ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວວ່າ ການປູກເຂົ້ານາແຊງ ຈະບໍ່ໄດ້ຕາມເປົ້າໝາຍ ໃນປີ 2012 ນີ້


ເຂົ້າຂອງລາວເພື່ອສົ່ງອອກໄປຂາຍຕ່າງປະເທດ
ເຂົ້າຂອງລາວເພື່ອສົ່ງອອກໄປຂາຍຕ່າງປະເທດ

ການປູກເຂົ້ານາແຊງໃນທົ່ວປະເທດລາວປະຈໍາປີ 2012 ນີ້ສາມາດປະຕິບັດໄດ້ຕໍ່າກວ່າ ເປົ້າໝາຍ ທີ່ວາງໄວ້ເຖິງ 20% ເນື່ອງຈາກບໍ່ສາມາດສ້ອມແປງຄອງຊົນລະປະທານໄດ້ ຕາມແຜນການທີ່ວາງໄວ້.

ກະຊວງ ກະສິກໍາ-ປ່າໄມ້ ລາຍງານວ່າ ກະເສດຕະກອນລາວໃນທົ່ວປະເທດສາມາດຫລຸດ
ປູກເຂົ້ານາແຊງປະຈໍາປີ 2012 ນີ້ໄດ້ຕໍ່າກວ່າເປົ້າໝາຍແຜນການ ທີ່ວາງໄວ້ເຖິງ 20% ຊຶ່ງ
ກໍຄືໃນຂະນະທີ່ລັດຖະບານລາວ ໄດ້ວາງເປົ້າໝາຍໄວ້ເຖິງ 135,000 ເຮັກຕານັ້ນ ຫາກແຕ່
ກະເສດຕະກອນລາວ ກໍສາມາດປະຕິບັດໄດ້ຕົວຈິງໃນເນື້ອທີ່ນາລວມພຽງ 108,000 ເຮັກ
ຕາເທົ່ານັ້ນ.

ສາເຫດສໍາຄັນທີ່ເຮັດໃຫ້ກະເສດຕະກອນລາວ ບໍ່ສາມາດປະຕິບັດໄດ້ຕາມເປົ້າໝາຍແຜນ
ການ ທີ່ລັດຖະ ບານລາວວາງໄວ້ດັ່ງກ່າວນັ້ນ ກໍເປັນຍ້ອນວ່າ ການສ້ອມແປງຄອງຊົນລະ
ປະທານ ທີ່ເປ່ເພຈາກພະຍຸໂຊນຮ້ອນນົກເຕັນ ແລະພະຍຸໄຫ່ໝາ ເມື່ອປີກາຍນັ້ນບໍ່ສາມາດ
ດໍາເນີນການໃຫ້ແລ້ວ ສໍາເລັດຕາມແຜນການທີ່ວາງເອົາໄວ້ຈຶ່ງເຮັດໃຫ້ການຕອບສະໜອງ
ນໍ້າ ໃຫ້ກັບພຶ້ນທີ່ປູກເຂົ້ານາແຊງ ສາມາດປະຕິບັດໄດ້ຢ່າງຈໍາກັດຊຶ່ງກໍເຊັ່ນດຽວກັນກັບ
ການຕອບສະໜອງນໍ້າໃຫ້ກັບພື້ນທີ່ປູກພືດເສດຖະກິດຊະນິດອື່ນໆ ເຊັ່ນຖົ່ວເຫຼືອງ, ອ້ອຍ
ແລະ ສາລີຫວານທີ່ວາງເປົ້າໝາຍໄວ້ ໃນເນື້ອທີ່ 134,000 ເຮັກຕາ ຫາກແຕ່ກໍສາມາດປະ
ຕິບັດ ໄດ້ຈິງພຽງໃນເນື້ອທີ່ 120,000 ເຮັກຕາເທົ່ານັ້ນ.

ການລ້ຽງເປັດນ້ອຍຢູ່ຟາມ ຊຶ່ງເປັນການຜະລິດສະບຽງອາ ຫານຢ່າງນຶ່ງໃຫ້ພຽງພໍກັບຄວາມຕ້ອງການພາຍໃນປະເທດ
ການລ້ຽງເປັດນ້ອຍຢູ່ຟາມ ຊຶ່ງເປັນການຜະລິດສະບຽງອາ ຫານຢ່າງນຶ່ງໃຫ້ພຽງພໍກັບຄວາມຕ້ອງການພາຍໃນປະເທດ

ຊຶ່ງດ້ວຍສະພາບການດັ່ງກ່າວ
ນີ້ ຈຶງບໍ່ພຽງແຕ່ຈະເຮັດໃຫ້
ການຜະລິດເຂົ້ານາແຊງແລະ
ພືດເສດຖະກິດຊະນິດຕ່າງໆ
ບໍ່ເປັນໄປຕາມເປົ້າໝາຍຂອງ
ລັດຖະບານລາວທີ່ຈະຮັບປະ
ກັນໃຫ້ໄດ້ຢ່າງຄັກແນ່ວ່າລາວ
ມີການຜະລິດດ້ານສະບຽງ
ອາຫານໄດ້ຢ່າງພຽງພໍກັບ
ການບໍລິການພາຍໃນປະເທດ
ແລະສາມາດເພີ່ມການສົ່ງ
ອອກເພື່ອເຮັດໃຫ້ລາວບໍ່ຕ້ອງ
ຂາດດຸນການຄ້າຕ່າງປະເທດ
ນັບຈາກປີ 2015 ເປັນຕົ້ນໄປ
ອີກດ້ວຍ.

ທັງນີ້ ກໍເພາະວ່າການທີ່ຈະ
ເຮັດໃຫ້ສາມາດບັນລຸເປົ້າ
ໝາຍດັ່ງກ່າວໄດ້ ຢ່າງແທ້ຈິງ
ນັ້ນ ກໍຈະຕ້ອງມີການສົ່ງເສີມ
ເພື່ອເພີ່ມຜົນຜະລິດສິນຄ້າ
ກະສິກໍາ ແລະສິນຄ້າປຸງແຕ່ງ
ຊະນິດຕ່າງໆ ເພື່ອສົ່ງອອກ
ໄປຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ຊຶ່ງລວມເຖິງການສົ່ງອອກໄປຕ່າງປະເທດ ໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ຊຶ່ງລວມເຖິງການສົ່ງອອກເຂົ້າໃຫ້ໄດ້ລະຫວ່າງ 8 ແສນໂຕນ
ເຖິງ 1 ລ້ານໂຕນອີກດ້ວຍ ດັ່ງທີ່ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ
ມົນຕີ ໄດ້ຖະແຫຼງຢືນຢັນວ່າ:

ດ້ານສະບຽງອາຫາເຖິງປີ 2015 ຜະລີດເຂົ້າໃຫ້ບັນລຸ 4.2 ລ້ານໂຕນ ສູ້ຊົນ
ຜະລິດຊີ້ນໃຫ້ໄດ້ 221,500 ໂຕນຕໍ່ປີ ແລະສັດນໍ້າໃຫ້ໄດ້ 157,200 ໂຕນຕໍ່ປີ
ດ້ານຜະລີດເປັນສິນຄ້າ ສູ້ຊົນຜະລິດເຂົ້າເພື່ອສົ່ງອອກ
ໃຫ້ໄດ້ປະມານ 8
ແສນເຖິງ 1 ລ້ານໂຕນຕໍ່ປິ
.

ການປັກດໍານາແຊງທີ່ລາວ
ການປັກດໍານາແຊງທີ່ລາວ

ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຈາກພາຍຸ
ໂຊນຮ້ອນ ໄຫ່ໝາ ແລະພະຍຸນົກເຕັນ
ລວມເຖິງປະລິມານນໍ້າຝົນທີ່ຕົກລົງມາ
ຢ່າງຫຼວງຫຼາຍ ໃນປີກາຍ ກໍໄດ້ເຮັດໃຫ້
ພຶ້ນທີ່ປູກເຂົ້ານາປີຂອງກະເສດຕະກອນ
ລາວເສຍຫາຍໄປ ຄິດເປັນພື້ນທີ່ລວມ
ກ້ວາງກວ່າ 60 ພັນ 400 ເຮັກຕາ ແລະ
ຖ້າຫາກວ່າຄິດໄລ່ ຈາກປະສິດທິພາບ
ໃນການຜະລິດໂດຍສະເລ່ຍ ຂອງກະ
ເສດຕະກອນລາວ ກໍຈະໄດ້ວ່າຜົນຜະລິດເຂົ້າທີ່ເສຍຫາຍໄປ ເພາະໄພນໍ້າຖ້ວມ
ໃຫຍ່ຄັ້ງດັ່ງກ່າວມີປະລິມານລວມເຖິງ 3 ແສນໂຕນ.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບໄພນໍ້າຖ້ວມໃຫຍ່ດັ່ງກ່າວ ກໍຍັງໄດ້ເຮັດໃຫ້ຄອງຊົນລະ
ປະທານໃນພື້ນທີ່ 12 ແຂວງຈາກທັງໝົດ 17 ແຂວງຂອງລາວຕ້ອງເສຍຫາຍໄປຫຼາຍກວ່າ
500 ໂຄງການ ແລະການສ້ອມແປງໃຫ້ກັບຄືນມາໃຊ້ການໄດ້ຕາມປົກກະຕິກໍ ຈະຕ້ອງໃຊ້
ງົບປະມານບໍ່ໜ້ອຍກວ່າ 170 ຕື້ກີບ ໃນຂະນະທີ່ລັດຖະບານລາວກໍສາມາດຕອບສະໜອງ
ໃຫ້ໄດ້ພຽງແຕ່ 30 ຕື້ກີບເທົ່ານັ້ນ.

ເພາະສະນັ້ນ ຖ້າຫາກວ່າທາງການລາວບໍ່ສາມາດ ທີ່ຈະສ້ອມແປງຄອງຊົນລະປະທານ
ໃຫ້ສາມາດໃຊ້ການໄດ້ຕາມປົກກະຕິໃນໄລຍະໝໍ່ໆນີ້ ກໍຍັງຈະສົ່ງຜົນກະທົບຕໍ່ເນື່ອງໄປ ເຖິງແຜນການເພີ່ມຜົນຜະລິດເຂົ້າໃນປີ 2015 ດັ່ງກ່າວຂອງລັດຖະບານລາວອີກດ້ວຍ
ຊຶ່ງຈະເຫັນໄດ້ຈາກປີ 2011 ທີ່ຜ່ານມາທີ່ລັດຖະບານລາວໄດ້ຕັ້ງເປົ້າໝາຍ ທີ່ຈະຊຸກຍູ້
ຜົນຜະລິດເຂົ້າໃຫ້ໄດ້ເຖິງ 3.4 ລ້ານໂຕນ ຫາກແຕ່ກະເສດຕະກອນລາວກໍສາມາດປະຕິ
ບັດໄດ້ຈິງພຽງແຕ່ 2.9 ລ້ານກວ່າໂຕນເທົ່ານັ້ນ.

XS
SM
MD
LG