ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດຂອງ ລາວ ໄດ້ຮັບການເສຍຫາຍ ຫຼາຍກວ່າ 7,000 ຕື້ກີບ ຈາກການລະບາດ ຂອງເຊື້ອໄວຣັສ COVID-19


ເງິນກີບ ລາວ.
ເງິນກີບ ລາວ.

ເສດຖະກິດຂອງ ລາວ ໄດ້ຮັບການເສຍຫາຍຫຼາຍກວ່າ 7,000 ຕື້ກີບຈາກການລະບາດຂອງເຊື້ອໄວຣັສ COVID-19 ທັງຍັງເຮັດໃຫ້ຕ້ອງປັບຫຼຸດໝາຍການຂະຫຍາຍຕົວທາງເສດຖະກິດລົງຈາກເດີມອີກດ້ວຍ.


ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ - ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຖະແຫຼງວ່າ ການລະບາດຂອງເຊື້ອໄວຣັສ COVID-19 ໄດ້ສົ່ງຜົນເຮັດໃຫ້ເສດຖະກິດໃນ ລາວ ເກີດການເສຍຫາຍຄິດເປັນມູນຄ່າຫຼາຍກວ່າ 7,000 ຕື້ກີບ ໂດຍສະເພາະແມ່ນການປະ ກາດໃຊ້ຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີວ່າດ້ວຍມາດຕະການສະກັດກັ້ນການລະບາດຂອງເຊື້ອໄວຣັສ COVID-19 ທີ່ໃຊ້ບັງຄັບໃນລະຫວ່າງວັນທີ 1 ເມສາ ຫາ ວັນທີ 3 ພຶດສະພາ 2020 ນັ້ນ ນອກຈາກຈະເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນ ລາວ ແລ້ວ ການປິດດ່ານຊາຍແດນໃນທົ່ວປະເທດ ລາວ ກໍຍັງໄດ້ສົ່ງຜົນກະທົບຕໍ່ການຄ້າ ແລະ ການຂົນສົ່ງສິນຄ້າລະຫວ່າງ ລາວ ກັບຕ່າງປະເທດດ້ວຍ ແລະ ພາຍໃນສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງ ການ ລາວ ຕ້ອງປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດລົງຈາກ 6.5 ເປີເຊັນ ມາເປັນ 4.1 ເປີເຊັນ ຫຼືລະຫວ່າງ 3.6 ເປີເຊັນ ຫາ 4.5 ເປີເຊັນໃນປີ 2020 ນີ້ດັ່ງທີ່ທ່ານ ສອນໄຊ ໄດ້ຢືນຢັນວ່າ

“ເປັນອັນແນ່ນອນວ່າໃນປີ 2020 ນີ້ມີເຫດການ COVID ເກີດຂຶ້ນຊຶ່ງພວກເຮົາກໍໄດ້ປະກາດປະຕິ ບັດຄຳສັ່ງ 06 ເລີ່ມແຕ່ວັນທີ​ 1 ເມສາໄປຮອດວັນທີ 3 ພຶດສະພາ ສະນັ້ນການທ່ອງທ່ຽວນີ້ກໍບໍ່ມີຄົນມາ ງຽບເຫງົາເນາະ ການຄ້າຢູ່ຊາຍແດນເລື່ອງການເຂົ້າ-ອອກຕ່າງໆ ແລະ ນອກຈາກນັ້ນກະດ້ານອື່ນໆເນາະກະໄດ້ມີຜົນກະທົບຕື່ມ ຊຶ່ງສູນສະຖິຕິແຫ່ງຊາດກະໄດ້ຄາດຄະເນການຂະຫຍາຍຕົວໃນປີ 2020 ນີ້ຈະບັນລຸໄດ້ແຕ່ 4.1 ສ່ວນຮ້ອຍ ຫຼືວ່າໃນລະຫວ່າງ​ 3.6 ເຖິງ 4.5 ສ່ວນຮ້ອຍ.”

ກ່ອນໜ້ານີ້ ລັດຖະບານ ລາວ ໄດ້ວາງຄາດໝາຍການຂະຫຍາຍຄຕົວທາງເສດຖະກິດໃນປີ 2020 ໄວ້ທີ່ລະດັບ 6.5 ເປີເຊັນຊຶ່ງຈະເຮັດໃຫ້ GDP ມີມູນຄ່າລວມເຖິງ 117,780 ຕື້ກີບທີ່ຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນ ລາວ ທີ່ລະດັບ 2,733 ໂດລາຕໍ່ຄົນຕໍ່ປີໂດຍພາກບໍລິການຈະມີມູນຄ່າທາງເສດຖະກິດຫຼາຍທີ່ສຸດຕາມດ້ວຍພາກອຸດສາຫະກຳ ແລະ ກະສິກຳ ແຕ່ດ້ວຍການລະບາດຂອງໄວຣັສ ຈຶ່ງເປັນໄປບໍ່ໄດ້ຢ່າງແນ່ນອນ.

ທາງດ້ານກອງທຶນການເງິນສາກົນ ກໍໄດ້ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດໃນ ລາວ ລົງຈາກເດີມເຖິງ 5.5 ເປີເຊັນ ກໍຄືຈາກລະດັບ 6.2 ເປີເຊັນ ລົງມາເປັນພຽງ 0.7 ເປີເຊັນເທົ່ານັ້ນໃນປີ​ 2020 ທັງຍັງເປັນຄາດໝາຍທີ່ຕໍ່າກວ່າທະນາຄານພັດທະນາເອເຊຍ (ADB) ອີກດ້ວຍ.

ທັງນີ້ ADB ໄດ້ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດຂອງ ລາວ ໃນປີ 2020 ລົງຈາກລະດັບ 6.2 ເປີເຊັນ ເປັນ 3.5 ເປີເຊັນ ຍ້ອນຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ໃນປັດຈຸບັນໂດຍພາກບໍລິການ ແລະ ທ່ອງທ່ຽວຈະຖືກກະທົບໜັກສຸດ ແລະ ຄາດວ່າຈະຂະຫຍາຍຕົວໃນອັດຕາສະເລ່ຍພຽງ 1.3 ເປີເຊັນເທົ່ານັ້ນທຽບກັບປີ 2019 ສ່ວນພາກກະສິກຳ ແລະ ພາກອຸດສາຫະກຳນັ້ນຈະຂະຫຍາຍຕົວເພີ່ມຂຶ້ນພຽງ 2.5 ເປີເຊັນ ແລະ 5.7 ເປີເຊັນຕາລຳດັບ ຊຶ່ງຫຼຸດລົງໃນທຸກດ້ານທຽບກັບປີ 2019 ທີ່ຜ່ານມາ.

ພ້ອມກັນນີ້ ADB ຍັງຄາດໝາຍວ່າລັດຖະບານ ລາວ ຈະຕ້ອງປະເຊີນບັນຫາຂາດດຸນບັນຊີໝຸນວຽນເງິນຕາຕ່າງປະເທດເຖິງ 9.4 ເປີເຊັນຂອງ GDP ໃນປີ 2020 ຊຶ່ງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານ ລາວ ເຫຼືອບໍ່ເຖິງ 1,000 ລ້ານໂດລາ ຫຼືເທົ່າກັບການນຳເຂົ້າສິນຄ້າບໍ່ເຖິງ 2​ ເດືອນເທົ່ານັ້ນ.

ທາງດ້ານສະພາອຸດສາຫະກຳ ແລະ ການຄ້າຂອງສະຫະພາບຢູໂຣບ ປະຈຳ ລາວ ຄາດໝາຍວ່າ ການລະບາດຂອງເຊື້ອໄວຣັສ COVID-19 ຈະເຮັດໃຫ້ເກີນກວ່າ 70 ເປີເຊັນຂອງຫົວໜ່ວຍທຸລະ ກິດທັງໝົດໃນ ລາວ ຕ້ອງສູນເສຍລາຍໄດ້ຫຼາຍກວ່າ 50 ເປີເຊັນຂອງລາຍໄດ້ທັງໝົດໃນຕະຫຼອດປີ 2020 ຊຶ່ງຈະເຮັດໃຫ້ຫົວໜ່ວຍທຸລະກິດເຫຼົ່ານີ້ບໍ່ມີເງິນຊຳລະໜີເງິນກູ້ໃຫ້ທະນາຄານ ສ່ວນສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ ລາວ ກໍໄດ້ປະເມີນວ່າ ສະເພາະທຸລະກິດໃນພາກບໍລິຫານ ແລະ ທ່ອງທ່ຽວນັ້ນຈະມີການເລີກຈ້າງງານກວ່າ 70,000 ຄົນ ແລະ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ລາວ ຄາດວ່າພາກບໍລິການໃນ ລາວ ຈະສູນເສຍລາຍໄດ້ເກີນກວ່າ 350 ລ້ານໂດລາ.

XS
SM
MD
LG