ 1962 ເມື່ອໃຫຍ່ຂຶ້ນມາ ປະມານປີ 1980 ປະມານ 18 ປີ ກະ
ເລີຍອອກຈາກບ້ານ ໄປຢູ່ສູນອົບພະຍົບອຸບົນ ຢູ່ ຫັ້ນມານປີກວ່າ ປີ 1981 ກໍໄດ້ມາຕັ້ງ
ຖິ່ນຖານຢູ່ສະຫະລັດອາເມຣິກາ.

ສາລີ - ມາຢູ່ເມືອງໃດຫັ້ນ?

ທອງ - ມາຢູ່ເມືອງ ອາລິງຕັນ ເຂົ້າໂຮງຮຽນຢູ່ Wakefield High School ໄດ້ສາມ
ເດືອນກໍເລີຍຍ້າຍມາ Falls Church ເອົາໜັງສືໄປໃຫ້ Principle ເບິ່ງ ຢູ່ Jeff
Steward High School. Principle ກໍແນະນຳດີ ລາວວ່າ ເຈົ້າກໍອາຍຸ 19 ປີແລ້ວ ມັນກາຍແລ້ວ ຂ້ອຍແນະນຳໃຫ້ເຈົ້າໄປເຂົ້າ Adult Education ໝາຍຄວາມວ່າ ໂຮງ
ຮຽນຜູ້ໃຫຍ່ ຢູ່ຫັ້ນໄດ້ຫົກເດືອນ ໄປທຳອິດກໍໄປ Medium Intermediate ແລ້ວກໍໄປ
Advance ແລ້ວເຂົາບໍ່ມີຫຍັງໃຫ້ຮຽນຕື່ມ ແລ້ວເຂົາແນະນຳໃຫ້ໄປເຂົ້າ NOVA
Community College ຢູ່ Alexandria ຫັ້ນ.

ສາລີ - ຄັນຊັ້ນ ໃບ Diploma High School ກະໄດ້ຫວະ?

ທອງ - ໄດ້ ຫາກແຕ່ວ່າ ໄດ້ GED ທຽບເທົ້າປະກາສະ​ນີຍະບັດ High School.

ສາລີ - ແປວ່າ ໄດ້ປະກາສະ​ນີຍະບັດທຽບເທົ້າຮາຍສະກູລແລ້ວ ກໍໄປເຂົ້າ NOVA ໄດ້
ເໜາະ.

ທອງ - ໄປ ໂນວາ ໄປຮຽນທຳອິດກໍໄປຮຽນພາສາອັງກິດ ກໍຕັ້ງໃຈວ່າຊິໄປຮຽນ
Political Science.

ສາລີ - ບາດແລ້ວ ເປັນຈັ່ງໃດຈຶ່ງປ່ຽນໃຈ?

ທອງ - ຢາກຮຽນເປັນນັກການເມືອງ ເວົ້າງ່າຍໆເໜາະ. ມີມື້ນຶ່ງ ພວກໂບດ ພວກມໍມອນ
ພວກ Missionary ມາເຄາະປະຕູເຮືອນ ຄືວ່າຫັ້ນລະ ເຮົາຄົນເອເຊຍ ສຸພາບລຽບລ້ອຍ
ເຮົາກໍໄຂເອົາເຂົາ ເຂົາກໍເວົ້າເລື້ອງສາສະໜາ ແລ້ວໆລຽບລ້ອຍ ເຂົາກໍຖາມເລື້ອງສ່ວນ
ຕົວ ໄປໂຮງຮຽນບໍ່ ເຮັດການເບາະ ອັນນີ້ເຮັດການໄປຕະຫຼອດໄດ໋ ທັງຮຽນນຳຫ້ອງນຶ່ງ
ຫຼືສອງຫ້ອງຕ້ອງໄດ້ຮຽນ ອັນນີ້ຂ້ອຍເວົ້າສູ່ເຈົ້າຟັງລາວວ່າ ເຈົ້າຊິໄປເອົາເລື້ອງການເມືອງ
ເປັນອາຊີບບໍ່ໄດ້ລາວວ່າ ເອົາຈັ່ງຊີ້ສະຂ້ອຍແນະນຳໃຫ້ເຈົ້າໄປຮຽນແນວອື່ນ ຮຽນແອນຈິ
ເນຍກະໄດ້ ອັນນີ້ກະເອົາຄວາມຄິດລາວຫັ້ນເອົາຄວາມເວົ້າລາວຫັ້ນມາຄິດເບິ່ງ ບະຄືຊິ
ແມ່ນຄວາມລາວ ແລ້ວກະໄປລົມໝູ່ຢູ່ໂຮງຮຽນຢູ່​ ໂນວາ ສ່ວນຫຼາຍແມ່ນຄົນຫວຽດຮຽນ
ນຳກັນຫັ້ນ 30 – 40 ຄົນ.

