ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງແລະລັດຕ່າງໆ ໃນອາເມຣິກາ ມີຊຸມຊົນລາວ ອາໄສຢູ່ຢ່າງກະຈັດກະຈາຍ


ວັດເທບນິມິດ ທີ່ເມືອງຊາກີນໍ ໃນລັດເທັກຊັສ ຊຶ່ງເປັນລັດນຶ່ງ ທີ່ມີຄົນລາວອາໄສຢູ່ຫຼາຍເປັນອັນດັບສາມ ໃນສະຫະລັດ.
ວັດເທບນິມິດ ທີ່ເມືອງຊາກີນໍ ໃນລັດເທັກຊັສ ຊຶ່ງເປັນລັດນຶ່ງ ທີ່ມີຄົນລາວອາໄສຢູ່ຫຼາຍເປັນອັນດັບສາມ ໃນສະຫະລັດ.

ໃນລາຍ​ການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ແລງມື້ນີ້ ເຮົາຈະນຳເອົາການເຂົ້າມາຕັ້ງຖິ່ນຖານ ຂອງຄົນອາເມຣິກັນເຊື້ອສາຍລາວ ຢູ່ໃນຫຼາຍໆລັດ ຊຶ່ງໄພສານ ມີລາຍງານ​ເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.


ນັບແຕ່ສະຫະລັດແລະລາວ ໄດ້ສ້າງຕັ້ງສາຍພົວພັນທາງດ້ານການທູດລະຫວ່າງກັນ ໃນຊຸມປີິ 1950 ແລ້ວ ກໍເລີ້ມມີການແລກປ່ຽນເຈົ້າໜ້າທີ່ ແລະພວກນັກສຶກສາລາວຈຳນວນນຶ່ງກໍໄດ້ເຂົ້າມາຮັບການສຶກສາຕໍ່ຢູ່ທີ່ສະຫະລັດອາເມຣິກາ. ໃນກາງປີ 1975 ທີ່ນະຄອນ ຫຼວງວໍຊິງຕັນປາກົດວ່າມີເຈົ້າໜ້າທີ່ການທູດຂອງລາວ ຕະຫຼອດທັງພວກຄູສອນພາສາລາວ ໃຫ້ທຳນຽບຫ້າແຈ ແລະກະຊວງການຕ່າງປະເທດ ພ້ອມທັງພະນັກງານວິທະຍຸວີິໂອເອພາກພາສາລາວແລະຄົນລາວຈຳນວນນຶ່ງ ໄດ້ເຂົ້າມາອາໄສຢູ່ໃນເຂດດັ່ງກ່າວນີ້ແລ້ວ.

ປີ 1975 ຍັງເປັນປີທີ່ສະຫະລັດເລີ້ມຮັບເອົາອົບພະຍົບຈາກອິນໂດຈີນແລະການຫຼັ່ງໄຫຼເຂົ້າມາເປັນຈຳນວນຫຼວງຫຼາຍຂອງອົບພະຍົບຈາກຫວຽດນາມ ກຳປູເຈຍ ແລະລາວ ເຮັດໃຫ້ໂສມໜ້າຂອງຫຼາຍໆລັດ ມີການປ່ຽນແປງໄປ.

ໃນເຂດຊານເມືອງຂອງນະຄອນຫຼວງວໍຊິງຕັນ ອົບພະຍົບລາວຈຸທຳອິດ ໄດ້ເລີ້ມມາເຖິງນຶ່ງປີຕໍ່ມາ ຄືໃນປີ 1976 ຊຶ່ງແຕ່ກ່ອນເຂດດັ່ງກ່າວ ມີຄົນລາວອາໄສຢູ່ບໍ່ພໍເທົ່າໃດຄົນ ກໍມີຈຳນວນເພີ້ມຂຶ້ນຢ່າງວ່ອງໄວ. ບາງຄົນໄດ້ຕົກມາເຖິງນະ ຄອນຫຼວງວໍຊິງຕັນ ແຕ່ຕໍ່ມາກໍໄດ້ຍົກຍ້າຍມາຢູ່ໃນເຂດພາກເໜືອລັດເວຈີເນຍ ຫຼືບໍ່ກໍລັດແມຣີແລນ ທີ່ຕັ້ງຢູ່ໃກ້ຄຽງ.

