ການລະບາດຂອງໂຄວິດ-19 ຢູ່ທີ່ລັດວໍຊິງຕັນ ເຮັດໃຫ້ຊຸມຊົນລາວ ມີຄວາມລະມັດລະວັງຫຼາຍຂຶ້ນ ໄພສານມີລາຍງານ:
ຄົນລາວຜູ້ນຶ່ງໃນນະຄອນຊີອາໂຕ້ ລັດວໍຊິງຕັນ ກ່າວວ່າ ການລະບາດຂອງໂຄວິດ-19 ແມ່ນເລີ້ມຂຶ້ນໃກ້ໆກັບເຂດທີ່ຍານາງອາໄສຢູ່. ຍານາງປະທຸມວອນ ພິມບຸບຜາ ກ່າວຕໍ່ວີໂອເອ ພະແນກພາສາລາວວ່າ:
ຍານາງປະທຸມວອນ ເວົ້າວ່າ ຫຼັງຈາກເກີດການລະບາດແລ້ວ ຊີວິດການເປັນຢູ່ຂອງຜູ້ຄົນໃນເຂດດັ່ງກ່າວກໍໄດ້ມີການປ່ຽນແປງໄປ. ທາງຄອບຄົວຂອງຍານາງທິດນຶ່ງແມ່ນພາກັນອອກໄປຕະຫຼາດເທື່ອນຶ່ງຫາຊື້ແຕ່ສິ່ງຂອງທີ່ຈຳເປັນເທົ່ານັ້ນ. ແຕ່ໃນຂະນະດຽວກັນ ບາງຄົນກໍເວົ້າວ່າ ບໍ່ໃຫ້ຢ້ານຫຼາຍຈົນເກີນເຫດ. ຍານາງສົມປະສົງ ດິດທະວົງ ກ່າວກ່ຽວກັບເລື້ອງນີ້ວ່າ:
ຍານາງສົມປະສົງກ່າວວ່າ ລາງຄົນຫັ້ນຢ້ານຫຼາຍຈົນບໍ່ຢາກອອກຈາກເຮືອນ ຊຶ່ງຍານາງກ່າວວ່າ ມັນເປັນການກົດດັນເຮົາເອງຈົນເກີນໄປ.
ນະຄອນຊີອາໂຕ້ ມີຊຸມຊົນລາວ ຂະມຸ ແລະມົ້ງ ອາໄສຢູ່ ປະມານສິບພັນຄົນ.