ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລາວ ສັ່ງໃຫ້ຄວບຄຸມລາຄາ ສິນຄ້າ ອຸບປະໂພກໃນ ລາວ ທີ່ສູງຂຶ້ນ ຢ່າງຕໍ່ເນື່ອງ


ເຈົ້າໜ້າທີ່ ລາວ ກວດກາລາສິນຄ້າໃນຕະຫຼາດທ້ອງຖິ່ນ.
ເຈົ້າໜ້າທີ່ ລາວ ກວດກາລາສິນຄ້າໃນຕະຫຼາດທ້ອງຖິ່ນ.

ລາຄາສິນຄ້າອຸບປະໂພກໃນ ລາວ ທີ່ຍັງປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ນາຍົກລັດຖະ ມົນຕີ ລາວ ຕ້ອງສັ່ງການໃຫ້ພາກສ່ວນທີ່ກ່ຽວຂ້ອງດຳເນີນມາດຕະການຄວບຄຸມລາ ຄາສິນຄ້າຢ່າງເຂັ້ມງວດ.

ທ່ານ ຈະເລີນ ເຢຍປາວເຮີ ໂຄສົກຄະນະລັດຖະບານ ລາວ ຖະແຫຼງຢືນຢັນວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສັ່ງການໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງດຳເນີນ ມາດຕະການຄຸ້ມຄອງ ລາຄາສິນຄ້າໃນທ້ອງຕະຫຼາດໃຫ້ມີປະສິດທິພາບ ແລະ ປະສິດ ທິຜົນໃນທົ່ວປະເທດ ລາວ ເມື່ອບໍ່ ນານມານີ້ ໂດຍໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງນັ້ນຈະ ຕ້ອງລົງຕິດຕາມ ແລະ ກວດກາຕົວຈິງຢ່າງ ໃກ້ຊິດເພື່ອບໍ່ໃຫ້ພໍ່ຄ້າຊາວຂາຍຂຶ້ນລາຄາ ສິນຄ້າຕາມລຳພັງໃຈ.

ໂດຍຖ້າຫາກກວດພົບການລະເມີດກໍຈະຕ້ອງດຳເນີນມາດຕະການແກ້ໄຂຢ່າງເໝາະສົມ ທັງຈະຕ້ອງຄົ້ນຄວ້າເພື່ອກຳນົດບັນຊີສິດຄ້າຄວບຄຸມໂດຍໄວ ແລະ ມີການຄວບຄຸມລາ ຄາສິນຄ້າຢ່າງເໝາະສົມ ລວມເຖິງໃຫ້ສືບຕໍ່ສົ່ງເສີມການຜະລິດເປັນສິນຄ້າ ແລະ ຄ້ຳປະ ກັນສະບຽງອາຫານແຫ່ງຊາດ ເພື່ອກ້າວໄປສູ່ຄວາມສາມາດກຸ້ມຕົນເອງໃຫ້ໄດ້ຢ່າງແທ້ ຈິງດັ່ງທີ່ທ່ານ ຈະເລີນ ໄດ້ໃຫ້ການຢືນຢັນວ່າ.

"ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນໂດຍ ລົງຕິດຕາມກວດກາຕົວຈິງຢ່າງໃກ້ຊິດ ເພື່ອບໍ່ໃຫ້ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາ ຄາສິນຄ້າຕາມລຳພັງໃຈ ຖ້າມີການລະເມີດແມ່ນໃຫ້ມີວິທີແກ້ໄຂທີ່ເໝາະສົມ ຄົ້ນຄວ້າ, ກຳນົດບັນຊີສິນຄ້າຄວບຄຸມໂດຍໄວຢ່າງເໝາະສົມຢູ່ໃນທ້ອງຕະຫຼາດສືບຕໍ່ສົ່ງເສີມ ການຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານແຫ່ງຊາດເພື່ອກ້າວໄປສູ່ ຄວາມສາມາດກຸ້ມຕົນເອງ."

ລາຄາສິນຄ້າອຸປະໂພກ ແລະ ບໍລິໂພກໃນ ລາວ ໄດ້ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ນັບຕັ້ງແຕ່ ເດືອນຕຸລາ 2016 ມາເຖິງປະຈຸບັນນີ້ກໍປາກົດວ່າລາຄາສິນຄ້າໄດ້ປັບຕົວສູງຂຶ້ນເກີນກວ່າ 30 ເປີເຊັນໂດຍສະເພາະແມ່ນນະຄອນຫຼວງວຽງຈັນນັ້ນ ນັບເປັນເຂດທີ່ລາຄາສິນຄ້າ ໄດ້ປັບ ຕົວສູງຂຶ້ນຫຼາຍທີ່ສຸດໃນ ລາວ.

