ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄອບຄົວ ຍານາງສົມປະສົງ ດິດທະວົງ ເຂົ້າໄປຕັ້ງຖິ່ນຖານ ຢູ່ຊີອາໂຕ້ ໃນທ້າຍຊຸມປີ 1970


ຍານາງສົມປະສົງ ດິດທະວົງ ຊຶ່ງເປັນທີ່ປຶກສາ ພວກນັກສຶກສາປີທີ 4 ຢູ່ມະຫາວິທະຍາໄລ ແຫ່ງລັດວໍຊິງຕັນ ຫຼື University of Washington ທີ່ນະຄອນຊີອາໂຕ້.
ຍານາງສົມປະສົງ ດິດທະວົງ ຊຶ່ງເປັນທີ່ປຶກສາ ພວກນັກສຶກສາປີທີ 4 ຢູ່ມະຫາວິທະຍາໄລ ແຫ່ງລັດວໍຊິງຕັນ ຫຼື University of Washington ທີ່ນະຄອນຊີອາໂຕ້.

​ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີ​ໂອ​ເອພາກພາສາລາວ ທີ່ຈະນຳເອົາ ຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວຕາມເມືອງແລະລັດຕ່າງໆໃນທົ່ວທະວີບອາເມຣິກາມາລົມສູ່ທ່ານຟັງ ຊຶ່ງໃນແລງແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບ ຄົນລາວອາເມຣິກັນຄອບຄົວນຶ່ງ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນນະຄອນຊີອາໂຕ້ ລັດວໍຊິງຕັນ ສະຫະລັດອາເມຣິກາ. ໄພສານ ມີລາຍງານເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.


ໃນລາຍການຊຸມຊົນລາວໃນທະວີບອາເມຣິກາຂອງເຮົາແລງມື້ນີ້ ຈະພາທ່ານໄປພໍ້ກັບຍານາງສົມປະສົງ ດິດທະວົງທີ່ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ນະຄອນຊີອາໂຕ້ ລັດວໍຊິງຕັນ ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດ. ລັດນີ້ຖືກຮັບເຂົ້າເປັນລັດທີ 42 ຂອງສະຫະລັດ ໃນປີ 1889 ຊຶ່ງມີອານາເຂດທາງເໜືອ ຕິດກັບແຂວງບຣິສຕິສ ໂຄລັມເບຍຂອງການາດາ ທາງພາກຕາເວັນອອກຕິດກັບລັດໄອດາໂຮ ທາງໃຕ້ຕິດກັບລັດອໍເຣກອນແລະທາງພາກຕາເວັນ ຕົກຕິດກັບມະຫາສະໝຸດປາຊີຟິກ. ນະຄອນຊີອາໂຕ້ ມີປະຊາກອນ ປະມານ 755,000 ຄົນອີງຕາມການສໍາຫຼວດໃນປີ 2018​ ເປັນຫົວເມືອງໃຫຍ່ສຸດທັງຢູ່ໃນລັດວໍຊິງຕັນ ແລະໃນເຂດພາກຕາເວັນຕົກສຽງເໜືອທີ່ຕິດກັບປາຊີຟິກຂອງສະຫະລັດ. ນະຄອນຊີອາໂຕ້ເປັນເມືອງທີ່ມັກມີຝົນຕົກຊຶ່ງເປັນທີ່ຖືກໃຈຂອງຄົນລາວໃນຈຳນວນບໍ່ນ້ອຍ.

ຍານາງສົມປະສົງ ແລະຄອບຄົວ ກ່ອນຈະຕົກມາຮອດນະຄອນຊີອາໂຕ້ ກໍໄດ້ຜ່ານປະສົບພະການຫຼາຍຢ່າງໃນການເປັນອົບພະຍົບຢູ່ປະເທດໄທ ຊຶ່ງຍານາງກ່າວກ່ຽວກັບເລື້ອງນີ້ວ່າ.

ລິງໂດຍກົງ


ຍານາງສົມປະສົງເວົ້າວ່າ ນາງແລະສາມີໄດ້ຢູ່ກັບຜູ້ທີ່ໄປປະກັນໂຕມາ ເປັນເວລາປີປາຍຈົນເທົ່າພວກທີ່ເພິ່ນໄປຢູ່ນຳເຂົ້າສູນ ແຕ່ຍານາງກ່າວວ່າ ເວລານັ້ນຢູ່ໄທ ກໍຍັງຫາລ້າຫາການບໍ່ຍາກປານໃດ ຈົນເທົ່າຕໍ່ມາທາງການໄທເລີ້ມເຂັ້ມງວດຫຼາຍຂຶ້ນ ຈຶ່ງໄດ້ຕັດສິນໃຈເຂົ້າສູນ.

ລິງໂດຍກົງ


ເປັນດ້ວຍເຫດໃດຈຶ່ງໄດ້ເຂົ້າໄປຢູ່ນະຄອນຊີອາໂຕ້ ຍານາງສົມປະສົງກ່າວວ່າ ມີຫຼາຍຂັ້ນຫຼາຍຕອນ ກ່ອນຈະໄດ້ເຂົ້າໄປຢູ່ໃນນະຄອນດັ່ງກ່າວ ຊຶ່ງຍານາງເລົ່າສູ່ຟັງດັ່ງນີ້.

