ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ໜຸ່ມລາວຕັດສິນໃຈ ກັບຄືນເມືອຢູ່ ບ້ານເກີດເມືອງນອນ ຫລັງໃຊ້ ຊີວິດຢູ່ຕ່າງປະເທດ ຫລາຍປີ


ແສງແກ້ວ ຟຣິຈິດຕະວົງ ຫັລງຈາກໄດ້ໃຊ້ຊີວິດເປັນເວລາຫລາຍປີ ທີ່ ປະເທດການາດາ ບັດນີ້ໄດ້ ກັບຄືນມາຊື່ນບານກັບປ່າດົງພົງໄພ ອັນເປັນ ບ້ານເກີດເມຶອງນອນທີ່ ເມືອງວັງວຽງ ແຂວງວຽງຈັນ.

ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນຂອງ​ວີ​ໂອ​ເອ ​ແລງ​ມື້​ນີ້ສະ​ເໜີ ການ​ສໍາພາດ​ກັບ
ແສງ​ແກ້ວ ຟຣິຈິດຕະວົງ ໜຸ່ມ​ລາວລູກບ້ານ​ຫລານ​ເມືອງວັງ​ວຽງ ​ທີ່​ໄດ້ອົບ​ພະຍົບ​ໄປ​ຢູ່
ປະ​ເທດ​ກາ​ນາ​ດາ ຫລາຍ​ປີ ​ແຕ່​ແລ້ວ​ກໍ​ໄດ້ຕັດສິນ​ໃຈຍ້າຍ​ກັບ​ຄືນ​ເມືອ​ຢູ່​ບ້ານ​ເກີດ​ເມືອງ​
ນອນ​ ​ຊຶ່ງ​ແສງ​ແກ້ວ ​ຈະ​ມາ​ລົມ​ສູ່​ຟັງ​ວ່າເປັນ​ດ້ວຍ​ເຫດ​ໃດລາວ​ຈຶ່ງ​ໄດ້​ຕັດ​ສີນ​ໃຈເຮັດ​ແບບ​
ນັ້ນ ​ແລະ​ເວລາ​ນີ້ລາວ​ດໍາລົງ​ຊີວິດ​ແບບ​ໃດ ຢູ່​ປະ​ເທດ​ລາວ​ນັ້ນ. ​ເຊີນ​ທ່ານ​ຕິດຕາມ​ຮັບ
ຟັງ​ຈາກ​ ກິ່ງ​ສະຫວັນ​ ໄດ້​ໃນ​ອັນ​ດັບ​ຕໍ່​ໄປ.

ເ​ມື​ອງວັງ​ວຽງ ​ຕັ້ງ​ຢູ່​ຫ່າງຈາກ ນະຄອນ​ຫລວງ​ວຽງ​ຈັນ ໄປ​ທາງ​ທິດ​ເໜືອປະມານ​ຮ້ອຍ
​ກວ່າ ກິ​ໂລແມດ ​ແລະ ​ໄຊ້​ເວລາ​ເດີນ​ທາງ​ໂດຍ​ທາງ​ລົດປະມານສອງ​ຊົ່ວ​ໂມງ. ແຕ່​ລະຍະ
​ທາງຈາກນະ​ຄອນຫລວງ​ວຽງ​ຈັນ ​ເຂົ້າໄປ​ສູ່​ເມືອງ​ວັງ​ວຽງ​ນັ້ນ ທ່ານຈະ​ສັງ​ເກດ​ເຫັນຖະ
ໜົນຫົນ​ທາງ​ປູຢາງ​ໄປ​ຕະຫລອດ ​ແຕ່​ວ່າການ​ສັນຈອນ​ບໍ່ຫລາຍ. ໃນທັງສອງ​ຟາກ​ທາງ
ທ່າ​ນຈະ​ເຫັນທົ່ງ​ນາ ປ່າໄມ້ອັນ​ຂຽວ​ງາມ ແລະໝູ່ບ້ານ​ຂອງ​ຊາວ​ຊົນນະບົດທີ່​ເຕັມ​ໄປ​ດ້ວຍ
ຊີວິດ​ການ​ເປັນຢູ່ແບບ​ທໍາ​ມະ​ຊາດ. ພໍ​ແຕ່​ລົດແລ່ນ​ເຂົ້າມາ​ເຖີງ ຕົວເມືອງ​ວັງ​ວຽງ ທ່ານ​ຈະ
ເຫັນຕຶກ ຮ້າ​ນຄ້າ ເຮືອນຫ້ອງ​ແຖວ ​ແລະ ຮ້ານ​ໄມ້ຢາຍ​ໄປຕາມ​ຖະນົນ. ສີນ​ຄ້າທີ່ຫ້ອຍ ​
ແລະວາງ​ຂາຍ​ສ່ວນ​ໃຫ່ຍ​ເປັນເຄື່ອງ​ແຫ້ງ​ ເຊັ່ນ​ວ່າ: ​ປາ​ແຫ້ງ, ປາ​ແດກ, ສົ້ມ​ໝູ, ​ຜັກ​ສົດ,
ປາ​ສົດ, ສັດ​ປ່າ, ​ເຄື່ອງໄຊ້​ຕ່າງໆໃນ​ບ້ານ​ເຮືອນ ​ແລະຮ້ານ​ອາຫານ.

