ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊຸມ​ຊົນ​ລາວ ໃນ​​ພາກ​ເໜືອ ລັດ​ເວີ​ຈີ​ເນຍ ຍັງ​ຮັກ​ສາ ຄວາມເປັນ ເອກກະລັກ ຂອງ​ຕົນໄວ້


Wat Lao Buddhavong, in Washington Area
please wait

No media source currently available

0:00 0:02:24 0:00

​ວັດ​ລາວ​ພຸດ​ທະ​ວົງ ໃນ​ເຂດ​ພາກ​ເໜືອ ລັດ​ເວີ​ຈີ​ເນຍ ຊຶ່ງ​ເປັນ​ຊານ​ເມືອງ ຂອງ​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ.

ໃນ​ລາຍ​ການພິ​ເສດຂອງ​ວີ​ໂອ​ເອພາກ​ພາ​ສາ​ລາວແລງມື້ນີ້ ພວກເຮົາ​ຈະ​ພາ​ທ່ານ ​ໄປ​ຮູ້
​ຈັກກັບ​ປະ​ຊາ​ຄົມ​ລາວ ໃນ​ເຂດ​ພາກເໜືອລັດເວີຈີເນຍ ຊຶ່ງ​ເປັນສ່ວນນຶ່ງຂອງເຂດຊານ
ເມືອງນະຄອນຫຼວງວໍຊິງຕັນ ທີ່ມີຄົນລາວ ເຂົ້າມາອາໄສຢູ່ ເປັນແຫ່ງທຳອິດ ໃນທະວີບ
​ອາ​ເມຣິ​ກາ. ໄພ​ສານມີ​ລາຍ​ງານ​ເລື້ອງນີ້ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ນັບແຕ່ລາວ ແລະສະຫະລັດໄດ້ສ້າງຕັ້ງສາຍພົວພັນ ທາງດ້ານການທູດ ລະຫວ່າງກັນ
ໃນຊຸມປີິ 1950 ແລ້ວ ກໍເລີ້ມມີການສົ່ງເຈົ້າໜ້າທີ່ການທູດຂອງລາວມາປະຈຳການ ຢູ່
ທີ່ນະຄອນຫຼວງວໍຊິງຕັນ ແຕ່ການທີ່ມີຄົນລາວເຂົ້າມາອາໄສຢູ່ໃນເຂດພາກເໜືອຂອງ
ລັດເວີຈີເນຍໃນເວລາໃດແທ້ນັ້ນ ແມ່ນຍັງບໍ່ເປັນທີ່ຈະແຈ້ງ ແຕ່ແນວໃດກໍຕາມໃນກາງ
ປີ 1975 ປາກົດວ່າ ມີພວກນັກການທູດລາວ ຄູສອນພາສາລາວ ພ້ອມ​ທັງພະນັກງານ
ວິທະຍຸສຽງອາເມຣິກາ ແລະ ຄົນລາວຈຳນວນນຶ່ງ ໄດ້ເຂົ້າມາອາໄສ ຢູ່ໃນເຂດດັ່ງກ່າວ
ນີ້ແລ້ວ.

ນອກນັ້ນປີ 1975 ຍັງເປັນປີທີ່ສະຫະລັດ ເລີ້ມຮັບເອົາອົບພະຍົບຈາກອິນໂດຈີນແລະ
ການຫຼັ່ງໄຫຼເຂົ້າມາຂອງພວກອົບພະຍົບເຮັດໃຫ້ໂສມໜ້າຂອງພາກເໜືອລັດເວີຈີເນຍ
ແລະເຂດນະຄອນຫຼວງວໍຊິງຕັນ ມີການປ່ຽນແປງຢ່າງໃຫຍ່ຫຼວງ ສ່ວນການເຂົ້າມາຕັ້ງ
ຖິ່ນຖານຂອງຊາວລາວຈຸທຳອິດ ໃນເຂດດັ່ງກ່າວ ແມ່ນເລີ້ມຂຶ້ນໃນປີຕໍ່ມາ.

