ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ​ລາວ ​ໂອ້​ລົມ​ກັບນາງເຈນນີເຟີ ຈັນທະລາວົງ ສາວລາວອາເມຣິກັນ ນັກຕີມວຍໄທສະໝັກຫຼິ້ນ ທີ່ລັດເທັກຊັສ


ທີມຄ້າຍມວຍ V-Fit National Champion.
ທີມຄ້າຍມວຍ V-Fit National Champion.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງ ວີໂອເອ ປະຈຳວັນພະຫັັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັັບຍານາງເຈນນີເຟີ ຈັນທະລາວົງ ຊຶ່ງປັນທີ່ຮູ້ກັນ​ໃນອີກ​ຊື່​ນຶ່ງວ່າ ເຈນນີເຟີ “ສາວລາວ” ນັກມວຍສະໝັກຫຼິ້ນ ຢູ່ເມືອງອາລິງຕັນລັດເທັກຊັສ. ໃນຂັ້ນເລີ້ມຕົ້ນ ເຈນນີເຟີ ມີຈຸດປະສົງພຽງແຕ່ຢາກລົດນ້ຳ​ໜັກເທົ່ານັ້ນ ແຕ່ຂະນະທີ່ອອກກຳລັງກາຍຢູ່ນັ້ນ ເຈນນີເຟີ ໄດ້ພົບວ່າການຕີມວຍໄທ ສາ​ມາດຊ່ວຍໃຫ້ນາງຫລົດຄວາມອ້ວນພີ​ ແລະພັກຜ່ອນຈິດໃຈໄດ້. ເຈ​ນນີເຟີ ຈະຂຶ້ນເວທີຕີມວຍແມ່ຍິງ ຢູ່ນະຄອນດາ​ລລັສ ລັດ ເທັກຊັສ ໃນວັນສຸກ ທີ 18 ກຸມພາ ອາທິດໜ້ານີ້.
ກິ່ງສະຫວັນ ຈະນຳເອົາ​ການໂອ້​ລົມ ມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ນາງສາວເຈນນີເຟີ ຈັນທະລາວົງ ມີຊື່ເປັນນັກມວຍວ່າ ເຈ​ນນີເຟີ “ສາວລາວ” ນາງແມ່ນແມ່ຍິງອາເມຣິກັນເຊື້ອສາຍລາວຄົນທຳອິດທີ່ມີຄວາມກ້າຫານຂຶ້ນເວທີ ຕີມວຍກັບພວກແມ່ຍິງອາເມຣິກັນຄົນອື່ນໆ. ນາງເຈນນີເຟີ ທີ່ໜ້າຮັກຄົນນີິ້ ອາຍຸ 27 ປີ ເກີດຢູ່ເມືອງອາລິງຕັນ ລັດເທັກຊັສ. ເມື່ອເຫັນຮູບຮ່າງໃບໜ້າແລ້ວ ຈະບໍ່ຄາດຄິດເລີຍວ່າ ຍິງສາວລາວຄົນນີ້ ມັກຕີມວຍ ຊຶ່ງປັດຈຸບັນນີ້ຍັງຢູ່ຂັ້ນຕີມວຍສະໝັກຫຼິ້ນ ແລະມີຄວາມຫວັງ ທີ່ຈະກ້າວຂຶ້ນມາເປັນ ນັກມວຍແມ່ຍິງອາຊີບ ໃນອະນາຄົດກໍອາດເປັນໄປໄດ້.

ນາງເຈນນີເຟີ ສູງ 5 ຟຸດ ມີນໍ້າໜັກ 184 ພາວ ກ່ອນທີ່ນາງໄດ້ຕັດສິນໃຈເຂົ້າ ມາເປັນສະມາຊິກອອກກຳລັງກາຍ ຢູ່ສູນກາງຕີມວຍ V-Fit House of Champion ຊຶ່ງເວລານັ້ນ ນາງເຈນນີເຟີມີຈຸດ
ປະສົງພຽງແຕ່ຢາກຫລົດ​ນ້ຳ​ໜັກ ແລະລະບາຍຄວາມຕຶງຄຽດຈາກປະສົບການຊີວິດເທົ່ານັ້ນ. ນາງເຈນນີເຟີແມ່ນແມ່ຍິງຄົນດຽວ ໃນບັນດາສະມາຊິກ 66 ຄົນທີ່ເປັນຜູ້ຊາຍ ພາກັນອອກກຳລັງກາຍເຝິກຊ້ອມຕີມວຍຢູ່ສະຖານທີ່ແຫ່ງນີ້. ໃນໄລຍະທີ່ນາງເຈນນີເຟີ ເລີ້ມເຝິກ ຊ້ອມຢູ່ນັ້ນ ນາງໄດ້ພົບເຫັນວ່າ ການໃຊ້ພາກສ່ວນຂອງຮ່າງກາຍເຕະ ຖີບ ໃຊ້ຫົວເຂົ່າ ແລະແຂນສອກ ຕໍ່ສູ້ກັບຄູເຝິກຢູ່ນັ້ນເ ປັນສິ່ງທີ່ຊ່ວຍໃຫ້ນາງລືມບັນຫາ ຊີວິດ ຜ່ອນຄາຍຄວາມເຄັ່ງຕຶງທາງຈິດໃຈ ພ້ອມທັງໄດ້ອອກກຳລັງກາຍ ແລະຢາກເປັນນັກມວຍ.