ທໍາມະຊາດອັນສວຍງາມ ຂອງເມືອງວັງວຽງ
ທໍາມະຊາດອັນສວຍງາມ ຂອງເມືອງວັງວຽງ

ເ​ມື​ອງ​ວັງ​ວຽງ ​ເປັນ​ເມືອງ​ທີ່​ມີທໍາ​
ມະ​ຊາດອັນສວຍ​ສົດ​ງົດ​ງາ​ມ
ເໝືອນ​ດັ່ງ​ຮູ​ບແຕ້ມ ທີ່​ເທບ​ພະ
​ເຈົ້າ​ໄດ້​ສ້າງ​ເອົາ​ໄວ້ ມີພູຜາສູງ​
ແຫ​ລມຢາຍ​ກັນ​ໄປທົ່ວຂົງ​ເຂດ ​
ປົກ​ຄຸມ​ໄປ​ດ້ວຍປ່າໄມ້​ອັນ​ຂຽວ
ງາມ ​ທົ່ງ​ນາທີ່​ກ້ວາງໄປ​ຈຸ​ເຖິງ
ຕີນ​ພູ ມີໝອກຂາວກົ້ວປົກ​ຄຸມ​
ຢູ່​ຕາ​ມຮອມ​ພູ ​ເບິ່ງແລ້ວຊີວິດ
ຄົນແລະສັດ​ໃນ​ຂົງ​ເຂດ​ນີ້ ແມ່ນ
ເຕັມໄປແຕ່ຄວາມ​ຮົ່ມເຢັນເປັນ
ສຸກ ຢູ່​ຕາມ​ໝູ່​ບ້ານ​ມີດອກ​ໄມ້​
ປ່າ​ນາໆ​ຊະນິດ ບານ​ເດຍລະດາດ ຕົ້ນ​ພ້າວ ຕົ້ນ​ຕານ ຕົ້ນໝາກທີ່​ຢືນຢຽດ​ສູູງ ສະ​ແດງ​ໃຫ້
​ເຫັນເຖິງ​ຄວາມ​ອຸດົ​ມສົມບູນ ​ແລະ​ການ​ດໍາລົງຊີວິດທີ່​ມີ​ມາແຕ່ຍາວ​ນານ ໂດຍ​ສະ​ເພາະ​ຢ່າງ​
ຍິ່ງ ສາຍ​ນໍ້າຊອງ​ ທີ່ໄສ​ເຢັນໄຫລ​ຜ່ານໝູ່​ບ້ານ ອັນ​ເປັນ​ໝາກຫົວ​ໃຈຂອງ​ຊາວ​ວັງ​ວຽງ ການ
ດໍາລົງຊີວິດຂອງຊາວ​ເມືອງ​ວັງ​ວຽງ​ທີ່​ມີ​ມາ​ແຕ່​ດຶກ​ດໍາ​ບັນ​ນັ້ນ​ກໍ​ຄື ການປະ​ໂມງ ເຮັດໄຮ່ເຮັດ
ນາ ​ເຮັດ​ສວນ ​ແລະ ​ໂຮ່​ເນື້ອ​ ທີ່​ກ່າວມາ​ທັງ​ໝົດ​ນີ້​ມີຊີວິດ​ຊີ​ວາອັນ​ແທ້​ຈິງ​ຊຶ່ງ ຂ້າພ​ະ​ເຈົ້າ ກິ່ງ
​ສະຫວັນ ຜູ້​ລາຍ​ງານ​ຂ່າວ​ນີ້ ໄດ້​ໄປ​ເຫັນ​ເປັນ​ພິຍານ​ຫລັກຖານ​ໃນ​ປີ 2006​ ​ແລະກໍດ້ວຍ
ເຫດຜົນດັ່ງ​ກ່າວ​ມາ​ນີ້ ທ່ານແສງ​ແກ້ວ ຟຣິຈິດຕະວົງ ຈຶ່ງ​ໄດ້​ຕັດ​ສີນ​ໃຈກັບ​ຄືນເມືອຢູ່​ບ້ານ​
ເກີດ​ເມືອງ​ນອນ​ ຫລັງ​ຈາກ​ທີ່​ໄດ້​ໄປ​ໃຊ້​ຊີວິດ​ຢູ່​ປະ​ເທດ​ການ​າດາ ​ເປັນ​ເວລາ​ຫລາຍ​ປີ ​ຊຶ່ງ
ລາວເລົ່າ​ຄວາ​ມເປັນ​ມາໃຫ້​ຟັງດັ່ງ​ນີ້:

