ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ວັດລາວ ຣັດຕະນະຣັງສີຍາຣາມ ທີ່ເມືອງ ໂປຊາດາສ ແຂວງມີໂຊເນສ ອາເຈັນຕິນາ


ຄະນະອາຈານ ແລະອອກຕົນຍາດໂຍມ ທີ່ວັດລາວ ຣັດຕະນະຣັງສິີຍາຣາມ ແກ້ວສະຫວ່າງ ເມືອງໂປຊາດາສ ແຂວງມິນໂຊເນສ ປະເທດອາເຈັນຕິນາ (ພາບໂດຍພະອາຈານສົມສັກ ອິນທະວິໄລ)
ຄະນະອາຈານ ແລະອອກຕົນຍາດໂຍມ ທີ່ວັດລາວ ຣັດຕະນະຣັງສິີຍາຣາມ ແກ້ວສະຫວ່າງ ເມືອງໂປຊາດາສ ແຂວງມິນໂຊເນສ ປະເທດອາເຈັນຕິນາ (ພາບໂດຍພະອາຈານສົມສັກ ອິນທະວິໄລ)

ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອແລງວັນພະຫັດມື້ນີ້ ໄພສານຈະ
ນຳເອົາການໂອ້ລົມກັບພະອາຈານສົມສັກ ອິນທະວິໄລ ກ່ຽວກັບການສ້າງວັດ ແລະຊຸມ
ຊົນລາວ ທີ່ເມືອງໂປຊາດາສ ໃນແຂວງມິໂຊເນສ ປະເທດອາເຈັນຕິມາ ພ້ອມກັບຊຸມຊົນ
ລາວໃນເຂດອ້ອມແອ້ມ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນອກຈາກ ສະຫະລັດແລ້ວ ກໍຍັງມີອີກຫຼາຍໆປະເທດ ເຊັ່ນຝຣັ່ງ ການາດາ ແລະ ອອສ-
ເຕຣເລຍ ຮັບເອົາພວກອົບພະຍົບລາວ ທີ່ພາກັນຫຼົບໜີຈາກປະເທດໃນປີ 1975 ແລະ
ນອກນັ້ນ ກໍຍັງມີອີກຫຼາຍໆປະເທດ ທີ່ຄົນລາວ ບໍ່ເຄີຍໄດ້ຍິນຊື່ມາກ່ອນ ກໍໄດ້ອ້າແຂນ
ຕ້ອນຮັບອົບພະຍົບລາວ ແລະນຶ່ງໃນນັ້ນ ກໍແມ່ນປະເທດອາເຈັນຕີນາ.

ວັດລາວ ທີ່ເມືອງໂປຊາດາສ ແຂວງມິໂຊເນສ ປະເທດອາເຈັນຕິນາ
ວັດລາວ ທີ່ເມືອງໂປຊາດາສ ແຂວງມິໂຊເນສ ປະເທດອາເຈັນຕິນາ

​ຊາວລາວແມ່ນສ່ວນນຶ່ງຂອງອົບພະຍົບອິນໂດຈີນເກືອບ 300 ຄອບຄົວທີ່ອາເຈັນຕິນາ
ໄດ້ຮັບເອົາ ແລະອີງຕາມການບອກເລົ່າຂອງອົບພະຍົບຄົນນຶ່ງແລ້ວ ຊາວລາວໄດ້ເລີ້ມ
ທະຍອຍໄປເຖິງ ນະຄອນຫຼວງບູແອນົສ ແອເຣັສ ໃນເດືອນມັງກອນປີ 1980 ແລະ 2
ອາທິດຫຼັງຈາກນັ້ນ ຊາວລາວສ່ວນນຶ່ງກໍໄດ້ຖືກສົ່ງ ໄປເມືອງໂປຊາດາສ ໃນແຂວງມີໂຊ
ເນັສ ຊຶ່ງເປັນແຂວງ ທີ່ມີຊາຍແດນ ຕິດກັບປະເທດປາຣາໄກວ ແລະບຣາຊີລ.

ນັບແຕ່ມື້ນັ້ນມາຫາມື້ນີ້ ຊຸມຊົນລາວໃນເຂດເມືອງໂປຊາດາສ ກໍໄດ້ເຕີບໃຫຍ່ຂະຫຍາຍ
ໂຕ ຄົນລາວສ່ວນຫຼວງຫຼາຍກໍໄດ້ປັບໂຕເຂົ້າກັບການປ່ຽນແປງ ແລະສິ່ງທີ່ສຳຄັນສຸດ ກໍ
ຄືມີການສ້າງວັດລາວຢູ່ທີ່ນັ້ນ ຊຶ່ງພະອາຈານ ສົມສັກ ອິນທະວິໄລ ເລົ່າເລື້ອງນີ້ສູ່ຟັງວ່າ:

ພະອາຈານສົມສັກ ຍັງໄດ້ເວົ້າສູ່ຟັງເຖິງຄວາມກວ້າງໃຫຍ່ ຂອງວັດລາວທີ່ເມືອງໂປຊາ
ດາສ ແລະໂຄງການໃນອະນາຄົດ ຂອງທາງວັດລາວ ຊຶ່ງພະອາຈານສົມສັກກ່າວ ກ່ຽວ
ກັບເລື້ອງນີ້ຕື່ມວ່າ:

ທີ່ທ່ານຫາກໍໄດ້ຮັບຟັງ ຈົບລົງໄປນັ້ນ ແມ່ນການສຳພາດ ພະອາຈານສົມສັກ ອິນທະວິໄລ
ທີ່ໄດ້ມາລົມສູ່ຟັງ ກ່ຽວກັບການສ້າງວັດລາວ ໃນເມືອງໂປຊາດາສ ລັດມິໂຊເນສ ປະເທດ
ອາເຈັນຕິນາ. ໃນໂອກາດໜ້າ ເຮົາຈະນຳເອົາ ຊີວິດຊາວລາວ ຢູ່ອາເຈັນຕິນາ ແລະຢູ່ປະ
ເທດອື່ນໆ ມາສະເໜີທ່ານອີກ ຢ່າລືມຕິດຕາມລາຍການຊາວລາວໃນຕ່າງແດນຂອງເຮົາ
ໄດ້ ໃນທຸກວັນພະຫັດ ເວລາດຽວກັນນີ້.

Wat Lao Rattanarangsyaram
please wait

No media source currently available

0:00 0:03:21 0:00

ສຳລັບຜູ້ທີ່ສົນໃຈ ຢາກຕິດຕໍ່ຫາວັດລາວ ທີ່ເມືອງໂປຊາດາສ ແຂວງມິໂຊເນສນັ້ນ ກະລຸ
ນາ ຄລິກລິງຄ໌ ຢູ່ຂ້າງລຸ່ມນີ້:

https://www.facebook.com/watlaosposadas.rattanarangsiyaramkeosawang.5?fb_dtsg_ag=AdxoDTFNgR3GvsF9ksouI9nhtHTF_PlyC6MR8R7f6aLAqw%3AAdzT72mdnzDwNUhGJrgprnwiYUHZ-M4EG0-ZpWdVxsIFUA

XS
SM
MD
LG