ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດວິສາຫະກິດ ໄຟຟ້າລາວ ເພີ້ມການລະດົມທຶນ ຂຶ້ນເປັນ 6,000 ລ້ານບາດ ໃນຕະຫລາດການເງິນຂອງໄທ


ພິທີລົງນາມເພີ້ມການລະດົມທຶນຂອງລັດວິສາຫະກິດໄຟຟ້າລາວຢູ່ໃນຕະຫລາດການເງິນຂອງໄທ.
ພິທີລົງນາມເພີ້ມການລະດົມທຶນຂອງລັດວິສາຫະກິດໄຟຟ້າລາວຢູ່ໃນຕະຫລາດການເງິນຂອງໄທ.

ລັດວິສາຫະກິດຜະລິດໄຟຟ້າລາວ (EDL-GEN) ຈະລະດົມເງິນກູ້ 6,000 ລ້ານບາດຈາກຕະຫລາດທຶນຂອງໄທ ເພື່ອນໍາໃຊ້ສໍາລັບການຮ່ວມລົງທຶນກັບບັນດາບໍລິສັດຕ່າງຊາດທີ່ລົງທຶນກໍ່ສ້າງເຂື່ອນໃນລາວ.

ທ່ານ ອະດິສອນ ສິງສັຈຈະ ປະທານເຈົ້າໜ້າທີ່ບໍລິຫານຂອງກຸ່ມບໍລິສັດ ທວິນ ພາຍ (Twin Pine) ຈໍາກັດ ຢືນຢັນວ່າ ລັດວິສາຫະກິດຜະລິດໄຟຟ້າລາວຕົກ ລົງມອບໝາຍໃຫ້ກຸ່ມບໍລິສັດທວິນ ພາຍ ເປັນທີ່ປຶກສາ ແລະຮັບຜິດຊອບດໍາເນີນການລະດົມເງິນກູ້ຢືມໃນມູນຄ່າ 6,000 ລ້ານບາດຈາກຕະຫລາດທຶນໃນປະເທດໄທເມື່ອບໍ່ນານມານີ້ ໂດຍການລະດົມທຶນຈະເປັນການອອກຫຸ້ນກູ້ເພື່ອສະເໜີຂາຍໃຫ້ກັບນັກລົງທຶນລາຍໃຫຍ່ໃນຕະຫລາດຫລັກຊັບແຫ່ງປະເທດໄທໃນຕົ້ນເດືອນກໍລະກົດ 2021 ນີ້, ໂດຍຈະແບ່ງເປັນ 6 ລ້ານຫຸ້ນທີ່ສະເໜີຂາຍໃນລາຄາ 1,000 ບາດຕໍ່ຫຸ້ນ ໂດຍນັກລົງທຶນຈະໄດ້ຮັບຜົນຕອບແທນເປັນດອກເບ້ຍໃນອັດຕາສະເລ່ຍ 5.9 ເປີເຊັນຕໍ່ປີເປັນເວລາ 3 ປີຕິດຕໍ່ກັນ ເຊິ່ງຄາດວ່ານັກລົງທຶນໄທຈະໃຫ້ການຕອບຮັບເປັນຢ່າງດີ ໂດຍສະເພາະແມ່ນບັນດານັກລົງທຶນທີ່ເປັນສະຖາບັນການເງິນນັ້ນ ເພາະວ່າກ່ອນໜ້ານີ້ລັດວິສາຫະກິດຜະລິດໄຟຟ້າລາວກໍ່ໄດ້ມີການລະດົມທຶນມາແລ້ວສອງຄັ້ງ ດັ່ງທີ່ທ່ານ ອະດິສອນ ໄດ້ໃຫ້ການຢືນຢັນວ່າ:

“ຮຸ້ນກູ້ຂອງເຮົາໃນສອງລັອດທໍາອິດນີ້ ຕ້ອງຮຽນຕາມກົງວ່າ: ສະຖາບັນນີ້ຈອງໝົດ ແລະກໍ່ຂາຍໝົດ, ກຸ່ມ ໄຮ ເນັທ ເວີທ ຫລືວ່າແມ່ນຫຍັງນີ້ຍັງບໍ່ໄດ້ໂອກາດລົງທຶນໃນໂຕນີ້ເລີຍ ມັນກໍ່ຈະມີໂຕນັ້ນທີ່ວ່າມີຄວາມສົນໃຈຫລາຍພໍສົມຄວນ ແລ້ວເຮົາກໍ່ມີການປຶກສາກັບທະນາຄານພານິດໃນໄທ ເຊິ່ງຫລາຍແຫ່ງທີ່ມີຄວາມສົນໃຈ ປະມານ 7-8 ແຫ່ງ ເຮົາກໍ່ເລີຍລົມກັນຢູ່ກັບທະນາຄານພານິດທັງຫລາຍ ແລ້ວກໍ່ເອົາເລື່ອງທີ່ໄດ້ຮັບອະນຸມັດແລ້ວນີ້ມາສຶກສາເບິ່ງວ່າເຮົາຈະສາມາດເຮັດຫຍັງໄດ້ແດ່.”

ໂດຍການລະດົມທຶນຈາກສະຖາບັນການເງິນໃນໄທ 2 ຄັ້ງກ່ອນໜ້ານີ້ ມີມູນຄ່າລວມ 24,000 ລ້ານບາດ ເຊິ່ງແບ່ງເປັນການລະດົມທຶນ 6,500 ລ້ານບາດໃນປີ 2014 ແລະ 17,500 ລ້ານບາດໃນປີ 2018 ເພື່ອນໍາໄປຮ່ວມລົງທຶນໃນໂຄງການເຂື່ອນໄຊຍະບູລີ ແລະໂຄງການເຂື່ອນດອນສະໂຮງຕາມລໍາດັບ ສ່ວນການລະດົມທຶນຄັ້ງທີ່ສາມນີ້ກໍ່ຈະສົ່ງຜົນເຮັດໃຫ້ລັດວິສາຫະກິດຜະລິດໄຟຟ້າລາວມີໜີ້ຈາກການລະດົມທຶນໃນໄທຄິດເປັນມູນຄ່າລວມເຖິງ 30,000 ລ້ານບາດຫລືເກືອບ 1,000 ລ້ານໂດລາ ຫາກແຕ່ວ່າການທີ່ລັດວິສາຫະກິດຜະລິດໄຟຟ້າລາວມີລາຍໄດ້ຈາກການຂາຍພະລັງງານໄຟຟ້າທັງພາຍໃນ ແລະສົ່ງອອກຕ່າງປະເທດເພີ້ມຂຶ້ນທຸກປີ ໂດຍໃນປີ 2020 ກໍ່ມີລາຍໄດ້ລວມເກີນກວ່າ 1,211.46 ຕື້ກີບ ແລະຄາດວ່າຈະເພີ້ມຂຶ້ນເປັນ 1,300 ຕື້ກີບໃນປີນີ້, ຈຶ່ງຖືວ່າໜີ້ສິນໃນລະດັບດັ່ງກ່າວຈະບໍ່ກໍ່ບັນຫາດ້ານການເງິນໃຫ້ລັດວິສາຫະກິດຜະລິດໄຟຟ້າລາວແຕ່ຢ່າງໃດ.

ສ່ວນທ່ານ ກຸລິສ ສົມບັດສິຣິ ປະລັັດກະຊວງພະລັງງານໄທຖະແຫລງວ່າ ລັດ ຖະບານໄທວາງແຜນການ ທີ່ຈະພັດທະນາໄທເປັນສູນກາງການຄ້າພະລັງງານໄຟຟ້າຂອງອາຊຽນໃຫ້ໄດ້ໃນປີ 2025 ໂດຍການວາງແນວສາຍສົ່ງໄຟຟ້າຈາກລາວໄປໃນອາຊຽນດ້ວຍກັນ ແລະລັດຖະບານໄທຈະໃຫ້ການສົ່ງເສີມການຜະລິດພະລັງງານໝຸນວຽນເພື່ອຫລຸດການນໍາເຂົ້າຈາກຕ່າງປະເທດດ້ວຍ ດັ່ງທີ່ທ່ານ ກຸລິສ ໃຫ້ການຢືນຢັນວ່າ:

“ເຮົາຈະຍົກເອົາເລື່ອງຂອງພະລັງງານໝູນວຽນ ເລື່ອງພະລັງງານທົດແທນ ເລື່ອງຂອງການລົງທຶນນໍາ, ກຣີດ ຄອນເນັກທີວິທີ ກໍ່ຄືເຊື່ອມໂຍງສາຍສົ່ງການຊື້-ຂາຍໄຟ ເພາະເຮົາຢູ່ໃນຂົງເຂດທີ່ເປັນຍຸດທະສາດທີ່ດີ ກໍ່ເຊື່ອມ ລາວ-ໄທ ໄປຕໍ່ຍັງມຽນມາ ຫລື ລາວ-ໄທ ໄປຍັງ ມາເລເຊຍ-ສິງກະໂປ ຫລືໄປກໍາປູເຈຍ ເຮົາກໍ່ຈະໃຊ້ຄວາມໂດດເດັ່ນທາງດ້ານຍຸດທະສາດຂອງເຮົາບ່ອນນີ້ ເຮັດໃນເລື່ອງຂອງການເຊື່ອມຕໍ່ທັງດ້ານໄຟຟ້າ ແລະກໍ່ດ້ານແກັສທໍາມະຊາດ.”

ໃນປັດຈຸບັນ ລາວມມີແຫລ່ງຜະລິດໄຟຟ້າ 81 ແຫ່ງ, ກໍາລັງຕິດຕັ້ງລວມ 10,328 ເມກາວັຕ ໃນນີ້ໄດ້ສົ່ງຂາຍໃຫ້ໄທ 5,620 ເມກາວັຕ ແລະຄາດວ່າຈະເພີ້ມຂຶ້ນເປັນ 7,000 ເມກາວັຕໃນປີ 2022. ສ່ວນໃນທ້າຍປີ 2021 ກໍ່ຈະມີເຂື່ອນອີກ 19 ແຫ່ງທີ່ຈະສ້າງແລ້ວສົມບູນ ອັນຈະເຮັດໃຫ້ລາວມີແຫລ່ງຜະລິດໄຟຟ້າເພີ້ມຂຶ້ນເປັນ 100 ແຫ່ງ ກໍາລັງຕິດຕັ້ງລວມກວ່າ 13,000 ເມກາວັຕ ສາມາດຜະລິດໄຟຟ້າໄດ້ 67,000 ລ້ານກິໂລວັຕຕໍ່ຊົ່ວໂມງ, ສ່ວນການຊົມໃຊ້ໄຟຟ້າໃນລາວແມ່ນຍັງມີທ່າອ່ຽງເພີ້ມຂຶ້ນ ໂດຍສະເພາະແມ່ນຫລັງຈາກການເປີດການເດີນລົດໄຟ ລາວ-ຈີນ ໃນທ້າຍປີ 2021 ນີ້ ກໍ່ຄາດວ່າການໃຊ້ໄຟຟ້າໃນລາວຈະເພີ້ມຂຶ້ນຈາກ 1,800 ເມກາວັຕເປັນ 3,600 ເມກາວັຕໃນປີ 2022 ເຊິ່ງຈະເຮັດໃຫ້ລາວມີໄຟຟ້າເກີນຄວາມຕ້ອງການເກືອບ 10,000 ເມກາວັຕທີ່ຈະຕ້ອງສົ່ງອອກໄປຕ່າງປະເທດທີ່ບໍ່ແມ່ນປະເທດໄທ ເນື່ອງຈາກວ່າໄທມີໄຟຟ້າເກີນຄວາມຕ້ອງການເຖິງ 19,000 ເມກາວັຕ ຈຶ່ງບໍ່ຕ້ອງນໍາເຂົ້າໃນ 6 ປີຕໍ່ໄປນີ້.

XS
SM
MD
LG