ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການເລືອກຕັ້ງ ໝັ້ນໃຈວ່າ ຈະບັນລຸເປົ້າໝາຍ 100 ເປີເຊັນ ໃນ 3 ຄາດໝາຍ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະຂັ້ນແຂວງ


ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ບ່ອນບັດເລືອກເອົາສະມາຊິກສະພາ ປະຊາຊົນ ເຂດນະຄອນວຽງຈັນ, ວັນທີ 21 ກຸມພາ 2021.
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ບ່ອນບັດເລືອກເອົາສະມາຊິກສະພາ ປະຊາຊົນ ເຂດນະຄອນວຽງຈັນ, ວັນທີ 21 ກຸມພາ 2021.

ຄະນະກຳມະການເລືອກຕັ້ງລະດັບຊາດ ໝັ້ນໃຈວ່າ ຈະບັນລຸເປົ້າໝາຍ 100 ເປີເຊັນ ໃນ 3 ຄາດໝາຍຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ໃນທົ່ວປະເທດລາວ.

ທ່ານສົມພູ ດວງສະຫວັນ ໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດໃນລາວ ຖະແຫລງວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ທີ່ໄດ້ມີຂຶ້ນໃນຊ່ວງເວລາ 7 ໂມງຫາ 17 ໂມງຂອງວັນທີ 21 ກຸມພາ 2021 ຄະນະກຳມະການເລືອກຕັ້ງລະດັບຊາດໄດ້ຕັ້ງເປົ້າໝາຍໄວ້ໃນ 3 ດ້ານດ້ວຍກັນ ຄືການປ້ອງກັນຄວາມສະຫງົບຮຽບຮ້ອຍໃນສັງຄົມລາວ ໃຫ້ໄດ້ທັງ 100 ເປີເຊັນ ການຮັບປະກັນໃຫ້ໄດ້ຢ່າງຄັກແນ່ວ່າ ຈະບໍ່ມີບັດຕາຍໃນການເລືອກຕັ້ງ ແລະປະຊາຊົນລາວຜູ້ມີສິດໃນການເລືອກຕັ້ງ ໄດ້ພາກັນອອກມາໃຊ້ສິດຢ່າງຄົບຖ້ວນທັງ 100 ເປີເຊັນຂອງຜູ້ມີສິດທັງມົດ 4,279,243 ຄົນໃນທົ່ວປະເທດ ເພື່ອເລືອກເອົາສະມາຊິກສະພາແຫ່ງຊາດ 164 ຄົນ ແລະສະມາຊິກສະພາປະຊາຊົນຂັ້ນແຂວງຈຳນວນ 492 ຄົນໃນທັງ 17 ແຂວງ ແລະ 1 ນະຄອນວຽງຈັນ ດັ່ງທີ່ ທ່ານສົມພູ ໄດ້ໃຫ້ການຢືນຢັນວ່າ:

“ຜູ້ສະມັກເປັນສະມາຊິກສະພາແຫ່ງຊາດມີ 224 ທ່ານ ມີຍິງ 49 ທ່ານ ໃນນີ້ແມ່ນໃຫ້ເລືອກເອົາ 164 ທ່ານ ຜູ້ສະມັກເປັນສະມາຊິກສະພາປະຊາຊົນຂັ້ນແຂວງມີ 789 ທ່ານ ຍິງ 227 ທ່ານ ໃນນີ້ແມ່ນໃຫ້ເລືອກເອົາ 492 ທ່ານ ໃນການເລືອກຕັ້ງຄັ້ງນີ້ ມີຈຳນວນຜູ້ມີສິດປ່ອຮບັດເລືອກຕັ້ງທັງໝົດ 4,289,243 ຄົນ ເປັນຍິງ 2,128,167 ຄົນ ແລະໃນທົ່ວປະເທດມີໜ່ວຍປ່ອນທັງໝົດ 7,217 ໜ່ວຍ.”

ສ່ວນ ທ່ານໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ຖະແຫລງຢືນຢັນວ່າ ພັກປະຊາຊົນປະຕິວັດລາວ ໄດ້ກຳນົດເປົ້າໝາຍຢ່າງຄັກແນ່ວ່າ ຈະສະໜັບສະໜຸນສົ່ງເສີມໃຫ້ຜູ້ຍິງລາວ ໄດ້ເປັນສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ໃຫ້ໄດ້ເຖະງໃນສັດສ່ວນ 35 ເປີເຊັນ ຂອງຈຳນວນສະມາຊິກທັງໝົດຂອງທັງ 2 ສະພາດ້ວຍການເພີ້ມຈຳນວນຜູ້ສະໝັກເພດຍິງໃຫ້ຫຼາຍຂຶ້ນໃນການເລືອກຕັ້ງຄັ້ງນີ້ ແລະພ້ອມກັນນີ້ ພັກປະຊາຊົນປະຕິວັດລາວ ຍັງໄດ້ເນັ້ນຢ້ຳໃຫ້ດຳເນີນມາດຕະການໃນທຸກວິທີທາງເພື່ອໃຫ້ບັນລຸທັງ 3 ເປົ້າໝາຍຢ່າງແທ້ຈິງອີກດ້ວຍ ດັ່ງທີ່ ທ່ານໄຊສົມພອນ ຢືນຢນວ່າ:

“ຂ້າພະເຈົ້າ ກະຂໍຮຽກຮ້ອງໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງທັງຫຼາຍ ຈົ່ງປະຕິບັດຕາມທິດຊີ້ນຳລວມຂອງຄະນະກຳມະການເລືອກຕັ້ງລະດັບຊາດ ຮັບປະກັນຢູ່ 300 ເປີເຊັນ ອັນທີ 1 ບໍ່ໃຫ້ມີບັດຕາຍ ອັນທີ 2 ຮັບປະກັນຄວາມສະຫງົບ-ຄວາມປອດໄພໃນການໄປໃຊ້ສິດປ່ອນບັດເລືອກຕັ້ງ ບໍ່ໃຫ້ມີເຫດຮ້າຍເກີດຂຶ້ນ ອັນທີ 3 ໃຫ້ໄປໃຊສິດເຕັມ 100 ເປີເຊັນ.”

ທັງນີ້ ທ່ານໄຊສົມພອນ ພົມວິຫານ ກໍເປັນຜູ້ນຶ່ງທີ່ລົງສະໝັກໃນການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດລາວ ຊຸດທີ 9 ດ້ວຍເຊັ່ນກັນ ໂດຍໄດ້ຮັບໝາຍເລອກ 1 ຂອງເຂດເລືອກຕັ້ງທີ 1 ຄືເຂດນະຄອນວຽງຈັນ ທີ່ມີຜູ້ສະໝັກທັງໝົດ 23 ທ່ານໃຫ້ເລືອກເອົາ 18 ທ່ານ ຊຶ່ງດ້ວຍສະຖານະຂອງທ່ານໄຊສົມພອນ ທີ່ເປັນທັງກຳມະການກົມການເມືອງສູນກາງພັກແລະປະທານສູນກາງແນວລາວສ້າງຊາດດ້ວຍນັ້ນ ຈຶ່ງມີການຄາດໝາຍວ່າ ທ່ານໄຊສົມພອນ ຈະໄດ້ກ້າວຂຶ້ນເປັນປະທານສະພາແຫ່ງຊາດລາວຊຸດທີ 9 ອີກດ້ວຍ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ ຊຸດທີ 9 ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ່ 2 ໃນວັນທີ 21 ກຸມພາ 2021 ນີ້ມີປະຊາຊົນລາວ ຜູ້ມີສິດເລືອກຕັ້ງ ຊຶ່ງກໍຄືຜູ້ທີ່ມີອາຍຸຕັ້ງແຕ່ 18 ປີຂຶ້ນໄປນັ້ນ ຈຳນວນທັງໝົດ 4,279,243 ຄົນ ໃນນີ້ເປັນເພດຍິງ 2,128,167 ຄົນ ໃນ 18 ເຂດເລືອກຕັ້ງ ໂດຍແຂວງສະຫວັນນະເຂດນັ້ນ ຖືເປັນເຂດຕັ້ງໃຫຍ່ທີ່ສຸດທີ່ມີສະມາຊິກສະພາແຫ່ງຊາດໄດ້ 20 ຄົນກັບສະມາຊິກສະພາປະຊາຊົນຂັ້ນແຂວງ 39 ຄົນ ສ່ວນແຂວງບໍ່ແກ້ວ ຫລວງນ້ຳທາ ໄຊສົມບູນ ອັດຕະປື ກັບເຊກອງ ມີສະມາຊິກທັງ 2 ສະພາໄດ້ພຽງ 6 ຄົນ ກັບ 21 ຄົນຕາມລຳດັບ ແລະຄາດວ່າ ກອງປະຊຸມສະໄໝສາມັນຄັ້ງທີ 1 ຂອງສະພາແຫ່ງຊາດລາວ ຊຸດທີ 9 ຈະຈັດຂຶ້ນໄດ້ໃນເດືອນມີນາ 2021 ເພື່ອແຕ່ງຕັ້ງປະທານປະເທດ ປະທານສະພາ ນາຍົກລັດຖະມົນຕີ ລັດຖະມົນຕີ ປະທານສານ ແລະໄອຍະການປະຊາຊົນສູງສຸດ ຕາມລຳດັບ.

XS
SM
MD
LG