ສາລີ - ເອີຢາກຂໍໃຫ້ອະທິບາຍໜ້ອຍນຶ່ງ ຜູ້ຟັງຂອງເຮົາຄືຊິບໍ່ເຂົ້າໃຈ ເພາະ
ສະນັ້ນເຮົາເວົ້າສູ່ເຂົາເຈົ້າຟັງ ວ່າເປັນມະຫາ​ວິທະຍາໄລສຳລັບປະຊາຄົມຢູ່ຕາມ
ຄຸ້ມບ້ານ ວ່າຊັ້ນສະໄປ໋.

ທອງ - ມັນມີແຕ່ສອງປີທຳອິດ ເມື່ອເວລາຈົບອອກຈາກຫັ້ນແລ້ວກໍເລີຍໄປສະໝັກ
ງານກັບ PEPCO ບ່ອນນຶ່ງ. PEPCO ແມ່ນ Potomac Electric Power
Company ເຂົາກໍເອົາ. ເຂົ້າໄປປີ 1989 ກະເປັນຜູ້ຊ່ອຍພວກໆ ແອນຈິເນຍ ເລື້ອງ
ແຕ້ມ ເລື້ອງ design ເຮັດທົ່ວໄປ ແຕ່ວ່າບໍ່ໄດ້ສັ່ງການ ຄື ພວກແອນຈິເນຍ ໃນເວລາ
ເຂົ້າໄປແລ້ວ ທາງໂຮງການກະສົ່ງເສີມໃຫ້ໄປໂຮງ ຮຽນ ອັນນະ ທາງນີ້ກະໄປ ຢ່າງຂີ້
ລ້າຍກະເອົາສອງຫ້ອງ ອອກຈາກບ້ານປະ ມານ 7 ໂມງເຊົ້າ ຊິເຫັນບ້ານກະປະມານ
9 ໂມງແລງ ແຕ່ລະມື້.

ສາລີ - ແປວ່າ ເຮັດການນຳທັງຮຽນນຳ. ໄປໂຮງຮຽນໃດຫັ້ນ?

ທອງ - ໄປເຂົ້າ George Washington University ມັນຢູ່ນະຄອນຫຼວງ ວໍຊິງຕັນ
ໄກຈາກ White House ປະມານ ສາມ blocks. ຄວາມຈິງຫຼັກສູດສອງປີ ແຕ່ທາງ
ນີ້ຍືດອອກເປັນສີ່ປີ ເພາະວ່າເຮັດການນຳຮຽນນຳ ຮຽນ electrical engineering
ເມື່ອຮຽນຈົບແລ້ວກໍເລີຍໄດ້ເປັນengineer ຢູ່ PEPCO ຫັ້ນມາຕະຫຼອດ ແລ້ວກໍຍັງ
ຮຽນຕໍ່ອີກສອງປີ ຈຶ່ງໄດ້ ມາສເຕີ້ ດີກຣີ ໝາຍຄວາມວ່າ ປະ​ລິນຍາໂທ. ດຽວນີ້ຜູ້ຂ້າ
ກະເປັນ Principal Engineer ມັນກະດົນແລ້ວເໜາະ ເຮົາມີ experience ຫຼາຍ
ໝາຍຄວາມວ່າສຸດຂີດແລ້ວ ຂອງການເປັນແອນຈິເນຍ ບໍ່ມີຕຳແໜ່ງໃດ ທີ່ເໜືອກວ່າ
ນັ້ນ. ເຮົາເບິ່ງລະບົບໄຟຟ້າທົ່ວໄປ ເບິ່ງ substation ເບ່ິງ transformer ເບິ່ງ braker ເຄີຍເປັນຊູເປີວາຍເຊີ້ມາຕັ້ງແຕ່ປີ 2001.

ສາລີ - ແລ້ວບາດນີ້ ຢາກເວົ້າສິ່ງສຸດທ້າຍທີ່ສຳຄັນເໜາະ ມີຫຍັງແດ່ ລອງ ສະຫລຸບ
ເບິ່ງ?

ທອງ - ຢູ່ບ້ານເຮົາ ເຮົາກໍເຫັນ ໂຊລາ ແພນເນີລ ຫນ່ວຍບັກໃຫຍ່ນຶ່ງ ມັນ ເກັບເອົາພະ
ລັງໄຟຟ້າໄວ້ ເວລາເຮົາຕ້ອງການໃຊ້ ເຮົາກະເປີດໄດ້ ບ່ອນໃດ ຢູ່ເຂດນອກ ບ່ອນໄຟ
ບໍ່ຮອດ ເຮົາໃຊ້ແພນເນີລແບບຊີ້ ເຮົາກະໃຊ້ໄດ້ໃຊ້ເປີດ ພັດລົມເບາະ ເປີດວິທະຫຍອກ
ວິທະຍຸ ຫຼືວ່າຕົ້ມນໍ້າຕົ້ມຫຍັງ ເຂົາເຫັນຄວາມ ຕ້ອງການຂອງມະນຸດ ເຂົາຈຶ່ງ​ຜະລິດເລື້ອງ
ນີ້ໄປໃຊ້ ແລ້ວກະບ້ານເຮົາກະຕ້ອງມີ ຂ້ານ້ອຍວ່າ.

ສາລີ - ເອົ໋າ ຂອບໃຈຫຼາຍໆໃນຖານະທີ່ວ່າເປັນຜູ້ປະກອບສ່ວນໃຫ້ຊີວິດມີຄວາມສຸກ
ຄວາມຈະເລີນ ເອີອັນນີ້ກໍຄືກັນ ຄັນບໍ່ມີໄຟຟ້າໜີ້ ເລື້ອງອອກອາກາດຂອງວີໂອເອ ຄັນ
ບໍ່ມີໄຟຟ້າໜີ໊ ມັນກໍອອກບໍ່ໄດ້ໄດ໋ ດຽວນີ້ຄັນບໍ່ ມີໄຟຟ້າ ເຮົາກໍນັ່ງລົມກັນຢູ່ໜີ້ບໍ່ໄດ້ຄືກັນ. ເອົ໋າຂໍຂອບໃຈ.

ທອງ - ເຈົ້າ ຂໍຂອບໃຈ ຂອບໃຈ ຂອບໃຈຫຼາຍໆເດີ.

ນັ້ນແມ່ນການໂອ້ລົມຂອງວີໂອເອ ກັບວິສະກອນໄຟຟ້າ ທ່ານ ແກ້ວຄຳຕັນ ຫຼື ທອງ ພູມິນ ຜູ້ປະກອບສ່ວນຜູ້ນຶ່ງ ທີ່ຊ່ອຍເຮັດໃຫ້ນໍ້າໄຫຼໄຟ ສະຫວ່າງ ມີຄວາມຈະເລີນຮຸ່ງເຮືອງ ສຳ
ລັບມວນມະນຸດເຮົາ ໃນຍຸກໂລກາພິວັດ. ເຊີນ​ຕິດ​ຕາມ​ລາຍ​ການ​ຊາວ​ລາວ​ໃນ​ຕ່າງ​ແດນ​
ຂອງ​ເຮົາ​ໄດ້​ໃໝ່ ໃນວັນ​ພະ​ຫັດ​ໜ້າ ເວ​ລາ​ດຽວ​ກັນ​ນີ້.

XS
SM
MD
LG