ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ສົ່ງ​ໄຟ​ຟ້າ ​ຈາກ​ລາວ ໄປ​ຫາ​ໄທ​ ຈະ​ເພິ້ມ​ຂຶ້ນ​ເຖິງ 7,000 ເມ​ກາ​ວັດ ໃນ​ປີ 2022


ເສົາ​ສົ່ງ​ໄຟ​ຟ້າ ໃນ ສ​ປ​ປ ລາວ​.
ເສົາ​ສົ່ງ​ໄຟ​ຟ້າ ໃນ ສ​ປ​ປ ລາວ​.

ການ​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າຂອງ​ລາວໄປ​ໄທ ຈະ​ເພີ້ມ​ຂຶ້ນ​ເປັນ 7,000 ເມ​ກາ​ວັດ ໃນ​ປີ 2022 ທັງ​ຍັງ​ຈະ​ມີ​ໄຟ​ຟ້າ​ເກີນ​ການ​ຊົ​ມ​ໃຊ້​ພາຍ​ໃນ​ເພື່ອ​ສົ່ງ​ໄປ​ຂາຍ​ໃຫ້​ກຳ​ປູ​ເຈຍ ແລະ​ຫວຽດ​ນາ​ມ​ໄດ້​ຕາມ​ສັນ​ຍາ​ອີກ​ດ້ວຍ ຊຶ່ງ ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.


ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງານ ແລະ​ບໍ່​ແຮ່ ຖະ​ແຫຼງວ່າ ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າຂອງ​ລ​າວ ເພີ້ມ​ຂຶ້ນ​ນັບ​ມື້ ໂດຍ​ໃນ​ປັດ​ຈຸ​ບັນ​ນີ້ ລາວ​ມີ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງ​ານ​ໄຟ​ຟ້າແລ້ວ ​ເຖິງ 73 ແຫ່ງ ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 9,531 ເມ​ກາ​ວັດ ໃນ​ນີ້​ໄດ້​ສົ່ງ​ອອກ​ໄປ​ຂາຍ​ໃຫ້​ໄທ​ແລ້ວ​ເຖິງ 5,620 ເມ​ກາ​ວັດ ແລະ​ຄາດ​ວ່າ​ຈະ​ເພີ້ມ​ຂຶ້ນ​ເປັນ 7,000 ເມັກ​ກາ​ວັດ​ ໃນ​ປີ 2022 ສ່ວນ​ທີ່​ເຫຼືອ​ນັ້ນ​ ກໍ​ຈະ​ສົ່ງ​ຂາຍ​ໃຫ້​ກຳ​ປູ​ເຈຍ ແລ​ະ​ຫວຽດ​ນາມ ໄດ້​ຕາ​ມ​ສັນ​ຍ​າ​ຢ່າງ​ແນ່ນອນ ດັ່ງ​ທີ່​ທ່ານ​ຄຳ​ມະ​ນີ ໃຫ້​ການ​ຢືນ​ຢັນ​ວ່​າ:

“ປັດ​ຈຸ​ບັນ​ນີ້ ພວກ​ເຮົາ​ຂາຍ​ໄຟ​ອອກ​ສູ່​ປະ​ເທດ​ໄທ ທີ່​ມີສັນ​ຍາ​ຊື້​ຂາຍ​ໄຟ​ຮຽບ​ຮ້ອຍ​ແລ້ວ​ແມ່ນ 8 ໂຄງ​ການ ມີ​ກຳ​ລັງ​ຕິດ​ຕັ້ງ​ໄຟ​ຟ້າ​ເຖິງ 5,620 ເມກາ​ວັດ ແລະ​ກໍ​ຍັງ​ສົ່ງ​ອອກ​ເພີ້ມ​ໃນ​ປີ 2021-2022 ນີ້ ຄາດ​ວ່າ​ຈະ​ເຕັ​ມ 7,000 ເມກາ​ວັດ ແລະ​ກຳ​ປູ​ເຈຍ ພວກ​ເຮົາ​ໄດ້​ເຊັນ​ສັນ​ຍາ​ກັນ​ມາ​ຮອດ​ປັດ​ຈຸ​ບັນ​ນີ້​ກໍ​ປະ​ມານ 3,200 ເມ​ກາ​ວັດ ສຳ​ຫລັບ​ກັບ​ຫວຽດ​ນາມ ປັດ​ຈຸ​ບັນ​ນີ້ ທາງ​ລັດ​ຖະ​ບານ​ຫວຽດ​ນາມ​ກະ​ໄດ້​ເຊັນ​ຢັ້ງ​ຢືນ​ວ່າ​ຈະ​ຊື້ໄຟ​ຈາກ ສ​ປ​ປ ລາວ 1,000 ກວ່າ​ເມ​ກາ​ວັດ.”