ນາງສາວເຈນນີເຟີ ຈັນທະລາວົງ
ນາງສາວເຈນນີເຟີ ຈັນທະລາວົງ

ເຈນນີເຟີ ແມ່ນແມ່ຍິງຄົນດຽວຢູ່ໃນທີມຫ້າຄົນ ຂອງຄ້າຍມວຍ V-Fit House of Champion ທີ່ເຝິກຊ້ອມຂຶ້ນເວທີຕີມວຍ ຊຶ່ງທ່ານມາກ ວິສຕາຊິໂອ (Mark Vistacio) ຄູເຝິກ ແລະເຈົ້າຂອງສະຖານທີ່ອອກກຳລັງກາຍຕີມວຍ ແຫ່ງນີ້ໄດ້ກ່າວສູ່ ວີໂອເອ ຟັງວ່າ:

“ມັນເປັນເລື້ອງທີ່ຕະຫລົກ ນາງເຈນນີເຟີ ມີປະສົບການອົກຫັກແຍກກັບຄົນຮັກ ເວລານັ້ນນາງບໍ່ມີຄວາມໝັ້ນໃຈກັບຕົນເອງ ນາງບອກຂ້າພະເຈົ້າວ່າຢາກອອກ ກຳລັງກາຍເພື່ອຫລົດຄວາມອ້ວນພີ. ເຈນນີເຟີ ມີຄວາມສູງ 5 ຝຸດ 184 ພາວ ເວລານາງຍ່າງເຂົ້າປະຕູບ່ອນເຝິກຊ້ອມອອກກຳລັງກາຍຕີມວຍຂອງຂ້າພະເຈົ້າ. ນັບແຕ່ນັ້ນມື້ນັ້ນມາ ນາງເຈນນີເຟີ ໄດ້ເລີ້ມເຝິກຊ້ອມຢ່າງຕັ້ງອົກຕັ້ງໃຈ ແລະມີຄວາມກ້າວໜ້າດີ. ຫຼັງຈາກນຶ່ງປີຕໍ່ມາ ນາງເຈນນີເຟີ ໄດ້ບອກຂ້າພະເຈົ້າວ່າ ລາວຂໍເຂົ້າເຝິກຊ້ອມມວຍຕີໄທໄດ້ບໍ່? ຂ້າພະເຈົ້າຕອບລາວໄປວ່າ ໄດ້ແນ່ນອນ ຊຶ່ງຂ້າພະເຈົ້າບໍ່ໄດ້ຄິດວ່າລາວເວົ້າແທ້. ເວລານັ້ນ ຂ້າພະເຈົ້າເຫັນນາງເຈນນີເຟີເປັນແບບແມ່ຍິງແທ້ໆ ທີ່ບໍ່ຊົງມີພອນສະຫວັນ ແລະທ່າທາງເປັນນັກມວຍ ແລະກໍບໍ່ໄດ້ຄາດຄິດເລີຍວ່າ ແມ່ຍິງນ້ອຍໆຄົນນີ້ ຢາກເປັນນັກມວຍ.

ບໍ່ເທົ່າໃດເດືອນຕໍ່ມາ ນາງເຈນນີເຟີ ໄດ້ກັບມາບອກຂ້າເພະເຈົ້າວ່າ ລາວຢາກຂຶ້ນເວທີຕີມວຍ ເວລານັ້ນ ນໍ້າໜັກຂອງນາງເຈນີເຟີ ໄດ້ຫລຸດລົງມາຢູ່ປະມານ 150 ພາວ. ຂ້າພະເຈົ້າໄດ້ບອກ ນາງເຈນນີເຟີ ໄປອີກວ່າເຈົ້າຕ້ອງຫລົດນໍ້າໜັກລົງມາອີກຢູ່ 135 ພາວ ຈຶ່ງຈະເຂົ້າເຝິກຊ້ອມ ຕີມວຍໄດ້. ຂ້າພະເຈົ້າແກວ່ງຫົວຢູ່ໃນໃຈຜູ້ດຽວ ຄິດວ່າລາວເວົ້າຫຼິ້ນ ແລະຈະເປັນໄປບໍ່ໄດ້."


