ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວລາວ-ອາເມຣິກັນ ສະຫລອງ ວັນຂອບຄຸນພະເຈົ້າ


ພາບແຕ້ມຂອງຊາວພິລກຣີມ ສະຫລອງວັນຂອບຄຸນພະເຈົ້າ ໃນສະໄໝຕົ້ນຊຸມປີ 1620.
ພາບແຕ້ມຂອງຊາວພິລກຣີມ ສະຫລອງວັນຂອບຄຸນພະເຈົ້າ ໃນສະໄໝຕົ້ນຊຸມປີ 1620.

ອັນດັບຕໍ່ໄປ ດາຣາມີລາຍງານກ່ຽວກັບ ການສະຫລອງວັນຂອບຄຸນພະເຈົ້າ ໃນວັນພະຫັດ ທີ 24 ພະຈິກ ຜ່ານມານີ້ ຢູ່ໃນໝູ່ປະຊາຄົມລາວໃນສະຫະລັດ ມາສະເໜີທ່ານ.

ຟັງລາຍງານໂດຍເຕັມ:

ສະບາຍດີທ່ານຜູ້ຟັງ ກ່ອນເຂົ້າສູ່ເລື້ອງລາວການສະຫລອງວັນ Thanksgiving ຂອງປະຊາ
ຄົມລາວ ຢູ່ໃນສະຫະລັດ ຂ້າພະເຈົ້າຢາກຈະຂໍເລົ່າສູ່ທ່ານຟັງໂດຍສັງເຂບ ກ່ຽວກັບຄວາມ
ເປັນມາຂອງບຸນນີ້ ທີ່ເລີ່ມຂຶ້ນເທື່ອທໍາອິດ ໃນປີ 1621 ຢູ່ບ້ານ Plymouth ອານານິຄົມຂອງ
ອັງກິດ ໃນດິນແດນທີ່ດຽວນີ້ເປັນລັດ Massachusetts ທາງພາກຕາເວັນອອກສ່ຽງເໜືອ
ຂອງສະຫະລັດ.

ຊາວພິລກຣີມໄດ້ເຊີນຊາວອິນເດຍແດງ ມາຮ່ວມ ສະຫລອງນໍາ ເພື່ອຂອບຄຸນເຂົາເຈົ້າທີ່ຊ່ວຍສອນ ວິທີປູກຜັກແລະລ່າສຸດ ໃຫ້ເຂົາເຈົ້າ.
ຊາວພິລກຣີມໄດ້ເຊີນຊາວອິນເດຍແດງ ມາຮ່ວມ ສະຫລອງນໍາ ເພື່ອຂອບຄຸນເຂົາເຈົ້າທີ່ຊ່ວຍສອນ ວິທີປູກຜັກແລະລ່າສຸດ ໃຫ້ເຂົາເຈົ້າ.

ຊາວອັງກິດທີ່ຫລົບໜີການປະ
ຫັດປະຫານທາງສາສະໜາມາ
ຕັ້ງຖິ່ນຖານຢູ່ໂລກໃໝ່ແຫ່ງນີ້
ທີ່ເອີ້ນກັນວ່າຊາວ pilgrims
ນັ້ນ ໄດ້ປະສົບກັບຄວາມລໍາ
ບາກຍາກແຄ້ນ ຍ້ອນບໍ່ລຶ້ງກັບ
ດິນຟ້າອາກາດທີ່ໜາວຫລາຍ
ກ່ວາຢູ່ອັງກິດ ບ້ານເກີດເມືອງ
ນອນຂອງເຂົາເຈົ້າ. ນອກນັ້ນ
ແລ້ວ ເຂົາເຈົ້າຍັງບໍ່ຮູ້ຈັກວິທີ
ຫາຢູ່ຫາກິນຕາມປ່າດົງພົງໄພ
ຈຶ່ງພາກັນອຶດຫິວຕາຍໄປ
ຫລາຍໆຄົນ ຍ້ອນອາກາດທີ່
ໜາວຈັດແລະໂຣຄາພະບາດ
ກໍມີ. ຈົນຕໍ່ມາ ພວກເຂົາເຈົ້າ
ໄດ້ພົບພໍ້ກັບຊາວພື້ນເມືອງ
ອິນເດຍແດງ ໃຈດີຊ່ວຍສອນວິທີປູກຜັກປູກໝີ່ປູກໝາກສາລີ ແລະຫາປາລ່າສັດໃຫ້ເຂົາເຈົ້າ.
ຊາວ pilgrims ຈຶ່ງໄດ້ຮັບຜົນເກັບກ່ຽວທີ່ດີ ມີເຂົ້າປາອາຫານເກັບໄວ້ກິນຢ່າງອຸດົມສົມບູນ
ໃນລະດູໜາວຂອງປີ 1621 ນັ້ນ. ເຂົາເຈົ້າຈຶ່ງພາກັນຈັດ ງານລ້ຽງສະຫລອງຢ່າງໃຫຍ່ ເປັນ
ເວລາສາມມື້ສາມຄືນ ໂດຍເຊີນຊາວອິນເດຍແດງມາຮ່ວມສະຫລອງນໍາ ຊຶ່ງຖືກັນວ່າເປັນບຸນ
ຂອບຄຸນພະເຈົ້າ ຫລື Thanksgiving ຄັ້ງທໍາອິດຂອງປະເທດນີ້. ຕໍ່ມາ ປະທານາທິບໍດີ
Abraham Lincoln ຈຶ່ງໄດ້ປະກາດຢ່າງເປັນທາງການ ເອົາວັນພະຫັດສຸດທ້າຍຂອງເດືອນ
ພະຈິກ ເປັນວັນພັກ ຫລືວັນບຸນແຫ່ງຊາດ ໃນປີ 1863 ໃນລະຫວ່າງສົງຄາມກາງເມືອງ
ຂອງສະຫະລັດ.

ອາຫານຫລັກໃນວັນຂອບຄຸນພະເຈົ້າ
ອາຫານຫລັກໃນວັນຂອບຄຸນພະເຈົ້າ

ໃນມື້ນີ້ ຊາວອາເມຣິກັນຈະພາ
ກັນສະຫລອງວັນຂອບຄຸນພະ
ເຈົ້າຢູ່ໃນທົ່ວທຸກຫົນແຫ່ງໃນໂລກ
ບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດ ກໍ
ຕາມ. ສະມາຊິກຄອບຄົວແມ່ນ
ຈະໄປເຕົ້າໂຮມກັນແລະຊຸມເຂົ້າ
ກັນ. ອາຫານຫລັກກໍຈະແມ່ນ
ໄກ່ງວງອົບ ພ້ອມກັບອາຫານ
ເສີມອື່ນໆເຊ່ນມັນຝຣັ່ງບົດ ມັນ
ດ້າງຕົ້ມ ເຂົ້າໜົມພາຍໝາກອຶ
ແລະຊອສໝາກແຄຣນເບີຣີ
(cranverry sauce) ສີແດງໆ
ສົ້ມໆຫວານໆ ທາເຂົ້າຈີ່ກິນ
ແຊບດີ. ສະມາຄົມໄກ່ງວງແຫ່ງ
ຊາດລາຍງານວ່າ ໃນປີນີ້ຈະມີ
ໄກ່ງວງຖືກຂ້າມາປຸງແຕ່ງອາຫານສໍາລັບວັນ Thanksgiving ມື້ນີ້ ຫລາຍກ່ວາ 45 ລ້ານໂຕ
ໃນຈໍານວນ 248 ລ້ານກ່ວາໂຕທີ່ພວກຟາມຕ່າງໆລ້ຽງ ອອກມາຂາຍໃນປີນີ້ ຊຶ່ງປະມານ 2
ສ່ວນ 3 ຂອງຈໍານວນນັ້ນ ແມ່ນລ້ຽງກັນຢູ່ໃນລັດມິນນີໂຊຕາ ແລະອີກ 5 ລັດ. ສ່ວນມັນດ້າງ
ສີເຫລືອງ ທີ່ເອີ້ນວ່າ sweet potato ຫລື yam ນັ້ນ ແມ່ນປູກກັນຫລາຍທີ່ສຸດ ຢູ່ລັດແຄໂຣ
ໄລນາເໜືອ. ມັນຝຣັ່ງຫລື potato ແມ່ນຢູ່ລັດໄອດາໂຮ. ໝາກແຄຣນເບີຣີ ແມ່ນມາຈາກລັດ
ວິດສະຄອນຊິນເປັນສ່ວນໃຫຍ່. ລັດອິລລີນອຍແມ່ນປູກໝາກອຶຫລາຍທີ່ສຸດ ລັດແຄລິຟໍເນຍ
ນິວຢອກ ກັບໂອໂຮໂອ ກໍປູກຫລາຍຄືກັນ.

