ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວອາເມຣິກັນ ທີ່ອາໄສຢູ່ໃນນະຄອນນິວຢອກ ສ່ວນຫຼາຍບໍ່ຄ່ອຍຫົວຊາ ນຳງານສະເຫຼີມສະຫຼອງ ປີໃໝ່ສາກົນ ຢູ່ທີ່ Time Square


ງານສະເຫຼີມສະຫຼອງສົ່ງທ້າຍປີເກົາຕ້ອນຮັບປີໃໝ່ ຢູ່ທີ່ຈະຕຸລັດ ໄທມ໌ ສແກວຣ໌ (Time Square) ໃນເຂດແມນແຮັດທັນ, ນະຄອນນິວຢອກ ເມື່ອ ວັນທີ 1 ມັງກອນ 2021 ພາຍຫລັງການລະບາດຂອງພະຍາດໂຄວິດ-19.
ງານສະເຫຼີມສະຫຼອງສົ່ງທ້າຍປີເກົາຕ້ອນຮັບປີໃໝ່ ຢູ່ທີ່ຈະຕຸລັດ ໄທມ໌ ສແກວຣ໌ (Time Square) ໃນເຂດແມນແຮັດທັນ, ນະຄອນນິວຢອກ ເມື່ອ ວັນທີ 1 ມັງກອນ 2021 ພາຍຫລັງການລະບາດຂອງພະຍາດໂຄວິດ-19.

ການສະເຫຼີມສະຫຼອງຕ້ອນຮັບປີໃໝ່ສົ່ງທ້າຍປີເກົ່າຢູ່ທີ່ຈະ​ຕຸ​ລັດ Time Square ໃນໃຈກາງນະຄອນນິວຢອກ ແຕ່ລະປີນັ້ນ ໄດ້ຖືກຖ່າຍທອດສູ່ສາຍຕາຂອງຄົນໃນທົ່ວໂລກ ທັງໄດ້ດຶງດູດເອົາຄົນຈາກທົ່ວໂລກ ມາເຂົ້າຮ່ວມໃນງານທີ່ໃຫຍ່ໂຕມະໂຫລານນີ້ ຢ່າງໜາແໜ້ນທຸກໆປີ ແຕ່ຊາວລາວຈຳນວນບໍ່ຄ່ອຍຫຼາຍທີ່ອາໄສຢູ່ໃນນະຄອນນິວຢອກ ກ່າວວ່າ ພວກເຂົາເຈົ້າບໍ່ໄດ້ໄປຮ່ວມໃນງານດັ່ງ ກ່າວນີ້ຈັກເທື່ອເລີຍ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດກັບຄົນລາວ-ອາເມຣິກັນຈຳນວນນຶ່ງ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານຫານຊະນະ ສິງສົງຄາມ ເຕີບໃຫຍ່ຢູ່ໃນເມືອງ ເປລນຟີລ ເໜືອ ຂອງລັດນິວເຈີຊີ ກັບຄອບຄົວຂອງທ່ານ ຊຶ່ງພໍ່ຂອງທ່ານເປັນປະທານສະມາຄົມລາວ ຢູ່ໃນເມືອງນີ້ ທ່ານເລົ່າສູ່ຟັງວ່າ ໃນແຕ່ລະປີພໍ່ຂອງທ່ານ ພ້ອມດ້ວຍຊາວລາວຢູ່ໃນເມືອງນີ້ ໄດ້ຈັດງານລ້ຽງສັງສັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ໂດຍຈະມີຄົນລາວທີ່ຢູ່ລັດໃກ້ຄຽງ ກໍມາຮ່ວມໃນງານເປັນປະຈຳ ແລ້ວເມື່ອທ່ານໄດ້ຍົກຍ້າຍ ໄປຢູ່ລັດນິວຢອກ ໃນນະຄອນນິວຢອກ ເພາະວຽກງານທາງດ້ານອະສັງຫາລິມະຊັບມາໄດ້ຫ້າປີກວ່າແລ້ວ ທ່ານກ່າວວ່າ ຄົນລາວບໍ່ຄ່ອຍມີຫຼາຍ ເຊິ່ງພົບພໍ້ກັນໂດຍບັງເອີນ ທີ່ບໍ່ຮູ້ຈັກວ່າ ເປັນຄົນລາວໃນເບື້ອງຕົ້ນ ຊຶ່ງທ່ານເລົ່າສູ່ຟັງເປັນພາສາອັງກິດວ່າ “ເຫັນເປັນຄົນເອເຊຍກະບໍ່ຮູ້ຈັກວ່າ ແມ່ນຄົນລາວ ລົມກັນໄປມາເລີຍຖາມວ່າ ເຈົ້າມາແຕ່ປະເທດໃດ ເຂົາກະບອກວ່າ ມາຈາກລາວ ໂອ້ແທ້ຫວະຂອຍກະຄົນລາວ ເລີຍເວົ້າລາວນຳກັນ.” ທ່ານມີໝູ່ຄົນລາວປະມານຫ້າຄົນເທົ່ານັ້ນ ແລະບໍ່ມີຜູ້ໃດໄປສະຫຼອງປີໃໝ່ຢູ່ Time Square ເລີຍ ຊຶ່ງທ່ານໄດ້ກ່າວໃຫ້ເຫດຜົນດັ່ງນີ້:

“ບໍ່ເຮົາບໍ່ເຄີຍໄປ ມີຄົນຫຼາຍໂພດ ເຮົາຢູ່ເຮືອນຊື່ໆບໍ່ເຮັດຫຍັງ ບໍ່ເຮັດຫຍັງຫລາຍ ມີລົດຫຼາຍມິຄົນຫຼາຍ ຄົນກະເວົ້າແຮງ ເຮົາບໍ່ມັກ ຄືຢູ່ເຮືອນດີກວ່າ ມີບັນຫາຫຼາຍ ລົດໄຟມັນໃຊ້ບໍ່ໄດ້ ຕຳຫຼວດເຂົາເວົ້າ ຕ້ອງເອົາອູເບີ້ ຫຼື ຂີ່ລົດໄປ ເຂົາຮອດບໍ່ມີລົດໄຟ ຍ້ອນຄວາມປອດໄພ.”

ໂດຍສ່ວນຫຼາຍອຳນາດການປົກຄອງນະຄອນນິວຢອກ ຈະເປີດລົດໄຟໃຕ້ດິນໃນຊ່ວງເວລາກ່ອນງານຈະເລີ້ມຕົ້ນຂຶ້ນເພື່ອໃຫ້ຄົນເຂົ້າມາໃນເຂດ Time Square ຈົນຮອດໂມງການເລີ້ມຕົ້ນຂອງງານໃນມື້ກ່ອນວັນປີໃໝ່ ແລ້ວຫຼັງຈາກນັ້ນ ກໍຈະປິດການບໍລິການຈົນກວ່າງານສະຫຼອງຈະສິ້ນສຸດລົງ. ທາງຫຼາຍສາຍຢູ່ອ້ອມຮອບບໍລິເວນ Time Square ກໍຈະຖືກປິດໄວ້ບໍ່ໃຫ້ລົດສັນຈອນ ແລະເປີດພຽງແຕ່ທາງເຂົ້າໄປໃນງານສາມແຫ່ງເທົ່ານັ້ນ. ຫຼັງຈາກພວກຄົນທີ່ມາຮ່ວມໃນງານເຂົ້າໄປໃນສະຖານທີ່ຈັດງານຮຽບຮ້ອຍແລ້ວ ຖ້າຫາກພວກເຂົາຢາກອອກໄປ ເຂົາເຈົ້າຈະບໍ່ສາມາດກັບຄືນເຂົ້າໄປໄດ້ອີກ. ພວກຄົນທີ່ເຂົ້າມາຮ່ວມມີຈຳນວນຫຼວງຫຼາຍ ແລະສ່ວນຫຼາຍແມ່ນມາຈາກລັດອື່ນໆແລະປະເທດຕ່າງໆ. ພວກຄົນໃນທ້ອງຖິ່ນສ່ວນຫຼາຍຈະບໍ່ຢາກໄປຮ່ວມຍ້ອນເຫດຜົນທີ່ ທ່ານຫານຊະນະໄດ້ກ່າວໄປນັ້ນ.

ທ່ານແມັກ ພົນສີນາ ນັກທຸລະກິດຜູ້ທີ່ໄດ້ຍົກຍ້າຍມາຢູ່ນະຄອນນິວຢອກ ຕັ້ງແຕ່ອາຍຸ 21 ປີ ຈາກລັດໂຣດ ໄອແລນ ຈົນເຖິງປັດຈຸບັນນີ້ ກໍແມ່ນຄົນລາວອີກຜູ້ນຶ່ງທີ່ກ່າວວ່າ ບໍ່ເຄີຍໄປຮ່ວມງານສະຫຼອງປີໃໝ່ຢູ່ Time Square ຈັກເທື່ອ ແລ້ວກໍບໍ່ຢາກໄປເລີຍ, ຊຶ່ງທ່ານໃຫ້ເຫດຜົນດັ່ງນີ້:

“ແຕ່ກີ້ຢາກໄປຢູ່ຢາກໄປ Time Square ຫັ້ນນະ ມີແຕ່ຮູ້ຍິນວ່າ ມັນຖ້າດົນໂພດ ກິນເຫຼົ້າກະບໍ່ໄດ້ ລະກະແບບບໍ່ມ່ວນຫັ້ນນະ ມີແຕ່ພວກທົ່ວຣິສ ໄປ.”

ທ່ານຍັງກ່າວອີກວ່າ ທ່ານໄດ້ຍິນຈາກເພື່ອນຜູ້ທີ່ໄດ້ໄປມາແລ້ວ ເລົ່າເຖິງເລື້ອງທີ່ບໍ່ດີຕ່າງໆໃຫ້ຟັງຊຶ່ງທ່ານກ່າວວ່າ:

“ເພາະໝູ່ຂະນ້ອຍບອກຂະນ້ອຍວ່າ ລາວໄປເທື່ອນຶ່ງຫັ້ນນະ ແລ້ວເຂົາເຈົ້າວ່າ ຕ້ອງໄປຮອດຫັ້ນຕັ້ງແຕ່ສີ່ຫ້າໂມງນີ້ລະ ຄັນເຂົ້າໄປໃນຝຸງຄົນຫັ້ນນະ ແລ້ວກະອອກມາບໍ່ໄດ້ໃດ ຄັນອອກມາລະກັບເຂົ້າໄປໃນຄືນບໍ່ໄດ້ ເພາະສະນັ້ນລະມັນຍາກຫັ້ນນະ ບ່ອນຍ່ຽວກະບໍ່ມີ ລະເຂົາເຈົ້າບໍ່ໃຫ້ພົກເຂົ້າໄປຫັ້ນນະ ຄັນເຂົ້າໄປໃນ Time Square ແລ້ວ ເຈົ້າຕ້ອງຢືນຢູ່ຫັ້ນເກືອບຮອດ 2 ໂມງໃດ ເກືອບເຈັດແປດຊົ່ວໂມງພຸ້ນຕ້ອງຢືນຢູ່ຫັ້ນ ຫ້ອງນ້ຳກະບໍ່ມີ ລະຂະນ້ອຍໄດ້ຍິນວ່າ ບາງຄົນເຂົາໃສ່ໄດເປີ້ໄປ.”

ອີງຕາມລາຍງານຂ່າວແລ້ວ ຢູ່ໃນ Time Square ຈະບໍ່ມີຫ້ອງນໍ້າເຄື່ອນທີ່ໄວ້ໃຫ້ບໍລິການເລີຍ ເຖິງຢ່າງນັ້ນກໍຕາມ ມີຫຼາຍແສນເກືອບເຖິງລ້ານຄົນກໍຍັງມາຮ່ວມໃນງານສະເຫຼີມສະຫຼອງປີໃໝ່ສາກົນ ຢູ່ທີ່ Time Square ຂອງເຂດແມນແຮັດຕັນ, ນະຄອນນິວຢອກ ຢ່າງເບີກບານມ່ວນຊື່ນໃນແຕ່ລະປີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG