ທ່ານຜູ້ຟັງ ໃນລາຍການຊຸມຊົນລາວໃນຕ່າງແດນປະຈໍາວັນອາທິດທີ 12 ກັນຍານີ້, ພວກເຮົາຈະພາທ່ານໄປຮູ້ຈັກກັບ ດຣ. ພົນ ສຸລິວົງ ເຊິ່ງເປັນຟີຊິກຊິດປະຈໍາຫ້ອງລັງສີ ຫລືສາຍແສງ ຢູ່ໂຮງໝໍຮຸສຕັນເມໂທລດິສ, ເມືອງ ເມທາວ, ລັດ ເທັກຊັສ. ທິບສຸດາ ຈະນໍາເອົາລາຍລະອຽດກ່ຽວກັບຄວາມເປັນມາ ແລະໜ້າທີ່ວຽກງານຂອງເພິ່ນຕໍ່ກັບຊຸມຊົນມາສະເໜີທ່ານໃນອັັນດັບຕໍ່ໄປ.
ດຣ. ພົນ ສຸລິວົງ ເປັນຄົນລາວສັນຊາດອາເມຣິກັນ, ເກີດ ແລະເຕີບໃຫຍ່ຢູ່ແຂວງສະຫວັນນະເຂດ. ຕັ້ງແຕ່ຍັງນ້ອຍເພິ່ນເປັນຄົນມັກຮໍ່າຮຽນ ເປັນຄົນມີເປົ້າໝາຍໃນຊີວິດ ແລະເມື່ອມີເປົ້າໝາຍແລ້ວເພິ່ນຈະເດີນຕາມຝັນຂອງຕົນເອງ ພ້ອມທັງຜ່ານຝ່າທຸກຄວາມຫຍຸ້ງຍາກນານາປະການ ຈົນປະສົບຄວາມສໍາເລັດດັ່ງທີ່ໃຈປະສົງ. ຍ້ອນເປັນຄົນທີ່ມີຄວາມອົດທົນ ແລະຮັກໃນຄວາມຝັນທີ່ຕົນເອງຢາກເປັນ ຈົນກາຍມາເປັນອາຊີບທີ່ຕົນເອງຕ້ອງການ, ເພິ່ນຈຶ່ງມີຄວາມຮັກ ແລະຜູກພັນກັບອາຊີບນີ້ຫລາຍ ຊ່ວຍເຫລືອຄົນໄຂ້ດ້ວຍຄວາມຈິງໃຈ ເພິ່ນຈຶ່ງເປັນທີ່ໄວ້ເນື້ອເຊື່ອໃຈຂອງຄົນໄຂ້ທີ່ເປັນປະຊາຊົນຢູ່ໃນຊຸມຊົນ ທັງບ່ອນທີ່ເພິ່ນອາໄສຢູ່ໃນປັດຈຸບັນ ແລະບ່ອນທີ່ເພິ່ນເຄີຍຢູ່ຜ່ານມາ. ໂດຍເພິ່ນ ໄດ້ແນະນໍາໃຫ້ຮູ້ຈັກກ່ຽວກັບໂຕເພິ່ນເອງດັ່ງນີ້:
"ຂ້າພະເຈົ້າຊື່ ພົນ, ນາມສະກຸນ ສຸລິວົງ, ປັດຈຸບັນນີ້ອາຍຸ 57 ປີ, ເກີດຫັ້ນ ຂ້າພະເຈົ້າເກີດຢູ່ແຂວງສະຫວັນນະເຂດ ແຖວໆທາງເຊບັ້ງໄຟ."
