ຮອງນາຍົກລັດຖະມົນຕີລາວ ຍອມຮັບວ່າ ຍັງບໍ່ມີການບຳບັດຜູ້ຕິດຢາເສບຕິດ ທີ່ໄດ້ມາດຕະຖານສາກົນ ຢູ່ໃນລາວ ໂດຍການຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ແມ່ນເປັນພຽງການກັກກັນເພື່ອບໍ່ໃຫ້ໃຊ້ ຢາເສບຕິດເທົ່ານັ້ນ. ຊົງຣິດ ໂພນເງິນມີລາຍງານເລື້ອງນີ້ ມາສະເໜີທ່ານຈາກບາງກອກ.
ພົນເອກວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖະແຫລງວ່າ ສະຖານທີ່ກັກກັນຂອງກະຊວງປ້ອງກັນຄວາມສະຫງົບໃນທົ່ວປະເທດ ໄດ້ຄຸມຂັງຜູ້ຕິດຢາເສບຕິດຫຼາຍກວ່າ 60,000 ຄົນ ໃນປັດຈຸບັນນີ້ ທັງຍັງມີທ່າອ່ຽງເພີ່ມຂຶ້ນນັບມື້ອີກດ້ວຍ ເພາະວ່າການຊົມໃຊ້ຢາ ເສບຕິດໃນສັງຄົມລາວ ໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນນັກຮຽນ-ນັກສຶກສານັ້ນ ຖືວ່າເປັນກຸ່ມ ທີ່ຊົມໃຊ້ຢາເສບຕິດຫຼາຍທີ່ສຸດ ໃນຂະນະທີ່ສະຖານກັກກັນກໍຍັງປະເຊີນກັບບັນຫາຂາດແຄນທັງງົບປະມານ ແລະບຸກຄະລາກອນອີກດ້ວຍແລ້ວ ຈຶ່ງເຮັດໃຫ້ການບຳບັດຜູ້ຕິດຢາທີ່ຖືກຄຸມຂັງຢູ່ໃນສະຖານກັກກັນ ໃນທົ່ວປະເທດນັ້ນ ບໍ່ໄດ້ມາດຕະຖານ ກໍຄືບໍ່ມີການບຳບັດ ແລະບໍ່ມີການຝຶກອາຊີບທີ່ແທ້ຈິງ ດັ່ງທີ່ພົນເອກວິໄລ ຢືນຢັນວ່າ:
“ກະຄິດເບິ່ງວ່າປະມານ 50-60 ພັນກວ່າຄົນແລ້ວດຽວນີ້. ແລ້ວລ້ຽງມື້ນຶ່ງ ລັດຖະບານນີ້ ກະບໍ່ແມ່ນເສຍເງິນໜ້ອຍໃນການລ້ຽງພາກສ່ວນດັ່ງກ່າວນີ້ ແລ້ວກະຢາປົວ ກໍບໍ່ພຽງພໍ, ແພດກະເອົາແພດທະຫານ-ແພດຕຳຫລວດເຮົາດໜິແລ້ວໄປປົວ. ກັກຂັງບໍ່ໃຫ້ກິນຊື່ໆໜາ ບໍ່ແມ່ນກັກຂັງເພື່ອປິ່ນປົວ ເພາະວ່າ ການປິ່ນປົວມັນກໍ ຕ້ອງມີລະບົບຂອງມັນ, ເປັນລະບົບລະບຽບ, ມີການກວດກາຄັກແນ່ ວິຊາຊີບໜິ ກະບໍ່ໄດ້ຝຶກດອກ, ບໍ່ມີດອກວ່າ ສິສອນເຈົ້າມາຈອດເຫລັກ ຈອດຂາງ ເຮັດແນວນັ້ນແນວນີ້ ມີແຕ່ວ່າ ເຮັດຕົວຈິງໂລດ ປູກຜັກ, ສານແຫ, ສານມອງຢູ່ຫັ້ນຫລະເນາະ. ຄັນຊິໃຫ້ຝຶກຈົບມີວິຊາຊີບໄປເຮັດວຽກປະກອບອາຊີບອື່ນໆໄດ້ໜິ ມັນຍາກຫຼາຍ.”
