ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫັດຖະຈັນ ພິມພັນທະວົງ ໜຸ່ມລາວ ທີ່ກໍາລັງສຶກສາ ເອົາປະລິນຍາເອກ ທີ່ອີຕາລີ (ເບິ່ງວີດີໂອ)


ຫັດຖະຈັນ ກັບເຈົ້າໜ້າທີ່ສະຖານທູດລາວ ທີ່ປະເທດສະວິສເຊີແລນດ໌
ຫັດຖະຈັນ ກັບເຈົ້າໜ້າທີ່ສະຖານທູດລາວ ທີ່ປະເທດສະວິສເຊີແລນດ໌

ລາຍການຊີວິດຊາວລາວໃນຕ່າງແດນຂອງເຮົາແລງມື້ນີ້ ນໍາສະເໜີລາຍງານກ່ຽວກັບຊີວິດໃນ ຕ່າງແດນຂອງ ຫັດຖະຈັນ ພິມພັນທະວົງ ໜຸ່ມລາວໄວ 32 ປີ ທີ່ກໍາລັງສຶກສາເອົາປະລິນຍາ ເອກ ໃນຂະແໜງວິຊາກ່ຽວກັບການພັດທະນາ ທີ່ປະເທດອີຕາລີ. ເຊີນທ່ານຕິດຕາມຮັບຟັງ ຈາກດາຣາໄດ້.

ຟັງລາຍການສໍາພາດ ຕອນທີ 1 ໂດຍເຕັມ, ອອກອາກາດວັນທີ 3 ພະຈິກ:

ຫັດຖະ​ຈັນ ພີ​ມພັນທະ​ວົງ ​ເປັນໜຸ່ມ​ລາວທີ່​ໜ້າ​ຍົກຍ້ອງ​ແລະ​ຖື​ເອົາ​ເປັນ​ແບບຢ່າງ ​ເພາະ​ຜູ້
ກ່ຽວ​ເປັນ​ຄົນ​ທີ່​ມີ​ຄວາມ​ມຸມານະ​ບາກ​ບັ່ນ ຂົນຂວາ​ຍ​ເອົາ​ຄວາມ​ຮູ້​ຄວາມ​ຫລັກຢູ່​ຕະຫລອດ
ເວລາ ​ເພື່ອ​ຍົກ​ລະດັບ​ຖານະ​ຂອງ​ຕົນ ຈາກ​ການ​ເປັນ​ລູກພໍ່​ນາ​ທີ່​ມີ​ອ້າຍ​ເອື້ອຍ​ນ້ອງ​ຫລາຍ​
ຄົນ ຈົນ​ກາຍ​ມາ​ເປັນ​ນັກວິຊາການ ທີ່​ມີ​ຄວາມ​ສາມາດ​ແລະ​ຮຽນ​ຈົບ​ປະລິນຍາຕີ​ແລະ​ໂທ
ແນວ​ລະ​ສອງ​ວິຊາ ​ຊຶ່ງ​ວິຊາ​ໂທ​ອັນ​ນຶ່ງ​ນັ້ນ​ແມ່ນ​ໄດ້​ຈາກ​ປະ​ເທດ​ຍີ່ປຸ່ນ ແລະ​ເວລາ​ນີ້ ​ກໍ​ກໍາລັງ
ສຶກສາ​ເອົາປະລິນຍາ​ເອກ ຢູ່ບັນ​ທິດ​ວິທະຍາ​ໄລ​ສັງຄົມ​ສາດ ຫລື Graduate School of
Social Studies ​ທີ່ມະຫາວິທະຍາ​ໄລ​ແຫ່ງ​ເມືອງ Trento ທາງ​ພາກ​ເໜືອ​ຂອງ​ປະ​ເທດ
ອີ​ຕາ​ລີ ບ່ອນ​ທີ່​ບໍ່​ມີ​ຄົນ​ລາວ​ຢູ່​ເລີຍ ດ້ວຍ​ທຶນ​ການ​ສຶກສາ​ທີ່​ຜູ້ກ່ຽວຂົນຂວາຍ​ຊອກ​ເອົາ​ເອງ
ຊຶ່ງ​ຫັດຖະ​ຈັນເລົ່າ​ສູ່​ຟັງ​ເຖິງ​ແຮງ​ດົນ​ບັນດານ​ໃຈ ທີ່​ຊຸກຍູ້​ໃຫ້​ລາວ​ກ້າວ​ມາ​ເຖິງ​ຂັ້ນ​ນີ້​ ວ່າ:

ຫັດຖະຈັນ ພິມພັນທະວົງ ຕໍ່ໜ້າວິຫານໃຫຍ່ທີ່ເມືອງມີລານ ປະເທດອີຕາລີ
ຫັດຖະຈັນ ພິມພັນທະວົງ ຕໍ່ໜ້າວິຫານໃຫຍ່ທີ່ເມືອງມີລານ ປະເທດອີຕາລີ

ຫັດຖະ​ຈັນ​ກ່າວ​ວ່າ ​ໃນ​ການ​ສອບ
​ເສັງ​ນັ້ນ ທາງ​ມະຫາ​ວິ​ທະຍາ​ໄລ
​ໄດ້ໃຫ້​ລາວ​ຂຽນ​ບົດ​ສະ​ເໜີໄປ​
ກ່ຽວ​ກັບ​ເປົ້າ​ໝາຍ​ໃນ​ການ​ສຶກ
ສາ​ເອົາ​ປະລິນຍາ​ເອກ​ຂອງ​ລາວ
​ເປັນ​ຕົ້ນ​ວ່າ ລາວ​ຢາກຮຽນ​ວິຊາ​
ຫຍັງ ມີເຫດຜົນ​ແນວ​ໃດ ​ແລະ
ເປົ້າ​ໝາຍ​ໃນ​ການ​ນໍາ​ໃຊ້​ຄວາມ
​ຮູ້​ທີ່​ຈະໄດ້​ຮຽນ​ມາ​ນັ້ນມີຄືແນວ
​ໃດ ​ແລະລາວ​ຄິດ​ວ່າ ມັນ​ຈະ
​ເປັນ​ປະ​ໂຫຍ​ດ​ແນວ​ໃດ ຫລື
​ຊ່ວຍ​ໃນ​ການ​ສ້າງສາ​ພັດທະນາ
ປະ​ເທດ​ຊາດ​ແນວ​ໃດ ຊຶ່ງ​ຫັດ​ຖ
ະຈັນ​ກໍ​ໄດ້​ເລືອກ​ຂຽນ​ກ່ຽວ​ກັບ
​ວິຊາ ທີ່​ຢູ່​ໃນ​ຄວາມ​ກັງວົນ​ສົນໃຈ
​ຂອງ​ລາວ​ຕະຫລອດ​ມາ ​ແລະ​
ພົວພັນ​ກັບ​ວຽກ​ງານ​ທີ່​ລາວ​ເຄີຍ
​ເຮັດ ນໍາ​ກອງ​ທຶນ​ຫລຸດຜ່ອນ
ຄວາມທຸກ​ຈົນ​ໃນ ສປປ ລາວ
ກ່ອນ​ຈາກ​ບ້ານ​ໄປ​ສຶ​ກສາ ​ທີ່​ອີ​ຕາ​ລີ​ນັ້ນ. ຫັດຖະ​ຈັນ​ກ່າວ​ວ່າ:

ຫັດຖະຈັນ ພິມພັນທະວົງ ໜຸ່ມລາວ ທີ່ກໍາລັງສຶກສາ ເອົາປະລິນຍາເອກ ທີ່ອີຕາລີ (ເບິ່ງວີດີໂອ)
ຫັດຖະຈັນ ພິມພັນທະວົງ ໜຸ່ມລາວ ທີ່ກໍາລັງສຶກສາ ເອົາປະລິນຍາເອກ ທີ່ອີຕາລີ (ເບິ່ງວີດີໂອ)

ວິຊາທີ່ຫັດຖະຈັນເລືອກຮຽນເອົາ
ປະລິນຍາເອກນັ້ນ ມີຊື່ວ່າ Local
Development and Global
Dynamics ແປວ່າການພັດທະ
ນາທ້ອງຖິ່ນແລະການປ່ຽນແປງ
ໃນທົ່ວໂລກ ຊຶ່ງຫັດຖະຈັນຫວັງ
ວ່າ ຈະນໍາໃຊ້ໃນການຊ່ວຍສ້າງ
ສາພັດທະນາບ້ານເກີດເມືອງ
ນອນ. ແຕ່ກວ່າຈະໄດ້ຮຽນມາ
ຮອດຂັ້ນນີ້ ຫັດຖະຈັນເວົ້າວ່າ
ລາວຕ້ອງໄດ້ຂົນຂວາຍຍາດ
ເອົາທືນສຶກສາ ເພາະວ່າຕາມ
ລໍາພັງ ຖານະຄອບຄົວນັ້ນ
ກໍຄົງຈະຮຽນຮອດມັດທະຍົມ
ຊື່ໆ. ລາວກ່າວວ່າ:

ຫັດຖະຈັນເດີນທາງໄປຮອດອີຕາລີ ເມື່ອເດືອນສິງຫາ ປີກາຍນີ້ ແລະມີກໍາໜົດຈະຮຽນ
ສໍາເລັດໃນເດືອນຕຸລາ ປີ 2013. ເມືອງແຕຣນໂຕທີ່ຫັດຖະຈັນໄປຮຽນຢູ່ນັ້ນ ແມ່ນຕັ້ງຢູ່
ທາງພາກເໜືອຂອງອີຕາລີ ໃກ໊ໆກັບນະຄອນເວນິສ ທີ່ຂຶ້ນຊື່ລືຊາຂອງປະເທດ ແລະບໍ່ມີ
ຄົນລາວອາໃສຢູ່ເລີຍ ນອກຈາກນັກສຶກສາລາວລຸ່ນນ້ອງຄົນນຶ່ງ ທີ່ໄປຮຽນເອົາປະລິນຍາຕີ.
ຫັດຖະຈັນເລົ່າວ່າ ຕອນໄປຮອດໃໝ່ໆນັ້ນ ລາວຮູ້ສຶກທໍ້ໃຈແດ່ໜ້ອຍນຶ່ງເພາະວ່າຖືກປ່ອຍ
ໃຫ້ກຸ້ມຕົນເອງ ຊຶ່ງແຕກຕ່າງຈາກຕອນທີ່ໄປຮຽນຢູ່ຍີ່ປຸ່ນ. ຫັດຖະຈັນອະທິບາຍວ່າ:

ນັ້ນຄືລາຍການສໍາພາດ ຫັດຖະຈັນ ພິມພັນທະວົງ ຕອນທີ 1, ອອກອາກາດເມື່ອວັນທີ 3
ພະຈິກ.

ເບິ່ງວີດີໂອ ກ່ຽວກັບກິດຈະກໍາຂອງຫັດຖະຈັນແລະເພື່ອນນັກສຶກສາ ທີ່ເມືອງແຕຣນໂຕ:


ຟັງລາຍການສໍາພາດ ຕອນ 2 ໂດຍເຕັມ, ອອກອາກາດເມື່ອວັນທີ 10 ພະຈິກ:

ຫັດຖະຈັນ ກັບຕັ່ງອີ້ທີ່ສູງທີ່ສຸດໃນໂລກ.
ຫັດຖະຈັນ ກັບຕັ່ງອີ້ທີ່ສູງທີ່ສຸດໃນໂລກ.

ຫັດຖະຈັນເດີນທາງໄປຮອດອີຕາ
ລີ ເມື່ອເດືອນສິງຫາ ປີ 2010
ແລະມີກໍາໜົດຈະຮຽນຈົບປະລິນ
ຍາເອກ ໃນເດືອນຕຸລາ ປີ 2013
ໂດຍໄດ້ຮັບທຶນສຶກສາຈາກມະຫາ
ວິທະຍາໄລແຫ່ງເມືອງແຕຣນໂຕ
ຫລື University of Trento ໃນ
ພາກເໜືອຂອງອີຕາລີ ຫລັງຈາກ
ທີ່ຮຽນຈົບປະລິນຍາໂທຈາກຍີ່
ປຸ່ນ ແລະກັບຄືນເມືອປະເທດ
ລາວ ເຮັດວຽກຢູ່ກອງທຶນຫລຸດ
ຜ່ອນຄວາມທຸກຍາກ. ພຽງແຕ່
ການເລືອກໄປຮຽນຢູ່ຍີ່ປຸ່ນແລະ
ອີຕາລີ ທັ້ງໆທີ່ມີໂອກາດໄດ້ມາ
ຮຽນຢູ່ສະຫະລັດນັ້ນ ກໍເຮັດໃຫ້
ຫັດຖະຈັນແຕກຕ່າງໄປຈາກນັກ
ສຶກສາລາວຄົນອື່ນໆແລ້ວ ທີ່
ສ່ວນໃຫຍ່ແມ່ນຢາກຈະໄປຮຽນ
ຢູ່ສະຫະລັດ ຫລືບໍ່ກໍອອສເຕຣ
ເລຍ. ຫັດຖະຈັນເວົ້າວ່າ ລາວ
ເລືອກຂໍທຶນໄປຮຽນຢູ່ມະຫາວິທະຍາໄລເມືອງແຕຣນໂຕ ກໍເພາະສະຖາບັນແຫ່ງນີ້ ມີວິຊາທີ່
ລາວຢາກຮຽນຫລາຍທີ່ສຸດ ເພື່ອຈະໄດ້ນໍາກັບເມືອໃຊ້ໃນການຊ່ວຍສ້າງສາພັດທະນາບ້ານ
ເກີດເມືອງນອນ. ລາວເວົ້າວ່າ ຄວາມຈິງແລ້ວປະເທດໃດກໍບໍ່ສໍາຄັນ ຂໍໃຫ້ແຕ່ໄດ້ຮຽນກໍພໍ.

ຢ່າງໃດກໍຕາມ ຫັດຖະຈັນກ່າວວ່າ ການເປັນນັກສຶກສາລາວທີ່ດີໃນຕ່າງປະເທດນັ້ນ ກໍຕ້ອງ
ເປັນໂຕແທນທີ່ດີຂອງປະເທດນໍາ ເພື່ອແນະນໍາໃຫ້ປະເທດທີ່ຕົນໄປສຶກສາຢູ່ນັ້ນ ໄດ້ຮູ້ຈັກ
ປະເທດລາວ ປະຊາຊົນລາວ ຕະຫລອດທັງຂະນົບທໍານຽມ ປະເພນີ ແລະວັດນະນະທໍາ
ຂອງລາວ ນໍາດ້ວຍ.

ຄລິກບ່ອນລິ້ງຄ໌ຂ້າງລຸ່ມນີ້ ເພື່ອອ່ານລາຍງານຂ່າວການສະຫລອງປີໃໝ່ທີ່
ຫັດຖະຈັນຈັດຂຶ້ນລ້ຽງໝູ່:

http://bridging-the-gap.eu/en/upload/Alumni/BTG%20n.1%20Laos.jpg

ກ່ອນຈົບການສໍາພາດ ຫັດຖະຈັນ ພິມພັນທະວົງ ໄດ້ຝາກຄວາມເຖິງພວກນ້ອງໆນັກສຶກສາ
ທີ່ຢາກຮຽນສູງໆວ່າ ໃຫ້ມຸມານະ ຕັ້ງໃຈ ແລະມຸ້ງໝັ້ນ ທີ່ຈະໄປໃຫ້ຮອດຄວາມຝັນຂອງຕົນ
ດ້ວຍການຊ່ວຍເຫລືອຕົນເອງ ຄືກັນກັບທີ່ລາວໄດ້ເຮັດ ໂດຍສະເພາະໃນກໍລະນີທີ່ຄອບຄົວ
ບໍ່ມີຖານະ. ແຕ່ແນວໃດກໍຕາມ ຫັດຖະຈັນກ່າວວ່າ ຄວາມດ້ອຍຖານະຂອງຄອບຄົວນີ້ເອງ ທີ່
ເປັນເຫດຜົນນຶ່ງທີ່ຊຸກຍູ້ໃຫ້ລາວໄດ້ມາຮຽນຮອດຂັ້ນປະລິນຍາເອກ ສົມດັ່ງຄວາມຝັນ. ຫັດຖະ
ຈັນກ່າວວ່າ:

ແລະນັ້ນກໍຄືການສໍາພາດກັບ ຫັດຖະຈັນ ພິມພັນທະວົງ ໜຸ່ມລາວ ໄວ 32 ປີ ທີ່ກໍາລັງສຶກສາ
ເອົາປະລິນຍາເອກ ຈາກມະຫາວິທະຍາໄລແຫ່ງເມືອງແຕຣນໂຕ ປະເທດອີຕາລີ. ວີໂອເອຂໍ
ສະແດງຄວາມຍິນດີນໍາ ແລະຂໍອວຍພອນໃຫ້ຫັດຖະຈັນ ຈົ່ງປະສົບຄວາມສໍາເລັດໃນການສຶກ
ສາແລະການງານໃນອະນາຄົດ.

ເບິ່ງວີດີໂອ ກ່ຽວກັບກິດຈະກໍາຂອງຫັດຖະຈັນແລະເພື່ອນໆ ຕອນສຶກສາເອົາປະລິນຍາ
ໂທ ຢູ່ມະຫາວິທະຍາໄລນາໆຊາດຂອງຍີ່ປຸ່ນ:

XS
SM
MD
LG