ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດໄຟຟ້າລາວ ຖືກຫລຸດລະດັບ ຄວາມອາດສາມາດທາງທຸລະກິດລົງ ຍ້ອນ ມີໜີ້ສິນຕ່າງປະເທດເພີ້ມຂຶ້ນ


ປ້າຍບໍລິສັດໄຟຟ້າລາວ (ມະຫາຊົນ) ຫລື EDL-GEN ຈໍາກັດ
ປ້າຍບໍລິສັດໄຟຟ້າລາວ (ມະຫາຊົນ) ຫລື EDL-GEN ຈໍາກັດ

ບໍລິສັດໄຟຟ້າລາວ (ມະຫາຊົນ) ຈໍາກັດໄດ້ຖືກປັບຫລຸດລະດັບຄວາມອາດສາມາດທາງທຸລະກິດລົງ ໂດຍມີສາເຫດທີ່ສໍາຄັນມາຈາກການມີລາຍຈ່າຍດ້ານການລົງທຶນ ແລະໜີ້ຕ່າງປະເທດເພີ້ມຂຶ້ນນັບມື້. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ບໍລິສັດ TRIS Rating ໄດ້ປັບຫລຸດລະດັບຄວາມອາດສາມາດທາງທຸລະກິດຂອງບໍລິສັດຜະລິດໄຟຟ້າລາວ (ມະຫາຊົນ) ຈໍາກັດຫລື EDL-GEN ຈາກລະດັບ BBB ລົງມາເປັນ BBB- ເມື່ອບໍ່ນານມານີ້ ໂດຍການປັບຫລຸດດັ່ງກ່າວໄດ້ເຮັດໃຫ້ລະດັບຄວາມໜ້າເຊື່ອຖື ແລະຄວາມສາມາດໃນການຊໍາລະດອກເບ້ຍ ແລະເງິນນກູ້ຄືນໃຫ້ເຈົ້າໜີ້ຂອງ EDL-GEN ຫລຸດລົງຕໍ່າກວ່າເກນມາດຕະຖານລະດັບປານກາງ ໂດຍມີສາເຫດມາຈາກການທີ່ EDL-GEN ມີໜີ້ສິນເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງຍັງມີພາລະດ້ານລາຍຈ່າຍເພີ້ມຂຶ້ນສູງກວ່າລາຍຮັບໃນແຕ່ລະປີອີກດ້ວຍ.

ໂດຍໃນປີ 2020 ທີ່ຜ່ານມາ EDL-GEN ມີໜີ້ສິນລວມຫລາຍກວ່າ 14,600 ຕື້ກີບ ຊຶ່ງໃນນີ້ ແບ່ງເປັນໜີ້ໃນຮູບເງິນບາດຂອງໄທ 50 ເປີເຊັນ, ເງິນໂດລາ 47 ເປີເຊັນ, ເງິນຢວນ ແລະເງິນຢູໂຣ 2 ເປີເຊັນ. ສ່ວນໃນດ້ານລາຍຮັບໃນປີ 2020 ກໍປາກົດວ່າ EDL-GEN ມີລາຍໄດ້ຈາກການຂາຍພະລັງງານໄຟຟ້າ ຄິດເປັນມູນຄ່າລວມ 1,170 ຕື້ກີບ ໂດຍເຖິງແມ່ນວ່າຈະເພີ້ມຂຶ້ນຈາກປີ 2019 ເຖິງ 10.3 ເປີເຊັນກໍຕາມ ຫາກແຕ່ລາຍຮັບໃນລະດັບດັ່ງກ່າວນີ້ກໍທຽບໄດ້ກັບ 8 ເປີເຊັນເທົ່ານັ້ນຂອງໜີ້ສິນທັງໝົດຂອງ EDL-GEN ໃນປັດຈຸບັນ.

ຍິ່ງໄປກວ່ານັ້ນ EDL-GEN ກໍຍັງມີພາລະດ້ານລາຍຈ່າຍໃນຊ່ວງປີ 2021-2023 ຄິດເປັນມູນຄ່າລວມເຖິງ 7,700 ຕື້ກີບ ໃນຂະນະທີ່ຄາດໝາຍດ້ານລາຍຮັບໄວ້ທີ່ມູນຄ່າ 1,500-1,900 ຕື້ກີບຕໍ່ປີ ໃນຊ່ວງ 3 ປີ ດັ່ງກ່າວ ຈຶ່ງເຮັດໃຫ້ EDL-GEN ຍັງຈະຕ້ອງປະເຊີນກັບບັນຫາລາຍຈ່າຍສູງກວ່າລາຍຮັບຢູ່ຕໍ່ໄປ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລັດວິສາຫະກິດໄຟຟ້າລາວ (EDL) ໄດ້ຫລຸດການຖືຫຸ້ນລົງທຶນໃນ EDL-GEN ລົງຈາກ 75 ເປີເຊັນ ມາເປັນ 51 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດໃນປັດຈຸບັນນີ້ ໂດຍຫວັງວ່າ ການດຶງເອົາບໍລິສັດເອກະຊົນເຂົ້າມາຮ່ວມລົງທຶນຫລາຍຂຶ້ນນັ້ນ ຈະເຮັດໃຫ້ມີຄວາມຄ່ອງຕົວໃນການດໍາເນີນທຸລະກິດຫລາຍຂຶ້ນ ດັ່ງທີ່ທ່ານວັນແສງ ວັນນະວົງ, ປະທານກໍາມະການບໍລິຫານການເງິນຂອງ EDL-GEN ໃຫ້ການຢືນຢັນວ່າ:

