ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ນິນຈາ ຟູດສ໌ ຜູ້ຜະລິດ ນໍ້າຕຳໝາກຫຸ່ງ ລາວ ສຳເລັດຮູບ ແຫ່ງທຳອິດໃນ ສະຫະລັດ


ຜະລິດຕະພັນ ນໍ້າຕຳໝາກຫຸ່ງ ຂອງບໍລິສັດ ນິນຈາ ຟູດສ໌ ຕັ້ງຢູ່ໃນຕູ້ເຢັນຂອງຮ້ານຊຸບເປີມາເກັດແຫ່ງນຶ່ງໃນ ສະຫະລັດ.
ຜະລິດຕະພັນ ນໍ້າຕຳໝາກຫຸ່ງ ຂອງບໍລິສັດ ນິນຈາ ຟູດສ໌ ຕັ້ງຢູ່ໃນຕູ້ເຢັນຂອງຮ້ານຊຸບເປີມາເກັດແຫ່ງນຶ່ງໃນ ສະຫະລັດ.

ຕຳໝາກຫຸ່ງ ແມ່ນອາຫານປະຈຳຊາດຂອງ ລາວ ເຮົາ ທີ່ມີມາແຕ່ບູຮານນະການ ແລະ
ແຕ່ລະຄົນກໍຄົງຈະມັກກິນຕຳ ແບບມີລົດຊາດທີ່ແຕກຕ່າງກັນ, ບໍ່ວ່າ ຈະແມ່ນສົ້ມ
ຫວານ, ນົວ, ເຜັດ ແລະ ບໍ່ເຜັດ. ສຳລັບການຕຳໝາກ ຫຸ່ງນັ້ນທ່ານຄົງຈະໃຊ້ເວລາໃນ
ການກະກຽມເຄື່ອງ ເພື່ອຕຳ ຫຼາຍພໍສົມຄວນ. ແຕ່ວ່າໃນລາຍການຊີວິດຊາວລາວ ຂອງ
ວີໂອເອສຳລັບມື້ນີ້, ພຸດທະສອນ ໄດ້ໂອ້ລົມກັບເຈົ້າຂອງໂຮງງານ Ninja Foods, ທີ່
ເພິ່ນເປັນຜູ້ຜະລິດນໍ້າຕຳ ໝາກຫຸ່ງສຳເລັດຮູບ ເພື່ອອຳນວຍຄວາມສະດວກໃຫ້ແກ່ຄົນ
ຜູ້ທີ່ບໍ່ຄ່ອຍມີເວລາ ຫຼື ບໍ່ສະດວກ ໃນການກະກຽມເຄື່ອງຕຳໝາກຫຸ່ງດັ່ງກ່າວ ເຊິ່ງລົດ
ຊາດນັ້ນ ຮັບຮອງວ່າ ແຊບ ບໍ່ເຮັດໃຫ້ທ່ານຜິດຫວັງແນ່ນອນ. ສະນັ້ນພວກເຮົາຈຶ່ງຢາກ
ຂໍເຊີນບັນດາທ່ານ ໄປຟັງການສຳພາດ ກັບເຈົ້າຂອງບໍລິສັດ Ninja Foods, ນາງ
ອາເລັກສ໌ ລັດຕະນາ ສິຣິວັທ ນຳກັນໄດ້ເລີຍ.

ບໍລິສັດ Ninja Foods ຖືກສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 2015 ໂດຍນັກທຸລະກິດໄວ
ໜຸ່ມຊາວ ອາເມຣິກັນ ເຊື້ອສາຍລາວ ຜູ້ມີແນວຄິດສ້າງສັນ ແລະ ມັກກິນຕຳໝາກຫຸ່ງ
ຫຼາຍ ຊື່ວ່ານາງ ອາເລັກສ໌ ລັດຕະນາ ສິຣິວັທ ອາຍຸ 34 ປີ ແລະ ນາງ ຄໍາຫຼ້າ ສິຣິວັທ ອາ
ຍຸ 39 ປີ. ທັງສອງຄົນໄດ້ອົບພະຍົບມາ ສະຫະລັດ ອາເມຣິກາ ຕັ້ງແຕ່ຕອນເຂົາເຈົ້າຍັງ
ນ້ອຍຢູ່.