ຝູງຄວາຍກັບຄືນສູ່ຄອກ ໃນຍາມແລງ
ຝູງຄວາຍກັບຄືນສູ່ຄອກ ໃນຍາມແລງ

ທ່າ​ນ​ແສງ​ແກ້ວ ​ໄດ້​ເຮັດ​ວຽກຢູ່​ໃນ​ໂຮງງານ
ຜລິດ​ເຄື່​ອງອາ​ໄລ​ລົດ ​ແຕ່​ເຊົ້າ​ຈົນ​ເທົ້າ​ຄໍ່າ
ຫ້າ​ຫາຫົກ​ມື້​ຕໍ່​ອາທິດ ​ເປັນ​ເວລາເຈັດ​ປີ
ຊີວິດການ​ຫາເຊົ້າ​ກີ​ນຄໍ່າ ອັນ​ຊໍ້າ​ຊາກດັ່ງ​
ກ່າວ​ນີ້ ເຮັດ​ໃຫ້​ແສງແກ້ວ ຄິດ​ເຖິງທໍາ​ມະ​
ຊາດ ​ແລະສິ່ງ​ແວດລ້ອມ ທີ່​ລາວ​ໄດ້​ໜີ​ປະ
ໄປນັ້ນ​ຢູ່ສະ​ເໝີ.


ເມື່ອ​ຫລາຍໆ​ປີຜ່ານມາ​ນີ້ ບັນດາ​ນັກ​ທ່ອງ​ທ່ຽວໄດ້ໄປພົບ​ເຫັນ​ທໍາ​ມະ​ຊາດ​ອັນ​ລີ້​ລັບ ສວຍ
​ງາມ​ຂອງເມືອງ​ວັງ​ວຽງ ທີ່ບໍ່​ໄດ້​ຖືກ​ແຕະຕ້ອງ​ຈາກ​ໂລກ​ພາຍ​ນອກມາ​ກ່ອນ. ຜົນ​ທີ່​ຕາມ​ມາ​
ກໍ​ຄື ພວກນັກ​ທອງ​ທ່ຽວຕ່າງປະ​ເທດທີ່​ເປ້​ຖົງ ພາກັນຫລັ່ງ​ໄຫລ ເຂົ້າ​ໄປຢ້ຽ​ມຢາ​ມຊື່ນ​ຊົມ
​ກັບທໍາ​ມະ​ຊາດອັນ​ສວຍ​ງາມ​ນັ້ນ ​ແລະ​ມັນ​ເລີ້​ມ​ເຮັດ​ໃຫ້​ຊີວິດການ​ເປັນ​ຢູ່​ຂອງຊາວ​ເມືອງ​ວັງ
​ວຽງ ມີ​ການປ່ຽນ​ແປງ ແລະນໍາ​ຜົນ​ສະທ້ອນ​ມາສູ່ທໍາ​ມະ​ຊາດ​ ສິ່ງ​ແວດ​ລ້ອມອັນງົດ​ງາ​ມ​
ພ້ອມ​ທັງ​ການ​ດໍາລົງ​ຊີວິດ ​ຊຶ່ງ​ທ່ານ​ແສ​ງ​ແກ້ວອະທິບາຍ​ວ່າ:

ນັກທ່ອງທ່ຽວຕ່າງປະເທດ ສອນເດັກນ້ອຍເມືອງວັງວຽງ ຮຽນພາສາອັງກິດ ໂດຍໃຊ້ຮູບແຕ້ມ ສະແດງໂຕອັກສອນ
ນັກທ່ອງທ່ຽວຕ່າງປະເທດ ສອນເດັກນ້ອຍເມືອງວັງວຽງ ຮຽນພາສາອັງກິດ ໂດຍໃຊ້ຮູບແຕ້ມ ສະແດງໂຕອັກສອນ

ໃນການ​ກັ​ບຄືນມາ​ຕັ້ງຖີ່​ນຖານ​ໃໝ່
ຢູ່​ບ້ານ​ເກີດ​ເມືອງ​ນອນນັ້ນ ທ່ານ
​ແສງ​ແກ້ວ ​ໄດ້​ນໍາເອົາແນວ​ຄິດ​
ຫລາຍໆ​ຢ່າງ​ມາປັບ​ປຸ​ງ​ແລະພັດ
ທະນາ ​ເພື່ອຊ່ວຍຊາວບ້ານຂອງ​
ທ່ານ ​ເປັນ​ຕົ້ນວ່າ ສອນ​ພາສາ​
ອັງກິດໃຫ້​ເຂົາ​ເຈົ້າ ໂດຍອາ​ໄສ
ນັກ​ທອງ​ທ່ຽວ​ອາສາ​ສະມັກ​ມາ​
ຊ່ວຍ​ສອນພວກ​ເດັກນ້ອຍ​ນັກ
ຮຽນ ​ແລະ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່
​ສຸດ​ນັ້ນ​ກໍ​ຄື ທ່ານແສງ​ແກ້ວ​
ຢາກ​ແນະ​ນໍາ​ໃຫ້​ຊາວ​ບ້ານ
ພະຍາຍາມໄຊ້ຢາຂ້າ​ແມງ​ໄມ້​ແບບ​ທໍາ​ມ​ະຊາດ ​ໃນ​ການ​ປູ​ກຜັກ​ປູກ​ໝີ່ ທີ່​ນໍາ​ໃຊ້​ໃນ​ການປຸງ
ແຕ່ງ​ອາຫານ​ເພື່ອສຸຂະພາບ​ທີ່​ດີ​ຂຶ້ນ​ ສໍາລັບ​ທັງ​ຊາວບ້ານ​ຊາວ​ເມືອງ ​ແລະ​ນັກ​ທ່ອງ​ທ່ຽວນໍາ
​ດັ່ງທີ່ທ່ານ​ໄດ້​ເລົ່າ​ສູ່​ຟັງ​ດັ່ງ​ນີ້:

ທ່ານ​ແສງ​ແກ້ວມ້ວນທ້າຍ​ການ​ໃຫ້​ສໍາພາດ​ ໂດຍຂໍສົ່ງ​ຂ່າວຜ່ານ​ມາ​ທາງ​ລາຍການວີ​ໂອ​ເອ
ວ່າ ຖ້າ​ຫາກທ່ານ​ໃດ​ມີ​ໂອກາດ​ໄດ້​ກັບຄືນ​ມາ​ຢ້ຽມຢາມ​ເມືອງລາວ ໂດຍ​ສະ​ເພາະ ເມືອງ
​ວັງ​ວຽງແລ້ວ ທ່ານ​ແສງ​ແກ້ວ ຍິນດີ​ຕ້ອນຮັບ​ທຸກໆ​ທ່າ​ນ ​ແລະ​ຕິດ​ຕໍ່​ໄດ້​ທີ່:

www.atbobfrich@hotmail.com

XS
SM
MD
LG