ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາຮູ້ຈັກກັບນັກປະພັນເພງຊື່ດັງຂອງລາວ ອາຈານ ສ. ແສງສິຣິວັນ ກັນໃຫ້ຫຼາຍຂຶ້ນ


ມາຮູ້ຈັກກັບນັກປະພັນເພງຊື່ດັງຂອງລາວ ອາຈານ ສ. ແສງສິຣິວັນ ກັນໃຫ້ຫຼາຍຂຶ້ນ
ມາຮູ້ຈັກກັບນັກປະພັນເພງຊື່ດັງຂອງລາວ ອາຈານ ສ. ແສງສິຣິວັນ ກັນໃຫ້ຫຼາຍຂຶ້ນ

ຜົນງານເພງເດັ່ນໆຂອງອາຈານ ສ. ແສງສິຣິວັນ ນັ້ນແມ່ນມີຫຼາກຫຼາຍ ບໍ່ວ່າຈະເປັນເພງ
ບໍ່ລືມວຽງຈັນ, ບ້ານນາຜາສຸກ, ກຸຫຼາບແທນໃຈ, ກ້ຽວສາວງື່ມ ຕ່າງໆນາໆ ນີ້ກໍເປັນພຽງ
ແຕ່ໜ້ອຍໆເທົ່ານັ້ນ ແລະກໍໄດ້ມີຫຼາຍສິນລະປິນໄດ້ນໍາເພງຂອງເພິ່ນ ໄປຮ້ອງຈົນ​ໂດ່​ງດັງ
ແລະ​ເປັນ​ທີ່​ຮູ້ຈັກ​ໃນ​ວົງ​ການ​ເພງ​ລາວ​ ທັງ​ໃນ​ອະ​ດີດ​ແລະ​ປະຈຸ​ບັນ ນອກຈາກສິນລະປິນ
ລາວແລ້ວ ອາຈານຍັງມີທັງເພງເກົ່າແລະໃໝ່ມອບໃຫ້ສິນລະປິນໄທ ຢ່າງຕ້ອມ ເຣນໂບວ
ນໍາເອົາໄປຂັບຮ້ອງໃນຊຸດທີ່ 2 ເຊັ່ນກັນ. ນອກຈາກນັ້ນແລ້ວ ອາຈານ ສ. ແສງສິຣິວັນ
ຍັງເປັນຫວ່ງເປັນໃຍກັບເພງເກົ່າໆຂອງລາວ ໂດຍສະເພາະ ເພງ “ຈໍາປາເມືອງລາວ”
ທີ່ເປັນສັນຍາລັກຂອງລາວຢູ່ແລ້ວ ຊຶ່ງອາຈານເລົ່າສູ່ຟັງວ່າ ກໍໄດ້ມີຫຼາຍສິນລະປິນໄທ
ນໍາເອົາໄປຂັບຮ້ອງ ແລະໄດ້ປ່ຽນເນື້ອຮ້ອງອອກໄປແດ່ ດັ່ງນັ້ນອາຈານກໍເລີຍເປັນຫ່ວງ
ວ່າ ມັນອາດຈະມີການຜິດພາດເນື້ອໃນຕົກເຮ່ຍເສຍຫາຍແບບບໍ່ສົມບູນແລະຍິ່ງໄປກ່ວາ
ນັ້ນ ກໍຄືການຄົງໄວ້ແລະເກັບຮັກສາເຄົ້າມູນເດີມຂອງເພງ “ຈໍາປາເມືອງລາວ” ນີ້ໄວ້ແບບ
ວ່າເປີດຟັງຍາມໃດ ຮູ້ເລີຍວ່າ ນີ້ລະເພງລາວ ອາຈານຈຶ່ງໄດ້ນໍາເພງດັ່ງກ່າວນີ້ ຂຶ້ນມາ
ດັດແປງແກ້ໄຂແລະຕໍ່ເຕີມເນື້ອຮ້ອງໃໝ່ ໃຫ້ເຂົ້າກັບຍຸກກັບສະໄໝ ຊຶ່ງຖ້າປຽບທຽບ
ກໍເຫັນຈະເປັນຈິງດັ່ງວ່າ ເພາະດອກຈໍາປາໄດ້ກະຈາຍທົ່ວໂລກາ ອອກດອກເບັ່ງບານ
ງົດງາມ ສົ່ງກິ່ນຫອມກົ້ວໃຫ້ຜູ້ຄົນທົ່ວໂລກໄດ້ຊື່ນຊົມ ຈຶ່ງເປັນທີ່ມາຂອງເພງ
“ຈໍາປາບານໃໝ່.”

ອ. ສ. ແສງສິຣິວັນ ກັບບັນດາສິນລະປິນແລະປະຊາຄົມລາວ ທີ່ TN
ອ. ສ. ແສງສິຣິວັນ ກັບບັນດາສິນລະປິນແລະປະຊາຄົມລາວ ທີ່ TN

ພ້ອມນີ້ອາຈານຍັງກ່າວຝາກຝັງ ຕາງຂໍຮ້ອງໃຫ້ນັກຮ້ອງ ນັກສິນລະປິນລາວທົ່ວຖ້ວນໜ້າ
ໂດຍສະເພາະ ຄົນຣຸ່ນໃໝ່ວ່າ ຢາກຈະໃຫ້ສ້າງຜົນງານດີໆເດັ່ນໆແລະມີຄວາມໝາຍ
ເພາະວ່າ ເພງທີ່ດີນັ້ນ ຍ່ອມຈະບໍ່ສູນຫາຍຫຼືລົບໄປງ່າຍດາຍ ມັນຈະຄົງຍັງຢູ່ຄູ່ກັບຄົນ
ລາວທຸກໆຄົນ ຕະລອດການແລະຕະລອດໄປ ຟັງຍາມໃດກໍຈະປະທັບໃຈຍາມນັ້ນ
ຊຶ່ງມື້ນີ້ອາຈານໄດ້ຕື່ນແຕ່ເຊົ້າມືດໃຫ້ VOA ສໍາພາດຜ່ານທາງໂທລະສັບຈາກລັດ
Oregon ຊຶ່ງວ່າ ຈະມີຄວາມຕື້ນເລິກໜາບາງຢ່າງໃດແດ່ນັ້ນ ຂໍເຊີນທ່ານຮັບຟັງບົດສໍາ
ພາດໄດ້ເລີຍ ໂດຍຄລິກຢູ່ຂ້າງເທິງ ເບື້ອງຂວາມື.

ທາງລາຍການຊີວິດຊາວລາວໃນຕ່າງແດນກໍຈະຂະຫຍັນຈັດຫາແຕ່ເລື່ອງທີ່ດີ, ມີສາລະ
ແລະຄວາມບັນເທີງ ມາຝາກທ່ານຜູ້ຟັງອີກໃນທຸກໆຄໍ່າຄືນຂອງວັນພະຫັດ ພົບກັນໃໝ່
ໃນສັບປະດາໜ້າ.

XS
SM
MD
LG