ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວລາວໃນຕ່າງແດນ ກໍສະຫຼອງວັນຄຣີສມາສ ເຊັ່ນດຽວກັນກັບຊາດອື່ນ


ຊາວລາວໃນຕ່າງແດນ ກໍສະຫຼອງວັນຄຣີສມາສ ເຊັ່ນດຽວກັນກັບຊາດອື່ນ
ຊາວລາວໃນຕ່າງແດນ ກໍສະຫຼອງວັນຄຣີສມາສ ເຊັ່ນດຽວກັນກັບຊາດອື່ນ

ເທດສະການສະຫຼອງຄຣີສມາສໄດ້ກາຍມາເປັນເທດສະ
ການລື້ນເລີງທີ່ຜູ້ຄົນນິຍົມຈັດສະຫຼອງກັນຢ່າງກວ້າງຂວາງ
ແລະເກືອບວ່າທົ່ວທຸກມຸມໂລກກໍວ່າໄດ້ ຊຶ່ງຕົ້ນຕໍເບື້ອງຕົ້ນ
ຕາມປະວັດສາດແມ່ນວ່າ ເທດສະການດັ່ງກ່າວນັ້ນແມ່ນ
ການສະຫຼອງການປຣະສູດຂອງພຣະເຍຊູ ຄຣີສ ໂດຍຖື
ເອົາວັນທີ 25 ຂອງເດືອນທັນວາເປັນວັນປຣະສູດພຣະອົງ
ເຖິງແມ່ນວ່າວັນທີ່ແທ້ຈິງນັ້ນ ບໍ່ມີໃຜຊາບຢ່າງແນ່ນອນ
ກໍຕາມ.

ປະຈຸບັນນີ້ການສະຫຼອງການປຣະສູດຂອງພຣະເຍຊູ ຄຣີສ
ນີ້ ກໍໄດ້ກາຍມາເປັນທີນິຍົມຂອງພວກທີບໍ່ນັບຖືສາສະໜາຄຣີສເຊັ່ນກັນ ຊຶ່ງຖືວ່າເປັນວັນ
ສັງສັນ ມອບຄວາມສຸກ ສົ່ງຄວາມສຸກໃຫ້ກັນແລະກັນ, ກິນເຂົ້າສາມັກຄີລະຫວ່າງຄອບຄົວ,
ຄົນໃກ້ຊິດ, ຍາດພີ່ນ້ອງແລະເພື່ອນຝູງ ຊຶ່ງກໍເປັນໂອກາດດີເຊັ່ນກັນທີໄດ້ມອບຂອງຂັວນ
ຂອງຝາກ ໃຫ້ພໍ່ແມ່ ລູກຫຼານ ຄົນຮັກແລະຜູ້ທີມີບຸນຄຸນ ຊຶ່ງກໍເປັນທີ່ຊື່ນຊົມຂອງພວກເຍົາ
ວະຊົນທີ່ຈະໄດ້ເປີດຂອງຂວັນກັນແລະກໍຈະໄດ້ຮັບກັນທຸກໆປີ.

ຊາວລາວໃນຕ່າງແດນ ກໍສະຫຼອງວັນຄຣີສມາສ ເຊັ່ນດຽວກັນກັບຊາດອື່ນ
ຊາວລາວໃນຕ່າງແດນ ກໍສະຫຼອງວັນຄຣີສມາສ ເຊັ່ນດຽວກັນກັບຊາດອື່ນ

ຊາວລາວເຖິງແມ່ນວ່າຈະນັບຖືສາສະໜາພຸດກັນກໍຍັງນິຍົມຈັດສະຫຼອງເທດສະການ
ຄຣີສມາສ ບໍ່ແມ່ນຊາບຊຶ້ງໃນສາສະໜາຄຣີສແຕ່ຢ່າງໃດ ຊາວລາວສ່ວນໃຫ່ຽຈະເປັນ
ຄົນຈິດໃຈດີ, ຈິດໃຈງາມ, ມ່ວນຊື່ນ ສະນຸກສະໜານ ບໍ່ມັກຮາວີລົບກວນຫຼືເກາະຜິດ
ຜູ້ໃດ, ມັກສະຫງົບ ເພາະສະນັ້ນຈະນິຍົມສະຫຼອງກັນ ບໍ່ສະເພາະເຈາະຈົງແຕ່ວັນ
ຄຣີສມາສ, ວັນປີໃໝ່ສາກົນ, ປີໃໝ່ຈີນ, ວຽດແລະອື່ນໆ.

ຄວາມໝາຍຂອງວັນສະຫຼອງຄຣີສມາສ ສະເພາະຊາວລາວ ບໍ່ວ່າທັງໃນລາວແລະໃນຕ່າງ
ປະເທດ ກໍຄົງຈະບໍ່ແຕກຕ່າງກັນຫຼາຍ ແຕ່ລາຍການຊີວິດຊາວລາວໃນຕ່າງແດນ ຢາກຈະ
ນໍາສະເໜີໃຫ້ທ່ານຜູ້ຟັງໄດ້ເຫັນໄດ້ຟັງເຖິງມຸມມອງແລະຄວາມແຕກຕ່າງໃນວິຖີຊີວິດຂອງ
ຊາວລາວທີຢູ່ໃນທົ່ວທຸກມຸມໂລກນີ້ ຊຶ່ງທາງເຮົາໄດ້ນໍາເອົາບົດສໍາພາດຂອງ ເຈົ້າຄໍາຜາຍ
ກຸນລະວຸດ ສິນລະປິນແລະນັກແຕ່ງເພງຈາກ ເບລຈຽມ, ອະດິສັກ ນັກຮ້ອງນໍາວົງແຊວສ
ພ້ອມທັງ ອະລຸນາ ຖາວອນສຸກ ນັກຮ້ອງສາວຈາກ ສປປລາວ. ນອກນັ້ນຍັງມີ ແອນນາ
ພົນຊະນະ ກັບຍາເອື້ອຍຈັນດາໄລ ສຸວັນນະວົງ ໂອເດ ຈາກປະເທດຝຣັ່ງ ສ່ວນໃນສະຫະ
ລັດອະເມຣິກາ ກໍມີທ່ານ ທອງ ເດດສຸວັນ ຈາກລັດຟລໍຣີດາ ຊຶ່ງພວກເຂົາ ເຈົ້າເຫຼົ່ານີ້
ໄດ້ແບ່ງບັນຄວາມຮູ້ສຶກຕ່າງໆຕໍ່ເທດສະການຄຣີສມາສນີ້ ດັ່ງບົດສໍາພາດດັ່ງຕໍ່ໄປນີ້
ຊຶ່ງທ່ານສາມາດຮັບຟັງໄດ້ ໂດຍການຄລິກຮູບໂທລະໂຄ່ງຂ້າງເທິງຂວາມື້ນີ້:

Merry Christmas to you and your family.

XS
SM
MD
LG