“ຊື່ ອາເລັກສ໌ ລັດຕະນາ ສິຣິວັທ, ຕອນນີ້ອາຍຸ 34 ປີ. ພໍ່ກັບແມ່, ແມ່ຕູ້ ເພິ່ນພາອົບພະ
ຍົບມາແຕ່ລາວ, ເພິ່ນໜີມາຈາກລາວ ຕອນເຮົາອາຍຸບໍ່ທັນຮອດປີນຶ່ງ ນີ້ແຫຼະ. ໄປຢູ່
ເມືອງໄທ ເພິ່ນເວົ້າໃຫ້ຟັງວ່າຢູ່ສູນນາໂພ ຢູ່ໄດ້ສອງປີ ລະກະຕໍ່ ຈາກຫັ້ນເພິ່ນກະໄປຢູ່
ສູນຢູ່ ຟີລິບປິນ ໄດ້ຈັກເດືອນບຸລະເພິ່ນວ່າເຮົາຍ້າຍມາຢູ່ ອາເມຣິກາ ຕອນອາຍຸ 4 ປີ.
ຍ້າຍມາເພິ່ນວ່າເຂົ້າມາທາງ ນິວ ເມັກຊິໂກ ລະ ຢູ່ຫັ້ນປະມານສອງສາມເດືອນນີ້ແຫຼະ
ຢູ່ນຳພໍ່ລຸງ ລະນ້ອງສາວຂອງແມ່ຕູ້ເພິ່ນ ຊວນມາ, ຍ້າຍມາຢູ່ ສປຣິງເດລ ລັດ ອາແຄັນຊໍ "Springdale Arkansas". ລະກະເລີຍພາກັນຍ້າຍມາຢູ່ພີ້ ເພິ່ນວ່າມັນມີວຽກມີງານ
ຫຼາຍ. ຍ້າຍມາຢູ່ພີ້ເຮົາກະເລີຍໃຫຍ່ຢູ່ນີ້ເລີຍ. ບໍ່ໄດ້ຍ້າຍ ໄປໃສຕໍ່ຈາກຫັ້ນ.

ນາງ ອາເລັກສ໌ ແລະ ຄຳຫຼ້າ ແມ່ນຄົນຮັກຮ່ວມເພດ ທັງສອງຄົນເຄີຍຢູ່ສູນອົບ ພະຍົບ
ດຽວກັນ. ຫຼັງຈາກໃຫຍ່ຂຶ້ນມາເຂົາເຈົ້າກໍໄດ້ເປັນໝູ່ກັນ, ຫຼິ້ນກິລາເຕະ ບານໃນທີມດຽວ
ກັນ ແລະ ຈົນຮອດມື້ໃດມື້ນຶ່ງ ທັງສອງຄົນກໍເລີ່ມຮູ້ສຶກວ່າສາຍ ພົວພັນທີ່ມີຕໍ່ກັນແມ່ນ
ເລິກເຊິ່ງຂຶ້ນນັບມື້.

“ຕອນທຳອິດເປັນໝູ່ກັນ, ຫຼິ້ນເຕະບານນຳກັນ, ເຕະບານໃນຮົ່ມໄດ້ 5, 6 ປີ. ແລ້ວບາດ
ນັ້ນກໍຮູ້ຈັກກັນຫຼາຍຂຶ້ນ, ຄອບຄົວກະຮູ້ຈັກກັນດີ, ໝູ່ມີຫຍັງກໍຫຼິ້ນນຳ ກັນອິຫຍັງຈັ່ງຊີ້ນະ.
ຢູ່ຊື່ໆເຮົາກະແບບ... ເອີ່ນໍ..ມັນເລີ່ມຈະຫຼາຍກົ່ວຫັ້ນແລ້ວ, ມັກຫຍັງກໍມັກແນວຄືກັນ.
ການເຮັດວຽກເຮັດງານ ຄວາມຄິດມັນກໍຈະຕົງກັນ. ລະກະຢູ່ນຳກັນແບບສະບາຍໆ.
ກະເລີຍແບບຕັ້ງໃຈແບບວ່າ ເອີ່.. ເຮົາກະຢູ່ ນຳກັນເນາະ, ຕະຫຼອດຊີວິດເນາະ.”

ທັງສອງຄົນມີລູກລ້ຽງສອງຄົນ ເຊິ່ງແມ່ນລູກຂອງ ຄຳຫຼ້າ, ຜູ້ກົກຊື່ວ່າ ເຄດລິນ
"Kaitlyn" 15 ປີກັບ ແອຊຕັນ "Ashtyn" 10 ປີ.

ນາງ ຄຳຫຼ້າ ແລະ ອາເລັກສ໌ ວາງສະແດງສິນຄ້າຢູ່ຮ້ານຊຸບເປີມາເກັດ ແລະ ສະແດງການຕຳ ແລະ ຊີມອາຫານ.
ນາງ ຄຳຫຼ້າ ແລະ ອາເລັກສ໌ ວາງສະແດງສິນຄ້າຢູ່ຮ້ານຊຸບເປີມາເກັດ ແລະ ສະແດງການຕຳ ແລະ ຊີມອາຫານ.