ໃນປັດຈຸບັນອັດຕາການເຂົ້າຮຽນເດັກນ້ອຍລາວອາຍຸລະຫວ່າງ 3-5 ປີ ຢູ່ທີ່ລະດັບ 52 ເປີເຊັນ ສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະມັດທະຍົມປາຍ ຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມລຳດັບ ຊຶ່ງກໍຖືເປັນການພັດທະນາດ້ານການສຶກສາ ທີ່ມີການຂະຫຍາຍໂຕເພີ້ມຂຶ້ນໃນທຸກພາກສ່ວນ ຫາກແຕ່ວ່າ ການພັດທະນາການສຶກສາໃນລາວ ກໍຍັງຂາດຄຸນນະພາບ ເຫັນໄດ້ຈາກອັດຕາການຄ້າງຫ້ອງຮຽນ ໃນລະດັບປະຖົມສຶກສາຍັງຢູ່ທີ່ລະດັບ 3.8 ເປີເຊັນ ສ່ວນບັນຫາຍາກຈົນຂອງປະຊາຊົນລາວ ໃນເຂດຊົນນະບົດກໍຍັງເຮັດໃຫ້ເດັກນ້ອຍລາວຕ້ອງປະລະການຮຽນໃນອັດຕາສະເລ່ຍເຖິງ 4.8 ເປີເຊັນ ສ່ວນການປະລະການຮຽນຊັ້ນປະຖົມໃນເຂດຊົນນະບົດນັ້ນສູງກວ່າ 20 ເປີເຊັນ ຂອງຈຳນວນນັກຮຽນລະດັບປະຖົມທັງໝົດໃນເຂດຊົນນະບົດ ຊຶ່ງບັນຫານີ້ກໍຍັງເຮັດໃຫ້ເຍົາວະຊົນລາວທີ່ບໍ່ໄດ້ຮຽນໜັງສື ແລະຕົກຢູ່ໃນສະຖານະຫວ່າງງານດ້ວຍນັ້ນ ໄດ້ພາກັນເຂົ້າໄປຫຍຸ້ງກ່ຽວຂ້ອງກັບຢາເສບຕິດເພີ້ມຂຶ້ນອີກດ້ວຍ ໂດຍສະເພາະແມ່ນຮ້ານເກມ Computer ແລະການສັ່ງຊຶ້ສິນຄ້າທາງ Online ນັ້ນກໍຄືປັດໃຈທີ່ເຮັດໃຫ້ເຍົາວະຊາຊົນລາວເຂົ້າໄປກ່ຽວຂ້ອງກັບຢາເສບຕິດຫລາຍທີ່ສຸດ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ທ່ານນຶ່ງ ໄດ້ໃຫ້ການຢືນຢັນວ່າ:
“ບັນຫາຢາເສບຕິດຕໍ່ໄວໜຸ່ມນີ້ມັນເຫັນໄດ້ກະແຈກກະຈາຍ ປັດຈຸບັນນີ້ໄດ້ເຊື່ອມຊຶມເຂົ້າໃນບັນດານັກຮຽນ ນັກສຶກສາ ໂດຍສະເພາະນັກຮຽນທີ່ໃຊ້ກອກຢາໄຟຟ້າ ມັນເປັນຢາເສບຕິດທີ່ເອົາເຂົ້າມາໃນກອກຢາຫັ້ນ ບັນຫາທີ 2 ກໍຄືບັນຫາເລື້ອງຮ້ານເກມ Online ເນາະ ມັນເປັນບ່ອນທີ່ກະຈາຍຢາເສບຕິດໄດ້ງ່າຍທີ່ສຸດ ບັນຫາທີ 3 ກໍຄືການຂົນສົ່ງວັດສະດຸຄ້າຂາຍ Online ໃນລັກສະນະຊື້ເຄື່ອງ-ຊື້ຂອງ-ຫີບຫໍ່ ເປັນລັກສະນະການກະຈາຍຢາເສບຕິດ ການລົງໂຄສະນາຂາຍກັນຊາທາງ Online ມັນມີຜົນຫລາຍ.”
ທັງນີ້ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການເປີດເຜີຍວ່າ ການສຳຫລວດເພື່ອການປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດໃນດ້ານການຮຽນ ແລະການສອນດ້ວຍລະບົບ Online ຂອງໂຮງຮຽນໃນທຸກລະດັບຊັ້ນທົ່ວປະເທດໃນປີ 2021-2022 ຜ່ານມາພົບວ່າຍັງມີປະສິດທິພາບຕ່ຳຫຼາຍ ໂດຍນອກຈາກຈະມີສາເຫດທີ່ສຳຄັນ ມາຈາກການຂາດແຄນດ້ານອຸບປະກອນສື່ສານ ແລະລະບົບສັນຍານ Internet ທີ່ຍັງໄປບໍ່ທົ່ວເຖິງໃນທຸກພື້ນທີ່ ຂອງປະເທດແລ້ວ ກໍຍັງມີບັນຫາກ່ຽວກັບການປະກອບສ່ວນຈາກບັນດາພໍ່ແມ່ ແລະຜູ້ປົກຄອງທີ່ຂາດການ ເບິ່ງແຍງນັກຮຽນທີ່ເປັນລູກຫລານຂອງພວກຕົນອີກດ້ວຍ ໂດຍສະເພາະກໍແມ່ນນັກຮຽນລະດັບມັດທະຍົມຕົ້ນນັ້ນ ຖືເປັນກຸ່ມໃຫຍ່ທີ່ສຸດທີ່ບໍ່ໄດ້ໃຫ້ຄວາມສົນໃຈຕໍ່ການຮຽນເລີຍ ແຕ່ວ່ກັບພາກັນໄດ້ໃຊ້ອຸປະກອນສື່ສານເພື່ອກິດຈະກຳສ່ວນຕົວເປັນຫລັກ ທາງດ້ານສູນກາງຊາວໜຸ່ມປະຕິວັດລາວກໍໄດ້ປະເມີນວ່າ ມີເຍົາວະຊົນລາວຫລາຍກວ່າ 5 ແສນຄົນທີ່ຢູ່ໃນຄວາມສ່ຽງ ທີ່ຈະຊົມໃຊ້ຢາເສບຕິດ ໃນລາວໃນປັດຈຸບັນ.
ສ່ວນຜູ້ປະສານງານກອງທຶນພັດທະນາເດັກນ້ອຍສາກົນ (UNICEF) ກໍຢືນຢັນວ່າ ມາດຕະຖານການສຶກສາ ໃນເຂດໂຕເມືອງກັບເຂດຊົນນະບົດຂອງລາວ ມີການແຕກໂຕນກັນຫລາຍ ຊຶ່ງເຫັນໄດ້ຈາກບັນຫາຂາດແຄນຄູ ຂອງໂຮງຮຽນໃນເຂດຊົນນະບົດ ຈຶ່ງຕ້ອງອາໄສການປະກອບສ່ວນຈາກຄູອາສາສະໝັກຈຳນວນ 9,809 ຄົນ ໃນຂະນະທີ່ໂຮງຮຽນໃນເຂດໂຕເມືອງມີຄູເກີນຄວາມຕ້ອງການເຖິງ 8,611 ຄົນ ແລະໃນນີ້ຍັງບໍ່ມີຄູຄົນໃດ ທີ່ສະໝັກໄປສອນຢູ່ເຂດຊົນນະບົດ ຂະນະທີ່ລັດຖະບານລາວ ອະນຸມັດໃຫ້ບັນຈຸຄູໃໝ່ໄດ້ພຽງ 300 ກວ່າຄົນໃນປີ 2023 ນີ້.