ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສູນບຳບັດ ແລະປິ່ນປົວຜູ້ຕິດຢາເສບຕິດ ໃນລາວ ປະ​ເຊີນ​ກັບບັນ​ຫາ ຂາດແຄນ ງົບປະມານ ຫລາຍ


ສູນບຳບັດ ແລະປິ່ນປົວ ຜູ້ຕິດຢາເສບຕິດ ແຫ່ງນຶ່ງໃນລາວ
ສູນບຳບັດ ແລະປິ່ນປົວ ຜູ້ຕິດຢາເສບຕິດ ແຫ່ງນຶ່ງໃນລາວ

ສູນບຳບັດ ແລະປິ່ນປົວຜູ້ຕິດຢາເສບຕິດໃນລາວ ຍັງປະເຊີນກັບບັນຫາຂາດແຄນງົບ
ປະມານ ຊຶ່ງເຮັດໃຫ້ບໍ່ສາມາດໃຫ້ການຊ່ອຍເຫຼືອ ແກ່ຜູ້ທີ່ຕິດຢາເສບຕິດໄດ້ ຢ່າງພຽງພໍ
ແລະເທົ່າທັນກັບບັນຫາຕົວຈິງ.

ພົນຕີ ກົງທອງ ພົງພິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບພາຍໃນ
ຖະແຫລງວ່າ ການຍ້າຍຄະນະກຳມະການຄວບຄຸມ ແລະກວດກາຢາເສບຕິດແຫ່ງຊາດ
ມາຢູ່ໃນສັງກັດ ກະຊວງປ້ອງກັນຄວາມສະຫງົບພາຍໃນ ເມື່ອບໍ່ນານມານີ້ ມີເປົ້າໝາຍ
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ກ່ຽວກັບການປ້ອງກັນ ແລະ
ປາບປາມຢາເສບຕິດໃນລາວ ສາມາດດຳເນີນການໄດ້ຢ່າງສະດວກວ່ອງໄວ ແລະມີ
ປະສິດທິພາບສູງຂຶ້ນ ຫາກແຕ່ບັນຫາທີ່ພາກສ່ວນຮັບຜິດຊອບ ກຳລັງປະເຊີນຢູ່ໃນ
ເວລານີ້ ກໍຄືການຂາດແຄນງົບປະມານ ອັນເຮັດໃຫ້ການດຳເນີນງານ ໄດ້ບໍ່ເທົ່າທັນ
ກັບສະພາບບັນຫາຕົວຈິງ ຊຶ່ງໃນນີ້ ກໍລວມເຖິງການບຳບັດ ແລະປິ່ນປົວຜູ້ທີ່ຕິດຢາ
ເສບຕິດດ້ວຍ ດັ່ງທີ່ ພົນຕີກົງທອງ ໄດ້ຖະແຫລງຢືນຢັນວ່າ:

“ດຽວນີ້ ເພິ່ນໂອນ ຄະນະກຳມະການແຫ່ງຊາດ ຕ້ານຢາເສບຕິດ ມາຂຶ້ນກັບ
ກະຊວງປກສ ກະຊວງ ປກສ ກະໄດ້ກຳນົດເອົາສູນບຳບັດດັດສ້າງຢາເສບຕິດ ຂຶ້ນ
ກັບກົມຄຸມຂັງ ຄ້າຍດັດສ້າງ ກະເຫັນບັນຫາງົບປະມານ ບັນຫານີ້ ກະເປັນຈຸດນຶ່ງ
ໃນຕໍ່ໜ້າໄປ ກະສິໄດ້ມີການຄົ້ນຄວ້າ ເພື່ອສິສະເໜີ ທາງລັດຖະບານ ວ່າ ສິມີການ
ປັບປຸງແນວໃດ ເພື່ອໃຫ້ມັນມີຄວາມສະດວກ ໂດຍສະເພາະ ກະເລື້ອງບັນຫາງົບ
ປະມານຊ່ອຍເຫຼືອປະຊາຊົນ ຜູ້ຕິດຢາເສບຕິດ ເອົາໄປຂັງໄວ້ຊື່ໆ ບໍ່ມີເງິນ ບໍ່ມີຄຳ
ມັນກະຍາກ ຢຸກຢາປົວ ອັນໃດຕ່າງໆ.”

ຂະບວນການ ແກັ້ງຄ້າຢາເສບຕິດ ຢູ່ໃນລາວ ທີ່ທາງການລາວ ສາມາດຈັບກຸມໄດ້
ຂະບວນການ ແກັ້ງຄ້າຢາເສບຕິດ ຢູ່ໃນລາວ ທີ່ທາງການລາວ ສາມາດຈັບກຸມໄດ້