ຍ້ອນເພິ່ນໄດ້ຍິນຫລາຍໆຄົນກ່າວວ່າ ສະຫະລັດເປັນບ່ອນທີ່ມີໂອກາດດີສໍາລັບການສຶກສາຮໍ່າຮຽນ, ຕັ້ງແຕ່ຕອນນັ້ນ ເພິ່ນຈຶ່ງໄດ້ຝຶກຝົນຮໍ່າຮຽນພາສາອັງກິດໃຫ້ມີພື້ນຖານທີ່ເຂັ້ມແຂງ ເພື່ອຈະໄດ້ມາສຶກສາຮໍ່າຮຽນຕໍ່. ຈົນມາເຖິງປີ 1989, ເພິ່ນມີຍາດພີ່ນ້ອງຢູ່ທາງນີ້ ແລະພີ່ນ້ອງຂອງເພິ່ນກໍ່ມີຄວາມສາມາດພຽງພໍ ຈຶ່ງໄດ້ເຮັດໜັງສືປະກັນເອົາເພິ່ນມາ. ຫລັງຈາກມາເຖິງສະຫະລັດ ກໍ່ໄດ້ອາໄສຢູ່ນໍາພີ່ນ້ອງ ແລະກໍ່ສຶກສາຮໍ່າຮຽນຢູ່ທີ່ນັ້ນຈົນຈົບປະລິນຍາໂທທາງດ້ານຟີຊິກ ໂດຍເພິ່ນໄດ້ເລົ່າຕອນນີ້ສູ່ຟັງວ່າ:
"ເປັນຄົນມັກຮຽນຕັ້ງແຕ່ຍັງນ້ອຍພຸ້ນ ເປັນຄົນຮຽນໄດ້ຕັ້ງແຕ່ຍັງນ້ອຍ. ເຂົາເຈົ້າພັດເວົ້າແຕ່ເລື້ອງອາເມຣິກາວ່າເກັ່ງ ຮຽນໜັງສອກໜັງສືມະຫາວິທະຍາໄລກໍ່ດີ, ກໍ່ເລີຍຄິດຢາກມາຮຽນ ກໍ່ພໍດີມີພີ່ນ້ອງ. ໄດ້ມາ ກໍ່ເລີຍວ່າຕັ້ງໃຈຮຽນ ກໍ່ເລີຍຖືກວິຊາທີ່ຕົນເອງມັກແດ່ ກໍ່ເລີຍມີຄວາມສໍາເລັດຜົນ. ໄດ້ມາສະຫະລັດປີ 1989 ໂດຍເຂົ້າມາຮຽນໜັງສືກັບພີ່ນ້ອງເພິ່ນເອົາມາ. ອາ...ມາພໍດີມາຢູ່ນໍາພີ່ນ້ອງຢູ່ລັດມິນນິໂຊຕ້າກ່ອນ ແລະກໍ່ຮຽນໜັງສືຢູ່ຫັ້ນ, ຮຽນຈົນຈົບ."
ຫລັງຈາກຮຽນຈົບປະລິນຍາໂທຢູ່ທີ່ລັດ ມິນນີໂຊຕາ ໃນປີ 1994, ເພິ່ນກໍ່ໄດ້ໄປຝຶກຣີຊິເດັນຢູ່ເມດິໂຄລ ແອນ ສະຄູລຢູລັດນາບຣັສກາ ແລະກໍ່ໄດ້ໄປສຶກສາຕໍ່ປະລິນຍາເອກທີ່ລັດດາໂກຕ້າເໜືອຈົນຈົບໃນປີ 1999. ເຊິ່ງເພິ່ນໄດ້ກ່າວເຖິງລາຍລະອຽດບາງສ່ວນກ່ຽວກັບເສັ້ນທາງການສຶກສາ ແລະການປະຕິບັດໜ້າທີ່ຂອງເພິ່ນສູ່ທາງພວກເຮົາຟັງວ່າ:
"ມິນນິໂຊຕ້ານີ້ແມ່ນບ່ອນຮຽນໜັງສື ຫລັງຈາກຮຽນໜັງສືແລ້ວກໍ່ໄປຝຶກຣິຊິເດັນຢູ່ນາບຣັດກາເມດິໂຄລແອນສະຄູລສອງປີ ແລະງານທໍາອິດທີ່ໄດ້ແມ່ນຢູ່ລັດ ລຸຍສ໌ເຊຍນາ, ເຮັດວຽກຢູ່ລັດລຸຍສ໌ເຊຍນາ 5 ປີ, ຫລັງຈາກນັ້ນລະກໍ່ຍ້າຍມາຢູ່ລັດໂອກຣາໂຮມາ, ເຮັດວຽກ 10 ປີຢູ່ລັດໂອກຣາໂຮມາ, ຫລັງຈາກນັ້ນກໍ່ຍ້າຍມາຢູ່ ຮຸສຕັນ. ຕອນຢູ່ມິນນິໂຊຕ້າແມ່ນຮຽນຈົບຂັ້ນປະຣິນຍາໂທ ມາສເຕີ້ດີກຣີ ຫລັງຈາກນັ້ນພໍດີໄດ້ສະກໍລາຊິບ ກໍ່ເລີຍໄປຮຽນປະລິນຍາເອກຢູ່ລັດນອທ໌ດາໂກຕ້າ, ຫລັງຈາກຈົບຢູ່ລັດນອທ໌ດາໂກຕ້າກໍ່ເລີຍໄດ້ໄປຝຶກຣິຊີເດັນສອງປີຢູ່ ຢູນິເວີຊິຕີ້ອອຟນາບຣສ໌ກາ.
ຖາມ: ຈົບທາງດ້ານປະລິນຍາໂທ ແລະປະລິນຍາເອກທາງດ້ານວິຊາດຽວກັນນີ້ບໍ?
ຕອບ: ແມ່ນລະ ເມດິໂຄລ ແອນຟີຊິກຊິສ. ວຽກຂອງຂ້າພະເຈົ້າເອງນີ້ແມ່ນ ເມດິໂຄລ ແອນຟີຊິກຊິສ ຢູ່ໂຮງໝໍຮຸສຕັນເມໂທດິສ ຢູ່ເມືອງເບທາວ, ລັດເທັກຊັສ ເຊິ່ງວ່າປົວໂຣກມະເຮັງໂດຍການໃຊ້ລັງສີ ຖ້າແມ່ນບ້ານເຮົາກໍ່ຊິແມ່ນພະແນກສາຍແສງ."
ຫລັງຈາກຍ້າຍມາຕັ້ງຫລັກປັກຖານຢູ່ທີ່ເມືອງຮຸສຕັນ ລັກເທັກຊັດໄດ້ປະມານປີປາຍ ນອກຈາກອອກຈາກເຮືອນມາວຽກການແລ້ວເພິ່ນເອງກໍ່ບໍ່ໄດ້ຄ່ອຍອອກໄປທາງໃດ, ເຫດຜົນກໍ່ແມ່ນຍ້ອນສະພາບການລະບາດຂອງໂຄວິດແດ່ ເລີຍເຮັດໄດ້ອອກໄປພົບປະກັບຊຸມຊົນລາວເຮົາໄດ້ນ້ອຍ. ຫລັງຈາກຜ່ານມາປີກວ່າ ແລະມີການສັກຢາວັກຊີນຄົບຖ້ວນແລ້ວ ເພິ່ນ ແລະຄອບຄົວກໍ່ໄດ້ມີໂອກາດອອກໄປທີ່ວັດລາວ ເຊິ່ງເປັນວັດໃຫຍ່ຢູ່ທີ່ຮຸສຕັນນັ້ນ, ຄົນລາວຢູ່ນີ້ມີຫລາຍກວ່າເມືອງທີ່ເພິ່ນເຄີຍອາໄສຢູ່ໃນໂອກກຣາໂຮມາ ໂດຍມີຢູ່ປະມານ 600 ກວ່າຄອບຄົວ. ເຖິງແມ່ນວ່າເພິ່ນຈະບໍ່ຄ່ອຍມີໂອກາດໄດ້ອອກໄປພົບປະກັບຊຸມຊົນຄົນລາວເຮົາ ແຕ່ເພິ່ນກໍ່ໄດ້ມີການພົວພັນໃນເວລາທີ່ພວກເຂົາເຈົ້າມີບັນຫາເລື້ອງສຸຂະພາບ ໂດຍສະເພາະກ່ຽວກັບໂຮກມະເຮັງ, ພ້ອມທັງໃຫ້ຄໍາແນະນໍາ ແລະໃຫ້ຄໍາປຶກສາແກ່ພວກເຂົາເຈົ້າ ໂດຍເພິ່ນໄດ້ກ່າວສູ່ຟັງດັ່ງນີ້:
"ຍາມບຸນປີໃໝ່ກໍ່ໄດ້ໄປຮ່ວມນໍາເຂົາເຈົ້າ ໄປສະຫລອງນໍາເຂົາເຈົ້າຢູ່ຕາມວັດແມ່ນຫຍັງ...ໄດ້ໄປຮ່ວມ.....
ຖາມ: ຄິດວ່າໜ້າທີ່ໃນປັດຈຸບັນ ມີສ່ວນຮ່ວມແນວໃດສໍາຫລັບຄົນລາວເຮົາແດ່?