ນາງ ອາເລັກສ໌ ແລະ ຄຳຫຼ້າເປັນຄົນທີ່ມັກກິນຕໍາໝາກຫຸ່ງ, ມັກກິນຫຼາຍຈົນ ບໍ່ຂາດ
ໂຕະອາຫານໃນແຕ່ລະມື້. ແລະ ທັງສອງຄົນກໍມັກກິນເຜັດຫຼາຍ. ໄປໃສ ມາໃສ່ກໍເປັນ
ທີ່ໄວ້ວາງໃຈຂອງໝູ່ ຈົນເຮັດໃຫ້ສອງຄົນມີຄວາມຄິດທີ່ພິເສດ ອອກມາ.

ນາງ ອາເລັກສ໌ ກ່າວວ່າ “ຄຳຫຼ້າ ລາວມັກເຮັດອາຫານ, ເຮົານິຈະບໍ່ມັກເຮັດ, ແຕ່ວ່າ
ເຮົາມັກເຮັດອາຫານແບບທຳມະດາ, ແບບກິນແກ້ມແບບຊີ້ນິນະ. ເຮົາ ຈະມັກເຮັດ
ຂອງງ່າຍໆຄືຕຳໝາກຫຸ່ງ, ຈືນໄຂ່, ເຮັດໝີ່. ຫາກລາວຫັ້ນຈະມັກ ເຮັດອາຫານ ແບບ
ອາຫານລາວນີ້ ເຮັດໄດ້ເກັ່ງຫຼາຍ. ລາວກະເລີຍຄຶດແບບວ່າ ເປັນຫຍັງເຮົາໄປງານ
ປາຕີ້ ໝູ່ຄືແບບໃຫ້ເຮົາເຮັດແຕ່ຕຳໝາກຫຸ່ງຕະຫຼອດ ເປັນ ຫຍັງຄືບໍ່ໄດ້ມ່ວນນຳໝູ່
ເລີຍວ່າຈັ່ງຊີ້, ແລ້ວເປັນຫຍັງພວກເຮົາຄືບໍ່ມີຊອສທີ່ວ່າ ເຂົາເຈົ້າເຮັດແລ້ວວະ ໝູ່ຈຶ່ງ
ຈະໄດ້ເຮັດຂອງເຂົາເຈົ້າເອງຫັ້ນນະ. ເຮົາຈຶ່ງບໍ່ໄດ້ ມານັ່ງເຮັດໃຫ້ເຂົາເຈົ້າແຕ່ລະເທື່ອ.
ແລ້ວເຮົາກະແບບ ເອີ່.. ກະເປັນໄອເດຍ ດີເນາະ ແລະ ກໍໄປຄົ້ນຄວ້າເບິ່ງວ່າ ມັນມີ
ແລ້ວບໍແນວນີ້ ຫຼືວ່າຈັ່ງໃດນະ. ພວກ ເຮົາກໍໄປລອງຊີມເບິ່ງ. ມັນຈະມີຢູ່ອັນນຶ່ງຈາກ
ເມືອງໄທ, ຂອງເຂົາເຈົ້າຈະເປັນ ຄ້າຍໆເປັນແບບວ່າ ປາແດກ ແລະ ມັນເສີມໃສ່, ບໍ່
ແມ່ນຊອສທີ່ເຮັດສຳເລັດ ແລ້ວ. ແບບຊອສ ທີ່ວ່າເຮົາເອົາໃສ່ລະມັນແລ້ວໂລດຫັ້ນນະ.”

ນາງ ອາເລັກສ໌ ຮຽນຈົບມະຫາວິທະຍາໄລລັດ ອາແຄັນຊໍ ສາຂາ IT ແລະ ຄຳຫຼ້າ ກໍ
ຮຽນຈົບ ມະຫາວິທະຍາໄລ ອາແຄັນຊໍ ເຊັ່ນກັນ ຮຽນຈົບສອງສາຂາຄືທຸລະກິດ ສາກົນ
ເນັ້ນໜັກການຕະຫຼາດ ແລະ ອີກສາຂານຶ່ງແມ່ນ ການຂົນສົ່ງ ແລະ ໂລຈິສຕິກ. ກ່ອນ
ເປີດບໍລິສັດ Ninja Foods ນັ້ນທັງສອງຄົນ ແມ່ນມີວຽກຂອງຕົນເອງເຮັດຢູ່ເຊິ່ງ
ອາເລັກສ໌ ແມ່ນເຮັດວຽກ ຢູ່ບໍລິສັດ Cooperate America ປັດຈຸບັນເຮັດວຽກ ຮ້ານ
ຊຸບເປີມາແກັດ Walmart, ເປັນຜູ້ບໍລິຫານວິເຄາະລູກຄ້າ, ໃນເບື້ອງຕົ້ນເຂົາເຈົ້າບໍ່
ຄ່ອຍມີ ເວລາຫວ່າງ ສຳລັບການຄິດຄົ້ນສູດນໍ້າຕຳໝາກຫຸ່ງປານໃດ. ຫຼັງຈາກສາມ, ສີ່
ເດືອນຕໍ່ມາ, ເມື່ອນາງ ອາເລັກສ໌ ກໍມີເວລາ ແລະ ໄດ້ທຳການ ວິໄຈເຖິງ ຄວາມເປັນໄປ
ໄດ້ ໃນການສ້າງຜະລິດຕະພັນຂອງເຂົາເຈົ້າ ໃນເຮືອນ ຄົວຄົນດຽວ ແລະ ຜ່ານການ
ຊີມໄປຊີມມາຫຼາຍຄັ້ງ ຕົນກໍຮູ້ວ່າ ນໍ້າຕຳໝາກຫຸ່ງທີ່ໂຕເອງປະສົມນັ້ນ ກໍມີລົດຊາດ
ແຊບຄືກັນ. ອາເລັກສ໌ ກ່າວວ່າ

“ເຮົາມາເຮັດສູດຂອງເຮົາເອງ ທີ່ວ່າເຮົາເຄີຍກິນມາ ຈາກແມ່ເຮັດ ລະກະແມ່ຕູ້ ເຮັດ.
ລະວ່າເຮີຍ ຫຼ້າລົງມາຊີມເບິ່ງດຸ, ເຂົາວ່າມັນໄດ້ໃດ, ມັນໂອເຄໃດ, ອາດ ຈະຂາຍໄດ້
ໃດອັນນີ້. ລາວກະລົງມາ, ລາວກະວ່າ ເອີມັນກະແຊບເນາະ ອິຫຍັງມາປະມານນີ້.
ເຮົາກະປະມານເຮັດແບບວ່າ ເຮັດໃຫ້ພໍດີປາກຂອງເຮົາ ຕຳໝາກຫຸ່ງນີ້ ມັນຈະເປັນຊະ
ນິດແບບວ່າ ແຕ່ລະຄົນກະມັກບໍ່ຄືກັນ ບາງຄົນກະ ມັກສົ້ມ, ບາງຄົນກະມັກຫວານ ຈັ່ງ
ຊີ້ຫັ່ນນະ ຫຼື ຈະມັກເຄັມໜ້ອຍນຶ່ງ ເຮົາກະ ເລີຍຕ້ອງມາປຸງ ໃຫ້ມັນປະມານວ່າປານ
ກາງເນາະ. ບາງຄົນອາດຈະມັກເຜັດ ແນ່, ສົ້ມແນ່, ລະກະຫວານແນ່. ລະມັນກະໄດ້ຜົນ
ຕໍ່ຈາກນັ້ນ ອາເລັກສ໌ ກະ ໄປແລ່ນໜັງສື, ເຮັດປະມານໄດ້ປີນຶ່ງອິຫຍັງນິລະ ເຮັດແບບ
shelf life, ໄປຄົ້ນຄວ້າເລື່ອງວ່າເຮົາເປີດບໍລິສັດແບບນີ້ ຕ້ອງໄດ້ຜ່ານອົງການອາຫານ
ແລະ ຢາ ເຮັດຈັ່ງໃດ ລະ ກະໄປເປີດຮ້ານຂອງຕົນເອງ ຕໍ່ຈາກຫັ້ນປີນຶ່ງ, ດຳເນີນທຸລະ
ກິດນີ້ ໄດ້ສອງປີແລ້ວ.”

ນາງ ອາເລັກ ພ້ອມກັບສິນຄ້າວາງຂາຍຢູ່ຮ້ານຊຸບເປີມາເກັດແຫ່ງນຶ່ງ.
ນາງ ອາເລັກ ພ້ອມກັບສິນຄ້າວາງຂາຍຢູ່ຮ້ານຊຸບເປີມາເກັດແຫ່ງນຶ່ງ.

ນໍ້າຕຳໝາກຫຸ່ງຂອງ Ninja Foods ປະກອບມີ 3 ລະດັບ. ລະດັບທີນຶ່ງ ເອີ້ນວ່າ Mild
ຫຼືບໍ່ຮ້າຍແຮງ, ໃສ່ໝາກເຜັດສາມໜ່ວຍ ສຳລັບຄົນທີ່ກິນເຜັດ ບໍ່ໄດ້. ລະດັບທີສອງ
ແມ່ນ Med (ປານກາງ) ຫຼື ພູເຂົາໄຟ, ໃສ່ໝາກເຜັດ 7 ໜ່ວຍ ແລະ ສຸດທ້າຍແມ່ນ Hot
ຫຼື ແຜ່ນດິນໄຫວ, ໃສ່ໝາກເຜັດ 15 ໜ່ວຍ, ສຳລັບຄົນທີ່ໝັກກິນເຜັດຫຼາຍ.

ນໍ້າຕຳໝາກຫຸ່ງນີ້ ເຄື່ອງປຸງປະກອບມີ ກະປິ, ນໍ້າປູ, ນໍ້າຕານ, ນໍ້າປາ,​ ໝາກເຜັດສົດ,
ນໍ້າໝາກນາວສົດ, ແປ້ງນົວ ແລະ ນໍ້າສົ້ມສາຍຊູ.

ນາງ ອາເລັກສ໌ ກ່າວວ່າ “ກະປຸກນຶ່ງເຂົາເຈົ້າຂາຍ, ເຮົາຂາຍຕອນນີ້ຍັງອອນ ໄລນ໌ຢູ່
ປະມານ 5 ໂດລາ ຫາກເພິ່ນຕ້ອງໄດ້ຈ່າຍຄ່າງສົ່ງເອງ ລະກະຢູ່ຕະ ຫຼາດເຂົາເຈົ້າຈະ
ຂາຍປະມານ 5 ຫຼຽນ 50 ຫຼື ອາດຈະ 6 ໂດລາ. ແລ້ວແຕ່ເພິ່ນ ເພາະວ່າເພິ່ນເປັນຜູ້
ຂາຍເດ. ຫາກເຮົາສະເໜີໃຫ້ເພິ່ນປະມານ 5 ດອນ 50 ນີ້ແຫຼະ.

ບໍລິສັດ Ninja Foods ເລີ່ມຕົ້ນຈາກການລົງທຶນຂະໜາດນ້ອຍຂອງຕົນ ເອງດ້ວຍການ
ຊື້ເຄື່ອງປັ່ນມາເຮັດເອງ. ແລະ ຫຼັງຈາກດຳເນີນກິດຈະການໄປໄດ້ນຶ່ງປີ ບໍລິສັດ ກໍມີລາຍ
ໄດ້ ແລະ ທາງ Ninja Foods ກໍຕ້ອງໄດ້ຂະຫຍາຍ ບໍລິສັດຂອງຕົນເອງໃຫ້ໃຫຍ່ຂຶ້ນ
ເນື່ອງຈາກມີການສັ່ງສິນຄ້າເພີ່ມຂຶ້ນຫຼາຍ.

“ທຳອິດເຮົາກະເຮັດນ້ອຍໆກ່ອນ, ທຶນເຮົາເອງເດ. ເຮົາກະຈະຊື້ເຄື່ອງປັ່ນນ້ອຍ ເຮັດຢູ່
ບ້ານກ່ອນ ຄືແບບເຮັດຢູ່ໃນເຮືອນຄົວ, ປະມານ 50,000 ໂດລາ ເປັນ ເງິນຂອງເຮົາ
ເອງກ່ອນ ລະບາດນີ້ມັນຕ້ອງຂະຫຍາຍໃຫຍ່ຂຶ້ນເດ ເຮົາຈະເຮັດ ແບບໂຮງງານໃຫ
ຍ່ຂຶ້ນ ນອກຈາກຈະເປັນເຮືອນຄົວນ້ອຍໆລະ ເຮົາຕ້ອງ ເຮັດເປັນໂຮງງານລະ ເພາະວ່າ
ເຂົາເຈົ້າສັ່ງມາຫຼາຍລະມັນຈະບໍ່ທັນ. ປະມານປີ ນີ້ນິລະເຮົາຕ້ອງໄດ້ເອົາເງິນລົງທຶນ
ຫຼາຍຂຶ້ນລະ, ລະກະຂະຫຍາຍເປັນໂຮງງານນ້ອຍ.

ນາງ ຄຳຫຼ້າ ຊີ້ໃຫ້ເຫັນນໍ້າຕຳໝາກຫຸ່ງຢູ່ໃນຕູ້ເຢັນຂອງຮ້ານຊູບເປີມາເກັດ.
ນາງ ຄຳຫຼ້າ ຊີ້ໃຫ້ເຫັນນໍ້າຕຳໝາກຫຸ່ງຢູ່ໃນຕູ້ເຢັນຂອງຮ້ານຊູບເປີມາເກັດ.

