ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວມີຜູ້ຕິດ ໄວຣັສໂຄໂຣນາ 6 ຄົນແລ້ວ ແລະກໍາມະກອນ ກັບຈາກໄທ ຖືກກັກກັນຕົວ 14 ວັນ


ກໍາມະກອນລາວຈາກໄທຫລາຍຮ້ອຍຄົນກໍາລັງຈະຖືກຂົນສົ່ງໄປສະຖານທີ່ກັກກັນໃກ້ກັບຂົວມິດຕະພາບໃນວັນທີ 23 ມີນາ 2020
ກໍາມະກອນລາວຈາກໄທຫລາຍຮ້ອຍຄົນກໍາລັງຈະຖືກຂົນສົ່ງໄປສະຖານທີ່ກັກກັນໃກ້ກັບຂົວມິດຕະພາບໃນວັນທີ 23 ມີນາ 2020

ນັບແຕ່ວັນທີ 23 ຫາວັນທີ 26 ມີນາ ວານນີ້ ຢູ່ໃນລາວມີຜູ້ຕິດເຊື້ອໄວຣັສໂຄວິດ 19 ເພີ້ມຂຶ້ນເປັນ 6 ຄົນ ແລ້ວ, ອີງຕາມການລາຍງານ ຂອງໜັງສືພິມລາວ. ໃນຂະນະດຽວກັນ ທາງການລາວກໍເອົາມາດຕະການເຄັ່ງຄັດໃນ ການກັກກັນຕົວກໍາມະກອນລາວຫຼາຍພັນຄົນທີ່ກັບຈາກໄທ ພາຍຫລັງທີ່ມີຄໍາສັ່ງ ໃຫ້ປິດຫ້າງຮ້ານຕ່າງໆໃນໄທ ຢູ່ໃນໄລຍະວັນທີ 22 ມີນາ ຫາ 12 ເມສາ 2020 ແລະ ການປະກາດສະພາວະສຸກເສີນເປັນເວລາ 1 ເດືອນ ໂດຍລັດຖະບານໄທ. ພວກກ່ຽວແມ່ນຖືກເອົາໄປກັກກັນຕົວໄວ້ຢູ່ສະຖານທີ່ກັກກັນສອງແຫ່ງຢູ່ໃກ້ກັບ ດ່ານຂົວມິດຕະພາບໃນນະຄອນຫລວງວຽງຈັນນັ້ນ, ອີງຕາມແມ່ຄ້າຂາຍອາ ຫານຄົນນຶ່ງ ຢູ່ໃນເຂດດ່ານກວດຄົນເຂົ້າເມືອງທີ່ຂົວມິດຕະພາບ ຊຶ່ງນາງເລົ່າເຖິງ ສະພາບການໃນວັນທີ 23 ຜ່ານມາ ກໍຄືມື້ທໍາອິດ ທີ່ກໍາມະກອນລາວຫລັ່ງໄຫລ ກັບຄືນບ້ານ ເປັນຈໍານວນຫລາຍພ້ອມກັນທີ່ເລົ່າສູ່ຟັງວ່າ:

“ເຂົາເຈົ້າເອົາໄປໄວ້ ເອົາໄປກັກຕົວ 14 ມື້ ຢູ່ຊ່ວງນີ້ ເຂົ້າມາໄດ້ ແຕ່ກັບບ້ານບໍ່ໄດ້ ຕ້ອງໄດ້ກັກຕົວກ່ອນ, ຄືເຂົາແບ່ງອອກເປັນ 2 ບ້ວງຄື ເຂົາເຈົ້າເອົາໄປໄວ້ບ້ານດອນສະຫວ່າງ, ໂຮງຮຽນດອນສະຫວ່າງ ແລະລາງລົດໄຟ ປັດຈຸບັນເຕັມເອ໊ເລ້ ຢູ່ລາງລົດໄຟ ມາວານນີ້ 4-500 ຄົນນີ້ລະ ເຕັມ. ຕັ້ງແຕ່ 6 ໂມງເຊົ້າຈົນຊ່ວງຝົນຕົກເຊົາແລ້ວພໍດີ 11-12ໂມງໜີຫລະ.”

ໃນຂະນະທີ່ເຂົາເຈົ້າໄປຢູ່ເປັນເວລາ 14 ວັນຢູ່ນັ້ນ ກໍມີການປະຕິບັດຕາມມາດ ຕະການທາງການແພດ ໃນການສະກັດເຊື້ອໄວຣັສນີ້ຢ່າງແທ້ຈິງ ໂດຍທີ່ລັດຖະບານລາວກໍໄດ້ໃຫ້ການຊ່ວຍເຫລືອໃນດ້ານຕ່າງໆ ເຊັ່ນ ອາຫານ ແລະການກວດ ຕິດຕາມເພື່ອຊອກຫາເຊື້ອໄວຣັສ, ດັ່ງການບອກເລົ່າຂອງປະຊາຊົນຄົນນຶ່ງທີ່ ອາໄສ ຢູ່ໃກ້ກັບສະຖານກັກກັນພວກກໍາມະກອນເຫລົ່ານັ້ນສູ່ວີໂອເອຟັງວ່າ:

“ບາດນີ້ເພິ່ນເອົາໂຕເຈົ້າໄປໄວ້ຫັ້ນເພິ່ນກະບໍ່ໄດ້ຖີ້ມປະລະເລີຍ ເພິ່ນກະໃຫ້ເບິ່ງແຍງດູແລຂອງແພດຂອງໝໍ, ສອງມາກິນຢູ່ເພິ່ນກະຊ່ວຍເຫຼືອທຸກສິ່ງທຸກຢ່າງ ບໍ່ແມ່ນເຈົ້າເປັນນັກໂທດ ແຕ່ວ່າຂ້ອຍເອົາເຈົ້າໄປຢູ່ຫັ້ນເພື່ອຄົນສ່ວນຫຼາຍ ເພື່ອຄວາມປອດໄພຂອງຄົນສ່ວນຫຼາຍ.”

ກໍາມະກອນລາວຈາກໄທຫລາຍຮ້ອຍຄົນທີ່ມາເຖິງຢູ່ດ່ານກວດຄົນເຂົ້າເມືອງຢູ່ຂົວມິດຕະພາບໃນວັນທີ 23 ມີນາ 2020
ກໍາມະກອນລາວຈາກໄທຫລາຍຮ້ອຍຄົນທີ່ມາເຖິງຢູ່ດ່ານກວດຄົນເຂົ້າເມືອງຢູ່ຂົວມິດຕະພາບໃນວັນທີ 23 ມີນາ 2020

XS
SM
MD
LG