ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໑ ເມສາ ໒໐໒໔

ການລະບາດ ຂອງໄວຣັສໂຄໂຣນາ ເຮັດໃຫ້ຊາວລາວ ໃນຍີ່ປຸ່ນ ບໍ່ໄດ້ຊຸມແຊວກັນ ຄືແຕ່ກ່ອນ


ແຜນທີ່ປະເທດຍີ່ປຸ່ນ
ແຜນທີ່ປະເທດຍີ່ປຸ່ນ

ຄົນລາວຜູ້ນຶ່ງ ໃນເຂດນະຄອນໂຢໂກຮາມາ ທີ່ຕັ້ງຫ່າງຈາກນະຄອນຫຼວງໂຕກຽວ ປະ ມານ 37 ກິໂລແມັດ ກ່າວວ່າ ຫລັງຈາກໄດ້ມີການລະບາດຂອງໄວຣັສໂຄໂຣນາແລ້ວ ຊີວິດການເປັນຢູ່ກໍບໍ່ຄ່ອຍຄືເກົ່າປານໃດ. ທ່ານພາວະດີ ກຸແກ້ວ ກິ່ງທະເລ ກ່າວກ່ຽວກັບເລື້ອງນີ້ວ່າ:

ລິງໂດຍກົງ


ຊາວລາວໃນເຂດນະຄອນໂຢໂກຮາມາ ກໍບໍ່ຕ່າງຫຍັງກັບຊຸມຊົນລາວຢູ່ໃນເຂດອື່ນໆ ທົ່ວໂລກ ທີ່ຊີວິດການເປັນຢູ່ຂອງພວກເຂົາເຈົ້າໄດ້ປ່ຽນແປງໄປຍ້ອນຜົນກະທົບຈາກການລະບາດຂອງໄວຣັສໂຄໂຣນາ ຫຼືໂຄວິດ-19.

ນະຄອນໂຢໂກຮາມາ ເປັນເຂດນຶ່ງທີ່ມີຊາວລາວອາໄສຢູ່ຫຼາຍທີ່ສຸດ ໃນປະເທດຍີ່ປຸ່ນ.

ນາຍົກລັດຖະມົນຕີຊິນໂຊ ອາເບະ ໄດ້ປະກາດພາວະສຸກເສີນ ເພື່ອຮັບມືກໍລະນີລະບາດຂອງໄວຣັສໂຄໂຣນາຫຼືໂຄວິດ-19 ທີ່ພວມເພີ້ມທະວີຂຶ້ນ ໃນວັນອັງຄານມື້ນີ້ ຢູ່ໃນເຂດນະຄອນຫຼວງໂຕກຽວ ແລະເຂດອື່ນໆອີກ 6 ເຂດ ຮວມທັງເມືອງທ່າໂອຊາກາ ໃນພາກກາງຂອງປະເທດ.

ພາວະສຸກເສີນດັ່ງກ່າວ ຈະມີຜົນບັງຄັບໃຊ້ເປັນເວລານຶ່ງເດືອນ.

XS
SM
MD
LG