ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກກິລາລອຍນ້ຳ ອາເມຣິກັນ ເຊື້ອສາຍລາວ ລະດັບມະຫາວິທະຍາໄລ ນຳເອົາຄວາມຫວັງ ມາໃຫ້ຊາວລາວ ໄດ້ລຸ້ນຫຼຽນ ຊີ ເກມ


ບັນດານັກກິລາ ອາເມຣິກັນ ເຊື້ອສາຍລາວ ລະດັບມະຫາວິທະຍາໄລ ຂອງສະຫະລັດ ເຂົ້າຮ່ວມທີມຊາດລາວ ລົງແຂ່ງຂັນໃນ ຊີ ເກມ (SEA Games) ວັນທີ 6 ພຶດສະພາ 2023.
ບັນດານັກກິລາ ອາເມຣິກັນ ເຊື້ອສາຍລາວ ລະດັບມະຫາວິທະຍາໄລ ຂອງສະຫະລັດ ເຂົ້າຮ່ວມທີມຊາດລາວ ລົງແຂ່ງຂັນໃນ ຊີ ເກມ (SEA Games) ວັນທີ 6 ພຶດສະພາ 2023.

ນັກລອຍນ້ຳອາເມຣິກັນເຊື້ອສາຍລາວ ຍິງ 3 ແລະ ຊາຍ 1 ຄົນ ໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມກັບທີມນັກລອຍນ້ຳຂອງລາວ ລົງແຂ່ງຂັນໃນ SEA Games ຢູ່ທີ່ນະຄອນຫຼວງພະນົມເປັນ ຂອງກຳປູເຈຍ ໃນວັນທີ 6 ພຶດສະພາ ນີ້ ເຊິ່ງພວກນັກລອຍນ້ຳທັງສີ່ຄົນນີ້ ເປັນນັກລອຍນ້ຳທີ່ດີເດັ່ນໃນລະດັບມະຫາ ວິທະຍາໄລຂອງສະຫະລັດ ເຊິ່ງຄາດກັນວ່າ ຈະມີໂອກາດແລະຄວາມຫວັງ ທີ່ຈະຄົ້ວຫຼຽນໃດຫຼຽນນຶ່ງມາໃຫ້ ສປປ ລາວ ເຊິ່ງໄຊຈະເລີນສຸກ ມີລາຍງານກ່ຽວກັບຜົນງານຂອງແຕ່ລະຄົນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການແຂ່ງຂັນກິລາລອຍນ້ຳໃນ SEA Games ປີນີ້ ປະຊາຊົນຊາວລາວ ທັງຢູ່ໃນລາວ ແລະຢູ່ຕ່າງປະເທດ ຈະໄດ້ມີໂອກາດຮ້ອງເຊຍຢ່າງສຸດອົກສຸດໃຈ ແລະຈະໄດ້ເຫັນບັນຍາກາດໃໝ່ ທີ່ບໍ່ເຄີຍມີມາກ່ອນ ເພາະນັກລອຍນ້ຳທັງສີ່ຄົນດັ່ງກ່າວນັ້ນ ຈະໃຫ້ປະເທດລາວ ມີໂອກາດລຸ້ນໄຊຊະນະຄັ້ງທຳອິດໃນວົງການກິລາລອຍນ້ຳ ເພາະວ່າພວກເຂົາເຈົ້າຕ່າງກໍມີຄວາມໂດດເດັ່ນເກັ່ງກ້າຂອງໃຜລາວ ເຊັ່ນວ່າ ນາງແອນເຈີລີນາ ສະມັຍຍະວົງ ແມັສຊີນາ ຈາກລັດອີລລີນອຍ ໄດ້ເລີ້ມຮຽນລອຍນ້ຳຕັ້ງແຕ່ອາຍຸ 6 ປີ ເມື່ອຮອດ 10 ປີ ນາງໄດ້ເລີ້ມແຂ່ງຂັນຢ່າງເອົາຈິງເອົາຈັງ ແລ້ວໄດ້ຮັບຫຼຽນໄຊຊະນະມາຫຼາຍຄັ້ງ ແລະໄດ້ເຂົ້າຮ່ວມໃນການຝຶກຊ້ອມເພື່ອຄັດເລືອກເຂົ້າທີມນັກກິລາໂອລິມປິກ ສະຫະລັດ ຕັ້ງແຕ່ອາຍຸ 16 ປີ ແລະໃນລະຫວ່າງເຂົ້າຮ່ຳຮຽນມະຫາວິທະຍາໄລ ພິສເບີກ ຢູ່ນັ້ນ ນາງໄດ້ເຂົ້າທີມລອຍນ້ຳແຂ່ງຂັນກັບມະຫາວິທະຍາໄລອື່ນໆ ໃນປີ 2020 ແລະ 2021 ໄດ້ຖືກຄັດເລືອກໃຫ້ເຂົ້າຝຶກຊ້ອມເປັນນັກລອຍນໍ້າໂອລິມປິກ ທີ່ໂຕກຽວ ແຕ່ຍ້ອນພະຍາດໂຄວິດ ຈຶ່ງບໍ່ໄດ້ໄປແຂ່ງຂັນ ແລະນາງກຳລັງກຽມໂຕທີ່ຈະເຂົ້າການຄັດເລືອກເປັນນັກລອຍນ້ຳໂອລິມປິກປີ 2024.

ນາງ​ແອນ​ເຈີລີ​ນາ ແມັ​ສ​ຊີ​ນາ ນັກ​ສຶກ​ສາ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພິ​ສ​ເບີກ ກຳ​ລັງ​ລົງແຂ່ງຂັນ​ລອຍ​ນ້ຳ
ນາງ​ແອນ​ເຈີລີ​ນາ ແມັ​ສ​ຊີ​ນາ ນັກ​ສຶກ​ສາ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພິ​ສ​ເບີກ ກຳ​ລັງ​ລົງແຂ່ງຂັນ​ລອຍ​ນ້ຳ

ນາງແອນເຈີລີນາ ແມັສຊີນນາ ຝາກຄວາມເຫັນມາໃຫ້ແຟນໆຊາວລາວ ວ່າ:

ສ່ວນສອງເອື້ອຍນ້ອງ ນາງອາສຕຣິດ ແລະນາງອາຣີອານາ ເດີກສວາເກີ ແມ່ຊື່ວ່າ ຍານາງບຸນທອງ ອຳພອນພົງ ແລະພໍ່ຊື່ວ່າ ທ່ານອາລເບີດ ເດີກສວາເກີ ເປັນຊາວເນເທີແລນ ຈາກລັດ ແຄນຊັສ ທັງສອງເອື້ອຍນ້ອງໄດ້ເລີ້ມຮຽນລອຍນ້ຳຕັ້ງແຕ່ອາຍຸ 3 ຫາ 4 ປີ ຊຶ່ງຍານາງກ່າວໃຫ້ວີໂອເອ ຟັງວ່າ:

“ພວກເຮົາເອົາເຂົາໄປລົງໃນສະລອຍນໍ້າ ພວກເຮົາຄຶດວ່າ ເຂົາເຈົ້າຈະມັກມັນ ໃນເບື້ອງຕົ້ນ ພວກເຮົາພຽງຢາກໃຫ້ເຂົາຮຽນຮູ້ວິທີລອຍນ້ຳ ໃນຂະນະທີ່ພວກເຂົາອາຍຸຫຼາຍຂຶ້ນ ເຂົາເຈົ້າກໍມີຄວາມກ້າວໜ້າຫຼາຍຂຶ້ນ ແລະເລີ້ມແຂ່ງຂັນໃນລະດັບສູງ.”

ໃນລະຫວ່າງເຂົ້າໂຮງຮຽນຊັ້ນມັດທະຍົມ ທັງສອງກໍໄດ້ເຂົ້າຮ່ວມໃນທີມລອຍນ້ຳ ແຂ່ງຂັນກັບໂຮງຮຽນພາຍໃນເຂດເມືອງວິຈິຕຕາ ແລະກໍໄດ້ທຳລາຍສະຖິຕິໃນທ່າລອຍຕ່າງໆຂອງໂຮງຮຽນ. ສຳລັບນ້ອງສາວ ນາງອາຣີອານາ ໄດ້ເປັນແຊ້ມໃນທ່າລອຍຂວ້ຳໜ້າ ຫຼື freestyle ທັງໄລຍະ 50 ແລະ 100 ແມັດ ໃນການແຂ່ງຂັນຊີງແຊ້ມ ຂອງໂຮງຮຽນມັດທະຍົມ ທົ່ວລັດແຄນຊັສ ໃນປີ 2021. ໃນລະຫວ່າງເຂົ້າຮໍ່າຮຽນໃນມະຫາວິທະຍາໄລ ຈໍເຈຍ ເທັກ ທັງສອງກໍສືບຕໍ່ແຂ່ງຂັນໃນລະດັບມະຫາວິທະຍາໄລ ຕະຫຼອດມາ ຈົນໄດ້ຖືກຄັດເລືອກໃຫ້ເຂົ້າຝຶກຊ້ອມເປັນນັກລອຍນ້ຳໂອລິມປິກຂອງສະຫະລັດນຳດ້ວຍ ຊຶ່ງຍານາງບຸນທອງ ກ່າວເຖິງເລື້ອງນີ້ວ່າ:

“ເມື່ອພວກເຂົາຍັງນ້ອຍ ກໍມັກເບິ່ງການແຂ່ງຂັນໂອລິມປິກລະດູຮ້ອນ ໂດຍສະເພາະລອຍນ້ຳ ພວກເຂົາໄຝ່ຝັນຕະຫຼອດມາວ່າ ແມ່ ມື້ໃດມື້ນຶ່ງຂ້ອຍຢາກໄປໂອລິມປິກ ໂອລິມປິກຄັ້ງຫຼ້າສຸດທີ່ພວກເຂົາເບິ່ງແມ່ນຢູ່ໂຕກຽວ ແລ້ວມີນັກລອຍນ້ຳຂອງລາວ ຜູ້ຍິງແລະຊາຍ ແລະອາຣີອານາ ວ່າ ແມ່ເອີ້ຍ ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຕາງໜ້າໃຫ້ລາວ ຂ້ອຍກະແມ່ນລາວເຄິ່ງນຶ່ງ ແລະຄົນຂາວເຄິ່ງເດ້ ຍ້ອນຫຍັງ ຂ້ອຍສາມາດໄປຫັ້ນໄດ້ບໍ່ ເປັນໂຕແທນໃຫ້ລາວ?”

ໃນເວລານັ້ນຍານາງບຸນທອງ ຈຶ່ງເລີ້ມດຳເນີນການພົວພັນກັບທາງການລາວ ພ້ອມກັນກັບທ່ານຈອນ ແມັສຊີນນາ ຊຶ່ງພວກເພິ່ນກ່າວວ່າ ຢາກຈະສົ່ງເສີມພັດທະນາບັນດານັກກິລາລອຍນ້ຳຂອງລາວ ໃຫ້ກ້າວໜ້າທັນກັບປະເທດເພື່ອນບ້ານ ສະນັ້ນພວກເພິ່ນກໍໄດ້ປະສານງານກັບຫຼາຍຝ່າຍເພື່ອຫາວິທີທາງພົວພັນກັບທາງການລາວ ໂດຍສະເພາະສະຫະພັນກິລາລອຍນ້ຳຂອງລາວ ແລະກະຊວງການຕ່າງປະເທດຂອງສະຫະລັດ ຜ່ານສະຖານທູດສະຫະລັດ ປະຈຳນະຄອນຫຼວງວຽງຈັນ ໂດຍສະເພາະ ທ່ານເອກອັກຄະລັດຖະທູດ ປີເຕີ ເຮມອນ ເປັນເວລາສອງປີເຄິ່ງ ຈົນປະສົມຜົນສຳເລັດໃນຄວາມຕັ້ງໃຈຂອງພວກລູກເຕົ້າເພິ່ນ.

ນາງອາສຕຣິດ ເດີກສວາເກີ ນັກລອຍນ້ຳ ມະຫາວິທະຍາໄລ ຈໍເຈຍ ເທັກ
ນາງອາສຕຣິດ ເດີກສວາເກີ ນັກລອຍນ້ຳ ມະຫາວິທະຍາໄລ ຈໍເຈຍ ເທັກ

ນາງອາສຕຣິດ ຝາກຄວາມເຫັນມາໃຫ້ແຟນໆຊາວລາວ ວ່າ:

ນາງອາຣີອານາ ເດີກສວາເກີ ນັກລອຍນ້ຳ ມະຫາວິທະຍາໄລ ຈໍເຈຍ ເທັກ
ນາງອາຣີອານາ ເດີກສວາເກີ ນັກລອຍນ້ຳ ມະຫາວິທະຍາໄລ ຈໍເຈຍ ເທັກ

ແລະ ນາງອາຣີອານາ ຝາກຄວາມເຫັນມາໃຫ້ແຟນໆຊາວລາວ ວ່າ:

ສ່ວນນັກລອຍນ້ຳຊາຍອີກຄົນນຶ່ງ ຊື່ວ່າ ສະຕີບເວັນ ອິນສີຊຽງໃໝ່ ກໍເປັນຄົນລາວ ເກີດຢູ່ໃນເມືອງວິນສຕັນ-ຊາເລມ ລັດຄາໂຣໄລນາ ເໜືອ ທ່ານເພັດ ອິນສີຊຽງໃໝ່ ໄດ້ລົງທະບຽນໃຫ້ລາວ ເຂົ້າຝຶກຮຽນລອຍນ້ຳ ແລະຄູສອນລອຍນ້ຳ ແນມເຫັນວ່າ ທ້າວສະຕີບເວັນ ມີພອນສະຫວັນ ແລະໄດ້ຊຸກຍູ້ໃຫ້ລາວ ເຂົ້າຮ່ວມທີມລອຍນ້ຳ ໃນເບື້ອງຕົ້ນ ລາວ ກໍບໍ່ມັກປານໃດ ແຕ່ເມື່ອມີອາຍຸໄດ້ 10 ປີ ລາວ ໄດ້ເປັນແຊ້ມປ້ຽນ ໃນກຸ່ມເດັກນ້ອຍອາຍຸດຽວກັນ ນັບຕັ້ງແຕ່ນັ້ນມາ ລາວ ຈຶ່ງຕິດໃຈ ແລະໄດ້ຖືກຄັດເລືອກໃຫ້ເຂົ້າສູນຝຶກຊ້ອມລອຍນ້ຳແຫ່ງຊາດຂອງສະຫະລັດ ໃນປີ 2021 ແລະ ໃນປີ 2023 ລາວ ໄດ້ເຂົ້າຮ່ວມໃນທີມນັກລອຍນ້ຳແຫ່ງຊາດລາວ.

ທັງທ່ານຈອນ, ຍານາງບຸນທອງ ແລະທ່ານສິດ ຫຼື ນ້ອຍ ພູສະລິດ ຜູ້ຮ່ວມກໍ່ຕັ້ງມູນນິທິ ນັກກິລາລາວແຫ່ງຊາດ ຫຼື NLAO (National Lao American Athletic Foundation) ຊຶ່ງເປັນອົງການທີ່ບໍ່ຫວັງຜົນກຳໄລ ຮ່ວມກັນຫາວິທີທາງອຳນວຍຄວາມສະດວກ ໃຫ້ຄົນທົ່ວໄປ ແລະບໍລິສັດຕ່າງໆທີ່ຢາກຈະສະໜັບສະໜຸນສົ່ງເສີມພວກນັກກິລາທັງຫຼາຍທີ່ຈະເດີນທາງໄປຮ່ວມກັບບັນດານັກກິລາທີມຊາດລາວ ແຂ່ງຂັນໃນ SEA Games ປີນີ້. ໃນຂະນະດຽວກັນ ທ່ານຈອນ ກໍໄດ້ຈັດຕັ້ງ Gofundme ເພື່ອລະດົມທຶນຊື້ຊຸດເຄື່ອງໜຸ່ງໃຫ້ທີມນັກກິລາລອຍນ້ຳທັງໝົດ ແລະຄ່າໃຊ້ຈ່າຍຕ່າງໆໃນການໄປແຂ່ງຂັນໃນຄັ້ງນີ້.

ທັງທ່ານຈອນ ແລະຍານາງ ບຸນທອງ ຕ່າງກໍກ່າວວ່າ “ມີໂອກາດສູງທີ່ທີມນັກລອຍນ້ຳທີມຊາດຂອງລາວ ຊຸດນີ້ ອາດຈະສາມາດເຂົ້າຮອບສຸດທ້າຍເພື່ອຊີງເອົາຫຼຽນໃດຫຼຽນນຶ່ງມາໃຫ້ປະເທດລາວ.”

ລິ້ງກ່ຽວກັບນັກກິລາ ອາເມຣິກັນເຊື້ອສາຍລາວ ທັງ 5 ຄົນ:
laoamreicansports.com

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG