ກະຊວງປ້ອງກັນປະເທດລາວສ້າງຕັ້ງວິສາຫະກິດໃໝ່ເພື່ອການ
ພັດທະນາຊົນນະບົດ ຢ່າງຮອບດ້ານ ແຕ່ໃນຂະນະດຽວກັນກໍຍັງ
ຕ້ອງການພັດທະນາຊັບພະຍາກອນມະນຸດໃຫ້ມີ ປະສິດທິພາບ
ສູງຂຶ້ນ
ກະຊວງປ້ອງກັນປະເທດລາວ ໄດ້ປະກາດການສ້າງຕັ້ງກຸ່ມບໍລິ
ສັດພັດທະນາຊົນນະບົດ ໃໝ່ຂຶ້ນຢ່າງເປັນທາງການໃນທ້າຍປີ
2013 ທີ່ຜ່ານມາ ໂດຍມີ ທ່ານພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ ແລະລັດ ຖະມົນຕີວ່າການກະຊວງປ້ອງກັນປະເທດ ໃຫ້ກຽດເປັນປະທານໃນພິທີ ແລະມີນາຍພົນຕີ ຈັນສະໝອນ ຈັນຍາລາດ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ໄດ້ຮັບມອບໝາຍໃຫ້ເປັນປະທານກໍາມະການບໍລິຫານ ຂອງກຸ່ມບໍລິສັດທີ່ສ້າງຕັ້ງຂຶ້ນໃໝ່ດັ່ງກ່າວ.
ກຸ່ມບໍລິສັດພັດທະນາຊົນນະບົດໃໝ່ ຖືເປັນກຸ່ມບໍລິສັດທີ່ສ້າງຕັ້ງ
ຂຶ້ນມາ ແທນກຸ່ມບໍລິສັດພັດທະນາເຂດພູດອຍ ທີ່ກະຊວງປ້ອງ
ກັນປະເທດໄດ້ໂອນໄປໃຫ້ກະຊວງການເງິນ ນັບຈາກປີ 2002
ເປັນຕົ້ນມາແລ້ວ ຊຶ່ງກໍໝາຍຄວາມວ່າ ກຸ່ມບໍລິສັດພັດທະນາຊົນ
ນະບົດໃໝ່ຈະມີພາລະໜ້ານີ້ ຄືກັນກັບກຸ່ມບໍລິສັດພັດທະນາເຂດ
ພູດອຍ ກໍຄືການດໍາເນີນທຸລະກິດ ແລ້ວກໍນໍາລາຍໄດ້ໄປໃຊ້ຈ່າຍ
ສໍາລັບໂຄງການພັດທະນາຕ່າງໆ ໃນເຂດຊົນນະບົດຂອງລາວ
ນັ້ນເອງ.
ແຕ່ຢ່າງໃດກໍຕາມ ຈົນເຖິງຂະນະນີ້ ກໍຍັງບໍ່ມີຄວາມຊັດເຈນວ່າ ກຸ່ມບໍລິສັດພັດທະນາຊົນ
ນະບົດໃໝ່ ທີ່ຢູ່ໃນສັງກັດຂອງກະຊວງປ້ອງກັນປະເທດລາວດັ່ງກ່າວນີ້ ຈະມີລາຍຮັບມາ
ຈາກແຫຼ່ງໃດ ຫາກແຕ່ກໍເປັນທີ່ຄາດໝາຍໄດ້ວ່າ ແຫຼ່ງລາຍຮັບທີ່ສໍາຄັນຂອງກຸ່ມບໍລິສັດພັດ
ທະນາຊົນນະບົດໃໝ່ຈະບໍ່ແຕກຕ່າງກັບ ແຫຼ່ງລາຍຮັບຂອງກຸ່ມພັດະທະນາເຂດພູດອຍ ຊຶ່ງກໍຄືລາຍຮັບຈາກສໍາປະທານປ່າໄມ້.
ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນ ກໍໄດ້ໃຫ້ທັດສະນະວ່າ ກໍລະນີທີ່ໜ້າເປັນ
ຫ່ວງທີ່ສຸດ ສໍາລັບການສ້າງຕັ້ງກຸ່ມບໍລິສັດພັດທະນາຊົນນະບົດໃໝ່ນີ້ ກໍຄືລະດັບປະສິດທິ
ພາບໃນການບໍລິຫານງານ ການໃຊ້ຈ່າຍງົບປະມານ ໂດຍຈະເຫັນໄດ້ຈາກຄວາມລົ້ມແຫຼວ
ໃນການບໍລິຫານງານໃນກຸ່ມບໍລິສັດພັດທະນາເຂດພູດອຍ ທີ່ເຖິງແມ່ນວ່າຈະມີລາຍຮັບ
ຈາກການຄ້າໄມ້ຢ່າງຫຼວງຫຼາຍໃນແຕ່ລະປີ ແຕ່ກໍໄດ້ໃຊ້ຈ່າຍງົບປະມານໄປໃນການພັດ
ທະນາຊົນນະບົດ ພຽງສ່ວນໜ້ອຍເທົ່ານັ້ນ ແລະທີ່ສໍາຄັນ ກໍຄືກຸ່ມບໍລິສັດພັດທະນາເຂດ
ພູດອຍ ຍັງບໍ່ສາມາດຊໍາລະໜີ້ເງິນກູ້ຄືນໃຫ້ກັບທະນາຄານໂລກອີກດ້ວຍ ໂດຍກວມເອົາ
ກວ່າ 40% ຂອງໜີ້ເສຍ (NPL) ທັງໝົດໃນລະບົບທະນາຄານຂອງລາວ ແລະເຮັດໃຫ້ຕ້ອງໂອນກິດຈະການໄປໃຫ້ກັບກະຊວງການເງິນ ນັບແຕ່ປີ 2002 ເປັນຕົ້ນມາຈົນເຖິງປັດຈຸບັນ.
ຊື່ງຕໍ່ບັນຫາດຽວກັນນີ້ ເຈົ້າໜ້າທີ່ຂັ້ນສູງໃນກອງທັບປະຊາຊົນກໍໄດ້ໃຫ້ການຍອມຮັບວ່າມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງມີການພັດທະນາ ເພື່ອຍົກລະດັບປະສິດທິພາບໃນການປະຕິວຽກງານຂອງບຸກຄະລາກອນໃນກອງທັບປະຊາຊົນລາວ ໂດຍທີ່ສໍາຄັນ ກໍຄືການພັດທະນາດັ່ງກ່າວຍັງຈະຕ້ອງແນໃສ່ ການພັດທະນາໃຫ້ໄດ້ມາດຕະຖານດຽວກັນກັບປະເທດສະມາຊິກໃນກຸ່ມອາຊ່ຽນດ້ວຍ ດັ່ງທີ່ທ່ານພັນໂທ ປາດຖະໜາ ວຸດທິຈັກ ຮອງຫົວໜ້າຫ້ອງ ການກົມໃຫຍ່ເສນາທິການ ໄດ້ໃຫ້ການຢືນຢັນວ່າ:
“ກະແນ່ນອນທີ່ສຸດວ່າເຮົາເປັນປະເທດສະມາຊິກໃໝ່ເນາະ ແລະຫຼາຍດ້ານທີ່ພວກເຮົາຍັງບໍ່ມີຄວາມພ້ອມ ໂດຍສະເພາະແມ່ນດ້ານບຸກຄະລາກອນ ເປັນວຽກງານນຶ່ງທີ່ສໍາຄັນທີ່ສຸດທີ່ພວກເຮົາຕ້ອງໄດ້ສ້າງບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ໃຫ້ເທົ່າທຽມກັບກອງທັບປະເທດເພື່ອນມິດ ນັບຕັ້ງແຕ່ໃນດ້ານພາສາ ການນໍາໃຊ້
ເທກໂນໂລຈີ່ ໂດຍສະເພາະແມ່ນບັນຫາເລຶ່ອງ IT ມັນກະຕ້ອງມີການຍົກລະດັບຂຶ້ນເປັນແຕ່ລະໄລຍະ.”
ນອກຈາກນີ້ ເພື່ອເປັນການຕຽມພ້ອມ ເພື່ອຮອງຮັບການກ້າວໄປສູ່ປະຊາຄົມອາຊ່ຽນໃນ ທ້າຍປີ 2015 ກະຊວງປ້ອງກັນປະເທດລາວກໍຍັງໄດ້ມີການສ້າງຕັ້ງໜ່ວຍພິເສດຂຶ້ນມາ 4 ໜ່ວຍງານ ຊຶ່ງປະກອບດ້ວຍກົມປ້ອງກັນຊາດ ກົມປ້ອງກັນຄວາມສະຫງົບ ກົມຄົ້ນຄວ້າ
ສັງລວມຮອບດ້ານ ແລະຫ້ອງການບໍລິຫານການເມືອງ ເພື່ອຮັບຜິດຊອບການປະຕິບັດພາລະໜ້າທີ່ ໃນຖານະທີ່ເປັນໜ່ວຍທີ່ຈະຕ້ອງຕິດຕາມສະພາບການປະຈໍາວັນ ທັງໃນແລະຕ່າງປະເທດ ເພື່ອລາຍງານຕໍ່ຄະນະກໍາມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂັ້ນສູນກາງ ຢ່າງທັນການ.