ຕອບ: ສໍາລັບຄົນລາວ ລາງເທື່ອເຂົາເຈົ້າກໍ່ໂທມາຖາມ ເພາະວ່າລາງເທື່ອເຂົາເຈົ້າມີບັນຫາກ່ຽວກັບເລື້ອງສຸຂະພາບ ໂດຍສະເພາະເປັນໂຣກມະເຮັງ, ເຂົາເຈົ້າກໍ່ໂທມາຖາມ ກໍ່ໃຫ້ຄວາມຄິດຄວາມເຫັນວ່າຊິເຮັດຈັງໃດ ຂ້າພະເຈົ້າກໍ່ໃຫ້ຄໍາແນະນໍາແກ່ເຂົາເຈົ້າ
ຖາມ: ທ່ານຄິດວ່າ ອາຊີບຂອງທ່ານເປັນຈຸດເດັ່ນແນວໃດ?
ຕອບ: ຂ້າພະເຈົ້າຄິດວ່າແມ່ນໄດ້ຊ່ວຍຄົນເຈັບນະ ເພາະໃນການປົວໂຣກມະເຮັງມັນມີສາມວິທີໃນການປົວ, ນຶ່ງຄືການໃຊ້ເຄໂມເຕຣາປີ, ໂຕທີສອງໃຊ້ເຣດິເອເຊິ່ນ, ໂຕທີສາມແມ່ນຜ່າຕັດ. ຂ້າພະເຈົ້າກໍ່ພູມໃຈເພາະວ່າໄດ້ຊ່ວຍ ໄດ້ປົວຄົນເຈັບ, ເຊິ່ງວ່າອາຊີບນີ້ແມ່ນອາຊີບທີ່ວ່າຂ້າພະເຈົ້າມັກທີ່ສຸດເລີຍ"
ນອກນັ້ນ ດຣ. ພົນຍັງກ່າວອີກວ່າ ເພິ່ນມັກເມືອງຮຸສຕັນຫລາຍ ອາກາດອົບອຸ່ນກວ່າລັດທີ່ເພິ່ນເຄີຍໄດ້ອາໄສຜ່ານມາ. ສະພາບອາກາດຄືກັນກັບຢູ່ເມືອງລາວ, ຄ່າຄອງຊີບກໍ່ບໍ່ແພງຫລາຍ, ວຽກງານກໍມີຫລາຍ ເຊິ່ງເປັນວຽກງານທົ່ວໆໄປທີ່ຫລາຍໆຄົນກໍ່ສາມາດມາເຂົ້າເຮັດວຽກນັ້ນໆໄດ້ ໂດຍເພິ່ນໄດ້ເລົ່າສູ່ຟັງດັ່ງນີ້:
"ຂ້າພະເຈົ້າຄິດວ່າຮຸສຕັນອາດຈະດີກວ່າ ເພາະວ່າອາກາດມັນຮ້ອນ ແລະກໍ່ມີແຄມທະເລ ເຊິ່ງວ່າອາກາດຢູ່ທີ່ນີ້ແບບດຽວກັບ ຄ້າຍໆກັບບ້ານເຮົາ ແຕ່ວ່າໂອກຣາໂຮມາອາດຈະໜາວກວ່າເລັກໜ້ອຍ ມີຫິມະຕົກ ແຕ່ວ່າຢູ່ນີ້ຈະບໍ່ມີ.
ຖາມ: ຖ້າສົມມຸດວ່າມີຄົນຢາກມາຕັ້ງຫລັກປັກຖານຄືກັນກັບທ່ານ, ທ່ານມີຄໍາຄິດຄໍາເຫັນແນວໃດສໍາລັບພວກເຂົາ ທີ່ຈະມາດໍາລົງຊີວິດຢູ່ທີ່ນີ້?
ຕອບ: ຂ້າພະເຈົ້າຄິດວ່າອາດຈະດີ ເພາະຢູ່ທີ່ນີ້ແມ່ນອາກາດຄ້າຍໆກັບອາກາດບ້ານເຮົາ ແລະວຽກງານຢູ່ຮຸສຕັນກໍ່ມີຫລາຍ ຖ້າໃຜຢາກຍ້າຍມາຢູ່ນີ້ ຂ້າພະເຈົ້າຄິດວ່າເປັນໂອກາດທີ່ດີ ງານຢູ່ຮຸສຕັນກໍ່ບໍ່ຫາຍາກ, ຄ່າຄອງຊີບກໍ່ບໍ່ແພງປານໃດ
ຖາມ: ງານຢູ່ຮຸສຕັນບ່ອນທີ່ທ່ານອາໄສຢູາໃນປັດຈຸບັນນີ້ ສ່ວນຫລາຍເປັນວຽກງານແບບໃດ?
ຕອບ: ສ່ວນຫລາຍແມ່ນວຽກງານກ່ຽວກັບກັ່ນນໍ້າມັນ ຢູ່ຮຸສຕັນຈະເປັນໂຮງງານ ມີໂຮງງານກັ່ນນໍ້າມັນຫລາຍທີ່ສຸດ ແລະກໍ່ໂຮງງານຄອມພິວເຕີ້, ຄົນຕ່າງລັດຍ້າຍເຂົ້າມາຢູ່ຮຸສຕັນຫລາຍເພາະວ່າງານຢູ່ທີ່ນີ້ມັນກໍາລັງບູມ
ຖາມ: ກໍ່ສະແດງວ່າຄົນທົ່ວໄປສາມາດເຂົ້າມາເຮັດວຽກຢູ່ທີ່ນີ້ໄດ້ເນາະ?
ຕອບ: ແມ່ນລະ ອາຊີບໂດຍລວມ."
ປັດຈຸບັນ ດຣ. ພົນ ເຮັດວຽກຢູ່ທີ່ໂຮງໝໍເຕັມເວລາ ຫລືມາປະຈໍາການບາງຄັ້ງໃນທ້າຍອາທິດ, ແຕ່ເພິນກໍ່ຍັງມີເວລາໃຫ້ຄອບຄົວໃນທຸກໆທ້າຍອາທິດ ໂດຍມີລູກສາວນ້ອຍທີ່ກໍາລັງຢູ່ໃນໄວທີ່ໜ້າຮັກ. ພ້ອມນັ້ນ ເພິ່ນຍັງໄດ້ກ່າວຕື່ມອີກວ່າ ເພິ່ນຈະກະສຽນອາຍຸໃນອີກປະມານ 10 ປີຂ້າງໜ້າ ແລະເມື່ອກະສຽນແລ້ວ ເພິ່ນກໍ່ຈະດໍາລົງຊີວິດຢູ່ທີ່ນີ້ເລີຍ ໂດຍກ່າວໃນຕອນນີ້່ວ່າ:
"ຕາມຂ້າພະເຈົ້າຄິດວ່າ ຂ້າພະເຈົ້າຈະເຮັດວຽກອີກປະມານ 10 ປີປາຍ ຫລັງຈາກນັ້ນກໍ່ຊິຣິທາຍ, ຄິດວ່າຄືຊິຢູ່ຮຸສຕັນນີ້ເລີຍ."
ຢ່າງໃດກໍ່ດີ, ນອກຈາກຄວາມມັກ ແລະຄວາມມຸ້ງຫວັງແລ້ວ ສິ່ງສໍາຄັນເໜືອສິ່ງອື່ນໃດກໍ່ແມ່ນຄວາມອົດທົນພະຍາມ, ຄວາມບາກບັ່ນ ແລະຜ່ານຜ່າທຸກໆຄາວມຫຍຸ້ງຍາກນານາປະການ ເດີນຕາມເປົ້າໝາຍຂອງຫົນທາງທີ່ຕົນເອງໄດ້ວາງໄວ້ ຈຶ່ງຈະປະສົບຄວາມສໍາເລັດເໝືອນດັ່ງ ດຣ. ພົນ ສຸລິວົງ, ຈາກນັ້ນກໍ່ສ້າງຜົນປະໂຫຍດ ແລະຄວາມສຸກໃຫ້ແກ່ຊຸມຊົນບ່ອນທີ່ເຮົາອາໄສຢູ່ ໃຫ້ມີຄວາມສຸກ ຈາກລູກສູ່ຫລານ ແລະຕະຫລອດໄປ.
ນັ້ນແມ່ນຊີວິດ ແລະຄວາມເປັນມາຂອງ ດຣ. ພົນ ສຸລິວົງ ທ່ານໝໍປະຈໍາຢູ່ຫ້ອງລັງສີ ຫລືສາຍແສງ ທີ່ມີຕໍ່ຊຸມຊົນທີ່ເພິ່ນອາໄສຢູ່. ກະລຸນາຕິດຕາມລາຍການຊຸມຊົນລາວໃນຕ່າງແດນເລື້ອງໃໝ່ໃນວັນອາທິດໜ້າ