ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຕ້ອງການຊົມໃຊ້ ໄຟຟ້າ ຢູ່ໃນລາວ ຈະເພີ່ມຂຶ້ນ ຈາກ 989 ເປັນ 1,579 ເມກາວັດ ໃນປີ 2017


ພະນັກງານ ຂອງລັດວິສາຫະກິດ ໄຟຟ້າລາວ ກຳລັງກວດສອບ ສາຍສົ່ງໄຟຟ້າ ຢູ່ສະຖາທີ່ແຫ່ງນຶ່ງ ໃນລາວ.
ພະນັກງານ ຂອງລັດວິສາຫະກິດ ໄຟຟ້າລາວ ກຳລັງກວດສອບ ສາຍສົ່ງໄຟຟ້າ ຢູ່ສະຖາທີ່ແຫ່ງນຶ່ງ ໃນລາວ.

ທາງການລາວ ຄາດການວ່າ ການຊົມໃຊ້ພະລັງງານໄຟຟ້າພາຍໃນລາວ ຈະເພີ່ມຂຶ້ນ
ຈາກ 989 ເມກາວັດ ໃນປີ 2015 ເປັນ 1,579 ເມກາວັດ ໃນປີ 2017 ຄິດເປັນອັດຕາ ການເພີ່ມສະເລ່ຍເກືອບ 60 ເປີເຊັນ ໃນລະຍະ 2 ປີ.

ໂດຍອີງຕາມລາຍງານຂອງລັດວິສາຫະກິດ ໄຟຟ້າລາວ ລະບຸວ່າ ການຊົມໃຊ້ພະລັງ ງານໄຟຟ້າ ສູງສຸດພາຍໃນທົ່ວປະເທດ ໃນປີ 2015 ຢູ່ທີ່ລະດັບ 989 ເມກາວັດ ແລ້ວກໍເພີ່ມຂຶ້ນເປັນ 1,180 ເມກາວັດ ໃນປີ 2016 ຄິດເປັນອັດຕາການເພີ່ມ 20
ເປີເຊັນ ແຕ່ສຳລັບໃນປີ 2017 ນີ້ ກໍຄາດໝາຍວ່າ ຄວາມຕ້ອງການຊົມໃຊ້ພະລັງງານ ໄຟຟ້າ ໃນລາວ ຈະເພີ່ມຂຶ້ນເປັນ 1,579 ເມກາວັດ ຄິດເປັນອັດຕາການເພີ່ມເກືອບ
60 ເປີເຊັນ ທຽບກັບປີ 2015 ຫຼືເກີນກວ່າ 33 ເປີເຊັນ ທຽບກັບປີ 2016 ພາຍໃຕ້ ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ຄາດໝາຍໄດ້ວ່າ ການຊົມໃຊ້ພະລັງງານໄຟຟ້າ ໃນລາວ ຈະເພີ່ມຂຶ້ນເປັນ 2,862 ເມກາກັດ ໃນປີ 2020 ກັບ 7,093 ເມກາວັດ ໃນ
ປີ 2030 ຕາມລຳດັບ.

ໂດຍໃນປັດຈຸບັນ ປະເທດລາວມີແຫລ່ງຜະລິດໄຟຟ້າ ດ້ວຍພະລັງງານນ້ຳ 41 ແຫ່ງ ແລະໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນ ຈາກຖ່ານລິກໄນຕ໌ 1 ແຫ່ງ ມີ ກຳລັງຕິດຕັ້ງລວມ 6,300 ເມກາວັດ ຊຶ່ງສາມາດຜະລິດຜະລົງງານໄຟຟ້າໄດ້ 33,315 ລ້ານກິໂລວັດ/ໂມງ ຕໍ່ປີ ເພີ່ມຂຶ້ນເຖິງ 200 ເທົ່າຕົວ ທຽບໃສ່ປີ 1975 ທັງກໍຍັງຈະປະ ກອບສ່ວນຢ່າງສຳຄັນ ເຂົ້າໃນການພັດທະນາ ເສດຖະກິດຂອງລາວ ໃຫ້ຂະຫຍາຍ ຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍບໍ່ຫລຸດ 7 ເປີເຊັນ ໃນປີ 2017 ອີກດ້ວຍ ດັ່ງເຈົ້າໜ້າທີ່ ຂັ້ນສູງ ໃນກະຊວງພະລັງງານ ແລະບໍ່ແຮ່ໄດ້ໃຫ້ການຢືນຢັນວ່າ:

“ຄາດຄະເນວ່າ ຂະແໜງໄຟຟ້ານີ້ ຈະຂະຫຍາຍຕົວຫຼາຍ ໂດຍສະເພາະບັນດາ ໂຄງການ ທີ່ຈະສຳເລັດ ແລະນຳເຂົ້າສູ່ການຜະລິດ ຈະມີກຳລັງຕິດຕັ້ງ ໂດຍສະ
ເພາະ ໂຮງງານໄຟຟ້າຫົງສາລິກໄນຕ໌ ນີ້ ກຳລັງຕິດຕັ້ງ 10 ຕື້ກິໂລວັດໂມງ ແລະ
ອີກ 8 ເຂື່ອນ ທີ່ຈະນຳເຂົ້າສູ່ການຜະລິດເພີ່ມຂຶ້ນ ສະນັ້ນ ອັດຕາການເຕີບໂຕ ຢູ່ໃນຂະແໜງໄຟຟ້ານີ້ ຈະເປັນປັດໄຈຜັກດັນໃຫ້ແກ່ເສດຖະກິດເຕີບໂຕ ຢູ່ໃນ
ລະດັບ 7 ເປີເຊັນ.”

ເຂື່ອນໄຟຟ້າ ພະລັງນ້ຳ ນ້ຳເທີນ 2 ຢູ່ແຂວງຄຳມ່ວນ ຂອງລາວ
ເຂື່ອນໄຟຟ້າ ພະລັງນ້ຳ ນ້ຳເທີນ 2 ຢູ່ແຂວງຄຳມ່ວນ ຂອງລາວ


ສ່ວນການຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້ານັ້ນ ໄດ້ໄປເຖິງປະຊາຊົນລາວແລ້ວ 1,010,100 ຄົວເຮືອນ ຄິດເປັນ 90 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນລາວ ຈຶ່ງຍັງເຫຼືອອີກ 122,800 ກວ່າຄົວເຮືອນ ທີ່ຈະຕ້ອງຂະຫຍາຍ ຕາໜ່າງສາຍສົ່ງກະແສ ໄຟຟ້າໄປໃຫ້ເຖິງທັງໝົດ ໃນປີ 2020 ໂດຍຄາດວ່າ ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ ຢ່າງເປັນຮູບປະທຳ ເພາະທາງການລາວທັງຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ລົງນາມ ໃນບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດ ກ່ຽວກັບການພັດທະນາແຫລ່ງພະລັງງານໄຟຟ້າໄປແລ້ວ 357 ໂຄງການ ມີກຳລັງຕິດຕັ້ງ ລວມ 26,147 ເມກາວັດ ແລະຜະລິດພະລັງງານໄຟຟ້າໄດ້ລວມກັນເຖິງ 115,118 ລ້ານ ກິໂລວັດ/ໂມງຕໍ່ປີ.

ໂດຍການລົງນາມໃນ MOU ດັ່ງກ່າວນີ້ ທາງການລາວໄດ້ວາງເປົ້າໝາຍໄວ້ວ່າ ຈົນ
ເຖິງທ້າຍປີ 2020 ຈະມີເຂື່ອນໄຟຟ້າ ທີ່ສ້າງແລ້ວເສັດເພີ່ມຂຶ້ນອີກ 48 ໂຄງການ ໂດຍ
ຈະເຮັດ ໃຫ້ລາວມີແຫລ່ງຜະລິດພະລັງງານໄຟຟ້າເຖິງ 90 ໂຄງການ ທີ່ມີກຳລັງຕິດຕັ້ງ
ລວມ 14,000 ເມກາວັດ ແລະຜະລິດພະລັງງານໄຟຟ້າໄດ້ລວມກັນເຖິງ 70,000 ລ້ານ ກິໂລວັດ/ໂມງ ໃນປີ 2020 ອັນຖືເປັນບາດກ້າວສຳຄັນຂອງການພັດທະນາລາວ ໃຫ້ເປັນ ຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ກໍຄືການເປັນໝໍ້ໄຟຂອງອາຊຽນໃນລະຍະຕໍ່ໄປ.

ທາງດ້ານທ່ານດາວວົງ ພອນແກ້ວ ຫົວໜ້າກົດນະໂຍບາຍ ແລະແຜນການພະລັງງານ ກະຊວງພະລັງງານ ແລະບໍ່ແຮ່ ຢືນຢັນວ່າ ລັດຖະມົນຕີພະລັງງານຈາກລາວ ໄທ ມາເລເຊຍ ແລະ ສິງກະໂປ ມີກຳນົດທີ່ຈະຮ່ວມກັນລົງນາມ ໃນ MOU ວ່າດ້ວຍການ ເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງກັນໃນມໍ່ໆນີ້ ຊຶ່ງກ່ອນໜ້ານີ້ ທາງການ ຂອງທັງ 4 ປະເທດ ກໍໄດ້ຈັດທຳຂໍ້ຕົກລົງຮ່ວມກັນເສັດແລ້ວ ໂດຍປະກອບມີເນື້ອໄນ ສຳຄັນ 4 ດ້ານດ້ວຍກັນ ກໍຄືດ້ານເທັກນິກ ດ້ານພາສີອາກອນ ດ້ານລະບຽບກົດໝາຍ ແລະດ້ານການບໍລິຫານ ທີ່ຈະຖືເປັນຫລັກການປະຕິບັດຮ່ວມກັນຕໍ່ໄປ ທັງຍັງຈະຖື ເປັນຕົ້ນແບບຂອງການປະຕິບັດ ແຜນການຮ່ວມມືດ້ານພະລັງງານ ຂອງອາຊຽນ ຫຼື ASEAN Power Grid ອີກດ້ວຍ.

ທາງດ້ານລັດຖະບານໄທ ກໍໄດ້ຕົກລົງຊື້ພະລັງງານໄຟຟ້າຈາກລາວ ເພີ່ມຂຶ້ນຈາກ
7,000 ເມກາວັດ ເປັນ 9,000 ເມກາວັດ ເປັນເວລາ 25 ປິ ນັບຈາກປີ 2019 ເປັນ
ຕົ້ນໄປ ສ່ວນການສຳຫຼວດ ໃນລະຍະທີ່ຜ່ານມາ ກໍພົບວ່າ ການກໍ່ສ້າງເຂື່ອໃນລາວ ຢ່າງເຕັມກຳລັງ ຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າໄດ້ລວມກັນ ລະຫວ່າງ 28,000 ເຖິງ 30,000 ເມກາວັດ ຊຶ່ງຈະສົ່ງຜົນດີ ຕໍ່ການພັດທະນາເພື່ອລົບລ້າງ
ບັນຫາຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງໃນປີ 2020 ແລະ ກ້າວສູ່ປະເທດກຳລັງ ພັດທະນາ ໃນປີ 2030 ຕໍ່ໄປ.

XS
SM
MD
LG