ຫຼັງຈາກສອງເດືອນຕໍ່ມາ ນາງເຈນນີເຟີ ໄດ້ກັບຄືນມາບອກຂ້າພະເຈົ້າວ່າລາວຕຽມພ້ອມແລ້ວ ທີ່ຈະເຝິກຊ້ອມ. ຂ້າພະເຈົ້າຖາມລາວຄືນເພື່ອຄວາມແນ່ໃຈວ່າ ພ້ອມຫຍັງ? ລາວຕອບວ່າ ນໍ້າໜັກຂ້ອຍຫລຸດລົງມາຢູ່ 135 ພາວແລ້ວ ຕາມທີີ່ເຈົ້າໄດ້ບອກໄວ້. ເມື່ອຂ້າພະເຈົ້າພາລາວໄປຊັ່ງເບິ່ງນໍ້າໜັກ ນາງເຈນນີເຟີ ໄດ້ພິສູດໃຫ້ເຫັນແທ້ວ່າ ນໍ້າໜັກຂອງລາວຫລຸດລົງມາຢູ່ 135 ພາວອີ່ຫຼີຢ່າງໜ້າສັນລະເສີນ ໃນຄວາມຕັ້ງໃຈຂອງລາວ.”

ຫຼັງຈາກນັ້ນ ນາງເຈນນີເຟິ ໄດ້ເຝິກຊ້ອມກັບຄູເຝິກທີ່ມີເຊື້ອສາຍໄທ ຮ່ວມກັບ ພວກຜູ້ຊາຍ. ຕໍ່ມານາງເຈນນີເຟີ ໄດ້ຂຶ້ນເວທີຕີມວຍຫຼາຍຄັ້ງ ເສຍແດ່ ໄດ້ແດ່. ຕົກມາເຖິງປັດຈຸບັນນີ້ນໍ້າໜັກຂອງເຈນນີເຟີ ໄດ້ຫລຸດລົງມາຢູ່ 115 ພາວ ກຳ ລັງເຝິກຊ້ອມ ທີ່ຈະຂຶ້ນເວທີຕີມວຍກັບຝ່າຍທ້າທາຍ ຄື ນາງແອມເບີ ເມດີນາ (Amber Medina) ມີນໍ້າໜັກ ແລະຄວາມສູງເທົ່າກັນ ຊຶ່ງການແຂ່ງຂັນຈະຈັດ ຂຶ້ນໃນວັນສຸກ ທີ 18 ກຸມພາ ຢູ່ນະຄອນດາລັສ ລັດເທັກຊັສ ທີ່ຈະມາເຖິງນີ້.

ນາງເຈນນີເຟີ ຈັນທະລາວົງ ແມ່ນຍິງສາວອາເມຣິກັນເຊື້ອສາຍລາວ ເກີດຢູ່ໃນ ສະຫະລັດ ສາມາດປາກພາສາລາວໄດ້ໜ້ອຍນຶ່ງ ແຕ່ແນວຄິດຂອງນາງກ້າຫານ ທີ່ບໍ່ຄືກັນ ກັບແມ່ຍິງເອເຊຍໂດຍທົ່ວໄປ ທີ່ຈະຕ້ອງວາງໂຕໃຫ້ຄ່ຽມຄົມ ວາງທ່າທາງກິລິຍາມາລະຍາດໃຫ້ຮຽບຮ້ອຍ ຊຶ່ງນາງເຈນນີເຟີ ໄດ້ແນະນໍາຕົນເອງຕໍ່ ວີໂອເອ ຟັງດັ່ງນີ້ :