ດຣ​. ພ​ຣະ​ມະ​ຫາ​ອາ​ຈານ​ຈັນ​ດາ​ພອນ ຈັກ​ກະ​ວາ​ໂຣ ຮອງ​ເຈົ້າ​ອາວາດ ວັດ​ລາວ​ພຸດ​ທະ​ວົງ ເຂດ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ
ດຣ​. ພ​ຣະ​ມະ​ຫາ​ອາ​ຈານ​ຈັນ​ດາ​ພອນ ຈັກ​ກະ​ວາ​ໂຣ ຮອງ​ເຈົ້າ​ອາວາດ ວັດ​ລາວ​ພຸດ​ທະ​ວົງ ເຂດ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ

ບໍ່​ວ່​າ​ຄົນ​ລາວ​ຈະ​ໄປ​ຕົກ​ຢູ່​ໃສ ເພື່ອ​ຮັກ​ສາ​ໄວ້ຊຶ່ງຄວາມເປັນເອກກະລັກ​ຂອງ​ຕົນແລະ​
ສະ​ແດງ​ໃຫ້​ເຫັນ ​ເຖິງ​ການມີ​ໜ້າ​ ຂອງຄົນ​ລາວ ທີ່ເຂົ້າ​ມາ​ອາ​ໄສຢູ່ ​ໃນ​ເຂດ​ພາກ​ເໜືອ
ຂອງລັດ​ເວີ​ຈີ​ເນຍນັ້ນ ພວກ​ເຂົາ​ເຈົ້າ ກໍ​ເລີ້ມ​ພາ​ກັນ​ດີ້ນ​ຮົນ​ຂົນ​ຂວາຍຫາ​ທາງ​ສ້າງວັດ​
ສ້າງວາ ​ດ້ວຍ​ການປະ​ຊຸມ​ກັນ ເທື່ອ​ທຳ​ອິດ ໃນ​ປີ 1975 ​ແລະ​ຕໍ່​ມາ​ ແມ່ນໃນປີ 1978
ການດີ້ນ​ຮົນ​ຂອງ​ພວກ​ເຂົາ​ເຈົ້າຈຶ່ງໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ມາ ດັ່ງທີ່ ດຣ. ພະອາຈານ
ມະຫາຈັນດາພອນ ຈັກກະວາໂຣ ຮອງເຈົ້າອະທິການວັດລາວພຸດທະວົງ ໃນ​ເຂດ​ນະ​
ຄອນ​ຫຼວງວໍ​ຊິງ​ຕັນ ສະຫຼຸບສູ່ຟັງດັ່ງນີ້:

"ທີ​ແລກ​ເຮົາ​ກໍ​ໄດ້​ເຊົ່າ​ບ້ານ​ຢູ່​ກ່ອນ ຫຼັງ​ຈາກນັ້ນ​ເຮົາ​ກໍ​ໄດ້​ໄປ​ຊື້​ອີກ​ເທື່ອ​ທີ​ສອງ ເນື້ອ​ທີ່
ດິນ​ນຶ່ງ​ເອ​ເກີ້ ກໍ​ບໍ່​ສາ​ມາດ​ ທີ່​ຈະ​ປະ​ກ​ອບ​ສາ​ສະ​ໜາ​ກິດ ຫຼື​ວ່າ​ພຸດ​ທະ​ສາ​ສະ​ໜາ​ຂອງ
ເຮົາ​ໄດ້​ຢ່າງ​ສົມ​ບູນເຮົາ​ຈຶ່ງ​ໄດ້​ມາ​ຊື້​ດິນ 58 ເອ​ເກີ້ແລະ​ໃນ​ປີ 1985 ພວກ​ເຮົາ​ກໍ​ໄດ້​ມາ
ສ້າງ​ສາ​ລາ​ໃຫຍ່ ສາ​ມາດ​ຮອງ​ຮັບ​ອອກ​ຕົນ​ຍາດ​ໂຍມ ມາ​ຮ່ວມ​ທຳ​ບຸນ​ທຳ​ທານ​ນັ່ງ​ໄດ້
​ປະມານ 3 ຫາ 400 ເຮົາ​ກໍ​ມີ​ພຸດ​ທະ​ສິມ​ມາ ມີ​ສາ​ລາ​ໃຫຍ່ທີ່​ສົມ​ບູນ​ແບບໃນ​ປີ 1991."

ຊາວ​ລາວ​ ໃນ​ເຂດ​ພາກ​ເໜືອ ​ລັດ​ເວີ​ຈີ​ເນຍນີ້ ກໍ​ບໍ່​ແຕກ​ຕ່າງ​ໄປ​ຈາກ ​ຊາວລາວ​ທີ່​ກະ​
ຈັດ​ກະຈາຍ​ໄປ​ຢູ່ແຫ່ງ​ຕ່າງໆ ​ໃນ​ທົ່ວ​ໂລກ ນອກ​ຈາກ​ຈະ​ພະ​ຍາ​ຍາມ ​ປົກ​ປັກ​ຮັກສາ
​ຮີດ​ຄອງປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ຕົນໄວ້ແລ້ວຍັງ​ໄດ້​ຮັບ​ເອົາ​ສິ່ງ​ໃໝ່ໆເຂົ້າ​ມາເພີ້ມ​ຕື່ມ.
ດຣ. ພະອາຈານ ມະຫາຈັນດາພອນ ຈັກກະວາໂຣ ໃຫ້ການຊີ້ແຈງວ່າ:

"ວັດ​ນີ້ ເປັນ​ສິ່ງ​ສຳ​ຄັນ ສຳ​ລັບ​ໃຫ້​ຄວາມ​ອົບ​ອຸ່ນ ທາງ​ດ້ານ​ຈິດ​ໃຈ ສະ​ນັ້ນ ວັດ​ລາວ
​ພຸດທະ​ວົງ ໄດ້​ຕັ້ງ​ຂຶ້ນ​ມາ ແຕ່​ລະ​ປີ ພວກ​ເຮົາ​ກໍ​ມີ​ທຳ​ບຸນ​ໃຫ້​ທານ ຕາມ​ຮີດ​ຄອງ​ປະ
ເພ​ນີ ນອກ​ເໜືອ​ຈາກນັ້ນ ເຮົາ​ມາ​ຢູ່​ໃນ​ ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກໍ​ຖື​ວ່າ ເຮົາ
ເປັນ​ລາວ​ກໍ​ຈິງ ແຕ​່​ເຮົາ​ໄດ້​ຮັບ​ເອົາ​ສັນ​ຊາດອາ​ເມ​ຣິ​ກັນ ເຖິງ​ປີ​ເຖິງ​ເດືອນ​ມາງານ​ພິ
ທີ​ຕ່າງໆ ບາງ​ຄັ້ງ​ງານ​ວັນ​ຊາດອ​າ​ເມ​ຣິ​ກາ ເຮົາ​ກາ​ໄດ້​ມີ​ການ​ສະ​ເຫຼີມ​ສະ​ຫຼອງ ນອກ
ເໜືອ​ຈາກນັ້ນ ເຮົາ​ກໍ​ໄດ້​ເອົາ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ເຮົາແລະ​ເອົາ​ພຸດ​ທະ​ສາ​ສະ​ໜາ
ນີ້​ເຂົ້າ​ໄປປະ​ພຶດ​ປະ​ຕິ​ບັດ ຕາມ​ການ​ຕາມ​ເວ​ລາ."

ນັບ​ແຕ່​ປີ 1976 ເປັນ​ຕົ້ນ​ມາ ຄົນ​ລາວ​ກໍ​ເລີ້ມ​ຫລັ່ງ​ໄຫລ​ເຂົ້າ​ມາ​ສູ່​ພາກ​ເໜືອ​ລັດເວີ​ຈີ
​ເນຍ ນັບ​ມື້​ນັບ​ຫຼາຍ​ຂຶ້ນ ຈາກ​ຈຳ​ນວນ​ບໍ່​ເທົ່າ​ໃດ​ສິບ​ຄົນເປັນ​ຫຼາຍໆ​ພັນ​ຄົນ. ຍານາງ
ມາລີ ພູມີທອນ ​ຊຶ່ງ​ເປັນ​ນຶ່ງ​ໃນ​ພວກ​ຄົນ​ລາວ​ຈຸ​ທຳ​ອິດທີ່ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ຢູ່
ໃນເຂດນະຄອນຫຼວງ ຂອງສະຫະລັດ ເລົ່າສູ່ຟັງ ກ່ຽວກັບ ການເຂົ້າມາອາໄສຢູ່ ໃນ
​ເຂດ​ພາກ​ເໜືອ​ລັດ​ເວີ​ຈີ​ເນຍ ຂອງ​ຍາ​ນາງ​ດັ່ງ​ນີ້:

"ມາ​ຕົກ​ຢູ່​ເມືອງ​ອາ​ເມ​ຣິ​ການີ້ ກາ​ມາ​ຕົກ​ຢູ່​ເມືອງ​ດີ​ຊີ ແຄ​ປີ​ໂຕ​ ຂອງ​ສະ​ຫະ​ລັດ ​ອາ​ເມ
ຣິ​ກາ ປີ 1976 ຢູ່​ດີ​ຊີນັ້ນປະ​ມານປີ​ນຶ່ງ ປີ​ນຶ່ງ​ແລ້ວກໍ​ຍ້າຍ​ອອກ​ມາ​ຢູ່​ເວີ​ຈີ​ເນຍ ທີ່​ແລກ
ຫັ້ນ​ກາ​ໄປ​ຢູ່​ເມືອງ​ອາ​ລິງ​ຕັນປະ​ມານ 3 ປີນີ້​ແ​ຫຼະແລ້ວ​ກໍ​ຍ້າຍ​ມາ​ຢູ່​ເມືອງ​ຟອ​ລ​ສ​ເຈີດ
ແລະ​ກະ​ປະ​ມານ 10 ກວ່າ​ປີ​ເນາະ ແລ້ວ​ກໍ​ຍ້າຍ ​ມາ​ຢູ່​ເມືອງວູດ​ບ​ຣິ​ຈ ມາ​ຊື້​ບ້ານ ​ຢູ່​ທີ່
​ເມືອງວູດບ​ຣິ​ຈ ແລະ​ກາ​ຢູ່​ເມືອງວູດບ​ຣິ​ຈນີ້​ປະ​ມານ 30 ປີ ແລະ​ກາ​ຢູ່ນີ້​ຕະ​ຫຼອດ​ມາ."

ຍາ​ນາງ​ມາ​ລີ ພູ​ມ​ມີ​ທອນ ແລະ​ສາ​ມີ ທ່ານ​ຈຶກ ແສງ​ສຸ​ຣິນ
ຍາ​ນາງ​ມາ​ລີ ພູ​ມ​ມີ​ທອນ ແລະ​ສາ​ມີ ທ່ານ​ຈຶກ ແສງ​ສຸ​ຣິນ

ຍາ​ນາງ​ມາ​ລີ ໄດ້​ສະ​ຫລຸບ​ສູ່​ຟັງວ່າ ນອກ​ຈາກ​ເລື້ອງ​ຄວາ​ມ​ມັກ​ໃນ​ເຂດ​ດັ່ງ​ກ່າວນີ້ແລ້ວ
ຍາ​ນາງ​ຍັງ​ໄດ້​ມີ​ລ້າ​ມີ​ການ​ເຮັດເປັນ​ຢ່າງ​ເປັນ​ການ​ຖາ​ວອນຢູ່​ນຳ​ໂຮງ​ຮຽນ​ປະ​ຖົມແລະ
​ກໍ​ເຮັດ​ວຽກ​ນີ້ມາ​ໄດ້ 16 ປີ​ແລ້ວ.

ຊາວລາວໃນຂົງເຂດພາກເໜືອຂອງລັດເວີຈີເນຍ ​ຊຶ່ງ​ໃນ​ປັດ​ຈຸ​ບັນ​ ມີ​ຈຳ​ນວນຫຼາຍ
ພັນ​ຄົນ ຍັງມີການຈັດຕັ້ງຫຼາຍໆຢ່າງ ເຊັ່ນວ່າ ສະມາຄົມລາວ ສະມາຄົມ ຊາປະນະ
ກິດສົບ ສະມາຄົມແມ່ຍິງລາວ ແລະອື່ນໆອີກ ເພື່ອໃຫ້ພວກລູກຫຼານ ທີ່ເປັນຄົນອາ
ເມຣິກັນເຊື້ອສາຍລາວສືບສານຕໍ່ປະເພນີອັນດີງາມຂອງລາວເອົາໄວ້.

XS
SM
MD
LG