ທັງນີ້ໂດຍລາຄາເຂົ້າໜຽວປະເພດທີ 1 ໄດ້ເພີ່ມຂຶ້ນຈາກ 8,500 ເປັນ 12,000 ກີບຕໍ່ກິ ໂລກຣາມ ສ່ວນລາຄາຊີ້ນສັດກໍແພງກວ່າຢູ່ໃນ ໄທ ເກືອບ 25 ເປີເຊັນ ເຊັ່ນຊີ້ນງົວລາຄາ 85,000 ກີບຕໍ່ກິໂລກຣາມ, ຊີ້ນໝູ-ເປັດ-ໄກ່ ລາຄາ 40,000 ກີບຕໍ່ກິໂລກຣາມ ໂດຍທີ່ ທາງການ ລາວ ບໍ່ສາມາດຄວບຄຸມໄດ້ຢ່າງມີປະສິດທິພາບເລີຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນບອກວ່າ ອັດຕາເງິນເຟີ້ຢູ່ທີ່ລະດັບສະເລ່ຍ 2.1 ເປີເຊັນໃນທ້າຍປີ 2016 ແລະ ເພີ່ມຂຶ້ນເປັນ 2.49 ເປີເຊັນໃນປະຈຸບັນ ຫາກແຕ່ກໍ ຫຼຸດລົງຈາກລະດັບ 4.62 ເປີເຊັນໃນຊ່ວງທ້າຍປີ 2015 ສ່ວນເງິນກີບກໍແຂງຄ່າຂຶ້ນເມື່ອ ທຽບໃສ່ເງິນບາດ ແລະ ເງິນໂດລາສະຫະລັດ ຫາກແຕ່ກໍບໍ່ເຮັດໃຫ້ລາຄາສິນຄ້າໃນ ລາວ ຖືກລົງເພາະ ລາວ ຍັງຕ້ອງເພິ່ງພາພາກການນຳເຂົ້າສິນຄ້າເປັນດ້ານຫຼັກ.

ໂດຍສະພາບການດັ່ງກ່າວນີ້ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຢ່າງກວ້າງຂວາງເນື່ອງ ຈາກລາຍໄດ້ຍັງຄົງເດີມ ແຕ່ກັບຕ້ອງແບກຮັບສະພາວະການຄອງຊີບທີ່ເພີ່ມສູງຂຶ້ນຈາກ ເດີມເກີນ ກວ່າ 30 ເປີເຊັນ ທັງນີ້ໂດຍສະເພາະແມ່ນບັນດາກຳມະກອນຜູ້ອອກແຮງງານ ທີ່ມີລາຍໄດ້ຕ່ຳ ແລະ ປະຊາຊົນ ລາວ ທີ່ຢູ່ເຂດຊົນນະບົດນັ້ນຖືເປັນກຸ່ມປະຊາກອນທີ່ໄດ້ ຮັບຜົນກະທົບຈາກສະພາວະດັ່ງກ່າວນີ້ຢ່າງໜັກໜ່ວງທີ່ສຸດເນື່ອງຈາກເປັນກຸ່ມປະຊາ ກອນທີ່ມີຖານະຍາກຈົນ ແລະ ມີສະພາບຊີວິດການເປັນຢູ່ທີ່ແຕກໂຕນກັນຢ່າງຍິ່ງເມື່ອ ທຽບໃສ່ປະຊາຊົນ ລາວ ໃນເຂດຕົວເມືອງ.

ທັງນີ້ເນື່ອງຈາກການພັດທະນາທາງເສດຖະກິດໃນ ລາວ ໄດ້ເຮັດໃຫ້ເກີດບັນຫາແຕກ ໂຕນກັນໃນລະດັບຂອງການພັດທະນາທາງເສດຖະກິດຫຼາຍຂຶ້ນ ລະຫວ່າງ ເຂດເມືອງ ກັບເຂດຊົນນະບົດ ດັ່ງຈະເຫັນໄດ້ຈາກການພັດທະນາເສດຖະກິດໃນນະຄອນຫຼວງວຽງ ຈັນ ທີ່ມູນຄ່າຜະລິດຕະພັນລວມໃນສົກປີ 2015-2016 ຖົວສະເລ່ຍເປັນລາຍຮັບຂອງ ປະຊາຊົນໄດ້ເຖິງ 38 ລ້ານກີບ ຫຼື 4,784 ໂດລາຕໍ່ຄົນຕໍ່ປີ ແຕ່ສຳລັບປະຊາຊົນ ລາວ ທີ່ແຂວງຜົ້ງສາລີ ກັບຍັງມີລາຍໄດ້ສະເລ່ຍພຽງ 7.8 ລ້ານກີບ ຫຼື 980 ໂດລາຕໍ່ຄົນຕໍ່ປີ ເທົ່ານັ້ນ.

XS
SM
MD
LG