ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານສຸຣິນຄຳ ກຸຫລາບດາຣາ ເປັນ​ນັກ​ວິ​ສະ​ວະ​ກອນ​ອອກ​ແບບ​ພາຍ​ໃນ ໃຫ້​ແກ່ຫໍ​ພິພິດ​ທະ​ພັນ ​ທີ່​ມີ​ຊື່​ສຽງ ໃນນະ​ຄອນ​ຫລວງ ​ວໍ​ຊິງ​ຕັນ


ທ່ານສຸຣິນຄຳ ກຸຫລາບດາຣາ ນັກວິສະວະກອນ ອອກແບບພາຍໃນ
ທ່ານສຸຣິນຄຳ ກຸຫລາບດາຣາ ນັກວິສະວະກອນ ອອກແບບພາຍໃນ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງວັນ
ພະຫັດມື້ນີ້ ເຮົາຈະນຳພາທ່ານຟັງການໂອ້ລົມກັບ ທ່ານ ສຸຣິນຄຳ ກຸຫລາບດາຣາ ນັກວິ
ສະວະກອນອອກແບບພາຍໃນ ຫຼື interior designer ໃຫ້ແກ່ຫໍພິພິດທະພັນແຫ່ງຊາດ
ໃນນະຄອນຫຼວງວໍຊິງຕັນ ແລະໂຄງການອອກແບບສະຖານທີ່ີອື່ນໆ ໃນສະຫະລັດ. ວຽກ
ງານດັ່ງກ່າວນີ້ແມ່ນເນັ້ນໜັກໃສ່ສະຖານທີ່ ວາງສະແດງເຄື່ອງສິນລະປະ ແລະວັດທຸຕ່າງໆ
ຢູ່ໃນຫໍພິພິດທະພັນ. ຄວາມ ຮັບຜິດຊອບຂອງ ທ່ານສຸຣິນຄຳ ມີຫຍັງແດ່ນັ້ນ ກິ່ງສະຫວັນ
ຈະນຳມາສະເໜີທ່ານ.

ເວລາທ່ານຍ່າງເຂົ້າໄປໃນຫໍພິພິດຕະພັນຢູ່ໃນສະຫະລັດ ຫຼືຫໍພິພິດຕະພັນໃດໆກໍຕາມ
ທ່ານອາດບໍ່ຄິດເລີຍວ່າກ່ອນຈະມີການຕິດຕັ້ງວາງເຄື່ອງສະແດງຕ່າງໆຢູ່ໃນຫ້ອງທີ່
ຫວ່າງເປົ່ານັ້ນ ແຕ່ລະຈຸດໄດ້ຖືກວັດແທກ ແລະຄິດຄຳນວນ ເອົາໄວ້ວ່າ ແຕ່ລະຊິ້ນສ່ວນ
ມີທັງຂະໜາດນ້ອຍ ແລະຂະໜາດໃຫຍ່ຈະກິນເນື້ອ ທີ່ຫຼາຍປານໃດ ນັບຈາກໜ້າດິນ ຂື້ນໄປຫາຝາຈົນຮອດເພດານ.ນອກຈາກນັ້ນຄວາມຮັບຜິດຊອບຂອງນັກອອກແບບພາຍໃນ ຍັງປະສານ
ງານກັບຜູ້ຮັກສາອຸນຫະພູມພາຍໃນຫ້ອງ ຈຳກັດຈຳນວນຄົນເຂົ້າອອກທີີ່ມາຊົມ ແລະ
ຄວາມປອດໄພຕ່າງໆ.

ນີ້ແມ່ນໜ້າທີ່ວຽກງານຂອງ ທ່ານ ສຸຣິນຄຳ ກຸຫລາບດາຣາ ອາຍຸ 42 ປີ ຜູ້ຮຽນສຳເລັດປະ
ລິຍາຕີິ ຝ່າຍອອກແບບພາຍໃນ ຫຼື Interior Designer ຈາກມະຫາວິທະຍາໄລ Ohio
StateUniversity ໃນປີ 2005. ທ່ານໄດ້ເລີ້ມເຮັດວຽກພົວພັນກັບການອອກແບບພາຍ
ໃນຕຶກໃຫ້ແກ່ຫຼາຍບໍລິສັດ ຊຶ່ງ ປັດຈຸບັນນີ້ກຳລັງເຮັດວຽກໃຫ້ແກ່ບໍລິສັດ Design
Revolution ມີໜ້າທີ່ເປັນ Senior Architectural and Construction ທີ່ມີສັນຍາອອກ
ແບບວາງສະແດງໃຫ້ແກ່ ສະຖາບັນ Smithsonian Institution ຊຶ່ງເປັນຫໍພິພິດຕະພັນ
ແຫ່ງຊາດ ຢູ່ທີ່ ນະຄອນຫຼວງວໍຊິງຕັນ. ທ່ານ ສຸຣິນຄຳ ໄດ້ກ່າວສູ່ ວີໂອເອ ພັງກ່ຽວກັບໜ້າ
ທີ່ວຽກການຂອງທ່ານດັ່ງນີ້:

ທ່ານສຸລິນຄຳ ໄດ້ກ່າວເຖິງການວາງແຜນ ແລະກຳນົດການລົງມືໄວ້ລ່ວງໜ້າ ຊຶ່ງຈະໃຊ້
ເວລາເຖິງນຶ່ງປີກ່ອນໜ້າ. ມີການສົນທະນາປະສານງານກັບນັກວິຊາການ ຕ່າງໆທີ່ພົວພັນ
ກັບໂຄງການທີ່ກ່ຽວຂ້ອງ ຊຶ່ງທ່ານ ສຸຣິນຄຳ ໄດ້ກ່າວຕໍ່ໄປວ່າ:

ການວາງສະແດງຈະໃຊ້ເວລາສະແດງຢູ່ນຶ່ງປີ ຫາສອງປີ ຫຼັງຈາກນັ້ນກໍມ້າງລົງແລ້ວເລີ້ມ
ອອກແບບສະແດງໃໝ່ ບາງຄັ້ງກໍເປັນການວາງສະແດງທີ່ຖາວອນ. ທ່ານ ສຸຣິນຄຳ ກ່າວ
ວ່າທຸລະກິດວຽກງານດັ່ງກ່າວນີ້ຈະມີຢູ່ຕະຫຼອດເວລາ ຊຶ່ງທ່ານກ່າວຕໍ່ໄປວ່າ:

ນັກວິສະວະກອນອອກແບບພາຍໃນຕຶກດັ່ງກ່າວນີ້ ເວລາຮຽນຈົບອອກມາ ລາຍໄດ້ເງິນ
ປີຈະເລີ້ມຈາກ 60,000 ໂດລາ ຫາ 80,000 ໂດລາ ຊຶ່ງກໍແລ້ວແຕ່ຄວາມຊຳນິຊຳນານ
ແລະປະສົບການ. ນອກຈາກນັ້ນກໍຈະຂຶ້ນກັບຄ່າຄອງຊີບ ທີ່ຂຶ້ນກັບວ່າບ່ອນເຮັດວຽກນັ້ນ
ຢູ່ໃສ ຊຶ່ງທ່ານສຸຣິນຄຳ ໄດ້ກ່າວມ້ວນທ້າຍສູ່ຟັງ ດັ່ງນີ້:

ນັ້ນແມ່ນໜ້າທີ່ວຽກງານຂອງທ່ານສຸຣິນຄຳ ນັກວິສະວະກອນອອກແບບພາຍໃນ ຫຼື
interior designer.

XS
SM
MD
LG