ສ່ວນທ່ານອະລຸນໄຊ ສູນນະລາດ ເລຂາທິການສູນກາງຊາວໜຸ່ມປະຕິວັດລາວ ຢືນຢັນ
ວ່າ ການກໍ່ສ້າງປູກຈິດສຳນຶກດ້ານເທັກໂນໂລຈີ ທີ່ທັນສະໄໝ ສຳລັບເຍົາວະຊົນ ຫຼື
ວັງເຍົາວະຊົນລາວນັ້ນ ໄດ້ຄືບໜ້າຕາມແຜນການທີ່ວາງໄວ້ ໂດຍໄດ້ຮັບການຊ່ອຍເຫຼືອ
ຈາກລັດຖະບານຈີນ ໃນການກໍ່ສ້າງອາຄານ ແລະຕິດຕັ້ງສິ່ງອຳນວຍຄວາມສະດວກ
ຕ່າງໆ ຢ່າງຄົບຊຸດ ຄິດເປັນມູນຄ່າລວມ 10 ລ້ານ ໂດລາ ພາຍໃຕ້ເປົ້າໝາຍ ເພື່ອເສີມ
ສ້າງ ບົດບາດເຍົາວະຊົນລາວ ໃຫ້ມີຕໍ່ສັງຄົມລາວ ດ້ວຍການຈັດກິດຈະກຳຕ່າງໆ ທີ່ແນ
ໃສ່ການປູກຈິດສຳນຶກໃຫ້ເຍົາວະຊົນລາວ ຕໍ່ຕ້ານຢາເສບຕິດໃຫ້ຫຼາຍຂຶ້ນ ເພາະຈາກ
ການສຳຫຼວດພົບວ່າ ມີເຍົາວະຊົນລາວຫຼາຍກວ່າ 400,000 ຄົນ ທີ່ຢູ່ໃນສິ່ງແວດລ້ອມ
ທີ່ມີຄວາມສ່ຽງສູງທີ່ຈະໄປຫຍຸ້ງກ່ຽວກັບ ຢາເສບຕິດໃນປັດຈຸບັນ ໂດຍສະເພາະແມ່ນ
ການເຂົ້າໄປມີສ່ວນໃນການກໍ່ອາຊະຍາກຳ ທີ່ກ່ຽວກັບການລັກລອບຄ້າຢາເສບຕິດ
ທີ່ນຳໄປສູ່ການກໍ່ອາຊະຍາກຳ ໃນຮູບແບບອື່ນໆ ເພີ້ມຂຶ້ນນັບມື້ນັ້ນ.

ທາງດ້ານພັນໂທ ຄຳຜິວ ວັດທະນາພອນ ຫົວໜ້າກອງພັນເຄື່ອນທີ່ໃນສັງກັດ ກອງກຳ
ລັງປ້ອງກັນຄວາມສະຫງົບໃນນະຄອນວຽງຈັນ ຢືນຢັນວ່າ ເຍົາວະຊົນລາວ ໄດ້ເຂົ້າໄປ
ກ່ຽວຂ້ອງໃນອາຊະຍາກຳຕ່າງໆ ຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນການຕັ້ງເປັນກຸ່ມ
ແກັ້ງມົ້ວສຸມເສບຢາ ແລະລັກລອບຄ້າຢາເສບຕິດ ນັ້ນຖືເປັນບັນຫາຫຍໍ້ທໍ້ ທາງສັງຄົມ
ທີ່ເພີ້ມຂຶ້ນຢ່າງວ່ອງໄວທີ່ສຸດ ໃນເຂດນະຄອນວຽງຈັນ.

ໂດຍໃນປີ 2018 ຜ່ານມາ ທາງການຕຳຫຼວດລາວ ສາມາດດຳເນີນຄະດີຢາເສບຕິດໄດ້
2,508 ລາຍ ໃນນີ້ຈັບຜູ້ຕ້ອງຫາທີ່ລັກບອບຂາຍຢາເສບຕິດໄດ້ 3,700 ກວ່າຄົນ ລວມ
ຜູ້ຕ້ອງຫາເພດຍິງ 558 ຄົນ ແລະຫາກທຽບໃສ່ປີ 2017 ກໍປາກົດວ່າ ການດຳເນີນຄະດີ
ຢາເສບຕິດ ໄດ້ເພີ້ມຂຶ້ນຈາກເດີມ ເກີນກວ່າ 250 ຄະດີ ສ່ວນຂອງກາງທີ່ຢຶດໄດ້ນັ້ນ
ປະກອບດ້ວຍຢາບ້າ 1,862.87 ກິໂລກຣາມ ເຮໂຣອິນ 188.39 ກິໂລກຣາມ ຢາໄອຊ໌
145 ກິໂລກຣາມ ກັນຊາແຫ້ງ 425 ກິໂລກຣາມ ແປ້ງປະສົມຢາເສບຕິດ 6,831 ກິໂລ
ກຣາມ ຝິ່ນກວ່າ 25 ກິໂລກຣາມ ເຄື່ອງອັດ-ອົບ-ຂົ້ວ ແລະເຄື່ອງບົດຢາບ້າ ຈຳນວນເຖິງ
12 ເຄື່ອງ ຫົວນ້ຳຫອມ 560 ຊຸດ ລົດຍົນ 97 ຄັນ ລົດຈັກ 136 ຄັນ ອຸປະກອນສື່ສານ ທີ່
ທັນສະໄໝ ແລະອາວຸດອີກຫຼາຍຮ້ອຍລາຍການ.

ນອກຈາກນັ້ນ ທາງການຕຳຫຼວດລາວ ຍັງສາມາດມ້າງແກັ້ງຄ້າຢາເສບຕິດລາຍໃຫຍ່ໄດ້
5 ແກັ້ງ ແລະຈັບກຸມຜູ້ຕ້ອງຫາໄດ້ 33 ຄົນ ໃນນີ້ກໍລວມເຖິງຜູ້ຕ້ອງຫາ 5 ຄົນ ທີ່ເປັນສະ
ມາຊິກ ແກັ້ງຂອງທ້າວ ໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດລາຍໃຫຍ່ ທີ່ສານ
ອາຍາໄທ ຕັດສິິນປະຫານຊີວິດ ຫາກແຕ່ຜູ້ກ່ຽວໃຫ້ການຮັບສາລະພາບ ສານອາຍາໄທ
ຈຶ່ງລົດໂທດເປັນຈຳຄຸກຕະຫຼອດຊີວິດ ໃນເດືອນກັນຍາ ປີ 2018 ຜ່ານມາ.

XS
SM
MD
LG