ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ແກ່ງຄ້າຢາເສບຕິດ ຮັບສາລະພາບ ແຕ່ທາງການຕຳຫຼວດໄທ ບໍ່ເຊື່ອ


ຕຳຫຼວດປາບປາມຢາເສບຕິດຂອງໄທ ກຳລັງຈັບກຸມ ທ້າວໄຊຊະນະ ແກ້ວພິມພາ ຄົນສັນຊາດລາວ ດ້ວຍຂໍ້ຫາລັກລອບຄ້າຢາເສບຕິດ ເມື່ອວັນທີ 19 ມັງກອນ 2017 ຢູ່ທີ່ສະໜາມບິນສາກົນ ສຸວັນນະພູມ ໃນບາງກອກ.
ຕຳຫຼວດປາບປາມຢາເສບຕິດຂອງໄທ ກຳລັງຈັບກຸມ ທ້າວໄຊຊະນະ ແກ້ວພິມພາ ຄົນສັນຊາດລາວ ດ້ວຍຂໍ້ຫາລັກລອບຄ້າຢາເສບຕິດ ເມື່ອວັນທີ 19 ມັງກອນ 2017 ຢູ່ທີ່ສະໜາມບິນສາກົນ ສຸວັນນະພູມ ໃນບາງກອກ.

ຫົວໜ້າແກ່ງຄ້າຢາເສບຕິດລາຍໃຫຍ່ທີ່ສຸດໃນລາວ ຮັບສາລະພາບວ່າ ຕົນມີຄວາມ
ຜິດ ກ່ຽວກັບຢາເສບຕິດ ພຽງເປັນຄົນກາງ ໃນການຮັບຈ້າງຂົນສົ່ງ ຢາເສບຕິດເທົ່ານັ້ນ
ຫາກແຕ່ທາງການຕຳຫຼວດໄທ ບໍ່ເຊື່ອ.

ພົນຕຳຫຼວດໂທ ສົມໝາຍ ກອງວິໄສສຸກ ຜູ້ບັນຊາການຕຳຫຼວດປາບປາມຢາເສບຕິດ
ຂອງໄທ ໄດ້ໃຫ້ການຢືນຢັນວ່າ ພາຍຫລັງຈາກການຈັບກຸມ ທ້າວໄຊຊະນະ ແກ້ວພິມພາ
ຄົນສັນຊາດລາວ ດ້ວຍຂໍ້ຫາລັກລອບຄ້າຢາເສບຕິດ ເມື່ອວັນທີ 19 ມັງກອນ 2017
ທີ່ຜ່ານມາ ທ້າວໄຊຊະນະ ໄດ້ໃຫ້ການຮັບສາລະພາບວ່າ ຕົນມີຄວາມຜິດ ພຽງໃນ
ຖານະທີ່ເປັນຄົນກາງ ໃນການຮັບຈ້າງຂົນສົ່ງຢາເສບຕິດເທົ່ານັ້ນ ໂດຍການຂົນສົ່ງ ຢາເສບຕິດດັ່ງກ່າວ ຈະໄດ້ຮັບຄ່າຈ້າງເຖິງ 1 ລ້ານບາດຕໍ່ຄັ້ງ.

ຫາກແຕ່ທາງການຕຳຫຼວດໄທ ກໍບໍ່ເຊື່ອຕາມການສາລະພາບດັ່ງກ່າວ ຂອງທ້າວ
ໄຊຊະນະ ເພາະວ່າ ຈາກການສືບສວນ-ສອບສວນ ແລະການປະສານງານດ້ານ
ຂໍ້ມູນ-ຂ່າວສານຢ່າງໃກ້ຊິດ ລະຫວ່າງທາງການຕຳຫຼວດລາວ-ໄທ ໃນຕະຫຼອດ
ລະຍະ 5 ປີ ທີ່ຜ່ານມານັ້ນ ໄດ້ຂໍ້ສະຫລຸບກົງກັນວ່າ ທ້າວໄຊຊະນະ ເປັນຫົວໜ້າ ແກ່ງຄ້າຢາເສບຕິດລາຍໃຫຍ່ທີ່ສຸດໃນລາວ ແລະມີເຄືອຂ່າຍຢ່າງກວ້າງຂວາງ
ທັງໃນໄທ ມາເລເຊຍ ແລະສິງກະໂປ ອີກດ້ວຍ.

ສະມາຊິກ ຂອງເຄືອຂ່າຍ ທ້າວໄຊຊະນະ ຖືກທາງການໄທ ຄວບຄຸມໂຕ ເພື່ອນຳໄປສອບສວນ.
ສະມາຊິກ ຂອງເຄືອຂ່າຍ ທ້າວໄຊຊະນະ ຖືກທາງການໄທ ຄວບຄຸມໂຕ ເພື່ອນຳໄປສອບສວນ.

ສະນັ້ນ ການທີ່ສາມາດຈັບກຸມຕົວ ທ້າວໄຊຊະນະ ໄດ້ທີ່ສະໜາມບິນສຸວັນນະພູມ
ໃນໄທ ເມື່ອວັນທີ 19 ມັງກອນ ທີ່ຜ່ານມາ ຈຶ່ງຖືເປັນການຮ່ວມມືຄັ້ງສຳຄັນ ລະຫວ່າງ
ທາງການຕຳຫຼວດລາວ-ໄທ ທີ່ໄດ້ຕິດຕາມການເຄື່ອນໄຫວ ຂອງຜູ້ກ່ຽວມາເປັນເວລາ
ເຖິງ 5 ປີ ດັ່ງທີ່ ພົນຕຳຫຼວດໂທ ສົມໝາຍ ໄດ້ຢືນຢັນວ່າ:

“Dealer ທີ່ກະຈາຍອອກໃນປະເທດນີ້ ມັນເປັນຄົນໆດຽວກັນ ແຕ່ Dealer ໂຕນີ້ ບໍ່ເຄຍຖືກຈັບ ແລ້ວບໍ່ເຄຍມີໃຜ ໄປເຖິງມັນເລີຍ ອັນນີ້ຕ້ອງຍອມຮັບ ເປັນຄວາມ
ຊານສະຫຼາດ ຂອງໄຊຊະນະ ນີ້ມີທີ່ພັກຢາທີ່ເຂົາກຳນົດໄວ້ ເຂົາກໍສັ່ງຢູ່ທີ່ນີ້ ດຽວນີ້
ມັນໃຊ້ຄອມພິວເຕີ ໃຊ້ໂທລະສັບສັ່ງໄດ້ ເຈົ້າໜ້າທີ່ຕຳຫຼວດ ສປປ ລາວ ເຂົາໃຫ້
ຂໍ້ມູນເຮົາຢ່າງຫຼວງຫຼາຍ ໃຫ້ຄວາມສະດວກຫຼາຍ ບໍ່ມີເຂົາເຈົ້າ ກໍບໍ່ມີມື້ນີ້ ຕ້ອງໃຫ້
Credit ເຈົ້າໜ້າທີ່ຕຳຫຼວດຢາເສບຕິດລາວ.”

ພ້ອມກັນນີ້ ທາງການຕຳຫຼວດໄທ ກໍຍັງໄດ້ຈັບກຸມສະມາຊິກ ອີກ 3 ຄົນ ໃນແກ່ງດຽວ
ກັນກັບ ທ້າວໄຊຊະນະ ໃນມື້ດຽວກັນ ແລະໄດ້ຂະຫຍາຍຜົນການສອບສວນໄປສູ່ ການຍຶດຊັບສິນ ທີ່ໄດ້ຈາກການຄ້າຢາເສບຕິດໃນໄທ ຄິດເປັນມູນຄ່າຫຼາຍຮ້ອຍລ້ານ
ບາດ ທັງກໍຍັງໄດ້ປະສານງານ ແລະຂໍການຮ່ວມມືຈາກທາງການລາວ ເພື່ອທຳການ ກວດສອບ ແລະຍຶດຊັບສິນຂອງທ້າວໄຊຊະນະ ແລະເຄືອຂ່າຍທີ່ຢູ່ໃນລາວ ທີ່ທາງ ການຕຳຫຼວດໄທ ເຊື່ອວ່າ ມີມູນຄ່າຫຼາຍກວ່າ 1,000 ລ້ານບາດອີກດ້ວຍ.

