ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວອາເມຣິກັນ ຜູ້ສູງອາຍຸ ປະເຊີນກັບ ພາວະເງິນເຟີ້ ເຄື່ອງຂອງ ແລະນ້ຳມັນແພງ ເຮັດໃຫ້ຊີວິດການເປັນຢູ່ ຍາກລຳບາກ


ລາຄາອາຫານການກິນ ແພງຂຶ້ນນັບມື້ ຍ້ອນຜົນກະທົບຈາກສົງຄາມຣັດເຊຍ ໃນຢູເຄຣນ ແລະພາວະເງິນເຟີ້ ຢູ່ໃນສະຫະລັດ.
ລາຄາອາຫານການກິນ ແພງຂຶ້ນນັບມື້ ຍ້ອນຜົນກະທົບຈາກສົງຄາມຣັດເຊຍ ໃນຢູເຄຣນ ແລະພາວະເງິນເຟີ້ ຢູ່ໃນສະຫະລັດ.

ໃນຂະນະທີ່ສົງຄາມຂອງຣັດເຊຍໃນຢູເຄຣນ ເບິ່ງຄືວ່າ ຈະບໍ່ຍຸຕິລົງໃນເວລາອັນໃກ້ນີ້ ຫາກແຕ່ຍັງຈະສືບຕໍ່ໄປອີກດົນ ຊຶ່ງແນ່ນອນຈະສົ່ງຜົນກະທົບຕໍ່ປະຊາຊົນ ເສດຖະກິດ ແລະບັນຫາຕ່ອງໂສ້ການສະໜອງສິນຄ້າ ໃນທົ່ວໂລກ ເຮັດໃຫ້ລາ ຄາສິນຄ້າອຸປະໂພກບໍລິໂພກ ລວມທັງນ້ຳມັນເຊື້ອໄຟ ທີບຕົວສູງຂຶ້ນນັບມື້ ແລະເກີດພາວະເງິນເຟີ້. ວີໂອເອລາວ ໄດ້ສຳພາດຍານາງ ແມຣີ ຫານຊະນະ ທີ່ໄດ້ກະສຽນອອກກິນເບ້ຍບຳນານ ພ້ອມກັບສາມີ ອາໄສຢູ່ໃນເມືອງກາຣເດັນໂກຣບ ລັດຄາລີຟໍເນຍ ມາໄດ້ຫຼາຍສິບປີ ກ່ຽວກັບຊີວິດການເປັນຢູ່ໃນສະພາບການດັ່ງ ກ່າວ ຊຶ່ງຍານາງກ່າວວ່າ:

ຍານາງກ່າວໃຫ້ຟັງອີກວ່າ ຄາເຊົ່າເຮືອນກະແພງຫຼາຍ ເພິ່ນໂຊກດີທີ່ໄດ້ຢູ່ເຮືອນຫຼວງສຳລັບຄົນອາຍຸສູງ ຈຶ່ງຈ່າຍຄ່າເຊົ່າຖືກກວ່າປົກກະຕິ ແລະຍ້ອນມີລູກເຕົ້າຂອງເພິ່ນ​ຊ່ອຍເຫຼືອເບິ່ງແຍງໃນຍາມຂາດແຄນ ຈຶ່ງສາມາດປະຄັບປະຄອງໄປໄດ້ ຖ້າຫາກບໍ່ມີລູກເຕົ້າແລ້ວ ຄົງຈະຍາກລຳບາກຫຼາຍ. ນອກຈາກຈະປະເຊີນກັບບັນຫາພາວະເງິນເຟີ້ ແລະລາຄາອາຫານການກິນແພງຂຶ້ນ ພວກຜູ້ເຖົ້າຜູ້ແກ່ທັງຫຼາຍ ກໍຍັງປະເຊີນກັບໄພອັນຕະລາຍຈາກໄວຣັສໂຄວິດ-19 ນຳດ້ວຍ.

XS
SM
MD
LG