ຄົນລາວຜູ້ນຶ່ງ ກ່າວຕໍ່ວີໂອເອ ພະແນກພາສາລາວວ່າ “ລາວໄດ້ຕົກມາເຖິງນະຄອນຫຼວງວໍຊິງຕັນ ໃນປີ 1976 ຢູ່ທີ່ນັ້ນໄດ້ນຶ່ງປີ ແລ້ວຫລັງຈາກນັ້ນ ຈຶ່ງຍ້າຍອອກມາຢູ່ພາກເໜືອ ຂອງລັດເວີຈີເນຍ ຈົນເທົ່າເຖິງປັດຈຸບັນນີ້.”

ສ່ວນທ່ານພັນຕະຣັດຕະນະ ພຣະສະຫວັດ ຄົນລາວອີກຜູ້ນຶ່ງ ທີ່ໄດ້ຕົກມາຢູ່ໃນເຂດເມືອງອາລິງຕັນ ທີ່ຕັ້ງໃກ້ນະຄອນຫຼວງວໍຊິງຕັນ ເມື່ອເດືອນກຸມພາປີ 1980 ກ່າວວ່າ ທ່ານຕ້ອງໄດ້ດີ້ນຮົນຕໍ່ສູ້ຫຼາຍສົມຄວນ.

ລິງໂດຍກົງ


ຄົນລາວຫຼາຍໆຄົນທີ່ໄດ້ຕັດສິນໃຈ ຕັ້ງຖິ່ນຖານຢູ່ໃນເຂດນະຄອນຫຼວງວໍຊິງຕັນກ່າວວ່າ ກໍຍ້ອນເຂດນີ້ມີລັກສະນະພິເສດ ຄືເປັນນະຄອນຫຼວງຂອງປະເທດ ມີຄົນຕ່າງຊາດອາໄສຢູ່ຫຼາຍ ແລະກໍອາຫານການກິນ ເກືອບຄົບທຸກໆຢ່າງ ຄືກັນກັບຢູ່ທີ່ປະເທດລາວ. ເວລານີ້ໃນເຂດອ້ອມແອ້ມນະຄອນຫຼວງວໍຊິງຕັນ ມີຄົນລາວອາໄສຢູ່ຫຼາຍໆພັນຄົນ.

ສ່ວນຍານາງສົມປະສົງ ດິດທະວົງ ແລະຄອບຄົວທີ່ອອກຈາກເມືອງລາວມາແຕ່ປີ 1976 ນັ້ນ ໄດ້ມາຢູ່ເມືອງໄທຊົ່ວໄລຍະນຶ່ງ ກ່ອນຈະຕົກມາເຖິງລັດວໍຊິງຕັນ ໃນພາກຕາເວັນຕົກສຽງເໜືອ ຂອງສະຫະລັດ ໃນທ້າຍປີ 1980. ຍານາງສົມປະສົງເວົ້າວ່າ ເວລາມາຮອດໃໝ່ໆນັ້ນ ທຸກໆຄົນຕ້ອງໄດ້ສູ້ຊົນກັບຊີວິດ ຊຶ່ງຍານາງໃຫ້ການອະທິບາຍສູ່ຟັງດັ່ງນີ້:

ລິງໂດຍກົງ


ເວລານີ້ ຍານາງສົມປະສົງ ເປັນທີ່ປຶກສານັກສຶກສາປີທີ 4 ແລະກໍຫົວໜ້າຂອງພວກນັກສຶກສາທີ່ເຂົ້າມາສະໝັກງານ ຢູ່ມະຫາວິທະຍາໄລວໍຊິງຕັນຫຼື U-Dub. ຍານາງເວົ້າວ່າ ເວລາທີ່ໄປຮອດນະຄອນຊີອາໂຕ້ໃໝ່ໆນັ້ນ ຄົນລາວໃນເຂດດັ່ງກ່າວ ມີຢູ່ປະມານ 10 ຄອບຄົວ ແຕ່ເວລານີ້ຍານາງເວົ້າວ່າ ມີຢູ່ປະມານສິບພັນກວ່າຄົນ ຮວມທັງຊາວເຜົ່າຂະມຸແລະຊາວມົ້ງ.

