ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະຫຼາດ ລາວ-ເອເຊຍ ໃນ Las Vegas ລືຊື່ ໃນດ້ານ ອາຫານລາວ


ໃນ​ຫວ່າງ ທ້າຍ​ປີ​ແລ້ວ​ນີ້ ວັນນະ​ສອນ​ໄດ້​ມີໂອກາດ​ໄປ​ຢ້ຽມຢາມ
​ Las Vegas ລັດ ​Nevada ທາງ​ກໍ້າ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ
ສະຫະລັດ ​ເພື່ອ​ປະກອບສ່ວນ​ໃນ​ງານ​ພົບ​ປະສັງ​ສັນ ຂອງ​ຄະນະ​
ແພດ​ລາວ​ຈາກ​ທົ່ວ​ທຸກ​ມຸມ​ໂລກ ພໍໄດ້​ມີ​ໂອກາດ​ມາ Las Vegas
​ແລ້ວ ກໍເລີຍຄິດວ່າຄວນ​ຊອກ​ຄົ້ນ​ຫາ​ປະຊາ​ຄົມ​ລາວ-ອາ​ເມຣິກັນ
​ໃນ​ເຂດ​ດັ່ງກ່າວ​ ວ່າພວກ​ເຂົາ​ເຈົ້າມີ​ວິຖີ​ຊີວິດ ການ​ເປັນ​ຢູ່​
ຢ່າງ​ໃດ​ແດ່ ​ແລະ​ແຕກ​ຕ່າງ​ໄປ​ຈາກ​ເຂດ​ອື່ນ ​ໃນ​ລັດ​ອື່ນໆ​ບໍ່?
ຊຶ່ງ​ວັນນະ​ສອນ​ໄດ້​ໄປ​ພໍ້ຕະຫຼາດ ​ແລະຮ້ານ​ອາຫານ ​ລາວ-​
ເອ​ເຊຍ​ ​ກໍ​ໄດ້​ເຂົ້າ​ໄປ​ໂອ້​ລົມ​ກັບ​ເຈົ້າ​ຂອງ​ຮ້ານ​ແລະ​ຜູ້​ຈັດການ
​ເພື່ອ​ຈະ​ໄດ້​ເກັບ​ກໍາ​ປະສົບ​ການຕ່າງໆ​ຂອງເຂົາເຈົ້າ ມາ​ເລົ່າ​
ແບ່ງປັນ ໃຫ້ທ່ານ​ຜູ້​ຟັງຂອງ VOA ​ໄດ້​ຮັບ​ຊາບ​ກັນໂດຍ​ທົ່ວເຖິງ.

ຫຸ້ນສ່ວນເຈົ້າຂອງຮ້ານຕະຫຼາດລາວ-ເອເຊຍ
ຫຸ້ນສ່ວນເຈົ້າຂອງຮ້ານຕະຫຼາດລາວ-ເອເຊຍ

ລິງໂດຍກົງ

ວັນນະ​ສອນວ່າ​ ນະຄອນ Las Vegas ເປັນເມືອງ​ໃນ​ຝັນ
ທີ່​ເກືອບ​ວ່າ​ເນລະມິດທຸກ​ສິ່ງ​ຢ່າງ​ໄດ້​ພຸ້ນ​ລະ ຊຶ່ງ​ຂຶ້ນ​ຊື່​ລືຊາ
ໂດ່ງດັງ​ໃນ​ເລື່ອງການ​ພະນັນ ການດົນຕີແລະສະແດງຕ່າງໆ
ທີ່​ທຸກ​ຄົນ​ໃນທົ່ວໂລກ​ຢາກ​ມາ​ເຫັນ ​ມາ​ສໍາ​ພັດ​ ​ແຕ່ຄໍ່​າຄືນ​ນີ້
ວັນນະ​ສອນ​ຈະ​ນໍາ​ສະ​ເໜີໃນ​ອີກ​ແງ່​ມຸມ​ນຶ່ງ ຊຶ່ງ​ເປັນພາກ
ສ່ວນຂອງປະຊາ​ຄົມ ​ລາວ-ອາ​ເມຣິກັນທີ່​ມາ​ຕັ້ງ​ຫຼັກຕັ້ງ​ຖານ
​ໃນນະຄອນ Las Vegas ຂໍ​ເຊີນ​ຮັບ​ຟັງ​ໄດ້ເລີຍຈາກການ
​ສໍາພາດ​ກັບ​ຜູ້​ບໍລິຫານ​ຈັດການ​ແລະ​ເປັນ​ນຶ່ງ​ໃນ 5 ຫຸ້ນ​ສ່ວນ
ຂອງ ຕະຫຼາດ​ລາວ-​ເອ​ເຊຍ​ ​ຍາເອື້​ອຍວິ​ໄລ​ພອນ ອິນ​ທະ​ວົງ
ໄດ້​ໃນ​ອັນ​ດັບ​ຕໍ່​ໄປ​ນີ້:
ວິໄລພອນ ອິນທະວົງ ຕ້ອນຮັບແນກ
ວິໄລພອນ ອິນທະວົງ ຕ້ອນຮັບແນກ

ລິງໂດຍກົງ

ດັ່ງທີ່​ຍາເອື້ອຍ​ວິ​ໄລ​ພອນ ​ໄດ້​ເລົ່າສູ່ຟັງ​ແລ້ວ​ນັ້ນວ່າ ທີ່​ມາ​
ຂອງ​ການ​ເປີດ​ຮ້ານ​ນີ້​ແມ່ນ ​ເປັນທຸລະ​ກິດ​ແບບ​ຄອບຄົວ
ຊຶ່ງທຸກ​ຄົນ​ແມ່ນ​ມີ​ສ່ວນ​ຊ່ອຍ ທຸກ​ຄົນ​ນັ້ນ​ກໍ​ມີ​ວຽກງານ​
ສ່ວນ​ຕົວ​ຫຼັງ​ຈາກ​ວຽກ​ການ​ແລ້ວ​ແມ່ນ​ແລ່ນ​ເຂົ້າ​ມາ​ຮ້ານ
​ນີ້​ໝົດ​ ຊ່ອຍ​ກັນ​ເອົາ​ແທ້ເອົາ​ວ່າ​ແບບ​ບໍ່​ມີ​ມື້​ພັກ ​ເປີດ​ກັນ
7 ມື້​ຕໍ່​ອາທິ​ດ​ເລີຍ ຊຶ່ງ​ທ່ານ​ເງິນ​ແລະ​ເອື້ອຍ​ຄ່ຽມ ​ ຜູ້ຊຶ່ງ​
ຖື​ຫຸ້ນ​ໃຫຍ່​ເປັນ​ເຈົ້າ​ຂອງ​ຮ້ານ​ນັ້ນ​ກໍ​ໄດ້​ມາ​ໂອ້​ລົມ​ກັບ
VOA ​ເຊັ່ນ​ກັນ ຊຶ່ງ​ທ່ານ​ເງິນ​ກໍໄດ້ຊ່ອຍ​ຊີ້ແຈງໃນ​ການ
​ສໍາພາດ​ວ່າ:
ລິງໂດຍກົງ


ສ່ວນ​ພັນ​ລະ​ຍາ ຍາ​ເອື້ອຍຄ່ຽມ ນັ້ນ​ນອກຈາກ​ເວົ້າ​ນົວ​ຫົວ​ມ່ວນ​ ຍິ້ມແຍ້ມແຈ່ມໃສແລ້ວ
ຍັງ​ປຸງແຕ່ງອາຫານ​ລາວ​ເລີດ​ລົດ ​ແຊບນົວແບບ​ວ່າ​ພໍ​ໆກັນ​ກັບ​ຢູ່​ໃນ​ປະ​ເທດ​ລາວພຸ້ນ​ລະ
ວັນນະສອນຕິດໃຈເປັນພິເສດກໍຄືການທີ່ໄດ້ກິນອາຫານລາວແບບດັ້ງເດີມ​ ຊຶ່ງຍາເອື້ອຍ
ຄ່ຽມ​ກໍ​ໄດ້ເລົ່າສູ່ຟັງວ່າ ເຮັດອາຫານໃດດີ ໃດແຊບ ກໍຢາກແບ່ງປັນກັນກິນ​ຊຶ່ງເພິ່ນກໍໄດ້
ເຊື້ອ​ເຊີນ​ພີ່ນ້ອງ​ຊາວ​ລາວ​ພາກັນ​ມາ​ຊ່ອຍ​ອຸດ​ໜູນ​ ​ໃຫ້ຖື​ວ່າເປັນ​ພີ່​ເປັນ​ນ້ອງ ​ເປັນ​ເຊື້ອ
​ສາຍລາຍ​ລ່ອງ ຄົນ​ລາວ​ດ້ວຍ​ກັນ ​ຮັກ​ຫອມ​ສາມັກຄີ​ກັນ​ຊຶ່ງຍາເອື້ອຍຄ່ຽມ​ ​ໄດ້​ກ່າວ​ວ່າ:​
ລິງໂດຍກົງ

ຖ້າ​ຜູ້​ໃດ​ສົນ​ໃຈ​ເລື່ອງ​ການ​ເປີດທຸລະ​ກິດ​ດ້ານ​ຮ້ານ​ອາຫານ​ນີ້ ກໍ​ຢ່າ​ລືມ​ຕິດ​ຕໍ່​ສອບ​ຖາມ​
ໄປ​ຍັງ​ເອື້ອຍ​ວິ​ໄລ​ພອນ​ຜູ້​ບໍລິຫານ​ຄົນ​ເກັ່ງ​ຂອງ​ຮ້ານ​ໄດ້ເພື່ອ​ຈະ​ໄດ້​ຮັບ​ຄໍາ​ປຶກສາ​ທີ່​ດີໆ
ແລະ ຍາເອື້​ອຍວິ​ໄລ​ພອນ ກໍ​ໄດ້​ຝາກ​ຝັ່ງ​ເຖິງ​ຊາວ​ລາວ​ວ່າ ຖ້າ​ໄດ້​ຜ່ານ​ມາ​ແຖວ​ Las
Vegas ກໍ​ຢ່າ​ລື​ມ ມາ​ພົບ​ໜ້າ​ພໍ​ຕາ​ກັນ ​ກິນ​ເຂົ້າຮ່ວມ​ກັນ ຊຶ່ງເອື້ອຍ​ວິ​ໄລ​ພອນ
ກ່າວ​ສະຫຼຸບ​ດັ່ງ​ນີ້:
ລິງໂດຍກົງ

ນັ້ນ​ແມ່ນເລື່ອງ​ລາວ​ຂອງ​ປະຊາ​ຄົມ​ລາວ-ອາ​ເມຣິກັນ ​ໃນນະຄອນ Las Vegas ​
ແລະ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ​ຂອງ VOA ກໍຈະກັບມາພົບທ່ານຜູ້ຟັງ
ອີກໃນທຸກໆຄໍ່າຄືນຂອງວັນພະຫັດ…ກະລຸນາຄອຍຕິດຕາມຮັບຟັງ.

XS
SM
MD
LG