ທ່ານ​ຄຳ​ມະ​ນີ​ ຢືນ​ຢັນ​ວ່າ​ ລັດ​ຖະ​ບານຫວຽດ​ນາມ ຕ້ອງ​ການ​ທີ່​ຈະ​ເລັ່ງ​ການ​ຮັບ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ໃຫ້​ໄວ​ຂຶ້ນ ແຕ່​ມີ​ຂໍ້​ຈຳ​ກັດ​ດ້ານ​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ ທີ່​ຍັງ​ບໍ່​ເຊື່ອມ​ຕໍ່​ກັບ​ລາວ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ກຳ​ປູ​ເຈຍ ທີ່​ຕ້ອງ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລ​າວ​ໃນ​ປະ​ລິ​ມານ​ລວມ 3,200 ເມກາ​ວັດ ຫາກ​ແຕ່​ການ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ດັ່ງ​ກ່າວ​ນີ້​ຈະ​ເກີດ​ຂຶ້ນ​ໄດ້​ຢ່າງເ​ປັນ​ຮູບ​ປະ​ທຳ ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ ໂດຍ​ລັດ​ຖະ​ບານ​ກຳ​ປູ​ເຈຍໄດ້​ຂໍ​ໃຫ້ ລັດ​ຖະ​ບາຍ​ຍີ່​ປຸ່ນ​ຊ່ວຍ​ເຫຼືອ​ໃນ​ການ​ວາງ​ແນວ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ​ແຮງ​ສູງ ທີ່​ເຊື່ອມ​ຕໍ່​ຈາກ​ພາກ​ໃຕ້​ຂອງ​ລ​າວ ໄປ​ພາກ​ເໜືອ​ຂອງ​ກໍ​າ​ປູ​ເຈຍ​ໃນ​ໄລ​ຍ​ະ​ຕໍ່​ໄປ.

ໃນ​ປັດ​ຈຸ​ບັນ ກຳ​ປູ​ເຈຍ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ໃນ​ປະ​ລິ​ມານ 200 ເມ​ກາ​ວັດ​ເທົ່າ​ນັ້ນ ເນື່ອງ​ຈາກວ່າ​ມີ​ຂໍ້​ຈຳ​ກັດ​ດ້ານ​ສາຍ​ສົ່ງ​ໄຟ​ຟ້າ​ແຮງສູງ​ດັ່ງ​ກ່າວ ສ່ວນ​ຫວຽດ​ນາມ​ໄດ້​ຕົກ​ລົງ​ຊື້​ໄຟ​ຟ້າ​ຈາກ​ລາວ​ໃນ​ປະ​ລິ​ມານ 5,000 ເມ​ກາ​ວັດ ໃນ​ປີ 2025 ທາງ​ດ້ານ​ມາ​ເລ​ເຊຍກໍ​ໄດ້​ຕົກ​ລົງ​ຊື້​ໄຟ​ຟ້າ​ຈາກ​ລ​າວ 300 ເມ​ກ​າ​ວັດ ທັງ​ຍັງ​ໄດ້​ ເຈ​ລະ​ຈາກ​ກັບ​ລັດ​ຖະ​ບານ​ສິງ​ກະ​ໂປ ເພື່ອ​ໃຫ້​ເລັ່ງ​ການ​ເຊື່ອມ​ຕໍ່​ລະ​ບົບ​ສາຍ​ສົ່ງໄຟ​ຟ້າ ແຮງ​ສູງ​ເຂົ້າ​ດ້ວຍ​ກັນ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ລາວ​ສາ​ມາດ​ສົ່ງ​ໄຟ​ຟ້າ​ຂາຍ​ໃຫ້​ສິງ​ກະ​ໂປ ໂດຍ​ຜ່ານ​ໄທ ແລະ​ມາ​ເລ​ເຊຍ ​ໄດ້​ຕາມ​ການ​ຕົກ​ລົງ ທີ່​ທັງ 4 ປະ​ເທ​ດ​ມ​ມີຮ່ວ​ມ​ກັນ ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ ໂດຍສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ການ​ຊັກ​ຊ້າ​ໃນ​ໄລ​ຍະ​ຜ່ານ​ມາ​ ເນື່ອງ​ຈ​າກວ່າ ລັດ​ຖະ​ບານມ​າ​ເລ​ເຊຍ​ ຕ້ອງ​ການ​ສຶກ​ສາ​ເພື່ອປ້ອງ​ກັນ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ ແລະ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ ທີ່​ຈະ​ເກີດ​ຂຶ້ນ​ຈາກ​ການ​ວາງ​ແນວ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ໃນ​ປະ​ເທດ​ຂອງ​ຕົນ​ເສຍ​ກ່ອນ.

ສ່ວນ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ລາຍ​ງານ​ວ່າ​ການ​ຜະ​ລິດ​ໄຟ​ຟ້າ​ໃນ​ລາວ​ຈະ​ຂະຫຍາຍໂຕ​ເພີ້ມ​ຂຶ້ນ 7.5 ເປີ​ເຊັນ ໃນ​ປີ 2020 ທຽບ​ໃສ່​ປີ 2019 ຊຶ່ງ​ຈະ​ເຮັດ​ໃຫ້​ການ​ສົ່ງ​ອອກ​ໄຟ​ຟ້າ​ຂອງ​ລາວ ຍັງ​ສືບ​ຕໍ່​ເພີ້ມ​ຂຶ້ນ​ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ໄຟ​ຟ້າ​ໄປ​ຂາຍ​ໃຫ້​ໄທ​ນັ້ນ​ຈະ​ປັບ​ໂຕ​ສູງ​ຂຶ້ນກວ່າ 20 ເປີ​ເຊັນ ທັງ​ຍັງ​ຈະ​ເພີ້ມ​ຂຶ້ນ​ອີກ​ໃນ​ປີ​ຕໍ່​ໄປ ເພາະ​ລັດ​ຖະ​ບານ​ໄທ ໄດ້​ຕົກ​ລົງ​ຮັບ​ຊື້​ໄຟ​ຟ້າ​ຈາກ​ລາວ 9,000 ເມ​ກາ​ວັດ​ໃນ​ຊ່ວງ​ປີ 2019 ຫາ 2044.

ສ່ວນ​ການ​ຊົມ​ໃຊ້​ໄຟ​ຟ້າ​ໃນ​ລາວ​ນັ້ນ ກໍ​ຍັງ​ມີ​ທ່າ​ອຽງ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ​ເພາະ​ແມ່ນ​ພາຍ​ຫຼັງ​ຈາກ​ການ​ເປີດ​ການ​ເດີນ​ລົດ​ໄຟລາວ-ຈີນ ໃນ​ທ້າຍ​ປີ 2021 ນັ້ນ​ຈະ​ເຮັດ​ໃຫ້​ການ​ຊົມ​ໃຊ້​ໄຟ​ຟ້າ​ໃນ​ລາວເພີ້ມ​ຂຶ້ນ​ເຖິງ 2 ເທົ່າ ຈາກ​ລະ​ດັບ​ປັດ​ຈຸ​ບັນ​ ເພາະ​ການ​ເດີນ​ລົດ​ໄຟ​ລາວ-ຈີນ ຈະ​ເຮັດ​ການ​ຂົນ​ສົ່ງ​ສິນ​ຄ້າ ແລະ​ໂດຍ​ສານ​ລະ​ຫວ່າງ​ລາວ-ຈີນ​ ເພີ້ມ​ຂຶ້ນ ທັງ​ຍັງ​ຈະ​ມີ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ​ໃນ​ລາວ ຫຼາຍ​ຂື້ນ​ອີກ​ດ້ວຍ.

ທັ້ງ​ນີ້​ໂດຍ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ​ທັງ 73 ໂຄງ​ການ​ທີ່​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 9,531 ເມກາ​ວັດ​ນັ້ນ ສາ​ມາດ​ຜ​ະ​ລິດ​ກະ​ແສ​ໄຟ​ຟ້າ​ໄດ້ 50,438 ລ້ານ​ກິ​ໂລ​ວັດ/ໂມງ ແລະ​ລາວ​ຈະ​ມີ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ​ເພີ້ມ​ຂຶ້ນ​ເປັນ 100 ໂຄງ​ການ ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ​ເຖິງ 13,000 ເມກາ​ວັດ ທີ່​ຜະ​ລິດ​ໄຟ​ຟ້າ​ໄດ້ 67,000 ລ້ານ​ກິ​ໂລ​ວັດ/ໂມງ​ໃນ​ປີ 2021 ຊຶ່ງ​ໃນ​ນີ້ 85 ເປີ​ເຊັນ ຈະ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ ຫາກ​ແຕ່​ວ່າ​ການ​ຖືກ​ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ສາ​ກົນ ຄັດ​ຄ້ານ ແລະ​ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ທຸກ​ໂຄງ​ການ​ເຂື່ອນ ທີ່​ຈະ​ກໍ່​ສ້າງ​ຢູ່​ເທິງ​ແນວ​ແມ່​ນ້ຳ​ຂອງ​ໃນ​ລາວ​ນັ້ນ ກໍ​ຄື​ອຸບ​ປະ​ສັກ​ທີ່​ສຳ​ຄັນ​ປະ​ການ​ນຶ່ງ.

XS
SM
MD
LG