ລິງໂດຍກົງ


ຫຼັງຈາກໄດ້ວຽກ ຢູ່ຊີອາໂຕ້ແລ້ວ ຜົວຂອງເພິ່ນກໍໄດ້ວຽກຊົ່ວຄາວ ເປັນຄົນເຮັດສວນອີກເພາະວ່າໃນປີ 1981 ນັ້ນ ການຫາວຽກຫາການ ຢູ່ລັດວໍຊັງຕັນແມ່ນຍາກຫຼາຍ ແຕ່ເມື່ອຮອດ 3 ເດືອນແລ້ວ ຈຶ່ງໄປຂໍໃຫ້ເພິ່ນຕໍ່ວຽກຕື່ມ ແລະເລົ່າເລື້ອງສູ່ເຂົາເຈົ້າຟັງວ່າ ມີລູກ 2 ຄົນ ແລະເມຍກໍບໍ່ໄດ້ເຮັດການ. ຍານາງເວົ້າວ່າ ເພິ່ນກໍເລີຍອີ່ຕົນ ເລີຍໃຫ້ຜົວຂອງຍານາງ ເຮັດວຽກຕໍ່ ແລະຂຶ້ນເງິນເດືອນຕື່ມເປັນ 2 ເທົ່າຈາກ 4 ໂດລາເປັນ 8 ໂດລາໃນເວລານັ້ນ. ແລະຄອບຄົວຂອງຍານາງກໍໄດ້ຢູ່ທີ່ຊີອາໂຕ້ຕັ້ງແຕ່ນັ້ນມາ. ກ່ຽວກັບເລື້ອງວຽກເລື້ອງການນັ້ນ ຍານາງສົມປະສົງກ່າວວ່າ:

ລິງໂດຍກົງ
ຍານາງສົມປະສົງ ດິດທະວົງ ແລະລູກສາວ ຂອງຍານາງປະທຸມວອນ ພິມບຸບຜາ ທີ່ຮຽນຈົບ
ຍານາງສົມປະສົງ ດິດທະວົງ ແລະລູກສາວ ຂອງຍານາງປະທຸມວອນ ພິມບຸບຜາ ທີ່ຮຽນຈົບ

ສຳລັບຄວາມກ້າວໜ້າໃນເລື້ອງວຽກການ ແມ່ນມີມາເປັນຂັ້ນໆ ຊຶ່ງຍານາງສົມປະສົງ ກ່າວວ່າ:

ລິງໂດຍກົງ


ຍານາງສົມປະສົງລົມສູ່ຟັງວ່າ ຕອນທຳອິດທີ່ຍານາງຍ້າຍເຂົ້າໄປເຮັດວຽກ ຢູ່ມະຫາ ວິທະຍາໄລ ກໍເຮັດວຽກນຳ Data Processing ຊຶ່ງຍານາງກ່າວກ່ຽວກັບເລື້ອງນີ້ວ່າ:

ລິງໂດຍກົງ


ຍານາງສົມປະສົງລົມສູ່ຟັງກ່ຽວກັບໜ້າທີ່ວຽກການຂອງຍານາງ ໃນປັດຈຸບັນນີ້ນີ້ວ່າ:

ລິງໂດຍກົງ

ກ່ຽວກັບເລື້ອງວຽກການໂດຍທົ່ວໄປນັ້ນ ຍານາງສົມປະສົງກ່າວວ່າຄົນລາວສ່ວນຫຼາຍແມ່ນເຮັດການເປັນຜູ້ປະກອບອີເລັກໂຕຣນິກ ຫຍິບເຄື່ອງ ແລະໂຮງແຮມ.

ລິງໂດຍກົງ


ໃນເລື້ອງສາສະໜານັ້ນ ຍານາງສົມປະສົງກ່າວວ່າ ຍານາງເປັນຄົນກາໂຕລິກ ແຕ່ຍານາງກໍລົມສູ່ຟັງດັ່ງນີ້.

ລິງໂດຍກົງ


ຍານາງສົມປະສົງ ດິດທະວົງ ກ່າວວ່າ ຕອນມາຮອດໃໝ່ນັ້ນຄົນລາວຢູ່ນະຄອນຊີອາໂຕ້ ມີຢູ່ປະມານ 10 ຄອບຄົວ ແຕ່ໃນເວລານີ້ ມີຊຸມຊົນລາວທີ່ຮວມທັງຊົນ ເຜົ່າຂະມຸ ແລະເຜົ່າມົ້ງ ອາໄສຢູ່ຫຼາຍກວ່າ 10,000 ຄົນ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ລາຍ​ການຊຸມຊົນລາວ ໃນນະຄອນຊີອາໂຕ້ ລັດວໍຊິງຕັນ ສະຫະລັດອາເມຣິກາ. ເຊີນພົບກັບລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG