ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ລົມກັບ ທ່ານພົງເພັດ ແລະຍານາງໄລທອງ ຈາກຊຸມຊົນລາວ ເຂດເມືອງສເມີນາ ລັດເທັນເນັສຊີ


ທ່ານພົງເພັດ ແລະຍານາງໄລທອງ ສີສຸພັນ ຈາກເຂດເມືອງສເມີນາ ລັດເທັນເນັສຊີ ສະຫະລັດອາເມຣິກາ.
ທ່ານພົງເພັດ ແລະຍານາງໄລທອງ ສີສຸພັນ ຈາກເຂດເມືອງສເມີນາ ລັດເທັນເນັສຊີ ສະຫະລັດອາເມຣິກາ.

ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີ​ໂອ​ເອ ພາກພາສາລາວ ທີ່ຈະນຳເອົາຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວ ຕາມເມືອງແລະລັດຕ່າງໆ ໃນທົ່ວທະວີບອາເມຣິກາມາລົມສູ່ທ່ານຟັງ ຊຶ່ງໃນແລງແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບ ຄົນລາວຄອບຄົວນຶ່ງ ຢູ່ໃນເມືອງສເມີນາ (Smyrna) ລັດເທັນເນັສຊີ ສະຫະລັດອາເມຣິກາແລະ ໄພສານ ຈະນຳເອົາການໂອ້ລົມກັບຄອບຄົວນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ


ທ່ານພົງເພັດ ສີສຸພັນ ເປັນຄົນມາຈາກບ້ານໜອງລີ ເຂດລ່ອງເຊບັ້ງໄຟ ຊຶ່ງໃນປີ 1984 ທ່ານໄດ້ເດີນທາງອອກຈາກເມືອງລາວ ໄປຢູ່ສູນນາໂພ ໃນປະເທດໄທ ຈົນຮອດປີ 1990 ຈຶ່ງໄດ້ມີໂອກາດເຂົ້າມາຕັ້ງຖິ່ນຖານໃໝ່ ຢູ່ລັດເວີຈີເນຍສະຫະລັດອາເມຣິກາ. ທ່ານພົງເພັດເວົ້າວ່າ ຫລັງຈາກນັ້ນບໍ່ດົນ ທ່ານກໍໄດ້ຕັດ ສິນໃຈຍົກຍ້າຍໄປຢູ່ເມືອງແນສວິລໃນລັດເທັນເນັສຊີ​. ທ່ານກ່າວກ່ຽວກັບເລື້ອງວຽກການທີ່ນັ້ນສູ່ຟັງວ່າ.

please wait

No media source currently available

0:00 0:00:12 0:00
ລິງໂດຍກົງ


ທ່ານພົງເພັດ ໄດ້ເຂົ້າມາຢູ່ເມືອງ Smyrna ໃນປີໃດ? ຢາກໃຫ້ທ່ານລົມສູ່ຟັງກ່ຽວກັບເລື້ອງນີ້?

please wait

No media source currently available

0:00 0:00:09 0:00
ລິງໂດຍກົງ


ທ່ານພົງເພັດ ສ້າງຄອບຄົວໃນປີໃດ? ແລະປັດຈຸບັນມີລູກມີເຕົ້າຈັກຄົນແລ້ວ?

please wait

No media source currently available

0:00 0:00:05 0:00
ລິງໂດຍກົງ


ຍານາງໄລທອງກ່ອນຈະມາພໍ້ກັບທ່ານພົງເພັດ ຍານາງເຂົ້າມາສະຫະລັດ ໃນປີໃດ ເປັນຄົນມາຈາກເຂດໃດຂອງລາວ ແລະເຮັດຈັ່ງໃດຈຶ່ງໄດ້ມາຕົກຢູ່ເມືອງ Smyrna?

please wait

No media source currently available

0:00 0:00:34 0:00
ລິງໂດຍກົງ


ປັດຈຸບັນນີ້ ຍານາງໄລທອງ ເຮັດລ້າເຮັດການຢູ່ໃສ ຢາກໃຫ້ເວົ້າສູ່ຟັງກ່ຽວກັບເລື້ອງນີ້.

please wait

No media source currently available

0:00 0:01:03 0:00
ລິງໂດຍກົງ


ທ່ານພົງເພັດ ປັດຈຸບັນນີ້ ເຮັດວຽກເຮັດການຫຍັງ? ຢາກໃຫ້ທ່ານເວົ້າສູ່ຟັງເລື້ອງວຽກເລື້ອງການທ່ານ?

please wait

No media source currently available

0:00 0:00:55 0:00
ລິງໂດຍກົງ


ເລື້ອງຄ່າຈ້າງແຮງງານ ເງິນດ້າມເງິນເດືອນເດ ເປັນຈັ່ງໃດ ທ່ານພົງເພັດພໍຊິເວົ້າສູ່ຟັງໄດ້ບໍ?

please wait

No media source currently available

0:00 0:00:38 0:00
ລິງໂດຍກົງ


ເມືອງ Smyrna ມີຄົນລາວຢູ່ຫຼາຍບໍ? ສ່ວນໃຫຍ່ເຂົາເຈົ້າເຮັດວຽກຫຍັງ?

please wait

No media source currently available

0:00 0:00:47 0:00
ລິງໂດຍກົງ

ຢາກຮູ້ວ່າ ໃນລະຫວ່າງທີ່ເກີດໂຄວິດ-19 ນີ້ ບໍລິສັດນິສສັນ ທີ່ທ່ານເຮັດວຽກຢູ່ນັ້ນ ເຂົາເຈົ້າເຮັດຈັ່ງໃດນໍ?

please wait

No media source currently available

0:00 0:00:30 0:00
ລິງໂດຍກົງ


ໃນເຂດນີ້ກໍມີວັດລາວ (ພຸທສາສນາ) ຢູ່ບໍ? ເລື້ອງເຮັດບຸນຕ່າງໆກໍມີຢູ່ບໍ ຢາກໃຫ້ພວກທ່ານເວົ້າເລື້ອງນີ້ສູ່ຟັງແດ່?

please wait

No media source currently available

0:00 0:01:09 0:00
ລິງໂດຍກົງ

ຢາກໃຫ້ຍານາງໄລທອງ ເວົ້າສູ່ຟັງກ່ຽວກັບຄວາມເປັນຕາໜ້າຢູ່ຂອງເມືອງ Smyrna ມີຄືແນວໃດແດ່? ແລະເປັນຫຍັງພວກທ່ານ ຈຶ່ງໄດ້ຕັດສິນໃຈ ຕັ້ງຫຼັກຕັ້ງແຫຼ່ງຢູ່ທີ່ນີ້?

please wait

No media source currently available

0:00 0:00:36 0:00
ລິງໂດຍກົງ


ສຸດທ້າຍ ພວກທ່ານມີຫຍັງອີກທີ່ຢາກຈະລົມສູ່ພວກພໍ່ແມ່ພີ່ນ້ອງແລະທ່ານຜູ້ຟັງທີ່ຢູ່ທາງເມືອງລາວຟັງຕື່ມ?

please wait

No media source currently available

0:00 0:00:51 0:00
ລິງໂດຍກົງ

ທ່ານພົງເພັດເວົ້າວ່າ ເມືອງສເມີນາເປັນເຂດນຶ່ງທີ່ມີຄົນລາວອາໄສຢູ່ເປັນຈຳນວນຫຼວງຫຼາຍ ແລະນອກນັ້ນ ກໍຍັງມີຫຼາຍຊົນຊາດຊົນເຜົ່າອາໄສຢູ່ຮ່ວມກັນ ແຕ່ທຸກຄົນກໍຢູ່ຮ່ວມກັນແບບສັນຕິຈຶ່ງບໍ່ມີຄວາມວຸ້ນວາຍເກີດຂຶ້ນ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ການໂອ້ລົມກັບຄອບຄົວຄົນລາວ ໃນເຂດເມືອງສເມີນາ ລັດເທັນເນັສຊີ. ເຊີນພົບກັບລາຍການຊຸມຊົນລາວ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG