ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານປະຊາຊົນ ລາວ ສາມາດຕັດສິນ ຄະດີຄວາມ ໄດ້ຫຼາຍກວ່າ 95 ເປີເຊັນ ຂອງຄະດີຄວາມ ທັງໝົດ


ໄອຍະການທີ່ສານລາວ.
ໄອຍະການທີ່ສານລາວ.

ສານປະຊາຊົນ ລາວ ໃນທົ່ວປະເທດສາມາດຕັດສິນຄະດີຄວາມໄດ້ເຖິງ 28,475 ກໍລະ
ນີ ຄິດເປັນເກີດກວ່າ 95 ເປີເຊັນຂອງຄະດີຄວາມທັງໝົດ ຫາກແຕ່ໃນນີ້ກໍມີເຖິງ 18.92
ເປີເຊັນທີ່ບໍ່ຍອມຮັບການຕັດສິນດັ່ງກ່າວ.

ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດ ຖະແຫຼງວ່າໃນຊ່ວງປີ 2011-
2016 ຫຼື ໃນໄລຍະ 5 ປີທີ່ຜ່ານມາ ສານປະຊາຊົນໃນທົ່ວປະເທດ ລາວ ໄດ້ຮັບການ
ຟ້ອງຮ້ອງບັນດາຄະດີຄວາມຕ່າງໆທີ່ເປັນການຂັດແຍ້ງລະຫວ່າງປະຊາຊົນ ກັບປະຊາ
ຊົນ ແລະ ລະຫວ່າງພາກລັດກັບພາກເອກະຊົນຈຳນວນທັງໝົດ 29,780 ເລື່ອງໂດຍ
ໃນນີ້ກໍປາກົດວ່າ ສານປະຊາຊົນ ລາວ ໄດ້ພິຈາລະນາຕັດສິນ ແລະ ແກ້ໄຂຄະດີຄວາມ
ໄປແລ້ວ 28,475 ເລື່ອງ ຫາກແຕ່ວ່າໃນນີ້ກໍຍັງມີເຖິງ 18.92 ເປີເຊັນ ທີ່ບໍ່ຍອມຮັບການ
ຕັດສິນດັ່ງກ່າວ ດັ່ງທີ່ທ່ານ ຄຳພັນ ໄດ້ໃຫ້ການຢືນຢັນວ່າ.

"ການພິຈາລະນາແກ້ໄຂຄະດີຢູ່ສານປະຊາຊົນ 5 ປີທີ່ຜ່ານມາ ປີ 2011-2016 ມີຄະດີ
ຂັ້ນຕົ້ນເຂົ້າມາສານເຂດ, ສານແຂວງ, ນະຄອນຫຼວງ ຈຳນວນ 29,780 ເລື່ອງ ໄດ້ຕັດ
ສິນແລ້ວ 28,475 ເລື່ອງເທົ່າກັບ 95.71 ເປີເຊັນພາຍຫຼັງຕັດສິນແລ້ວຄູ່ຄວາມພໍໃຈຕໍ່
ການຕັດສິນ ແລະ ເຫັນດີໄປຈັດຕັ້ງປະຕິບັດ 81.08 ເປີເຊັນ ຄູ່ຄວາມບໍ່ພໍໃຈ ຂໍອຸທອນ
18.92 ເປີເຊັນ ສານຂັ້ນອຸທອນ, ຂັ້ນລົບລ້າງ ໄດ້ພິພາກສາຢັ້ງຢືນຕາມຄຳຕັດສິນຂອງ
ສານຂັ້ນຕົ້ນເປັນສ່ວນຫຼາຍ ປ່ຽນແປງບາງສ່ວນ ແລະ ລົບລ້າງ ສົ່ງຄືນ ມີຈຳນວນໜຶ່ງ."

ຫາກແຕ່ວ່າໃນບັນດາຄະດີຄວາມດັ່ງກ່າວນີ້ ກໍບໍ່ໄດ້ລວມເຖິງຄະດີທີ່ກ່ຽວກັບການທຸຈະ
ລິດຂອງບັນດາພະນັກງານພັກ ແລະ ລັດຖະບານແຕ່ຢ່າງໃດ ໂດຍອີງຕາມລາຍງານ
ຂອງອົງການໄອຍະການປະຊາຊົນສູງສຸດ ລະບຸວ່າໄດ້ກວດພົບການໃຊ້ອຳນາດເກີນ
ຂອບເຂດ ແລະ ຜິດກົດໝາຍ ໂດຍບັນດາພະນັກງານຂອງພັກ ແລະ ລັດເພີ່ມຂຶ້ນນັບມື້
ໂດຍສະເພາະແມ່ນການປະຕິບັດໜ້າທີ່ຂອງບັນດາພະນັກງານປ້ອງກັນຄວາມສະຫງົບ
ຫຼື ເຈົ້າໜ້າທີ່ຕຳຫຼວດທີ່ໃຊ້ອຳນາດເກີນຂອບເຂດທີ່ກົດໝາຍກຳນົດໄວ້ເຊັ່ນ ການຄວບ
ຄຸມຕົວຜູ້ຕ້ອງສົງໄສ, ການກວດຄົ້ນອາຄານທີ່ພັກອາໄສ ແລະ ການລະເມີດສິດທິສ່ວນ
ບຸກຄົນໂດຍບໍ່ມີຄຳສັ່ງສານ ຫຼື ຄຳສັ່ງຂອງໄອຍະການຈຳນວນ 369 ກໍລະນີໃນຊ່ວງ 6
ເດືອນຕົ້ນປີ 2017 ນີ້.

ທາງດ້ານຄະນະກວດກາສູນກາງພັກປະຊາຊົນປະຕິວັດ ລາວ ກໍໄດ້ຮັບຈົດໝາຍຮ້ອງ
ຮຽນຈາກປະຊາຊົນ ລາວ ຈຳນວນ 3,640 ສະບັບທີ່ເປັນການຮຽກຮ້ອງຂໍໃຫ້ດຳເນີນ
ການກວດກາບັນດາສະມາຊິກພັກທີ່ຖືກສົງໄສວ່າ ປະຕິບັດໜ້າທີ່ ແລະ ໃຊ້ອຳນາດ
ເພື່ອຜົນປະໂຫຍດສ່ວນຕົວໂດຍທຸຈະລິດ ແລະ ໄດ້ກໍ່ໃຫ້ເກີດຜົນເສຍຫາຍຕໍ່ປະເທດ
ຊາດຢ່າງຫຼວງຫຼາຍໃນຊ່ວງ 5 ປີທີ່ຜ່ານມາ.

ທັງນີໂດຍຈາກການກວດກາໃນຈຳນວນ 734 ກໍລະນີເປົ້າໝາຍຕາມການຮຽກຮ້ອງດັ່ງ
ກ່າວກໍພົບວ່າ ການທຸຈະລິດໄດ້ສ້າງຄວາມເສຍຫາຍຄິດເປັນມູນຄ່າເຖິງ 4,145.86 ຕື້
ກີບ ພ້ອມດ້ວຍການເສຍຫາຍໃນສ່ວນຂອງເງິນຕາຕ່າງປະເທດ 70.77 ລ້ານໂດລາ
ກັບ 381.68 ລ້ານບາດ ແລະ 539,518 ຢວນ ທັງຍັງມີການລັກລອບຂາຍໄມ້ຂອງລັດ
ຖະບານໂດຍຜິດກົດໝາຍຫຼາຍກວ່າ 4 ລ້ານແມັດກ້ອນອີກດ້ວຍ.

ສ່ວນທ່ານ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ການຢືນ
ຢັນວ່າ ໃນຊ່ວງ 5 ປີຜ່ານມາສູນກາງພັກໄດ້ລົງໂທດທາງວິໄນຕໍ່ສະມາຊິກພັກ 2,723
ຄົນ, ປົດອອກຈາກພັກ 1,440 ຄົນທີ່ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ພັກ-ລັດຫຼາຍກວ່າ
5,113 ຕື້ກີບ ໂດຍໃນນີ້ເປັນສະມາຊິກເພດຍິງ 171 ຄົນ ສ່ວນອີກ 1,007 ຄົນໄດ້ຊື້ຈ້າງ
ເພື່ອເຂົ້າມາເປັນສະມາຊິກພັກ ແລະ ໄດ້ໃຊ້ອຳນາດເພື່ອສະແຫວງຫາຜົນປະໂຫຍດ
ສ່ວນຕົວເປັນສຳຄັນ.

ທາງດ້ານອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ທີ່ໄດ້
ດຳເນີນການສຳຫຼວດຄວາມຄິດເຫັນຂອງນັກທຸລະກິດ ກ່ຽວກັບ ສະພາບການສໍ້ລາດບັງ
ຫຼວງໃນ 176 ປະເທດໄດ້ຈັດໃຫ້ ລາວ ຢູ່ໃນອັນດັບທີ 123 ໃນປີ 2016 ໂດຍເປັນການ
ເລື່ອນອັນດັບທີ່ດີຂຶ້ນເຖິງ 16 ອັນດັບທຽບກັບປີ 2015 ທີ່ ລາວ ຢູ່ອັນດັບທີ 138 ອັນ
ເປັນຜົນຈາກການທີ່ນັກທຸລະກິດຕ່າງຊາດທີ່ລົງທຶນໃນ ລາວ ໄດ້ໃຫ້ຄວາມໄວ້ວາງໃຈຕໍ່
ມາດຕະການປາບປາມການທຸຈະລິດຂອງລັດຖະບານ ລາວ ເພີ່ມຂຶ້ນຈາກ 25 ເປີເຊັນ
ໃນປີ 2015 ເປັນ 30 ເປີເຊັນໃນປີ 2016 ແລະ ຄາດວ່າຄວາມໄວ້ວາງໃຈຍັງຈະເພີ່ມຂຶ້ນ
ໃນທ້າຍປີ 2017 ນີ້ດ້ວຍ.

XS
SM
MD
LG