“ທີ່ຜ່ານທາງລັດຖະບານຖືຫຸ້ນໃນ EDL-GEN ຜ່ານທາງການໄຟຟ້າລາວ ກໍຈະຢູ່ທີ່ປະມານ 75 ເປີເຊັນ ແລ້ວກໍໄດ້ມີການຫລຸດສັດສ່ວນດັ່ງກ່າວລົງມາຢູ່ທີ່ 51 ເປີເຊັນ ຊຶ່ງຂາຫຸ້ນລາຍໃໝ່ທີ່ເຂົ້າມາຖືຫຸ້ນ ກໍຈະເປັນບໍລິສັດພົງຊັບທະວີ ຊຶ່ງເປັນເອກະຊົນລາວລາຍໃຫຍ່ ຊຶ່ງມີສັກກະຍະພາບໃນການພັດທະນາ ບໍ່ວ່າຈະເປັນເລື້ອງຂອງພະລັງງານ ເລື້ອງຂອງການກໍ່ສ້າງ ແລ້ວກໍເລື້ອງຂອງການສົ່ງ ອອກ ຊຶ່ງເຮົາມອງວ່າມີຈຸດດີຢູ່ຫລາຍຢ່າງ ເພື່ອເລື້ອງຂອງ Transparency ໃນການ Operation ແລ້ວກໍ Management ໃຫ້ບໍລິສັດ ມີຄວາມຄ່ອງຕົວໃນການດໍາເນີນທຸລະກິດໃນຮູບແບບຂອງບໍລິສັດມະຫາຊົນ.”

ໂດຍຫລ້າສຸດ EDL-GEN ກໍໄດ້ຕົກລົງມອບໝາຍໃຫ້ກຸ່ມບໍລິສັດ ທວິນ ພາຍ (Twin Pine) ເປັນທີ່ປຶກສາ ແລະຮັບຜິດຊອບດໍາເນີນການລະດົມເງິນກູ້ຢືມໃນມູນຄ່າ 6,000 ລ້ານບາດ ດ້ວຍການອອກຫຸ້ນກູ້ເພື່ອສະເໜີຂາຍໃຫ້ນັກລົງທຶນລາຍໃຫຍ່ໃນຕະຫລາດຫລັກຊັບແຫ່ງປະເທດໄທ ໃນເດືອນກໍລະກົດ 2021 ນີ້ ໂດຍແບ່ງເປັນ 6 ລ້ານຫຸ້ນທີ່ສະເໜີຂາຍໃນລາຄາ 1,000 ບາດຕໍ່ຫຸ້ນ ໂດຍນັກລົງທຶນຈະໄດ້ຮັບຜົນຕອບແທນເປັນດອກເບ້ຍໃນອັດຕາສະເລ່ຍ 5.9 ເປີເຊັນຕໍ່ປີ ເປັນເວລາ 3 ປີ ຕິດຕໍ່ກັນ ເຊິ່ງຄາດວ່ານັກລົງທຶນໄທຈະໃຫ້ການຕອບຮັບເປັນຢ່າງດີ ໂດຍສະເພາະແມ່ນບັນດານັກລົງທຶນທີ່ເປັນສະຖາບັນການເງິນນັ້ນ.

ກ່ອນໜ້ານີ້ EDL-GEN ກໍ່ໄດ້ມີການລະດົມທຶນໃນໄທມາແລ້ວສອງຄັ້ງ ມີມູນຄ່າລວມເຖິງ 24,000 ລ້ານບາດ ເຊິ່ງແບ່ງເປັນການລະດົມທຶນ 6,500 ລ້ານບາດໃນປີ 2014 ແລະ 17,500 ລ້ານບາດ ໃນປີ 2018 ເພື່ອນໍາໄປຮ່ວມລົງທຶນໃນໂຄງການເຂື່ອນໄຊຍະບູລີ ແລະໂຄງການເຂື່ອນດອນສະໂຮງຕາມລໍາດັບ ສ່ວນການລະດົມທຶນຄັ້ງທີ່ສາມນີ້ ກໍ່ຈະສົ່ງຜົນເຮັດໃຫ້ລັດວິສາຫະກິດຜະລິດໄຟຟ້າລາວມີໜີ້ຈາກການລະດົມທຶນໃນໄທຄິດເປັນມູນຄ່າລວມເຖິງ 30,000 ລ້ານບາດ ຫລືເກືອບ 1,000 ລ້ານໂດລາ ຫາກແຕ່ວ່າການທີ່ລັດວິສາຫະກິດຜະລິດໄຟຟ້າລາວມີລາຍໄດ້ຈາກການຂາຍພະລັງງານໄຟຟ້າທັງພາຍໃນ ແລະສົ່ງອອກຕ່າງປະເທດເພີ້ມຂຶ້ນທຸກປີ ໂດຍໃນປີ 2020 ກໍ່ມີລາຍໄດ້ລວມເກີນກວ່າ 1,211.46 ຕື້ກີບ ແລະຄາດວ່າຈະເພີ້ມຂຶ້ນເປັນ 1,500 ຕື້ກີບ ໃນປີນີ້, ແລະ 1,900 ຕື້ກີບໃນປີ 2023 ດ້ວຍນັ້ນ ຈຶ່ງຖືວ່າເປັນລາຍຮັບທີ່ສາມາດດຶງດູດຄວາມສົນໃຈຂອງບັນດານັກທຸລະກິດ ທີ່ຫວັງຜົນ ປະໂຫຍດໄລຍະຍາມຈາກການລົງທຶນໃນ EDL-GEN ໄດ້ເປັນຢ່າງດີ.

XS
SM
MD
LG