ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍາເອື້ອຍບຸນເຍີງ ລົມສູ່ຟັງ ກ່ຽວກັບ ຊີວິດການເປັນຢູ່ ໃນເມືອງສຕັອກຕັນ ລັດຄາລີຟໍເນຍ


ຮູບຍາເອື້ອຍບຸນເຍີງ ພິລາວົງ ພັນທະອາມາດ ທີ່ເມືອງສຕັອກຕັນ ໃນລັດຄາລີຟໍເນຍ.
ຮູບຍາເອື້ອຍບຸນເຍີງ ພິລາວົງ ພັນທະອາມາດ ທີ່ເມືອງສຕັອກຕັນ ໃນລັດຄາລີຟໍເນຍ.

ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຂອງວີ​ໂອ​ເອ ພາກພາສາລາວ ແລງແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບ ຄົນລາວຄອບຄົວນຶ່ງ ຢູ່ໃນເຂດເມືອງສຕັອກຕັນ (Stockton) ລັດຄາລີຟໍເນຍ. ໄພສານ ມີລາຍງານເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.


ກ່ອນຈະມາເຖິງສະຫະລັດນັ້ນ ຍາເອື້ອຍບຸນເຍີງ ພີລາວົງ ພັນທະອາມາດ ໄດ້ເລົ່າສູ່ຟັງເຖິງການເດີນທາງຂອງຍາເອື້ອຍແລະຄອບຄົວຈາກເມືອງທ່າແຂກ ໃນແຂວງຄຳມ່ວນ ສູ່ຟັງດັ່ງນີ້:

ລິງໂດຍກົງ
ອາຫານຂອງຮ້ານຕຳໝາກຫຸ່ງ
ອາຫານຂອງຮ້ານຕຳໝາກຫຸ່ງ


ຫຼັງຈາກນັ້ນ ຍາເອື້ອຍບຸນເຍີງ ຖືກຍ້າຍໄປຢູ່ສູນພະນັດນິຄົມເພື່ອຕຽມຕົວເດີນ ທາງມາສະຫະລັດ ແຕ່ຍາເອື້ອຍບຸນເຍີງ ແລະຄອບຄົວໄດ້ຢູ່ທີ່ນັ້ນ ເປັນເວລາສອງອາທິດ ຍາເອື້ອຍບຸນເຍີງກ່າວວ່າ:

ລິງໂດຍກົງ


ຍາເອື້ອຍບຸນເຍີງກ່າວວ່າ ຫຼັງຈາກນັ້ນໃນວັນທີ 22 ກໍລະກົດ 1980 ຍາເອື້ອຍ ກໍໄດ້ເດີນທາງໄປຮອດ ເມືອງນິວບັບຟາໂລ ໃນລັດມີຊິແກນ ສະຫະລັດອາເມຣິກາ ແຕ່ຍັງບໍ່ແມ່ນເມືອງສຕັອກຕັນເທື່ອ.

ລິງໂດຍກົງ


ເມື່ອໄປຮອດ ເມືອງສຕັອກຕັນແລ້ວ ຍາເອື້ອຍບຸນເຍີງກ່າວວ່າ ທາງຄອບຄົວຂອງຍາເອື້ອຍ ກໍໄດ້ເຂົ້າສະມາຄົມລ້ານຊ້າງ ຫຼັງຈາກນັ້ນ ກໍໄດ້ໄປຂໍແວລແຟແລະບັດຊື້ອາຫານ ໃນເວລາດຽວກັນ ກໍຟັງຄຳແນະນຳຈາກພວກທີ່ໄປຮອດກ່ອນ.

ລິງໂດຍກົງ

ລູກສາວຄົນນຶ່ງ ຂອງຈຳນວນທັງໝົດສາມສາວ ຂອງຍາເອື້ອຍບຸນເຍີງ
ລູກສາວຄົນນຶ່ງ ຂອງຈຳນວນທັງໝົດສາມສາວ ຂອງຍາເອື້ອຍບຸນເຍີງ

ຍາເອື້ອຍບຸນເຍີງກ່າວວ່າ ຍາເອື້ອຍແລະສາມີ ທ່ານສຸຂະເສີມ ພັນທະອາມາດໄດ້ພາກັນຮຽນຈົບໃນປີ 1988. ຫຼັງຈາກຮຽນຈົບແລ້ວ ສາມີຂອງເພິ່ນກໍໄປເຮັດວຽກເປັນຊ່າງຈອດ. ສ່ວນຍາເອື້ອຍບຸນເຍີງນັ້ນ ເພິ່ນເວົ້າສູ່ຟັງວ່າ:

ລິງໂດຍກົງ

ຍາເອື້ອຍບຸນເຍີງເວົ້າ ການເຮັດວຽກຂາຍປີ້ເຮືອບິນນັ້ນ ຍັງບໍ່ພຽງພໍ ເພິີ່ນຈຶ່ງໄດ້ໄປຂາຍເຄື່ອງໃນງານບຸນມົ້ງ ແລະຢູ່ສວນສາທາລະນະບ່ອນທີ່ຄົນເອເຊຍມັກໄປ
ໂຮມຊຸມນຸມກັນ. ຍາເອື້ອຍກ່າວກ່ຽວກັບເລື້ອງນີ້ວ່າ:

ລິງໂດຍກົງ

ຍາເອື້ອຍບຸນເຍີງ ກັບຫຼານນ້ອຍ
ຍາເອື້ອຍບຸນເຍີງ ກັບຫຼານນ້ອຍ

ທຸລະກິດຂອງບໍລິສັດຂາຍຕຳໝາກຮຸ່ງຂອງຍາເອື້ອຍບຸນເຍີງໄດ້ດຳເນີນມາດ້ວຍດີ ນັບແຕ່ປີ 2003 ເປັນຕົ້ນມາ ເຖິງແມ່ນວ່າປີນີ້ ໄດ້ເກີດພະຍາດໂຄວິດ-19, ການຂາຍຕຳໝາກຮຸ່ງກໍໄດ້ປັບປຸງ ໂດຍມີການສັ່ງທາງອອນລາຍ ສຳລັບການຂາຍຢູ່ຕາມບຸນຕ່າງໆນັ້ນ ຍາເອື້ອຍບຸນເຍີງກ່າວວ່າ ໃນແຕ່ລະຄືນໄດ້ປະມານ 7 ພັນໂດລາ ຫັກນັ້ນຫັກນີ້ແລ້ວ ເຫຼືອຢູ່ປະມານ 3 ພັນປາຍເພາະບໍລິສັດຂອງຍາເອື້ອຍບຸນເຍີງຈ້າງຄົນງານຢູ່ 5 ຄົນ. ຢູ່ເມືອງສຕັອກຕັນນັ້ນ ຍາເອື້ອຍບຸນເຍີງກ່າວວ່າ ບໍ່ມີໂຮງຈັກໂຮງງານຫຼາຍປານໃດ:

ລິງໂດຍກົງ


ກ່ຽວກັບເລື້ອງວັດເລື້ອງວານັ້ນ ຍາເອື້ອຍບຸນເຍີງກ່າວວ່າ ເນື່ອງຈາກໃນເຂດນີ້ ມີຄົນເອເຊຍຢູ່ຫຼາຍ ດັ່ງນັ້ນວັດກໍມີຫຼາຍເປັນທຳມະດາ ຊຶ່ງຍາເອື້ອຍບຸນເຍີງເລົ່າ
ສູ່ຟັງວ່າ:

ລິງໂດຍກົງ


ສຳລັບຈຸດເດັ່ນຫຼືລັກສະນະພິເສດຂອງເມືອງສຕັອກຕັນນັ້ນ ຍາເອື້ອຍບຸນເຍີງກ່າວວ່າ ແມ່ນດິນຟ້າອາກາດ ທີ່ຄ້າຍຄືກັນກັບເມືອງລາວ.

ລິງໂດຍກົງ


ທ້າຍສຸດ ຍາເອື້ອຍບຸນເຍີງ ຂໍຝາກຄວາມຄິດຮອດຄິດເຖິງໄປຫາພີ່ນ້ອງທີ່ຢູ່ທາງເມືອງລາວ ຊຶ່ງຍາເອື້ອຍກ່າວກ່ຽວກັບເລື້ອງນີ້ວ່າ:

ລິງໂດຍກົງ
ຍາເອື້ອຍບຸນເຍີງ ພັນທະອາມາດ ແລະເພື່ອນໆ
ຍາເອື້ອຍບຸນເຍີງ ພັນທະອາມາດ ແລະເພື່ອນໆ


ຢູ່ໃນເຂດເມືອງສຕັອກຕັນ ມີສະມາຄົມຕ່າງໆຫຼາຍເຖິງ 18 ສະມາຄົມ ແລະເມືອງດັ່ງກ່າວ ຍັງຕັ້ງຢູ່ໃກ້ຫຼາຍໆເມືອງທີ່ມີຄົນອາເມຣິກັນເຊື້ອສາຍລາວ ເຊື້ອສາຍມົ້ງ ແລະເຊື້ອຊາຍເອເຊຍອື່ນໆ ເປັນຈຳນວນຫຼວງຫຼາຍ ຮວມທັງຊາກຣາເມັນໂຕ ໂມແດັສໂຕ ແລະແຟຣັສໂນ,

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ໃນ ເຂດເມືອງ ສຕັອກຕັນ (Stockton) ໃນລັດຄາລີຟໍເນຍ. ເຊີນພົບກັບລາຍການຊຸມຊົນລາວຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG