ການລະບາດຂອງໂຄວິດ-19 ຢູ່ນະຄອນ Seattle ໃນລັດວໍຊິງຕັນ ແມ່ນເລີ້ມທີ່ເມືອງເຄີກແລນ ໃນເຂດຄິງຄາວຕີ້. ຍານາງປະທຸມວອນ ພິມບຸບຜາ ທີ່ອາໄສຢູ່ໃນເຂດດັ່ງກ່າວ ລົມສູ່ວີໂອເອ ພະແນກພາສາລາວຟັງ ກ່ຽວກັບເລື້ອງນີ້ວ່າ:
ຍານາງປະທຸມວອນ ເວົ້າວ່າ ຫຼັງຈາກເກີດການລະບາດແລ້ວ ຊີວິດການເປັນຢູ່ຂອງຜູ້ຄົນໃນເຂດດັ່ງກ່າວກໍໄດ້ມີການປ່ຽນແປງໄປ. ທາງຄອບຄົວຂອງຍານາງອາທິດນຶ່ງຈຶ່ງພາກັນອອກໄປຕະຫຼາດເທື່ອນຶ່ງຫາຊື້ແຕ່ສິ່ງຂອງທີ່ຈຳເປັນເທົ່ານັ້ນ. ສຳລັບຮ້ານອາຫານຕ່າງໆນັ້ນ ຍານາງປະທຸມວອນເວົ້າວ່າ ເປີດຢູ່ ແຕ່ໃຫ້ແຄຣີເອົ້າ ຫຼືຖືເມືອກິນບ້ານໄດ້ ຈະບໍ່ໃຫ້ນັ່ງກິນຢູ່ທີ່ນັ້ນ. ຕໍ່ຄຳຖາມທີ່ວ່າ ຍານາງໄດ້ຍິນຂ່າວຫຍັງກ່ຽວກັບຄົນລາວຕິດພະຍາດດັ່ງກ່າວນີ້ບໍ ຍານາງປະທຸມວອນໃຫ້ຄຳຕອບວ່າ.
ນະຄອນ Seattle ເປັນເຂດນຶ່ງທີ່ມີຊຸມຊົນລາວອາໄສຢູ່ຫຼາຍເປັນພິເສດຍ້ອນມີຝົນຕົກຫຼາຍຄ້າຍຄືກັບເມືອງລາວ. ອີງຕາມໂຕເລກຂອງຄິງຄາວຕີ້ແລ້ວ ເວລານີ້ ມີຜູູ້ຕິດເຊື້ອຢູ່ປະມານ 4,400 ກວ່າ ຄົນ ແລະມີຜູ້ເສຍຊີວິດໄປແລ້ວ 292 ຄົນ.