ໄກ່ງວງສ່ວນໃຫຍ່ຈະປະສົບກັບເຄາະກໍາກາຍມາເປັນອາຫານອັນແຊບນົວໃນມື້ນີ້ ແຕ່ກໍມີ
ໂຕນຶ່ງ ຫລືຄູ່ນຶ່ງທີ່ໂຊກດີ ຖືກປະທານາທິບໍດີໂຜດເປັນປະເພນີ ແລ້ວກໍເອົາໄປລ້ຽງໄວ້ຢູ່
Mount Vernon ເຮືອນແລະຟາມຂອງມື້ລາງທ່ານ George Washington ປະທານາ
ທິບໍດີຄົນທໍາອິດຂອງສະຫະລັດ ຢູ່ລັດເວີຈີເນຍ ນອກນະຄອນຫລວງວໍຊິງຕັນ ນີ້ເອງ.

ເບິ່ງວີດີໂອທ່ານໂອບາມາ ໂຜດໄກ່ງວງໂຕນຶ່ງ ກ່ອນວັນຂອບຄຸນພະເຈົ້າ ຕາມປະເພນີ:

ໃນເທດສະການ Thanksgiving ນີ້ ຊາວອາເມຣິກັນແມ່ນຈະພາກັນເດີນທາງຫລາຍເປັນ
ພິເສດ ຄື 30-40 ລ້ານຄົນໃນແຕ່ລະປີ ບໍ່ວ່າທາງອາກາດຫລືທາງບົກ ເພາະວ່າຜູ້ຄົນຈະ
ພາກັນກັບເມືອຢາມບ້ານ ໃນຊ່ວງພັກຍາວທ້າຍສັບປະດາ ຫລື long weekend ຕັ້ງແຕ່
ວັນພະຫັດຫາວັນອາທິດ ເຊ່ນພວກນັກສຶກສາ ທີ່ໄປຮຽນຢູ່ຕ່າງລັດ ກໍຈະພາກັນກັບເມືອ
ບ້ານ. ພວກພໍ່ແມ່ກໍອາດຈະພາກັນໄປຢາມລູກຢາມຫລານ ຢູ່ຕ່າງລັດ ກໍຄືສະມາຊິກຄອບ
ຄົວຈະໄປເຕົ້າໂຮມກັນ ຊຸມເຂົ້າກິນໄກ່ງວງກັນ ຊຶ່ງປີນຶ່ງກໍຈະມີແຕ່ສອງໂອກາດເທົ່ານັ້ນທີ່
ເຂົາເຈົ້າຈະກິນໄກ່ງວງກັນ ຄືໃນເທດສະການ Thanksgiving ນີ້ ແລະ Christmas.

ເອື້ອນຈິດ ຂັນທິຈິດ ກັບຄອບຄົວ ກຽມສະຫລອງ ວັນຂອບຄຸນພະເຈົ້າ, ທີ 24 ພະຈິກ 2011.
ເອື້ອນຈິດ ຂັນທິຈິດ ກັບຄອບຄົວ ກຽມສະຫລອງ ວັນຂອບຄຸນພະເຈົ້າ, ທີ 24 ພະຈິກ 2011.

ສ່ວນຊາວລາວໃນສະຫະລັດນີ້
ຢູ່ເມືອງຫລິ່ວກໍຕ້ອງຫລິ່ວຕາ
ຕາມ ຄືກັບທີ່ພາສາອັງກິດເວົ້າ
ວ່າ When in Rome do
as the Romans do ແປວ່າ
ຢູ່ເມືອງໂຣມ(ອີຕາລີ) ກໍຕ້ອງ
ເຮັດ ຄືຊາວເມືອງໂຣມ ກໍຄືຊຸມ
ເຂົ້າສັງສັນກັນຕາມປະເພນີວັນ
ຂອບຄຸນພະເຈົ້າຫັ້ນແຫລະ.
ປີນີ້ ວີໂອເອໄດ້ໂອ້ລົມກັບຍາ
ນາງເອື້ອນຈິດ ຂັນທິຈິດ ຄູສອນ
ຫ້ອງ ປ. 3 ທີ່ໂຮງຮຽນ ພາກວິວ (Park View) ທີ່ເມືອງມິລວອກກີ້ (Milwaukee) ລັດ
ວິດສະຄອນຊິນ (Wisconsin) ທາງເໜືອຂອງສະຫະລັດ ຊຶ່ງນາງໄດ້ເລົ່າສູ່ຟັງ ເຖິງການ
ສະຫລອງວັນ Thanksgiving ທີ່ເຮັດກັນມາເປັນປະຈໍາທຸກໆປີໃນຄອບຄົວຂອງນາງວ່າ:

ຈິມມີ ເຊີ ແລະຄອບຄົວ ໃນວັນຂອບຄຸນພະເຈົ້າ ປີ 2011.
ຈິມມີ ເຊີ ແລະຄອບຄົວ ໃນວັນຂອບຄຸນພະເຈົ້າ ປີ 2011.

ສ່ວນທີ່ລັດອາແຄນຊໍ (Arkan-
sas) ທາງພາກໃຕ້ຂອງສະຫະ
ລັດນັ້ນ ວີໂອເອໄດ້ສໍາພາດທ່ານ
ຈິມມີ ເຊີ ຜູ້ນໍາຄົນນຶ່ງຂອງປະຊາ
ຄົນລາວໃນເມືອງ Waldron ຊຶ່ງ
ເປັນເມືອງນ້ອຍໆໃກ້ໆກັບເມືອງ
Fort Smith ມີຄົນລາວອາໄສຢູ່
30-40 ຄອບຄົວ ຫລືປະມານ
200-300 ຄົນ ຊຶ່ງສ່ວນໃຫຍ່
ແມ່ນເຮັດກິດຈະການຟາມລ້ຽງ
ໄກ່. ທ່ານຈິມມີ ເຊີ ຊຶ່ງອອກກິນ
ເບ້ຍບໍານານແລ້ວ ຍ້ອນສຸຂະ
ພາບບໍ່ສົມບູນປານໃດນັ້ນ ເລົ່າວ່າ:

ຈິມມີ ເຊີ ກັບຄອບຄົວແລະເພື່ອນສະນິດ ສະຫລອງວັນຂອບຄຸນພະເຈົ້າ ຮ່ວມກັນ ທີ່ເມືອງ Waldron ລັດ Arkansas, ວັນທີ 24 ພະຈິກ 2011.
ຈິມມີ ເຊີ ກັບຄອບຄົວແລະເພື່ອນສະນິດ ສະຫລອງວັນຂອບຄຸນພະເຈົ້າ ຮ່ວມກັນ ທີ່ເມືອງ Waldron ລັດ Arkansas, ວັນທີ 24 ພະຈິກ 2011.

ແມ່ນແລ້ວ ທ່ານຜູ້ຟັງທີ່ເຄົາລົບ
ຕາບໃດທີ່ເຮົາຍັງມີລົມຫາຍໃຈ
ມີຊີວິດຢູ່ ມີສຸຂະພາບເຂ້ມແຂງ
ຄອບຄົວຢູ່ດີມີສຸກ ນັ້ນກໍເປັນສິ່ງ
ທີ່ເຮົາຄວນຮູ້ສຶກຂອບຄຸນ ຫລື
be thankful ໄດ້ຄືກັນ. ຂອບ
ຄຸນພະເຈົ້າ ຂອບຄຸນເທວະດາ
ຟ້າດິນ ທີ່ປະທານສິ່ງທີ່ດີໆມາ
ໃຫ້ ຂອບຄຸນສໍາລັບວຽກງານ
ສໍາລັບຄອບຄົວ ໝູ່ເພື່ອນແລະ
ຄົນຮັກແພງ ທີ່ຄອຍ take care
ເບິ່ງແຍງຊ່ວຍເຫລືອຊຶ່ງກັນແລະ
ກັນ. ແລະກ່ອນຈາກກັນວັນນີ້ ຂ້າພະເຈົ້າຂໍອວບພອນໃຫ້ບັນດາທ່ານຜູ້ຟັງ ທີ່ຍັງບໍ່ໄດ້
ສະຫລອງວັນຂອບຄຸນພະເຈົ້າເທື່ອໃນຕອນນີ້ ຈົ່ງມີແຕ່ຄວາມສຸກ ກິນໄກ່ງວງໃຫ້ແຊບນົວ
Happy Thanksgiving!

XS
SM
MD
LG