ສຳລັບຈຳນວນສິນຄ້າທີ່ສົ່ງອອກຂາຍນັ້ນ ອາເລັກສ໌ ກໍໄດ້ບອກພວກເຮົາວ່າ

ຄຳຖາມ: ເດືອນນຶ່ງນີ້ໄດ້ຂາຍຈັກກະປຸກ? ຖ້າອອນໄລນ໌ນີ້ ກະຈະປະມານ ເດືອນລະ
ພັນປາຍ ສອງພັນ, ປະມານສອງພັນ ລະຖ້າຢູ່ຮ້ານນິເຂົາເຈົ້າສັ່ງ ເທື່ອນຶ່ງປະມານ 3 ຫຼື
6 ແກັດເດືອນນຶ່ງເຂົາເຈົ້າຈະສັ່ງຄືນອີກເທື່ອນຶ່ງ, ລະກາ US Trading ເພິ່ນກະສັ່ງມາ
ສາມເທື່ອນີ້ລະ ປະມານ 4300 ກະປ໋ອງ. ສອງ ທິດເພິ່ນສັ່ງເທື່ອນຶ່ງ. ຕອນນີ້ເຮົາກະກຳ
ລັງພະຍາຍາມຖາມເພິ່ນຢູ່ວ່າ ເພິ່ນເຂົ້າ ຕະຫຼາດໃດໃຫ້ເຮົາແລ້ວຫັ້ນນະ ເຮົາຢາກ
ບອກລູກຄ້າເຮົາທາງອອນໄລນ໌ວ່າ ເພິ່ນໄປຊື້ໄດ້ຕາມຕະຫຼາດຫັ້ນນະ ເພາະວ່າມັນຈະ
ຖືກກວ່າຊື້ອອນໄລນ໌ ເພາະ ວ່າເສຍຄ່າສົ່ງ. ແຕ່ຍັງບໍ່ທັນໄດ້ເອົາລາຍຊື່ນຳເພິ່ນເທື່ອ.
ຕອນນີ້ເພິ່ນກຳລັງ ລວມໃຫ້ຢູ່. ເພາະວ່າຕະຫຼາດທີ່ເຮົາເຂົ້າໄດ້ເອງມີ 21 ຕະຫຼາດເດະ.
ແຕ່ວ່າຜູ້ ຈຳໜ່າຍເພິ່ນເຂົ້າໄດ້ຫຼາຍກວ່າ. ເພິ່ນຢູ່ 48 ລັດ ແຕ່ວ່າເຮົາບໍ່ຮູ້ເທື່ອວ່າເພິ່ນ
ເຂົ້າຕະຫຼາດໃດເທື່ອປານນີ້. ເພິ່ນສັ່ງມານີ້ 3 ຮອບແລ້ວ.

ສຳລັບຕະຫຼາດຂອງ Ninja Foods ນັ້ນຕອນນີ້ມີແຕ່ຢູ່ພາຍໃນປະເທດ. ອາເລັກສ໌ ໄດ້
ພວກເຮົາວ່າ “ຕອນທຳອິດເຮົາກະເປັນນ້ອຍໆນຶ່ງເນາະ ເຮົາກະ ມີແຕ່ໃຫ້ໝູ່ຊີມ ລະກະ
ຄອບຄົວຊີມ ເພິ່ນກະໂອເຄໝົດ ລະກະຕິດຕໍ່ທາງຕະ ຫຼາດເອງ, ຕິດຕໍ່ຕະຫຼາດໃນທ້ອງ
ຖິ່ນກ່ອນ, ໃຫ້ເຂົ້າຕະຫຼາດຂອງເຂົາເຈົ້າ, ເຂົາເຈົ້າກະໂອເຄ. ກະເລີ່ມຈາກຕະຫຼາດນຶ່ງ,
ອອກໄປລັດ ເທັກຊັສ, ອອກໄປ ລັດ ແຄນຊັສ, ອອກໄປແຖວລັດ ຊິຄາໂກ, ຄາລິຟໍເນຍ.
ຕົກມາຮອດປີກາຍນີ້, ລະຫວ່າງ ເດືອນ 11 ຫຼື ເດືອນ 12 ຜູ້ຈຳໜ່າຍສິນຄ້າເພິ່ນຕິດຕໍ່
ມາຫັ່ນນະ, ຈາກ US Trading ຫຼື ການຄ້າສະຫະລັດ ຢູ່ລັດຄາລິຟໍເນຍ ເພິ່ນຕິດຕໍ່ມາ
ເຮົາກະເລີຍ ດີໃຈກັນແຮງ ບໍ່ຄຶດວ່າຊິໄດ້ຂາຍໃຫ້ຜູ້ຈຳໜ່າຍລາຍໃຫຍ່ປານ ນີ້ນະ. ເພິ່ນ
ກະຕິດ ຕໍ່ມາຫາເຮົາເອງ, ເຮົາກະບໍ່ຮູ້ວ່າ ເພິ່ນຮູ້ມາຈາກໃສໄດ້ຈັ່ງ ໃດ. ເຮົາກະເລີຍດີ
ໃຈແຮງ.”

ຜະລິດຕະພັນນໍ້າຕຳໝາກຫຸ່ງວາງຂາຍຢູ່ຮ້ານຊຸບເປີມາເກັດ.
ຜະລິດຕະພັນນໍ້າຕຳໝາກຫຸ່ງວາງຂາຍຢູ່ຮ້ານຊຸບເປີມາເກັດ.

ຕອນນີ້ບໍລິສັດ Ninja Foods ໄດ້ຈ້າງແຮງງານຄົນລາວ ເປັນສັນຍາຈ້າງ ເຊິ່ງແມ່ນໝູ່
ເພື່ອນ ແລະ ຄອບຄົວເອງ. ແຕ່ປີນີ້ໃນເມື່ອທາງບໍລິສັດກຳລັງຂະ ຫຍາຍຕົວນັ້ນ ເຂົາ
ເຈົ້າກໍຕ້ອງໄດ້ຈ້າງຄົນຫຼາຍຂຶ້ນກວ່າເກົ່າ.

ນອກຈາກສິນຄ້າຈະມີຈຳໜ່າຍພຽງແຕ່ໃນ ສະຫະລັດ ແລ້ວ ຕອນນີ້ຍັງມີການຕິດ
ຕໍ່ນໍ້າຕຳໝາກຫຸ່ງຂອງ Ninja Foods ມາຈາກຕະຫຼາດໃນປະເທດ ການາດາ, ຝຣັ່ງ
ແລະ ເຢຍຣະມັນ ນຳດ້ວຍ.

ບໍລິສັດ Ninja Foods ນັບຕັ້ງແຕ່ໄດ້ດຳເນີນກິດຈະການມາໄດ້ດົນກວ່າ 2 ປີແລ້ວ ເຂົາ
ເຈົ້າກໍສາມາດສ້າງລາຍໄດ້ອັນດີງາມ ເຊິ່ງປີທຳອິດ ອາເລັກ ໄດ້ບອກພວກເຮົາວ່າເຂົາ
ເຈົ້າຂາຍໄດ້ປະມານ 100,000 ໂດລາ ແລະ ປີກາຍນີ້ຂາຍໄດ້ 250,000 ໂດລາ ຈາກ
ການຂາຍນໍ້າຕຳໝາກຫຸ່ງປະມານ 4,000 ກ່ອງ.

ເນື່ອງຈາກບໍລິສັດ Ninja Foods ໄດ້ເລີ່ມຈາກກິດຈະການນ້ອຍໆ ຈົນກາຍມາເປັນບໍ
ລິສັດທີ່ກຳລັງເຕີບໃຫຍ່ຂຶ້ນນັ້ນ ພາລະໜ້າທີ່ຮັບຜິດຊອບຂອງແຕ່ລະຄົນກໍຄົງຈະຫຼາຍ
ເພີ່ມຂຶ້ນເຊັ່ນກັນ. ເຊິ່ງ ອາເລັກສ໌ ກໍໄດ້ບອກພວກເຮົາວ່າເຂົາເຈົ້າແບ່ງປັນໜ້າທີ່ຂອງ
ກັນ ແລະ ກັນແນວໃດ.

“ເພາະວ່າເຮົາຕ້ອງໄດ້ຊ່ອຍກັນເນາະ ເລີ່ມຕົ້ນເຮົາຈະມີສອງຄົນແມ່ນບໍ່ ເຮັດ ຢັນຈາກ
ທາງລຸ່ມຫາເທິງເລີຍ ແບບທີ່ວ່າບໍລິສັດນຶ່ງຈະມີເປັນຮ້ອຍຄົນເຮັດ ແມ່ນບໍ່, ຕອນແຕ່ກີ້
ເຮັດການນຳເລີກການລະກະມາເຮັດອັນນີ້ ເປັນວຽກເສີມ ແມ່ນບໍ່, ສອງຄົນຫັ້ນນະ,
ໂອຍ ຫົວຫຍຸ້ງຫົວເຫຍີງເລີຍ ໝົດມື້ເລີຍແບບວ່າ ຕ້ອງໄດ້ຄຶດຫຍັງ ອອກແບບ ເວັບໄຊ
ກະແມ່ນ ອາເລັກສ໌ ເຮັດ ລະການຕະຫຼາດສ່ວນຫຼາຍຈະແມ່ນຄຳຫຼ້າເຮັດ ລາວເປັນຜູ້
ຊ່ຽວຊານດ້ານສື່ສັງຄົມໃຫ້ ພວກເຮົາ ລະກາເລື່ອງເອກະສານນຳລັດຖະບານກະແມ່ນ
ອາເລັກສ໌ ເຮັດ. ລະກະການຜະລິດນິ ເຮົາກະຊະຊ່ອຍເບິ່ງນຳກັນ. ມີຫຍັງຜູ້ໃດເກັ່ງ
ອັນໃດເຮົາ ກະແບ່ງກັນໃຫ້ກັນເຮັດ. ແບບຖະໜັດບ່ອນໃດ. ອາເລັກສ໌ ໄດ້ອອກມາ
ເຮັດເຕັມເວລາ ປີນຶ່ງລະເດ. ເພາະວ່າມັນໄດ້ຂາຍດີຂຶ້ນ ເຮົາກະເລີຍຕັດສິນໃຈວ່າ ຄົນ
ນຶ່ງອອກມາກ່ອນສະ. ອອກມາກ່ອນກະໄດ້ເປັນປີລະ. ບໍ່ເກີນປີນີ້ລະຈະໃຫ້ ຄຳຫຼ້າ
ອອກມາຄືກັນ.”

ນໍ້າຕຳໝາກຫຸ່ງວາງຂາຍຢູ່ໃກ້ກັບໝາກຫຸ່ງໃນຮ້ານຊຸບເປີມາເກັດ.
ນໍ້າຕຳໝາກຫຸ່ງວາງຂາຍຢູ່ໃກ້ກັບໝາກຫຸ່ງໃນຮ້ານຊຸບເປີມາເກັດ.

ຊື່ Ninja Foods ຟັງເບິ່ງແລ້ວບັນດາທ່ານຄົງຈະຄິດວ່າມັນອອກແນວອາຫານ ຍີ່ປຸ່ນ
ແຕ່ວ່າມັນກໍມີບາງຢ່າງໃກ້ຄຽງກັນຢູ່ ແລະ ມັນກໍມີຄວາມໝາຍທີ່ເໝາະ ສົມກັບຜະລິດ
ຕະພັນຂອງເຂົາເຈົ້າດີ.

“ຕອນທຳອິດເຮົາກະຄຶດຊິໃສ່ຄືຄົນອື່ນ ຫາກມັນ ຈຳປາ ອິຫຍັງຈັ່ງຊີ້, ນໍ້າຂອງ ອິຫຍັງ
ນີ້ມັນກະມີຫຼາຍຢ່າງເນາະ ເຮົາລະວ່າ ຄົນອື່ນເຂົາເຈົ້າມີແລ້ວ ລະມັນກະ ຄືຂອງຄົນ
ອື່ນຫຼາຍ ເຮົາກະເລີຍໃຊ້ຊື່ຫຼິ້ນຂອງ ຄຳຫຼ້າ ໃຫ້ເປັນບໍລິສັດຊື່ລາວ ເລີຍ ເພາະວ່າ
ຕອນລາວເຮັດວຽກ ຕອນເຮັດຢູ່ບໍລິສັດເຈົ້ານາຍຈະມັກເອີ້ນ ລາວວ່າ ນິນຈາ ອິຫຍັງຈັ່ງ
ຊີ້ ແບບໄວທັນໃຈແມ່ນບໍ່ ລະມັນກະເຂົ້າກັນກັບນໍ້ າຕຳໝາກຫຸ່ງຂອງເຮົາເດ, ແບບວ່າ
ມັນໄວ ລະກະມັນແນ່ນອນ, ຈະຕົງຕະຫຼອດ, ແບບບາງຄົນເຮັດຕຳໝາກຫຸ່ງກິນຈະ
ແບບ ມື້ນີ້ກະຈະເຄັມ, ມື້ໜ້າກະຈະຫວານ, ມື້ໜ້າຈະສົ້ມລະມັນຈະບໍ່ແຊບຄືເກົ່າຫັ້ນນະ.
ເຮົາກະເລີຍວ່າ ເອົາໃສ່ວ່າ ນິນຈາ ສະ ມັນແບບແຊບຄືເກົ່າ ລະກະມັນກະໄວອີກ. ເຮົາ
ບໍ່ຕ້ອງ ໄປຫາເຄື່ອງປຸງອື່ນມາໃສ່. ມັນແບບຢູ່ໃນກະປ໋ອງເລີຍ. ໄວທັນໃຈ. ກະເລີຍຊື່
ນີ້ແຫຼະ ລະມັນກະແປກຈາກຄົນອື່ນອີກ.

ບັນດາທ່ານຄົງອາດສົງໄສວ່າ ອາເລັກສ໌ ເປັນຫຍັງຄືເວົ້າພາສາລາວຂອດແທ້ ເຖິງແມ່ນ
ຈະອົບພະຍົບມາ ສະຫະລັດ ຕັ້ງແຕ່ຕອນ 1 ປີກໍຕາມ, ລາວໄດ້ບອກ ພວກເຮົາວ່າ
ຕອນຍັງນ້ອຍ, ພໍ່ແມ່ບອກໃຫ້ເວົ້າແຕ່ພາສາ ລາວ ຢູ່ບ້ານບໍ່ໃຫ້ ເວົ້າພາສາອັງກິດເລີຍ,
ເພາະວ່າໄປໂຮງຮຽນກໍເວົ້າພາສາອັງກິດແລ້ວ.

XS
SM
MD
LG