ທ້າວໄຊຊະນະ ແກ້ວພິມພາ ອາຍຸ 42 ປີ ມີທຸລະກິດຫຼາຍກິດຈະການ ຢູ່ໃນລາວ ໂດຍ
ສະເພາະ ແມ່ນທຸລະກິດຄ້າໄມ້ ທຸລະກິດໂຮງເລື່ອຍ ທຸລະກິດໂຮງເຮມ ແລະ ສະຖານ
ບັນເທີງ ຕ່າງໆນັ້ນ ຖືເປັນທຸລະກິດຫລັກ ໂດຍສານອາຍາຂອງໄທ ໄດ້ອອກໝາຍຈັບ
ທ້າວໄຊຊະນະ ແລະສະມາຊິກໃນແກ່ງ ອີກ 8 ຄົນ ເມື່ອວັນທີ 9 ມັງກອນ 2017 ໂດຍ ສາມາດຈັບກຸມ ທ້າວໄຊຊະນະ ແລະສະມາຊິກໃນແກ່ງ ທີ່ເປັນຄົນໄທ 3 ຄົນໄດ້ໃນ
ວັນທີ 19 ມັງກອນທີ່ຜ່ານມາ ສ່ວນອີກ 5 ຄົນທີ່ເຫຼືອທີ່ເປັນຄົນໄທ 3 ຄົນ ແລະ ຄົນ
ລາວ 2 ຄົນນັ້ນ ທາງການຕຳຫຼວດໄທ ກໍຈະຕິດຕາມຈັບກຸມໃຫ້ໄດ້ໄວທີ່ສຸດ ໂດຍໄດ້
ຕັ້ງລາງວັນນຳຈັບ ໄວ້ເຖິງ 4 ລ້ານບາດ.

ຢາບ້າ ທີ່ທາງການລາວ ສາມາດຢຶດມາໄດ້ ຈາກພວກແກ່ງຄ້າຢາເສບຕິດ ຢູ່ໃນລາວ ໃນປີ 2016.
ຢາບ້າ ທີ່ທາງການລາວ ສາມາດຢຶດມາໄດ້ ຈາກພວກແກ່ງຄ້າຢາເສບຕິດ ຢູ່ໃນລາວ ໃນປີ 2016.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນໜ່ວຍປາບປາມຢາເສບຕິດໃນລາວ ຍອມຮັບວ່າ ມີ
ເຈົ້າໜ້າທີ່ຂັ້ນສູງຈຳນວນບໍ່ນ້ອຍ ທັງໃນວົງການທະຫານ ຕຳຫຼວດ ແລະລັດຖະບານ
ທີ່ໄດ້ເຂົ້າໄປພົວພັນ ແລະກ່ຽວຂ້ອງກັບການຄ້າຢາເສບຕິດ ໂດຍສະເພາະ ການເຂົ້າ
ໄປມີຜົນປະໂຫຍດໃນການຄ້າຢາບ້ານັ້ນ ກໍຍັງຖືເປັນສາເຫດສຳຄັນ ທີ່ເຮັດໃຫ້ການ ລັກລອບຂົນສົ່ງ ແລະການຄ້າຢາບ້າໃນລາວ ໄດ້ມີການຈັດຕັ້ງເປັນຂະບວນ ທີ່ມີເຄືອ
ຂ່າຍຢ່າງກວ້າງຂວາງ ທັງໃນລາວ ແລະປະເທດເພື່ອນບ້ານອີກດ້ວຍ.

ທັງນີ້ ໂດຍເຂດທີ່ຂະບວນການຄ້າຢາເສບຕິດ ໄດ້ສວຍໃຊ້ ເປັນເສັ້ນທາງລັກລອບ
ຂົນສົ່ງຢາເສບຕິດ ຈາກເຂດສາມຫລ່ຽມຄຳ ໄປຕ່າງປະເທດຫຼາຍຂຶ້ນນັບມື້ ຄືຊາຍ
ແດນ ລາວ ກັບ ຫວຽດນາມ ໂດຍເສັ້ນທາງທີ່ແກ່ງຄ້າຢາເສບຕິດ ນຳໃຊ້ຫຼາຍທີ່ສຸດ
ໃນລາວ ກໍຄືຖະໜົນເລກ 13 ຈາກພາກເໜືອຕໍ່ມາຍັງຖະໜົນເລກ 9 ໃນແຂວງ
ສະຫວັນນະເຂດ ຕໍ່ໄປຍັງຫວຽດນາມ ແລະປະເທດທີ 3 ຕາມລຳດັບ.

XS
SM
MD
LG