ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ສະພາບການ ໄພພິບັດ ນ້ຳຖ້ວມ ໃນອັດຕະປື ໂດຍປະຊາຊົນລາວ ຢູ່ປາກເຊ


ນ້ຳຖ້ວມເມືອງສະໜາມໄຊ ແຂວງອັດຕະປື ຍ້ອນເຂື່ອນໄຟຟ້າ ເຊປຽນ ເຊນ້ຳນ້ອຍແຕກ
ນ້ຳຖ້ວມເມືອງສະໜາມໄຊ ແຂວງອັດຕະປື ຍ້ອນເຂື່ອນໄຟຟ້າ ເຊປຽນ ເຊນ້ຳນ້ອຍແຕກ

ຫລາຍພັນຄົນ ໃນບັນດາຜູ້ໄດ້ຮັບເຄາະຮ້າຍ ທັງໝົດ 6 ພັນກວ່າຄົນ ຈາກໄພນໍ້າຖ້ວມ
ທີ່ເກີດຈາກເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ພັງລົງ ໃນຕອນແລງວັນຈັນ ທີ 23
ກໍລະກົດນັ້ນ ໄດ້ຖືກຊ່ວຍຊີວິດໄວ້ໄດ້ ແລະໄດ້ນໍາເອົາໄປໄວ້ ຕາມສະຖານທີ່ຫລົບໄພ
ບາງແຫ່ງຂອງລັດ ໃນແຂວງອັດຕະປື ແລະຂອງເອກະຊົນ ຢູ່ເມືອງປາກຊ່ອງ, ແຂວງ
ຈໍາປາສັກ ທີ່ຕັ້ງຢູ່ຕິດກັບເມືອງສະໜາມໄຊ ແຂວງອັດຕະປື, ທາງພາກຕາເວັນອອກ
ສຽງໃຕ້ຂອງລາວ, ອີງຕາມການບອກເລົ່າ ຂອງປະຊາຊົນຜູ້ນຶ່ງ ທີ່ບໍ່ປະສົງອອກນາມ
ຢູ່ເມືອງປາກເຊ ທີ່ຕິດຕາມຟັງຂ່າວນີ້ ຢ່າງໃກ້ຊິດຢູ່ ໃນຂະນະທີ່ຜູ້ກ່ຽວ ກໍາລັງຮີບໂຮມ
ເອົາວັດຖຸປັດໄຈ ແລະເຄື່ອງຊ່ວຍເຫລືອ ທີ່ກຸ່ມຂອງນາງ ກໍຄືກຸ່ມອະດີດນັກສຶກສາ
ວິທະຍາໄລແຫ່ງນຶ່ງ ໃນເມືອງປາກເຊ ຈະສົ່ງໄປຊ່ວຍເຫລືອ ພວກປະສົບໄພພິບັດ
ນໍ້າຖ້ວມໃນຄັ້ງນີ້ ຢູ່ເມືອງສະໜາມໄຊ. ສໍາລັບໂຕເລກຫລ້າສຸດຂອງຈໍານວນຜູ້ເສຍ
ຊີວິດ ແລະຫາຍສາບສູນ ມາຮອດຕອນແລງຂອງມື້ວານນີ້ ຕາມເວລາໃນເມືອງລາວນັ້ນ
ນາງກ່າວຕໍ່ ວີໂອເອ ພາກພາສາລາວ ວ່າ:

“ຕາມການຕິດຕາມເບິ່ງຂ່າວທັງໃນເຟສ ແລະຂ່າວຕ່າງໆ ເນາະຂອງໄພນໍ້າຖ້ວມ
ຢູ່ແຂວງອັດຕະປື ໜີ້ ໃນວັນທີ 25 ເດືອນ 7 2018 ນີ້, ຜູ້ທີ່ເສຍຊີວິດນີ້ ແມ່ນ 26 ຄົນ
ແລະ ຜູ້ສູນຫາຍ 103 ຄົນ, ແລະຜູ້ອົບພະຍົບ ຈໍານວນນຶ່ງກະໄດ້ເອົາມາຢູ່ທີ່ ສາງ
ກາເຟຂອງ (ບໍລິສັດ) ດາວເຮືອງ, ເມືອງປາກຊ່ອງ, ແລະຈໍານວນນຶ່ງ ກະແມ່ນຢູ່
ເມືອງສະໜາມໄຊ, ຢູ່ທີ່ຫ້ອງການປົກຄອງ ເມືອງສະໜາມໄຊ ຂອງແຂວງອັດຕະປື
ນັ້ນເອງເນາະ.”

ນາງກ່າວອີກວ່າ ນອກຈາກມີຄົນເສຍຊີວິດ ແລະຫາຍສາບສູນແລ້ວ ກໍຍັງມີຫລາຍຄົນ
ທີ່ໄດ້ຮັບບາດເຈັບ ເຊັ່ນຂາຫັກ ແລະ ແຂນຫັກ ໄດ້ຖືກຊ່ວຍນໍາສົ່ງ ໄປປິ່ນປົວຢູ່ໃນ
ໂຮງໝໍໃນທ້ອງຖິ່ນ ແລະໃນແຂວງໃກ້ຄຽງ ໃນເຂດພາກໃຕ້ ຂອງປະເທດນັ້ນ ຊຶ່ງນາງ
ເລົ່າສູ່ຟັງວ່າ:

“ສ່ວນຜູ້ທີ່ຖືກບາດເຈັບໃນໄພພິບັດນໍ້າຖ້ວມຫັ້ນ ແມ່ນພາກສ່ວນນຶ່ງ ກໍໄດ້ເອົາໄປ
ປິ່ນປົວຢູ່ໂຮງໝໍແຂວງອັດຕະປື. ອີກສ່ວນນຶ່ງກະແມ່ນໄດ້ເອົາມາປິ່ນ ປົວຢູ່ທີ່ ໂຮງໝໍ
ແຂວງຈໍາປາສັກ.”

ນາງກ່າວເພີ້ມອີກວ່າສະພາບນໍ້າຖ້ວມໄດ້ຂຶ້ນສູ່ລະດັບສູງສຸດໃນວັນອັງຄານ ທີ 24
ກໍລະກົດ ແລະກໍໄດ້ເລີ້ມຫລຸດລົງໃນວັນພຸດທີ 25 ກໍລະກົດ, ກໍຄືມື້ວານນີ້ ຕາມເວລາ
ໃນເມືອງລາວ.

ທາງການລາວກໍຍອມຮັບວ່າ ໄພ​ນໍ້າ​ຖ້ວມ​ຂະໜາດ​ໃຫຍ່ ​ແລະ​ກະທັນຫັນ​ ຄັ້ງນີ້ ໄດ້​ເຮັດ​
ໃຫ້ປະຊາຊົນ​ປະມານ 1,300 ຄອບຄົວ ໄດ້ຮັບຜົນເສຍຫາຍຫລາຍ. ທາງດ້ານເຈົ້າໜ້າ
ທີ່ ປົກຄອງແຂວງ ແຂວງອັດຕະປືນັ້ນ ກໍໄດ້ແຈ້ງໃນເວັບໄຊ ຂອງຄະນະປົກຄອງແຂວງ
ວ່າ ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ແລະຊັບສິນເສຍຫາຍເປັນຈໍານວນຫລວງຫລາຍ
ແຕ່ວ່າຍັງບໍ່ສາມາດປະເມີນມູນ ຄ່າເສຍຫາຍໄດ້ເທື່ອໃນຂະນະນີ້.

XS
SM
MD
LG