ສ່ວນທ່ານແສງສະເດັດ ສຸດທິວົງນໍຣາດ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ເມືອງແອລຈິນ ໃນລັດອິລລີນອຍ ໃນເຂດພາກກາງຕອນເໜືອ ຂອງສະຫະລັດ ໃນປີ 1979 ກ່າວວ່າ ເວລາທ່ານໄປຮອດ ຄົນລາວໃນເຂດຂອງທ່ານເວລານັ້ນ ກໍມີຫຼາຍສົມຄວນຢູ່ແລ້ວ.


ທ່ານລາວັນ ບົວແພງ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ນະຄອນແອັດແລນຕາ ລັດຈໍເຈຍ ທາງພາກຕາເວັນອອກສຽງໃຕ້ຂອງສະຫະລັດ ໃນທ້າຍປີ 1980 ນັ້ນ ກ່າວວ່າ ຊຸມຊົນລາວໃນເຂດໃກ້ຄຽງນະຄອນແອັດແລນຕາ ແມ່ນໄດ້ເຕີບໃຫຍ່ຂະຫຍາຍໂຕ. ທ່ານກ່າວກ່ຽວກັບເລື້ອງນີ້ວ່າ.

ລິງໂດຍກົງ


ທີ່ລັດນິວເມັກຊິໂກ ທາງພາກຕາເວັນຕົກສຽງໃຕ້ ຂອງສະຫະລັດ ບ່ອນທີ່ທ່ານສຸກສະຫວັດ ສຸຣະພົນ ໄດ້ເຂົ້າໄປຕັ້ງຖິ່ນຖານ ໃນຕົ້ນປີ 1980 ນັ້ນ ເວົ້າວ່າ ເຖິງແມ່ນຄົນລາວຊິມີຈຳນວນບໍ່ຫຼາຍ ຢູ່ລັດທີ່ທ່ານອາໄສຢູ່ ແຕ່ກໍມີຈຳນວນເພີ້ມຂຶ້ນ.

ລິງໂດຍກົງ


ປັດຈຸບັນນີ້ບໍ່ວ່າທ່ານຈະເດີນທາງໄປລັດໃດກໍຕາມຈະມີເຂົ້າໜຽວແລະອາຫານການແບບລາວໆໃຫ້ທ່ານໄດ້ກິນ ຊຶ່ງເປັນສິ່ງທີ່ຄາດບໍ່ເຖິງເມື່ອ 40 ກວ່າປີກ່ອນ. ເຖິງແມ່ນວ່າຄົນລາວຈະຢູ່ກັນຢ່າງກະຈັດກະຈາຍ ໄປທົ່ວທຸກໆລັດ ແຕ່ລັດທີ່ມີຄົນລາວຢູ່ຫຼາຍທີ່ສຸດ ແມ່ນລັດຄາລີຟໍເນຍ ຕິດຕາມດ້ວຍລັດເທັກຊັສ ແລະມິນເນໂຊຕ້າ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍງານການເຂົ້າມາຕັ້ງຖິ່ນຖານ ແລະຊີວິດການເປັນຢູ່ຂອງຄົນລາວອາເມຣິກັນ ໃນຫຼາຍໆລັດ. ເຮົາຈະກັບມາພົບກັບທ່ານອີກ ໃນລາຍການຊຸມຊົນລາວໃນທະວີບອາເມຣິກາ ໃນອາທິດໜ້າ ກະລຸນາຫາໂອກາດຕິດຮັບຟັງໃຫ້ໄດ້.

XS
SM
MD
LG