“ຂະນ້ອຍເກີດຢູ່ເມືອງອາລິງຕັນ ລັດເທັກຊັສ ໃນປີ 1994 ຂະນ້ອຍບໍ່ຮູ້ວ່າພໍ່ແມ່ເຂົ້າມາສະຫະລັດປີໃດ ແລະກໍບໍ່ເຄີຍເວົ້າເຖິງເລື້ອງນີ້ເລີຍ ເວລານັ້ນພໍ່ແມ່ ກໍຍັງເປັນໜຸ່ມນ້ອຍ ເປັນອົບພະຍົບມາຮອດອາເມຣິກາໃໝ່.ຫຼັງຈາກຂະນ້ອຍ ຮຽນຈົບມັດທະຍົມແລ້ວ ກໍໄດ້ໄປຮຽນຕໍ່ຢູ່ມະຫາວິທະຍາໄລນອດເລກ (North Lake College) ເປັນເວລາສອງປີ ຮຽນຝ່າຍອອກແບບແຕ້ມຮູບກາ ຕູນ ຫຼັງຈາກນັ້ນຕໍ່ມາ ຂະນ້ອຍຮູ້ສຶກວ່າຕົນເອງບໍ່ມັກວິຊາດັ່ງກ່າວ ກໍເລີຍໄດ້ ປ່ຽນມາຮຽນຝ່າຍການເງິນ ຫຼືການເອົາເງິນໃຫ້ຄົນຢືມ ຊຶ່ງຂ້ານ້ອຍກຳລັງດຳເນີນການຮຽນຢູ່ໃນຂະນະນີ້. ຄວາມຈິງແລ້ວ ຂະນ້ອຍບໍ່
ໄດ້ຄາດຄິດວ່າຈະກາຍມາ ເປັນນັກມວຍສະໝັກຫຼິ້ນເລີຍ. ໃນຕອນຕົ້ນພຽງແຕ່ຢາກຫລຸດຜ່ອນຄວາມອ້ວນ ພິີ່ຂອງຮ່າງກາຍ ແລະຊ່ວຍປົວແປງຄວາມເຄັ່ງຕຶງຊີວິດສ່ວນໂຕ. ໃນຂະນະທີ່ຂະນ້ອຍເຝິກຫັດອອກຳລັງກາຍຢູ່ນັ້ນ ຂະນ້ອຍໄດ້ພົບເຫັນການເຝິກຊ້ອມຕີມວຍໄທ ແລະເກີດຄວາມມັກຮັກ ລີລາສິນລະປະກິລາຕີມວຍໄທ ນີ້ຢ່າງໝົດຊີວິດ ຈິດໃຈ. ນອກຈາກນັ້ນແລ້ວກໍໄດ້ຕິດຕາມເບິ່ງລາຍການໂທລະພາບຕີມວຍໄທຢູ່ ສະເໝີ. ເທົ່າທີ່ຜ່ານມາສາມສີ່ຄັ້ງຂອງການແຂ່ງຂັນ ຂະນ້ອຍໄດ້ຂຶ້ນເວທີ່ສະ ແດງລີລາບົດບາດຕີມວຍທີ່ໄດ້ເຝິກຊ້ອມມານັ້ນ. ຂະນ້ອຍໄດ້ຊະນະຄະແນນ ສອງຄັ້ງ ແລະເສຍຄະແນນສອງຄັ້ງ ຊຶ່ງເປັນຂອງທຳມະດາແຕ່ກໍຍັງບໍ່ທັນໄດ້ເສຍ​ໄຊແບບ knock out ຈັກເທື່ອເລີຍ ແລະເລື້ອງນີ້ອາດເປັນໄປໄດ້.

ການແຂ່ງຂັນຄັ້ງສຳຄັນທີ່ຈະມາຮອດນີ້ ຈະຈັດຂຶ້ນຢູ່ໂຮງແຮມ Startler ໃນນະຄອນດາ​ລລັສ ລັດເທັກຊັສ ທີ່ຈະມີການຖ່າຍທອດທາງໂທລະພາບ. ຄູ່ຕໍ່ສູ້ຂອງຂະນ້ອຍແມ່ນ ນາງແອມເບີ ເມດີນາ (Amber Medina) ຊຶ່ງຂະນ້ອຍບໍ່ໄດ້ພົບເຫັນລາວມາກ່ອນ ແຕ່ຮູ້ວ່າລາວມີນໍ້າໜັກເທົ່າກັນກັບຂະນ້ອຍ ລະຫວ່າງ 105 ພາວ ທີ່ຢູ່ໃນກຸ່ມນັກມວຍລຸ້ນນ້ອຍສຸດ.”

ການແຂ່ງຂັນຂຶ້ນເວທີຕິມວຍຂອງນາງເຈນນີເຟີ ຄັ້ງນີ້ ແມ່ນຄ້າຍພວກນັກມວຍສະໝັກຫຼິ້ນ ທີ່ບໍ່ໄດ້ຮັບຄ່າຈ້າງລາງວັນໃດດໆ ແຕ່ເປັນການສະແດງເຖິງຄວາມສາມາດ ສ້າງຊື່ສຽງໃຫ້ແກ່ຕົນເອງ ແລະສະຖາບັນເຝິກຊ້ອມ. ກິດຈະການດັ່ງ ກ່າວນີ້ ແມ່ນການອອກກຳລັງກາຍຢ່າງນຶ່ງ ທີ່ຊາວອາເມຣິກັນພາກັນປະຕິບັດໃນເວລາຫວ່າງ. ເຖິງ່ຢາງໃດກໍດີ ບາງກິດຈະການເຂົາເຈົ້າຖືເປັນເລື້ອງທີ່ພາກັນຕັ້ງອົກຕັ້ງໃຈປະຕິບັດ ດັ່ງໂຕຢ່າງ ການຕີມວຍຄັ້ງນີ້.

XS
SM
MD
LG